ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໃນຂະນະທີ່ ໂປແລນ ຮັບຮອງຂໍ້ຕົກລົງ ທາງທະຫານ ກັບ ສະຫະລັດ ນັ້ນ ເຢຍຣະມັນ ຢ້ານວ່າ ມັນຈະເຮັດໃຫ້ ອົງການ NATO ອ່ອນແອລົງ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ໂປແລນ ທ່ານ ຈາເຊັກ ຊາປູໂຕວິຈ໌ ທັກທາຍກັນດ້ວຍການຕຳແຂນສອກກັນ, ນະຄອນຫຼວງ ວໍຊໍ, ໂປແລນ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ໂປແລນ ທ່ານ ຈາເຊັກ ຊາປູໂຕວິຈ໌ ທັກທາຍກັນດ້ວຍການຕຳແຂນສອກກັນ, ນະຄອນຫຼວງ ວໍຊໍ, ໂປແລນ.

ສະຫະລັດ ແລະ ໂປແລນ ໄດ້ເຊັນຂໍ້ຕົກລົງສະບັບນຶ່ງ ເພື່ອຂະຫຍາຍຈຳນວນ ກອງທະຫານ ສະ ຫະລັດ ໃນປະເທດດັ່ງກ່າວ ແລະ ສ້າງຖານທີ່ໝັ້ນ ສະຫະລັດ ຢ່າງຖາວອນຢູ່ທີ່ນັ້ນ. ມັນໄດ້ມີຂຶ້ນຫຼັງຈາກການຕັດສິນໃຈຂອງ ສະ ຫະລັດ ທີ່ຈະຖອນກຳລັງທະຫານຈຳນວນນຶ່ງອອກຈາກ ເຢຍຣະມັນ. ດັ່ງທີ່ນັກ ຂ່າວວີໂອເອ ເຮັນຣີ ຣິຈແວລ ລາຍງານນັ້ນ, ພັນທະມິດຢູໂຣບ ຫຼາຍປະເທດ ເຫັນວ່າ ມັນເປັນການເຄື່ອນໄຫວທາງການເມືອງ ລຸນຫຼັງການຂັດແຍ້ງກ່ຽວກັບ ຄ່າໃຊ້ຈ່າຍປ້ອງກັນປະເທດ ໃນບັນດາພັນທະມິດອົງການ NATO, ແຕ່ປະເທດ ອື່ນໆໄດ້ໂຕ້ຖຽງ ວ່າການສົ່ງກຳລັງທະຫານໄປ ແມ່ນມີຄວາມຈຳເປັນ ເພື່ອຮັບມືກັບໄພຂົ່ມຂູ່ຈາກ ຣັດເຊຍ. ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ມີກຳລັງທະຫານ ສະຫະລັດ ປະມານ 4,500 ຄົນໃນປະເທດ ໂປແລນ ແລ້ວໃນເວລານີ້, ອັນເປັນສ່ວນນຶ່ງຂອງການເຄື່ອນກຳລັງທະຫານໄປປະຈຳການໃນ ຢູໂຣບ ຕາເວັນອອກຂອງ.

ຂໍ້ຕົກລົງສະບັບໃໝ່ລະຫວ່າງລັດຖະບານ ວໍຊໍ ກັບ ວໍຊິງຕັນ ຈະເຮັດໃຫ້ການໝູນວຽນປະຈຳການນັ້ນຖາວອນ ດ້ວຍກຳລັງທະຫານພາກພື້ນດິນ ອາເມຣິກັນ ຕື່ມອີກ 1,000 ຄົນ. ກອງບັນຊາການໃຫຍ່ ຂອງກອງກຳລັງທະຫານບົກ ສະຫະລັດ ຍັງໄດ້ຍ້າຍໄປ ໂປແລນ ຈາກ ເຢຍຣະມັນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ເຊັນ ຂໍ້ຕົກລົງໃນວັນເສົາອາທິດແລ້ວນີ້ ໃນລະຫວ່າງການຢ້ຽມຢາມ ໂປແລນ.

ທ່ານ ໄມຄ໌ ພອມພຽວ ກ່າວວ່າ “ລະດັບກຳລັງທະຫານແມ່ນສຳຄັນ, ຈຳນວນ ຂອງທະຫານທີ່ບາງຄົນມີຢູ່ບາງບ່ອນ ແມ່ນອະດີດເຈົ້າໜ້າທີ່ບັນຊາລົດຖັງ, ຂ້າພະເຈົ້າຮູ້ເລື່ອງນັ້ນ.”

ການໝູນວຽນປະຈຳການດັ່ງກ່າວແມ່ນມີຄວາມສຳຄັນທາງຍຸດທະສາດ, ອີງຕາມ ການກ່າວຂອງນັກວິເຄາະທ່ານ ໂຈນາທານ ອີຢາລ.

ທ່ານ ໂຈນາທາານ ອີຢາລ ຈາກສະຖາບັນ Royal United Services ກ່າວ ວ່າ “ນີ້ແມ່ນ ກ່ຽວກັບ ການຍັບຢັ້ງ. ການຍັບຢັ້ງຕໍ່ ຣັດເຊຍ ແລະ ເປັນການເຕືອນຕໍ່ທຸກປະເທດໃນ ຢູໂຣບ ທີ່ທຸກປະເທດສະມາຊິກຂອງອົງການ NATO ແມ່ນມີສິດທີ່ຈະໄດ້ຮັບການຄ້ຳປະກັນດ້ານຄວາມປອດໄພແບບດຽວກັນ.”

ໂປແລນ ເວົ້າວ່າຂໍ້ຕົກລົງດັ່ງກ່າວ ຈະປ້ອງກັນຕໍ່ໄພຂົ່ມຂູ່ຈາກ ຣັດເຊຍ.

ທ່ານ ຈາເຊັກ ຊາປູໂຕວິຈ໌, ລັດຖະມົນຕີການຕ່າງປະເທດ ໂປແລນ ກ່າວວ່າ “ມັນມີຄວາມສຳຄັນຕໍ່ຄວາມປອດໄພຂອງພວກເຮົາ ແລະ ມັນສຳຄັນທີ່ເຂົາເຈົ້າຄວນຖືກສົ່ງໄປ ໂປແລນ ແລະ ບໍ່ແມ່ນ ເຢຍຣະມັນ.”

ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດແຜນການໃນເດືອນແລ້ວນີ້ ທີ່ຈະຍ້າຍກອງກຳລັງທະ ຫານ ສະຫະລັດ 12,000 ຄົນອອກຈາກ ເຢຍຣະມັນ, ໂດຍກ່າວ ຫາລັດຖະບານ ເບີລິນ ກ່ຽວກັບ ການບໍ່ສາມາດ ທີ່ຈະບັນລຸເປົ້າ ໝາຍຄ່າໃຊ້ຈ່າຍ ເພື່ອປ້ອງກັນປະເທດຂອງອົງການ NATO. ທ່ານໄດ້ກ່າວວ່າກອງທະຫານປະມານເຄິ່ງນຶ່ງຈະຖືກສົ່ງກັບບ້ານ ໂດຍທີ່ເຫຼືອຈະຖືກສົ່ງໄປປະເທດພັນ ທະມິດອົງການ NATO ອື່ນໆ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາກຳລັງປົກປ້ອງ ເຢຍຣະມັນ ສະນັ້ນ ພວກເຮົາຈະຫຼຸດກຳລັງລົງເພາະວ່າ ເຂົາເຈົ້າບໍ່ຍອມຈ່າຍຄ່າໃຊ້ຈ່າຍຂອງເຂົາເຈົ້າ. ມັນງ່າຍແບບນັ້ນ.”

ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ສ່ວນນຶ່ງຂອງການຖອນກຳລັງອອກຈາກ ເຢຍຣະມັນ ແລະ ສົ່ງໄປ ໂປແລນ ນັ້ນແມ່ນບໍ່ໄດ້ເຊື່ອມໂຍງກັນ. ລັດຖະບານ ເບີລິນ ໄດ້ເຕືອນວ່າການເຄື່ອນໄຫວດັ່ງກ່າວ ຈະເຮັດໃຫ້ພັນທະມິດອົງການ NATO ອ່ອນແອລົງ. ນັກວິເຄາະທ່ານ ໂຈນາທານ ໄອລ໌ ກ່າວວ່າ ການປ່ຽນ ແປງທັງຫຼາຍແມ່ນກາຍກຳນົດມາດົນແລ້ວ.

ທ່ານ ໂຈນາທານ ໄອລ໌ ກ່າວວ່າ “ໃນຄວາມເປັນຈິງ ສິ່ງທີ່ມັນເປັນແມ່ນການປັບປ່ຽນພັນທະມິດຫຼາຍກວ່າ 30 ປີຫຼັງຈາກການສິ້ນສຸດສົງຄາມເຢັນ. ມັນຈະມີຄວາມໝາຍຫຍັງສຳລັບການມີກຳລັງທະຫານຢ່າງຫຼວງຫຼາຍໃນ ເຢຍຣມະມັນ ເພື່ອເຫດຜົນທາງປະຫວັດສາດເທົ່ານັ້ນ ແຕ່ບໍ່ມີກຳລັງທະຫານ ໃນປະເທດທີ່ຮູ້ສຶກມີຄວາມສ່ຽງທີ່ສຸດ ແລະ ແນ່ນອນຖືກຂົ່ມຂູ່ຫຼາຍທີ່ສຸດໂດຍສຽງຂົ່ມຂູ່ຈາກ ຣັດເຊຍ?”

ພັນທະມິດອົງການ NATO ໄດ້ສົ່ງກຳລັງທະຫານຫຼາຍພັນຄົນໄປ ຢູໂຣບ ຕາ ເວັນອອກ ລຸນຫຼັງການປະກາດຍຶດແຫຼມ ໄຄຣເມຍ ດ້ວຍກຳລັງຂອງ ຣັດເຊຍ ແລະ ການເຂົ້າຮຸກຮານພາກຕາເວັນອອກຂອງ ຢູເຄຣນ ໃນປີ 2014.

ລັດຖະບານ ມົສກູ ໄດ້ອະທິບາຍການມີໜ້າຂອງກອງກຳລັງທະຫານ ສະຫະລັດ ໃນ ໂປແລນ ນັ້ນວ່າ ເປັນ “ໄພຂົ່ມຂູ່ຕໍ່ຄວາມປອດໄພຂອງເຂົາເຈົ້າ.”

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG