ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໃນຂະນະທີ່ ຍີ່ປຸ່ນ ຈັດພິທີລະນຶກ​ເຖິງ ວັນຄົບຮອບການຖືກຖິ້ມລະເບີດນິວເຄລຍໃສ່, ແຕ່ໄພຄຸກຄາມຈາກ ຈີນ ໄດ້ທໍາລາຍຂໍ້ຫ້າມທາງທະຫານ


As Japan Marks Atomic Bomb Anniversaries, Threat from China Breaks Military Taboo
please wait

No media source currently available

0:00 0:03:27 0:00

ລາຍງານກ່ຽວກັບ ການຈັດພິທີລະນຶກຄົບຮອບການຖືກລະເບີດຂອງຍີ່ປຸ່ນ, ໃນຂະນະທີ່ໄພຄຸກຄາມຈາກ ຈີນ ໄດ້ທໍາລາຍຂໍ້ຫ້າມທາງທະຫານ.

ຍີ່ປຸ່ນລະ​ນຶກ​ເຖິງວັນຄົບຮອບ​ໃນ​ການ​ຖິ້ມລະເບີດນິວເຄລຍໃສ່ເມືອງຮິໂຣຊິມາ ແລະເມືອງນາກາຊາກິ ເຊິ່ງໄດ້ສັງຫານປະຊາຊົນໄປຫຼາຍກວ່າ 2 ແສນຄົນ​, ແລະສົ່ງຜົນເຮັດໃຫ້ສົງຄາມໂລກຄັ້ງທີສອງສິ້ນສຸດລົງ. ແຕ່ເຖິງແມ່ນນາຍົກລັດຖະມົນຕີຂອງຍີ່ປຸ່ນ ຈະໃຫ້ຄໍາໝັ້ນສັນ​ຍາໃນການປະຕິບັດງານເພື່ອສັນຕິພາບຂອງໂລກ, ລັດຖະບານແມ່ນກໍາລັງວາງແຜນໃນການເພີ້ມງົບປະມານ​ດ້ານປ້ອງກັນປະເທດຄັ້ງໃຫຍ່, ​ເຊິ່ງ​ເປັນ​ເລື້ອງ​ທີ່​ຕ້ອງຫ້າມ​ມາ​ເປັນ​ເວ​ລາ​ດົນ​ນານລຸນຫຼັງການຜ່າຍແພ້ສົງຄາມຂອງຍີ່ປຸ່ນ ໃນປີ 1945. ​ດັ່ງ​ທີ່ ເຮັນຣີ ຣິ​ຈ​ແວ​ລ ມີລາຍງານ ຈາກນະຄອນຫຼວງໂຕກຽວ, ເຊິ່ງການປ່ຽນແປງຄັ້ງຍິ່ງໃຫຍ່ນີ້ ມີຂຶ້ນຍ້ອນຄວາມຢ້ານກົວຈາກໄພຄຸກຄາມຂອງຈີນ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂຮງຮຽນເດັກນ້ອຍຢູ່ໃນທ້ອງຖິ່ນ ຮ່ວມກັບບັນດາຜູ້ລອດຊີວິດຈາກເຫດການຖິ້ມລະເບີດໃສ່ເມືອງຮິໂຣຊິມາ ໄດ້ຈັດພິ​ທີ​ລະ​ນຶກ​ເຖິງວັນຄົບຮອບ 77 ປີຂອງການລະເບີດ ທີ່ໄດ້ທໍາລາຍເມືອງຂອງພວກເຂົາເຈົ້າ ແລະສັງຫານຜູ້ຄົນຢູ່ໃນຂົງເຂດແຫ່ງນັ້ນປະມານ 140 ພັນຄົນ ໃນວັນເສົາແລ້ວນີ້.

ນອກນັ້ນ ຍັງ​ມີສະມາຊິກຂອງລັດຖະບານຍີ່ປຸ່ນ ແລະເລຂາທິການໃຫຍ່ ອົງການສະຫະປະຊາຊາດເຂົ້າ​ຮ່ວມ​ນຳ.

ທ່ານແອນໂຕນີໂອ ກູເຕເຣສ, ເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດກ່າວເປັນພາສາອັງກິດວ່າ:

“ມີອາວຸດນິວເຄລຍເກືອບ 13,000 ລູກເກັບໄວ້ຢູ່ໃນຄັງແສງທົ່ວໂລກ. ແລະດ້ວຍວິກິດການ ທີ່​ອາດ​ພາ​ໃຫ້​ເກີດກ​ານ​ນຳ​ໃຊ້ນິວເຄລຍຮ້າຍແຮງ ກໍາລັງແຜ່ຂະຫຍາຍຈາກຂົງເຂດຕາເວັນອອກກາງ ໄປຫາແຫຼມເກົາຫຼີ, ໄປຫາການຮຸກຮານຢູ່ໃນ ຢູເຄຣນ ຂອງ ຣັດເຊຍ. ເປັນທີ່ຍອມຮັບບໍ່ໄດ້ສໍາລັບລັດຖະບານຕ່າງໆ​ທີ່​ຄອບຄອງອາວຸດນິວເຄລຍ ສາ​ລະ​ພາບ​ເຖິງຄວາມເປັນໄປໄ​ດ້​ໃນ​ການເຮັດສົງຄາມນິວເຄລຍ.”

ເມືອງຮິໂຣຊິມາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ກຸ່ມ G-7 ໃນປີໜ້ານີ້.

ທ່ານຟູມິໂອະ ກິຊິດະ, ນາຍົກລັດຖະມົນຕີຂອງຍີ່ປຸ່ນກ່າວເປັນພາສາຍີ່ປຸ່ນວ່າ:

“ດ້ວຍການຮ່ວມກັນຂອງບັນດາຜູ້ນໍາກຸ່ມ G-7, ຢູ່ຕໍ່ໜ້າອະນຸສາວະລີແຫ່ງສັນຕິພາບ, ພວກເຮົາຈະຢືນຢັນເຖິງຄວາມມຸ້ງໝັ້ນຂອງພວກເຮົາ ເພື່ອລວມກັນປົກປ້ອງສັນຕິພາບ.”

ລັດຖະທໍາມະນູນຂອງຍີ່ປຸ່ນ ຖືກຂຽນຂຶ້ນມາລຸນຫຼັງການຜ່າຍແພ້ສົງຄາມໃນປີ 1945 ກ່າວໄວ້ວ່າ ‘ປະຊາຊົນຊາວຍີ່ປຸ່ນຂໍ​ປະ​ຕິ​ເສດ​ຕໍ່​ການ​ເຮັດສົງຄາມຕະຫຼອດໄປໃນ​ຖາ​ນະສິດ​ທິອະທິປະໄຕຂອງຊາດ’. ແຕ່ໄພຄຸກຄາມແຫ່ງສົງຄາມແມ່ນຍັບໃກ້ເຂົ້າມາຢູ່ບໍລິເວນຂອບເຂດຊາຍຝັ່ງຂອງປະເທດ.

ການຊ້ອມລົບຂະໜາດໃຫຍ່ທາງທະຫານຂອງຈີນ ຢູ່ບໍລິເວນອ້ອມຮອບເກາະໄຕ້ຫວັນໃນບໍ່ເທົ່າໃດມື້ທີ່ຜ່ານມານີ້ ເຊິ່ງເປີດເຜີຍໃຫ້ເຫັນຢູ່ໃນຊ່ອງໂທລະພາບຂອງລັດຖະບານ, ໄດ້ເພີ້ມຄວາມຢ້ານກົວຂຶ້ນວ່າ ລັດຖະບານປັກກິ່ງກໍາລັງວາງແຜນທີ່ຈະຮຸກຮານເກາະດັ່ງກ່າວ ເຊິ່ງພວກເຂົາເຈົ້າອ້າງວ່າ ເປັນສ່ວນນຶ່ງຂອງດິນແດນຈີນ. ຍີ່ປຸ່ນກ່າວວ່າ ລູກສອນໄຟຂອງຈີນຈໍານວນນຶ່ງໄດ້ຕົກລົງມາໃສ່ທະເລທີ່ເປັນສ່ວນນຶ່ງຂອງຂົງເຂດເສດຖະກິດພິ​ເສດຂອງພວກເຂົາເຈົ້າ.

ຢູ່ເມືອງຮິໂຣຊິມາ, ລຸນຫຼັງການຈັດພິທີລະ​ນຶກ​ເຖິງ​ການຖິ້ມລະເບີດໃສ່, ນາຍົກລັດຖະມົນຕີຂອງຍີ່ປຸ່ນກ່າວວ່າ ລັດຖະບານຈໍາເປັນຕ້ອງຮັບມືກັບວິກິດການຢູ່ໃນໄຕ້ຫວັນ ແລະ ຢູເຄຣນ.

ທ່ານຟູມິໂອະ ກິຊິດະ, ນາຍົກລັກຖະມົນຕີຂອງຍີ່ປຸ່ນ ກ່າວເປັນພາສາຍີ່ປຸ່ນວ່າ:

“ພວກເຮົາຈະເສີມຂະ​ຫຍາຍຄວາມສາມາດໃນການປ້ອງກັນ​ປະ​ເທດຂອງພວກເຮົາຢ່າງເຂັ້ມແຂງ.

ນັກວິເຄາະ ເທັດຊູໂອະ ໂກຕານິ (Tetsuo Kotani) ກ່າວວ່າ ນະໂຍບາຍດັ່ງກ່າວ ໄດ້ຮັບການສະໜັບສະໜຸນຈາກປະຊາຊົນຢ່າງຫຼວງຫຼາຍ.

ທ່ານເທັດຊູໂອະ ໂກຕານິ, ສາດສະດາຈານກ່ຽວກັບການສຶກສາຢູ່ໃນທົ່ວໂລກ ແຫ່ງມະຫາວິທະຍາໄລມີກາ​ອິ (Meikai) ກ່າວເປັນພາສາອັງກິດວ່າ:

“ເນື່ອງຈາກ ຣັດເຊຍ ຮຸກຮານ ຢູເຄຣນ, ການຮັບຮູ້ຂອງປະຊາຊົນຊາວຍີ່ປຸ່ນທົ່ວໄປກ່ຽວກັບຄວາມໝັ້ນຄົງແຫ່ງຊາດ ແມ່ນມີການປ່ຽນແປງທີ່ຍິ່ງໃຫຍ່. ປະຊາຊົນຊາວຍີ່ປຸ່ນມີຄວາມກັງວົນກ່ຽວກັບການຮຸກຮານຂອງຈີນ. ແລະຈາກການສໍາຫຼວດຄວາມຄິດເຫັນທົ່ວໄປຂອງປະຊາຊົນພົບວ່າ ປະຊາຊົນຈໍານວນຫຼາຍ ແລະຫຼາຍຂຶ້ນກວ່າເກົ່າແມ່ນສະໜັບສະໜຸນການປ່ຽນແປງຂອງລັດຖະທໍາມະນູນ, ພ້ອມທັງງົບປະມານສໍາລັບການປ້ອງກັນປະເທດກໍເພີ້ມຂຶ້ນ, ແລະແມ່ນແຕ່ ການແນະນໍາກ່ຽວກັບຄວາມສາມາດໃນການບຸກ​ໂຈມ​ຕີຂອງຍີ່ປຸ່ນ.”

ທ່ານ ໂກຕານິ ກ່າວວ່າ ຍິ່ປຸ່ນ ອາດຖືກ​ແກ່ດຶງເຂົ້າຮ່ວມຄວາມຂັດແຍ້ງຕ່າງໆກ່ຽວກັບໄຕ້ຫວັນ.

ທ່ານເທັດຊູໂອະ ໂກຕານິ, ສາດສະດາຈານກ່ຽວກັບການສຶກສາຢູ່ໃນທົ່ວໂລກ ແຫ່ງມະຫາວິທະຍາໄລມີກາ​ອິ ກ່າວເປັນພາສາອັງກິດວ່າ:

“ຍ້ອນຄວາມໃກ້​ຄຽງທາງພູມສາດ, ແລະກໍຍ້ອນວ່າຍີ່ປຸ່ນ​ໃຫ້​ບ່ອນ​ພັກ​ເຊົາ​ແກ່ກອງທັບສະຫະລັດຢູ່ໃນດິນແດນຂອງພວກຕົນ.”

ການຖິ້ມລະເບີດໃສ່ເມືອງຮິໂຣຊິມາ ແລະເມືອງນາກາຊາກິ ໄດ້ປ່ຽນທັດສະນະຄະຕິຂອງປະຊາຊົນຊາວຍີ່ປຸ່ນທີ່ມີຕໍ່ສົງຄາມ ແລະອໍານາດທາງທະຫານ.

ແຕ່ 77 ປີຕໍ່ມາ, ປະເທດດັ່ງກ່າວກໍາລັງປະເຊີນກັບຄວາມຈິງອັນໃໝ່: ປະເທດ ​ຈີນ ທີ່​ມີ​ຄວາມ​ເຂັ້ມ​ແຂງ ທາງ​ທະ​ຫານ, ​ມີ​ທ່າ​ທີ​ແບບ​ຮຸກ​ຮານນັ້ນ ແມ່ນ​ເຕັມ​ໃຈ ແລະ​ກໍ​ສາ​ມາດ​ທີ່​ຈະ​ຂະ​ຫຍາຍ​ອຳ​ນາດ​ຂອງ​ຕົນຢູ່ໃກ້ໆ​ກັບປະເທດຍີ່ປຸ່ນ.

Japan is marking the anniversaries of the nuclear bombings of Hiroshima and Nagasaki that killed more than 200-thousand people and brought an end to World War II. But even as Japan’s prime minister pledged to work toward world peace, the government is planning a big increase in defense spending, long a taboo subject following Japan’s defeat in 1945. As Henry Ridgwell reports from Tokyo, the dramatic change is driven by fears of the threat from China.

Local schoolchildren — alongside survivors of the Hiroshima atomic bombing — marked the 77th anniversary Saturday of the explosion that destroyed their city and killed an estimated 140-thousand people.

They were joined by members of the Japanese government and the United Nations Secretary-General.

Antonio Guterres, United Nations Secretary-General, male in English

“Almost 13,000 nuclear weapons are held in arsenals around the world. And crises with grave nuclear undertones are spreading fast — from the Middle East to the Korean peninsula, to Russia’s invasion of Ukraine. It is totally unacceptable for states in possession of nuclear weapons to admit the possibility of nuclear war.”

Hiroshima is set to host the G-7 summit next year.

Fumio Kishida, Japanese Prime Minister, male in Japanese

“Together with the G-7 leaders, in front of the monument of peace, we will confirm our commitment to unite to protect peace.”

Japan’s constitution — written in the aftermath of its defeat in 1945 — says ‘the Japanese people forever renounce war as a sovereign right of the nation’. But the threat of war is edging closer to its shores.

China’s large-scale live-fire military exercises surrounding Taiwan in recent days — shown here on state television — have raised fears that Beijing is planning an invasion of the island, which it claims as part of its territory. Japan says several Chinese missiles landed in seas that are part of its exclusive economic zone.

In Hiroshima — following the atomic bomb ceremony — Japan’s prime minister said the government had to respond to the crises in Taiwan and Ukraine.

Fumio Kishida, Japanese Prime Minister, in Japanese

“We will drastically strengthen our defense capability.”

That policy has growing public support, says analyst Tetsuo Kotani.

Tetsuo Kotani, Professor of Global Studies at Meikai University, male in English

“Because of the Russian invasion of Ukraine, the Japanese general public’s perception on national security changed dramatically. The Japanese people are very much worried about China’s aggression. And looking at public opinion polls, more and more people are now supporting for the change of constitution and also the increase of defense spending — and even the introduction of Japan’s offensive strike capabilities.”

Japan could be drawn into any conflict over Taiwan, says Kotani.

Tetsuo Kotani, Professor of Global Studies at Meikai University, male in English

“Because of the geographical proximity, and also because Japan hosts the U.S. military upon its soil.”

The bombings of Hiroshima and Nagasaki transformed Japan’s attitude to war and military power.

But seventy-seven years on, the country is having to confront a new reality: a powerful, aggressive China willing and able to project its military force on Japan’s doorstep.

XS
SM
MD
LG