ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໃນຂະນະທີ່ ອີຣ່ານ ໃກ້ຈະສາມາດຜະລິດທາດຢູເຣນຽມ ເຖິງຂັ້ນນຳໃຊ້ເຮັດລະເບີດນິວເຄລຍໄດ້ ສະຫະລັດ ກໍມີຄວາມເປັນຫ່ວງ ກັບສະຖານະການຕ່າງໆ


ເຄື່ອງກັ່ນທາດຢູເຣນຽມ ແມ່ນເຫັນໄດ້ໃນສະຖານທີ່ກັ່ນທາດຢູເຣນຽມ ນາຕານສ໌ (Natanz) ຢູ່ພາກກາງຂອງອີຣ່ານ, ພາບຖ່າຍເມື່ອວັນທີ 5 ພະຈິກ 2019. (Atomic Energy Organization of Iran via AP)
ເຄື່ອງກັ່ນທາດຢູເຣນຽມ ແມ່ນເຫັນໄດ້ໃນສະຖານທີ່ກັ່ນທາດຢູເຣນຽມ ນາຕານສ໌ (Natanz) ຢູ່ພາກກາງຂອງອີຣ່ານ, ພາບຖ່າຍເມື່ອວັນທີ 5 ພະຈິກ 2019. (Atomic Energy Organization of Iran via AP)

ໃນຂະນະທີ່ສະຫະລັດ ເຕືອນວ່າ ອີຣ່ານແມ່ນມີພຽງບໍ່ເທົ່າໃດອາທິດ ທີ່ຈະມີຄວາມອາດສາມາດ ​ໃນ​ການ​ສ້າງອາວຸດນິວເຄລຍໄດ້ ແຕ່ກໍມີບັນດານັກຊ່ຽວ ຊານໃນວໍຊິງຕັນຕ່າງບໍ່ເຫັນພ້ອມກ່ຽວກັບຄວາມເປັນໄປໄດ້ ໃນການເລັ່ງສ້າງອາວຸດເຊັ່ນນັ້ນຂອງອີຣ່ານ ແລະສະຫະລັດພ້ອມດ້ວຍພັນທະມິດຂອງຕົນຄວນຈະຮັບມືກັບຄວາມສ່ຽງອັນນັ້ນ ແນວໃດ.

ທ່ານແອນໂທນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວໃນກອງປະຊຸມທາງອອນໄລນ໌ ເມື່ອວັນຈັນຜ່ານມາວ່າ “ອີຣ່ານມາຮອດຈຸດບ່ອນທີ່ເປັນຊ່ວງເວລາທີ່ຈະແຍກໂຕອອກມາ ອັນເປັນເວລາທີ່ສາມາດນຳເອົາວັດຖຸທາດອາທອມມາຜະລິດລະເບີດໄດ້ ໃນເວລາບໍ່ເທົ່າໃດອາທິດນີ້.”

ສະຫະລັດ ແລະອີຣ່ານ ໄດ້ທຳການເຈລະຈາໂດຍທາງອ້ອມ ນັບຕັ້ງແຕ່ເດືອນເມສາ ເພື່ອເບິ່ງວ່າ ພວກເຂົາເຈົ້າຈະສາມາດຕົກລົງກັນໄດ້ຫຼືບໍ່ ສຳລັບການກັບຄືນໄປປະຕິບັດຕາມຂໍ້ຕົກລົງປີ 2015 ຊຶ່ງໃນນັ້ນ ເຕຫະຣ່ານ ໄດ້ສັນຍາວ່າ ຈະຫລຸດຜ່ອນກິດຈະກຳຕ່າງໆດ້ານນິວເຄລຍທີ່ອາດນຳໄປໃຊ້ເພື່ອຜະລິດເປັນອາວຸດ ໃນການແລກປ່ຽນກັບການບັນເທົາມາດຕະການລົງໂທດຈາກສະຫະລັດ ແລະປະເທດມະຫາອຳນາດອື່ນໆຂອງໂລກ.

ທ່ານບລິງເກັນ ໄດ້ກ່າວວ່າ “ຂ້າພະເຈົ້າຄຶດວ່າ ຈະເປັນການຕັດສິນໃຈໃນສອງສາມອາທິດຂ້າງໜ້ານີ້ ເພາະວ່າ ອີກຄັ້ງນຶ່ງ ເມື່ອຄຳນຶ່ງເຖິງສິ່ງທີ່ອີຣ່ານແມ່ນກຳລັງເຮັດຢູ່ນີ້ ພວກເຮົາບໍ່ສາມາດອະນຸຍາດອັນນີ້ດຳເນີນຕໍ່ໄປ.”

ອີຣ່ານກ່າວວ່າ ກິດຈະກຳດ້ານນິວເຄລຍຂອງຕົນ ແມ່ນເພື່ອນຳໃຊ້ໃນດ້ານຂອງພົນລະເຮືອນ ແລະປະຕິເສດຕໍ່ການສະແຫວງຫາອາວຸດນິວເຄລຍໃດໆ.

ສະຫະລັດ ໄດ້ຖອນໂຕອອກຈາກຂໍ້ຕົກລົງປີ 2015 ທີ່ຮູ້​ກັນ​ໃນ​ຊື່ ແຜນການປະຕິບັດ​ງານຮ່ວມຮ້ອບດ້ານ ຫຼື JCPOA ຊຶ່ງໃນປີ 2018 ເມື່ອເວລານັ້ນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ມັນບໍ່ໜັກແໜ້ນພຽງພໍຕໍ່ເຕຫະຣ່ານ ແລະສະຫະລັດໄດ້ວາງມາດຕະການລົງໂທດຄືນໃໝ່ໂດຍຝ່າຍດຽວ. ອີຣ່ານໄດ້ຕອບໂຕ້ຄືນ ໃນປີຕໍ່ມາໂດຍການເລີ້ມຕົ້ນຂະບວນວຽກງານໃນດ້ານນິວເຄລຍຂອງຕົນເພີ້ມຂຶ້ນ ກາຍຂີດຈຳກັດຂອງ JCPOA.

ສະຫະລັດ ແລະອີຣ່ານ ໄດ້ຕັດສິນໃຈເລີ້ມຕົນການເຈລະຈາທາງອ້ອມໃນນະ ຄອນວຽນນາເມື່ອປີກາຍນີ້ ໂດຍຜ່ານການໄກ່ເກ່ຍຂອງບັນດາປະເທດມະຫາອຳນາດຂອງໂລກ ຫຼັງຈາກທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ເຂົ້າດຳລົງຕຳແໜ່ງແທນທ່ານທຣຳ ແລະທ່ານໄດ້ປະຕິຍານວ່າ ຈະເຂົ້າຮ່ວມໃນຂໍ້ຕົກລົງ JCPOA ຄືນອີກ ຖ້າອີຣ່ານ ຈະກັບຄືນໄປຮ່ວມ​ ການຈຳກັດໃນກິດຈະກຳດ້ານນິວເຄລຍຂອງຕົນ ພາຍໃຕ້ຂໍ້ຕົກລົງນີ້.

ຂໍ້ຕົກລົງນີ້ ແມ່ນມີເຈດຕະນາເພື່ອປ້ອງກັນອີຣ່ານຈາກການຜະລິດທາດຢູເຣນຽມຄຸນນະພາບສູງ ເພື່ອນຳໄປເຮັດລະເບີດນິວເຄລຍລູກນຶ່ງ. ອົງການພະລັງງານປະລະມານູສາກົນ ກ່າວວ່າ 25 ກິໂລກຣາມ ຂອງທາດຢູເຣນຽມ-235 ໄອໂຊໂທບ ຊຶ່ງຖືກສະສົມເມື່ອທາດຢູເຣນຽມປະມານ 28 ກິໂລກຣາມ ໄດ້ຖືກກັ່ນເຖິງ 90 ເປີເຊັນຂອງຄວາມບໍລິສຸດ ແມ່ນເປັນຈຳນວນທີ່ສາມາດແຍກໂຕອອກມາໄດ້ ຊຶ່ງໃນເວລານັ້ນ ກໍຈະ “ບໍ່ສາມາດຍົກເວັ້ນ ການເປັນໄປໄດ້ຂອງການຜະລິດ ລະເບີດນິວເຄລຍ.”

ອ່ານຍຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG