ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໃນຂະນະທີ່ຫຼາຍລັດ ຈະອອກຄຳສັ່ງໃຫ້ສັກຢາວັກຊີນກັນ COVID-19 ແຕ່ກໍຍັງມີການຍົກເວັ້ນຢູ່ຄືເກົ່າ


ເຖິງແມ່ນວ່າ ມີອີກຫຼາຍລັດ ກຳລັງອອກຂໍ້ບັງຄັບໃຫ້ສັກຢາວັກຊີນກັນໂຄວິດ-19 ກໍຕາມ ແຕ່​ວ່າມີພວກກຸ່ມຄົນເລັກນ້ອຍ ທີ່ຍັງໄດ້ຮັບການຍົກເວັ້ນຈາກການຮັບຢາ ວັກຊີນເຫລົ່ານີ້ຢູ່. ແອນເຈີລີນາ ແບກດາຊາຣຽນ ມີເລື້ອງນີ້ມາໃຫ້ວີໂອເອ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ເທິງສຸດຂອງບັນ​ຊີລາຍການສິ່ງທີ່ເພິ່ນຈະຕ້ອງເຮັດເປັນປົກກະຕິນັ້ນ ຄຸນພໍ່ ໂອເລກ ກູລິນ ຢູ່ທີ່ໂບດສາສະໜາໂປຣແຕສຕັງຂອງຣັດເຊຍ ໃນນະຄອນລອສແອນເຈີລີສ ລັດຄາລີຟໍເນຍ ແມ່ນມີເອກະສານຫຼາຍສະບັບທີ່ທ່ານຈະຕ້ອງຂຽນ​ຕື່ມ​ໃສ່. ໃນບາງ ຄັ້ງບາງຄາວ ພວກສະມາຊິກຂອງໂບດຕ່າງກໍຂໍຮ້ອງທ່ານ ໃຫ້ເຊັນໜັງສືຂໍຍົກເວັ້ນ ການສັກຢາວັກຊີນກັນໂຄວິດ-19 ໃຫ້ເຂົາເຈົ້າ ຍ້ອນເຫດຜົນທາງດ້ານສາສະໜາ.

ຄຸນພໍ່ກູລິນກ່າວເປັນພາສາຣັດເຊຍວ່າ “ໃນຈຸດນີ້ ຂ້າພະເຈົ້າເຊັນໜັງສືຂໍຍົກເວັ້ນ ເຊັ່ນນີ້ໃຫ້ແກ່ພວກສະມາຊິກໂບດທຸກ​ຄົນທີ່ຕ້ອງການມັນ. ມັນເປັນຟອມແບບອິດ​ສະ​ຫລະແລະຂ້າພະເຈົ້າກໍພຽງແຕ່ຂຽນເຊັ່ນນັ້ນ ອີງຕາມຄວາມເຊື່ອຖືຂອງພວກເຮົາ ພວກເຮົາບໍ່ຖືວ່າມັນເປັນສິ່ງທີ່ຖືກຕ້ອງທີ່ຈະໄປຮັບການ​ສັກຢາວັກຊີນນີ້.”

ໃນລັດຄາລີຟໍເນຍ ມັນເປັນໄປໄດ້ທີ່ຈະໄດ້ຮັບການຍົກເວັ້ນສັກຢາວັກຊີນ ກັນໂຄວິດ-19 ຍ້ອນເຫດຜົນຄວາມເຊື່ອຖືທາງສາສະໜາ.

ທ່ານໝໍມໍນິກກາ ການດີ ຊ່ຽວຊານດ້ານພະຍາດຕິດແປດ ກ່າວຜ່ານທາງສະໄກພ໌ ວ່າ “ມີສອງປັດໄຈທີ່ຕ້ອງໄດ້ປະຕິບັດຕາມ. ປະການທີນຶ່ງ ກໍແມ່ນວ່າ ມັນເປັນຄວາມເຊື່ອ ຖືຢ່າງຈິງໃຈ ແລະອັນນັ້ນເປັນຄຳເວົ້າທີ່ຄຸມເຄືອ. ແທ້ຈິງແລ້ວ ມັນໝາຍຄວາມວ່າ ມັນສະທ້ອນໃຫ້ເຫັນໃນສ່ວນບຸກຄົນ ທີ່ພວກເຂົາວ່າ ບໍ່ໄດ້ເຮັດໃນສິ່ງແນ່ນອນ​ໃດ​ນຶ່ງ ເຊັ່ນ​ຢາວັກຊີນ ຍ້ອນເຫດ​ຜົນ​ທາງສາສະໜາຂອງພວກເຂົາເຈົ້າ. ແລະປະການທີ ສອງ ແທ້ຈິງແລ້ວແມ່ນຜູ້ນຳທາງສາສະໜາຮັບຮອງເອົາແນວທາງນີ້ ຈຶ່ງຈະໄດ້ຮັບ ການຍົກເວັ້ນ.”

ພວກທີ່ເຊື່ອຖືສາສະໜາ ບໍ່ຢາກສັກຢາວັກຊີນ ກໍຍ້ອນວ່າ ວິທີທີ່ຢາວັກຊີນຖືກທົດລອງ ແລະອົງປະກອບຂອງມັນ.

ທ່ານນາງດໍຣິຕ ຣີດສ໌ ອາຈານດ້ານກົດໝາຍຢູ່ທີ່ ວິທະຍາໄລກົດໝາຍຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ຄາ​ລິ​ຟໍ​ເນຍ ຫລື UC ໃນ​ເມືອງ Hastings ກ່າວຜ່ານທາງສະໄກພ໌ (Skype) ວ່າ: “ການກ່າວອ້າງໃນ​ທາງສາສະໜາອັນ​ນຶ່ງທີ່ຕ້ານຕໍ່ຢາວັກຊີນກັນໂຄວິດ-19 ກໍແມ່ນວ່າ ມັນມີການເຊື່ອມໂຍງບາງຢ່າງກັບແຊລຂອງທາຣົກໃນ​ທ້ອງ​ທີ່​ເອົາ​ມາຈາກການແທ້ງລູກ ຈາກຊຸມປີ 1950. ຢາວັກຊີນຂອງບໍລິສັດ ຈອນ​ສັນແລະ​ຈອນ​ສັນ ຫລື J&J ແມ່ນໃຊ້ແຊລຂອງທາຣົກທີ່​ແທ້ງ​ອອກ​ເຂົ້າໃນການຜະລິດ ແຕ່ວ່າວັກຊີນທີ່​ຜະ​ລິດ​ໂດຍ​ໃຊ້​ແຊລ mRNA ແມ່ນບໍ່ໄດ້ໃຊ້ສິ່ງ​ທີ່​ວ່ານີ້. ແຕ່ວ່າເມື່ອສິ່ງທີ່ຄິດຂຶ້ນມານີ້ຖືກທົດລອງ ເຂົາ​ເຈົ້າໄດ້ນຳໃຊ້ແຊລດັ່ງກ່າວເພື່ອທົດລອງ​ມັນ. ແລະຄົນສ່ວນນຶ່ງກ່າວວ່າ ເປັນຍ້ອນການນຳໃຊ້ອັນນີ້ແຫຼະຈຶ່ງບໍ່​ຢາກ​ສັກ.”

ຫຼັງຈາກລັດຄາລີຟໍເນຍ ໄດ້ເລີ້ມນຳສະເໜີຂໍ້ຈຳກັດຕ່າງໆ ສຳລັບພົນລະເມືອງທີ່ບໍ່ ໄດ້ສັກຢາວັກຊີນ ຄໍາຮ້ອງຂໍຍົກເວັ້ນຍ້ອນ​ເຫດ​ຜົນ​ທາງ​ສ​າ​ສະ​ໜາແມ່ນ​ເພີ້ມ​ສູງຂຶ້ນ. ພວກນັກດັບເພີງ ແລະພະນັກງານແພດຫຼາຍພັນຄົນ ໄດ້ນຳເອົາໜັງ​ສືຍົກເວັ້ນເຊັ່ນ​ນັ້ນ ຈາກໂບດຕ່າງໆ ມາໃຫ້ບ່ອນເຮັດວຽກຂອງພວກເຂົາເຈົ້າ. ແຕ່ບໍ່ແມ່ນໝົດທຸກຄົນດອກ ທີ່​ໄດ້ຮັບອະນຸຍາດຍົກເວັ້ນບໍ່ໃຫ້ສັກຢາວັກຊີນ.

ທ່ານນາງຣີດສ໌ ກ່າວຜ່ານທາງສະໄກພ໌ (Skype) ວ່າ: “ບໍ່ມີພຽງແຕ່ພວກຄົນທີ່ສາມາດໃຊ້ຂໍ້ຍົກເວັ້ນອັນນີ້ ເພື່ອພະຍາຍາມແລະຫລີກລ້ຽງ ການສັກຢາວັກຊີນ ເຖິງແມ່ນວ່າ ພວກເຂົາແທ້ຈິງແລ້ວ ບໍ່ໄດ້ມີ​ການຄັດຄ້ານໃນທາງສາສະໜາເລີຍ ກໍຕາມ ແຕ່ພວກຄົນເຫຼົ່ານີ້ກໍຍັງເຮັດ! ແລະພວກເຮົາຮູ້ ກໍຍ້ອນພວກຄົນທັງຫຼາຍໄປເຂົ້າຮ່ວມໃນການຝຶກອົບຮົມກ່ຽວກັບວິທີຂໍການຍົກເວັ້ນການ​ສັກ​ວັກ​ຊີນ ​ຍ້ອນ​ເຫດ​ຜົນທາງດ້ານສາສະໜາ.”

ເພາະ​ສະ​ນັ້ນ​ ພວກຜູ້ຈ້າງງານຈຶ່ງໃຊ້ເວລາເພື່ອທົບທວນຄືນຂໍ້ຍົກເວັ້ນຕ່າງໆ ເປັນແຕ່ລະກໍລະນີໄປ.

ທ່ານນາງຣີດສ໌ ກ່າວຜ່ານສະໄກພ໌ (Skype) ອີກວ່າ “ຖ້າຜູ້ໃດຜູ້ນຶ່ງ ໄດ້ຮັບການສັກ ຢາວັກຊີນມາແລ້ວໃນເມື່ອກ່ອນ ພວກເຂົາເຈົ້າອາດມີພາລະສູງຂຶ້ນກວ່າເກົ່າ ທີ່ຈະ ຢັ້ງຢືນໄດ້ວ່າ ພວກເຂົາ​ແມ່ນ​ມີ​ຄວາມຈິງໃຈແທ້ໆ ໃນການກ່າວອ້າງວ່າ ມັນກ່ຽວຂ້ອງກັບສາສະໜາ. ແຕ່ມັນກໍບໍ່ໄດ້​ແມ່ນກຳແພງທີ່ຈະຂ້າມບໍ່ໄດ້ດອກ ເພາະວ່າອັນທີນຶ່ງ ພວກຄົນສາມາດ ປ່ຽນທັດສະນະຄະຕິທາງດ້ານສາສະໜາຂອງຕົນໄດ້ - ພວກເຂົາເຈົ້າ ສາມາດໄດ້ຮັບການຍົກເວັ້ນທາງສາສະໜາຕາມທີຫຼັງ ແລະອັນທີສອງ ບາງເທື່ອ ຜູ້ຄົນກໍສາມາດເວົ້າ​ໄດ້ວ່າ ‘ຂ້ອຍບໍ່ຮູ້ຈັກຂໍ້​ມູນຄວາມຈິງທັງຫຼາຍເຫລົ່າ​ນັ້ນ ທີ່ເຮັດໃຫ້ຂ້ອຍຄັດຄ້ານຕໍ່​ການ​ສັກ​ວັກ​ຊີນ.’”

ພົນລະເມືອງລອສແອນເຈີເລສ ທ່ານອານາໂຕລີ ຄັອປເທບວ໌ (Anatoly Koptev) ຜູ້ທີ່ໄດ້ຮັບການຍົກເວັ້ນ ຍ້ອນເຫດຜົນທາງສາສະໜາ ກ່າວວ່າ ລາວມອບຄວາມ ເຊື່ອຖືທັງໝົດຂອງລາວໃຫ້ກັບພະເຈົ້າ.

ທ່ານຄັອບເທບວ໌ ເວົ້າພາສາຣັດເຊຍວ່າ “ແມ່ນແລ້ວ ບາງທີຂ້ອຍໄດ້ຮັບຢາວັກຊີນ ຈໍາ​ນວນ​ນຶ່ງໃນເມື່ອກ່ອນ. ແຕ່ຕໍ່ຈາກນັ້ນ ຂ້ອຍໄດ້ກາຍມາເປັນຄົນທີ່ເຄັ່ງຄັດທາງສາສະໜາ ແລະຄວາມເຊື່ອຖືຂອງຂ້ອຍແມ່ນບໍ່ອະນຸຍາດໃຫ້ຂ້ອຍຮັບຢາວັກຊີນ. ອັນນີ້ອາດເກີດຂຶ້ນໄດ້ໃນມື້ວານນີ້ ແລະຂ້ອຍຈະຂໍການຍົກເວັ້ນໃນມື້ນີ້. ແລະຂ້ອຍບໍ່ຄຶດດອກວ່າ ຂ້ອຍຖືກ​ມອງ​ແບບບໍ່​ດີ ຍ້ອນຂ້ອຍເຂົ້າຫາສາສະໜາຊ້າ​ປານນີ້.”

ບັນດານັກຊ່ຽວຊານກ່າວວ່າທາງການຂອງລັດຄາລີຟໍເນຍ ສາມາດຫ້າມການຂໍຍົກເວັ້ນ ຍ້ອນເຫດ​ຜົນ​ທາງສາສະໜາ ໃນຍາມໃດກໍໄດ້. ແລະຖ້າ​ເປັນ​ແນວນັ້ນແລ້ວ ພວກນັບ ຖືສາສະໜາຈະຕ້ອງຮັບການສັກຢາວັກຊີນ ຫຼືບໍ່ ກໍຈະຕ້ອງໄປຂຶ້ນສານ.

Although more states are mandating the COVID-19 vaccine, a few groups are still exempt from getting them. Angelina Bagdasaryan has the story, narrated by Anna Rice.

On top of his usual to-do list, Oleg Gulin, pastor at the Russian Protestant Church in Los Angeles, California, has a lot of papers to fill out. Every now and then his parishioners ask him to sign a note exempting them from the COVID-19 vaccination because of religious reasons.

(Oleg Gulin, Russian Protestant Church Pastor) (IN RUSSIAN)

“At this point, I sign such exemption notes for all my parishioners who want one. // It’s free-form, and I just write that according to our beliefs, we don’t consider it the right thing to receive this vaccine.”

In California, it is possible to get a COVID-19 vaccination exemption because of religious beliefs.

(Dr. Monica Gandhi, Infectious Disease Expert) (Skype)

“There are two criteria that have to be met. One is that it is sincerely held belief, and that’s sort of a vague term. It really means that it is demonstrated in an individual that they, because of their religion, have not done a certain thing, like vaccines. And the second is actually that the leadership of the religion endorses this approach to be exempted.”

The faithful don’t want to get vaccinated because of how the vaccine was tested and its composition.

(Dorit Reiss, UC Hastings Law Professor) ((Skype)

“One of the religious claims against the COVID-19 vaccine is that it has some links to fetal cells from the abortions from the 1960s. The J&J vaccine uses fetal cells in production, but the mRNA vaccines do not. But when the concept was tested, they used those cells to test it. And some people are saying it’s because of this use.”

After California started introducing restrictions for unvaccinated residents, requests for religious exemptions grew. Thousands of firefighters and medical workers have brought such exemptions from churches to their workplaces. But not all of them were allowed to forego vaccination.

(Dorit Reiss, UC Hastings Law Professor) (Skype)

“Not only people can use this exemption to try and get out of the shot even if they are not really religiously opposed, but people do! And we know it because people are attending workshops on how to get a religious exemption.”

That’s why employers take their time to review exemptions on a case-to-case basis.

(Dorit Reiss, UC Hastings Law Professor) (Skype)

“If someone had gotten vaccines in the past, they may have a higher burden convincing that they are indeed sincere in saying it’s about religion. But it’s not an insurmountable barrier, because first, people can change their religious views — they can get religious later; and second, sometimes people can say, 'I didn’t know that facts that led me to oppose.'”

Los Angeles resident Anatoly Koptev, who got an exemption because of religious reasons, says he places all his faith on God.

(Anatoly Koptev, Los Angeles Resident) (IN RUSSIAN)

“Yes, maybe I had some vaccines in the past. But then I became religious, and my faith does not allow me to get vaccinated. This could have happened yesterday, and I’m getting an exemption today. And I don’t think I can be judged because I came to religion this late.”

Experts say that California authorities can ban religious exemptions at any moment. And in that case, the faithful will have to either get vaccinated or go to court.

XS
SM
MD
LG