ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະທີ່ລາຄານໍ້າມັນສູງຂຶ້ນ, ອົງການ OPEC ກຽມຈະປະຊຸມກັບບັນດາສະມາຊິກ


ອົງການໂອເປັກບວກ (OPEC+) ຈະປະຊຸມກັນໃນອາທິດໜ້າ ໃນຂະນະທີ່ລາຄານ້ຳມັນຂອງໂລກສູງຂຶ້ນກາຍ 80 ໂດລາຕໍ່ຖັງ ເມື່ອວັນທີ 29 ກັນຍາ 2021.
ອົງການໂອເປັກບວກ (OPEC+) ຈະປະຊຸມກັນໃນອາທິດໜ້າ ໃນຂະນະທີ່ລາຄານ້ຳມັນຂອງໂລກສູງຂຶ້ນກາຍ 80 ໂດລາຕໍ່ຖັງ ເມື່ອວັນທີ 29 ກັນຍາ 2021.

ພະລັງງານໃນທົ່ວໂລກທີ່ມີຢູ່ຢ່າງຈຳກັດ ໄດ້ກົດດັນໃຫ້ລາຄານໍ້າມັນສູງຂຶ້ນກວ່າ 80 ໂດລາຕໍ່ນຶ່ງຖັງໃນມື້ວັນອັງຄານທີ່ຜ່ານມາ ເຊິ່ງເປັນຄັ້ງທໍາອິດໃນຮອບສາມປີ ກ່ອນທີ່ຈະຫລຸດລົງຄືນ ໃນການຂາຍຂາດຢູ່ໃນຕະຫຼາດການເງິນ. ຄວາມຕ້ອງການເພີ້ມຂຶ້ນເນື່ອງຈາກການຜ່ອນຄາຍມາດຕະການປິດເມືອງແລະການເປີດເຜີຍການສັກຢາວັກຊີນກັນໂຄວິດ-19 ທີ່ແຜ່ຂະຫຍາຍກວ້າງອອກໄປ, ນັກວິເຄາະກ່າວ ຮວມທັງຄວາມຫຍຸ້ງຍາກຕ່າງໆໃນການສະໜອງອັນເນື່ອງມາຈາກພາຍຸເຮີຣີເຄນ ຢູ່ໃນສະຫະລັດ. ອົງການ OPEC+ ຈະເພີ້ມການສະໜອງນ້ຳມັນບໍ? ເດລ ກາບວ໌ລັກ (Dale Gavlak) ນັກຂ່າວຂອງ VOA ມີລາຍງານຈາກອຳມານ (Amman), ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບໍລິສັດໂກລດ໌ແມນ ຊັສ (Goldman Sachs) ຄາດວ່າ ລາຄານໍ້າມັນດິບຈະສູງເຖິງ 90 ໂດລາຕໍ່ນຶ່ງຖັງ ພາຍໃນທ້າຍປີນີ້ ເນື່ອງຈາກການສະໜອງນັ້ນມີໜ້ອຍເກີນໄປ. ການຟື້ນໂຕຈາກຜົນກະທົບຂອງໂຄໂຣນາໄວຣັສສາຍພັນໃໝ່ເດລຕ້າແມ່ນໄວກວ່າທີ່ຄາດການໄວ້ໂດຍສະເພາະແມ່ນການທ່ອງທ່ຽວລະຫວ່າງປະເທດ, ອີງຕາມຄຳເວົ້າຂອງທາງບໍລິສັດ ໃນຂະນະທີ່ພາຍຸເຮີຣີເຄນໄອດາ ມີຜົນກະທົບຕໍ່ການຜະລິດຂອງສະຫະລັດ.

ເຖິງແມ່ນວ່ານັກວິເຄາະບາງຄົນຈະພົບວ່າອົງການຂອງປະເທດຜູ້ສົ່ງອອກນໍ້າມັນ ແລະບັນດາປະເທດພັນທະມິດຂອງພວກເຂົາເຈົ້າ ເຊິ່ງຮູ້ກັນໃນຊື່ OPEC+ ນັ້ນໄດ້ຄ່ອຍໆເພີ້ມປະລິມານການຜະລິດນໍ້າມັນຂອງພວກເຂົາເຈົ້າເພື່ອແກ້ໄຂບັນຫາຄວາມບໍ່ພຽງພໍ, ເຊິ່ງຄົນອື່ນເຊັ່ນ ທ່ານນາງແຄໂຣລ ນາເຄລ (Carole Nakhle), ເຊິ່ງເປັນຫົວໜ້າບໍລິຫານ ຂອງບໍລິສັດພະລັງງານ ຄຣິສໂຕລ ໃນນະຄອນຫຼວງລອນດອນໄດ້ບອກກັບ VOA ວ່າ ບໍ່ມີການຂາດເຂີນໃນການສະໜອງນໍ້າມັນດັ່ງກ່າວ.

ເຊິ່ງທ່ານນາງແຄໂຣລ ນາເຄລ ກ່າວເປັນພາສາອັງກິດວ່າ:

“ຂ້າພະເຈົ້າບໍ່ຢາກເຊື່ອເລີຍ ທີ່ໄດ້ເຫັນວ່າ ພວກເຮົາມີການສະໜອງທີ່ບໍ່ພໍໄດ້ແນວໃດ ໃນເມື່ອພວກເຮົາມີອົງການ OPEC+ ທີ່ມີກໍາລັງການຜະລິດສໍາຮອງຫຼາຍລ້ານຖັງຕໍ່ມື້. ໂດຍປົກກະຕິແລ້ວ ຖ້າເຈົ້າເບິ່ງຄືນປະຫວັດສາດ ເມື່ອພວກເຮົາມີວິກິດການທີ່ຮ້າຍແຮງໃນຕະຫຼາດນໍ້າມັນ ແລະລາຄາກໍ່ສູງຂຶ້ນຫຼາຍ, ນໍ້າມັນສໍາຮອງຊໍ້າພັດມີໜ້ອຍທີ່ສຸດ. ປັດຈຸບັນບໍ່ເປັນເຊັ່ນນັ້ນ, ດັ່ງນັ້ນ ພວກເຮົາຈຶ່ງມີການຕັດສິນໃຈດ້ວຍຄວາມເຕັມໃຈທີ່ຈະບໍ່ນໍານໍ້າມັນທັງໝົດນັ້ນອອກສູ່ຕະຫຼາດ ແລະນັ້ນມັນໄດ້ສ້າງຄວາມເຄັ່ງຕຶງກ່ຽວກັບສະຖານະການໃນປັດຈຸບັນ. ຊາອຸດີ ອາຣາເບຍ, ສະຫະລັດອາຣັບເອເມີເຣັສ ແລະຄູເວດ ເບິ່ງຄືວ່າຈະບໍ່ພົບກັບບັນ ຫາໃດໆ. ຖ້າພວກເຂົາເຈົ້າຕ້ອງການ, ພວກເຂົາເຈົ້າສາມາດບັນເທົາແຮງກົດດັນໃນຕະຫຼາດໄດ້ຢ່າງງ່າຍດາຍ.”

ທ່ານນຽລ ກູຍລຽມ (Neil Quilliam), ເພື່ອນຮ່ວມຮຸ້ນສ່ວນ ທີ່ ແຊັຕແຮມ ເຮົ້າສ໌ ໃນນະຄອນລອນດອນບອກກັບ VOA ວ່າ ມັນເປັນເລື້ອງຍາກທີ່ຈະບອກວ່າ ອົງການ OPEC ເຊິ່ງຈະມີການພົບປະກັນໃນອາທິດໜ້າຈະເພີ້ມການຜະລິດຫຼືບໍ່. ແຕ່ທ່ານໄດ້ຕັ້ງຂໍ້ສັງເກດວ່າ ທ່ານເຈັກ ຊູລລິວານ (Jake Sullivan) ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ໄດ້ມີການພົບປະກັບອົງມົງກຸດລາດຊະກຸມມານແຫ່ງຊາອຸດີ ເຈົ້າຟ້າຊາຍໂມຮໍາເມັດ ບິນ ຊາລແມນ ເມື່ອຕົ້ນອາທິດນີ້.

ໂດຍທ່ານນຽວ ກູຍລຽມ ກ່າວເປັນພາສາອັງກິດວ່າ:

“ຂ້າພະເຈົ້າຈະພົບວ່າມັນຍາກທີ່ຈະຈິນຕະນາການໄດ້ວ່າລາຄານໍ້າມັນຢູ່ທີ່ອື່ນເປັນແນວໃດ ໃນຂະນະນີ້, ແລະອົງການ OPEC ກໍກໍາລັງຈະມີການປະຊຸມໃນອາທິດໜ້າ, ເຊິ່ງບໍ່ໄດ້ແຈ້ງເຖິງສ່ວນສໍາຄັນໃນການສົນທະນາ. ມັນຍາກທີ່ຈະເວົ້າ, ແຕ່ສັນຍານຈົນເຖິງຂະນະນີ້ ແມ່ນພວກເຂົາຈະຢຶດໝັ້ນກັບການບໍລິໂພກຢູ່ໃນປັດຈຸບັນ ແລະສອດຄ່ອງກັບແຜນການເພື່ອເພີ້ມການຜະລິດໃຫ້ເປັນ 400,000 ຖັງ ໃນແຕ່ລະເດືອນຈົນກວ່າຈະສິ້ນສຸດ.”

ທ່ານນໍເບີທ ຣັກເກີ້ (Norbert Rucker) ຈາກທະນາຄານເອກະຊົນ ຂອງສະວິສ ຈູລຽສ ເບຍຣ໌ (Julius Baer) ກ່າວວ່າ ການຫຼຸດລົງໃນການສະໜອງນໍ້າມັນຂອງໂລກ ແມ່ນກໍາລັງເຮັດໃຫ້ເກີດວິກິດການທາງດ້ານພະລັງງານຂອງໂລກ. ທ່ານໄດ້ກ່າວກັບວາລະສານວອລສະຕຣີທວ່າ “ໃນຂະນະນີ້ ກໍາລັງຂະຫຍາຍເຂົ້າໄປໃນຕະຫຼາດນໍ້າມັນ ເນື່ອງຈາກຄວາມຄາດຫວັງວ່າການຂາດພະລັງງານໝາຍຄວາມວ່າ ພວກເຮົາຈະໃຊ້ນໍ້າມັນ ໃນການສະໜອງຄວາມຕ້ອງການເຫຼົ່ານັ້ນ.” ນໍ້າມັນ ສາມາດໃຊ້ໄດ້ໃນໂຮງໄຟຟ້າບາງແຫ່ງ ເພື່ອຜະລິດກະແສໄຟຟ້າ ເມື່ອລາຄາຂອງນໍ້າມັນສູງຂຶ້ນ.

ທ່ານນາງນາເຄລກ່າວວ່າ ຕະຫຼາດແກສບໍ່ມີໜ່ວຍງານຂອງອົງການ OPEC+. ປັດຈຸບັນ “ຣັດເຊຍຖືກມອງວ່າກໍາລັງຈໍາກັດໃນການສະໜອງແກສບາງສ່ວນໄປຍັງຢູໂຣບ ເພື່ອຕ້ອງການການສະໜັບສະໜຸນເພີ້ມເຕີມສໍາລັບທໍ່ສົ່ງແກສ ນອດ ສະຕຣີມ 2” ແລະ “ເພື່ອໃຊ້ປະໂຫຍດຈາກລາຄາທີ່ສູງຂຶ້ນ, ແຕ່ຣັດເຊຍບໍ່ໄດ້ຮັບຜົນກະທົບຫຍັງຈາກລາຄາແກສ ເໝືອນດັ່ງທີ່ເຈົ້າໄດ້ຮັບຜົນກະທົບ, ເຊັ່ນຕົວຢ່າງກັບອົງການ OPEC+ ໃນຕະຫຼາດນໍ້າມັນ,” ທ່ານນາງກ່າວ.

ລາຄານໍ້າມັນທີ່ສູງຂຶ້ນ ສ່ວນນຶ່ງແມ່ນມາຈາກການຫຼຸດລົງໃນການຜະລິດຢູ່ໃນທົ່ວໂລກ ການເກັບສະສົມກໍຫຼຸດລົງ ອັນເນື່ອງມາຈາກຈີນ ປ່ຽນຈາກການໃຊ້ຖ່ານຫິນ ມາເປັນແກສ. ນັກວິເຄາະກ່າວວ່າ ວິກິດການທາງດ້ານພະລັງງານ ຈະຮ້າຍແຮງຫຼາຍຂຶ້ນກວ່າເກົ່າ ຖ້າລະດູໜາວຫາກມີອາກາດໜາວຫຼາຍກວ່າປົກກະຕິ ໃນອະນາຄົດຂ້າງໜ້າ ຢູ່ໃນຊີກໂລກເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG