ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະທີ່ ຊາວຢູເຄຣນ ລໍຖ້າການຊ່ອຍເຫຼືອດ້ານມະນຸດສະທຳ ການເຈລະຈາ ກໍມີຫຼາຍຂຶ້ນ ໃນອົງການ ສປຊ


ທ່ານເຊີກີ ຄິສລີຊີຢາ ຜູ້ຕາງໜ້າຖາວອນຂອງຢູເຄຣນ ປະຈຳສະຫະປະຊາຊາດ ກ່າວຖະແຫຼງ ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ທີ່ສຳນັກງານ ຂອງສະຫະປະຊາຊາດ, ວັນທີ 23 ມີນາ 2022.
ທ່ານເຊີກີ ຄິສລີຊີຢາ ຜູ້ຕາງໜ້າຖາວອນຂອງຢູເຄຣນ ປະຈຳສະຫະປະຊາຊາດ ກ່າວຖະແຫຼງ ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ທີ່ສຳນັກງານ ຂອງສະຫະປະຊາຊາດ, ວັນທີ 23 ມີນາ 2022.

ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາດ ໄດ້ເລີ້ມຂຶ້ນດ້ວຍການອະພິ ປາຍຢ່າງຍືດຍາວ ໃນວັນພຸດວານນີ້ ກ່ຽວກັບຮ່າງຍັດຕິສອງສະບັບ ທີ່ຫາທາງຜ່ອນຄາຍວິກິດການດ້ານມະນຸດສະທຳ ໃນຢູເຄຣນ ບ່ອນທີ່ຫຼາຍລ້ານຄົນລໍຖ້າອາຫານ ນ້ຳດື່ມແລະເຄື່ອງ​ໃຊ້ດ້ານການແພດຫຼືໂອກາດເພື່ອທີ່ຈະຫລົບໜີອອກຈາກປະເທດຂອງພວກເຂົາ ທີ່ໄດ້ຖືກປິດລ້ອມ ຢ່າງປອດໄພ.

ທ່ານເຊີກີ ຄີສລີຊີຢາ (Sergiy Kyslytsya) ເອກອັກຄະລັດຖະທູດຂອງຢູເຄຣນປະຈຳສະຫະປະຊາຊາດ ກ່າວເຖິງສົງຄາມຂອງຣັດເຊຍ ຊຶ່ງໄດ້ເລີ້ມຂຶ້ນ ໃນຊ່ວງເວລາຕອນເຊົ້າຂອງວັນທີ 24 ກຸມພາ ວ່າ “ຊາວຢູເຄຣນ ຫຼາຍພັນຄົນໄດ້ສູນເສຍຊີວິດຂອງເຂົາເຈົ້າ ຕະຫຼອດໄລຍະເດືອນນີ້: ເຍົາວະຊົນແລະຜູ້ເຖົ້າ ແມ່ຍິງແລະຜູ້ຊາຍ ພົນລະເຮືອນ ແລະທະຫານ ພວກເຂົາໄດ້ເສຍຊີວິດແລ້ວ ຍ້ອນຣັດເຊຍ ໄດ້ຕັດສິນໃຈໂຈມຕີ - ໂຈມຕີຢູເຄຣນ, ໂຈມຕີສັນຕິພາບ, ໂຈມຕີພວກເຮົາໝົດທຸກຄົນ. ທຸກໆວັນຂອງສົງຄາມຣັດເຊຍຕໍ່ຢູເຄຣນ ເຮັດໃຫ້ສະ ຖານະການດ້ານມະນຸດສະທຳ ຍິ່ງຮ້າຍແຮງຂຶ້ນຕື່ມເລື້ອຍໆ.”

ຕົວເລກແມ່ນຫຼວງຫຼາຍ. ພຽງນຶ່ງເດືອນເທົ່ານັ້ນ ອົງການສະຫະປະຊາຊາດ ກ່າວວ່າ 3 ລ້ານ 5 ແສນຄົນ ໄດ້ຫລົບໜີໄປປະເທດເພື່ອນບ້ານ ແລະ 6 ລ້ານ 5 ແສນຄົນ ຖືກພັດພາກຈາກຖິ່ນຖານ ພາຍໃນປະເທດຢູເຄຣນ. ອົງ ການດັ່ງກ່າວກະປະມານວ່າ 12 ລ້ານຄົນ ຢູ່ໃນປະເທດຕ້ອງການການຊ່ອຍເຫຼືອດ້ານມະນຸດສະທຳ. ສະຖານະການກຳລັງຊຸດໂຊມລົງ ໃນແຕ່ລະມື້.

ບັນດາປະເທດສະມາຊິກຂອງສະຫະປະຊາຊາດ ໄດ້ຮັບຟັງຍັດຕິສອງສະບັບ ຢູ່ ຕໍ່ໜ້າເຂົາເຈົ້າ. ທັງສອງຍັດຕິນີ້ ຮຽກຮ້ອງໃຫ້ຢຸດຍິງໃນທັນທີ ແລະປົກປ້ອງພົນລະເຮືອນ, ພື້ນຖານໂຄງລ່າງທີ່ສຳຄັນ, ບັນດາພະນັກງານຊ່ອຍເຫຼືອ ແລະພະນັກງານການແພດ.

ແຕ່ສິ່ງທີ່ຊັດແຈ້ງແມ່ນຄວາມແຕກຕ່າງ: ຄື​ສະ​ບັບທີນຶ່ງລະບຸ ຣັດເຊຍ ເປັນຜູ້ຮຸກຮານ ແລະຮຽກຮ້ອງໃຫ້ຣັດເຊຍ ຍຸຕິປະຕິບັດການຂອງຕົນຕໍ່ຢູເຄຣນ ໃນຂະນະທີ່ ​ສະ​ບັບທີສອງ ບໍ່ລະບຸ​ຊື່ຜູ້ຮຸກຮານ ແລະສິ່ງທີ່ສຳຄັນ ຄືຢູເຄຣນ ຊຶ່ງຖືກໂຈມຕີ ​ໃຫ້ຢູ່ໃນລະດັບດຽວກັນ ກັບຜູ້ທີ່ທຳການໂຈມຕີ.

ປະເທດເມັກຊິໂກ ແລະຝຣັ່ງ ພ້ອມກັບຢູເຄຣນ ລວມຢູ່ໃນ 25 ປະເທດ ທີ່ໄດ້ເປັນຜູ້ຮ່າງຍັດຕິ ທີ່ລະບຸຊື່ ຣັດເຊຍ ແລະຮ່າງຍັດຕິຂອງພວກເຂົາ ມີຜູ້ສະໜັບສະໜຸນຫຼາຍກວ່າ 80 ປະເທດ ໃນກອງປະຊຸມໃຫຍ່ດັ່ງກ່າວ.

ປະເທດອາຟຣິກາໃຕ້ ເປັນຜູ້ຮ່າງຍັດຕິ​ສະ​ບັບ​ທີສອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG