ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ຂະ​ນະ​ທີ່​ແຮງ​ດຶງ​ດູດ ກ່ຽວ​ກັບ ບັນ​ຫາ​ຄົນ​ເຂົ້າ​ເມືອງ ​ປ່ຽນ​ໄປ​ຫາ​ຝ່າຍ​ຂວາ, ສອງ​ພັກ​ການ​ເມືອງ​ຊອກ​ຫາ​ຂໍ້​ຕົກ​ລົງ


ປະ​ຊາ​ຊົນ​ລຽນ​ແຖວ​ເພື່ອ​ຮັບ​ອາ​ຫານ​ຈາກ​ອາ​ສາ​ສະ​ໝັກ​ຂອງ​ອົງ​ການ Border Kindness ຫຼັງ​ຈາກ​ໄດ້​ຂ້າມ​ເຂດ​ຊາຍ​ແດນ​ຕິດ​ກັບ ເມັກ​ຊິ​ໂກ ເຂົ້າ​ມາ, ເມືອງ ຈາ​ຄຳ​ບາ, ລັດ​ຄາ​ລິ​ຟໍ​ເນຍ, 4 ຕຸ​ລາ 2023.
ປະ​ຊາ​ຊົນ​ລຽນ​ແຖວ​ເພື່ອ​ຮັບ​ອາ​ຫານ​ຈາກ​ອາ​ສາ​ສະ​ໝັກ​ຂອງ​ອົງ​ການ Border Kindness ຫຼັງ​ຈາກ​ໄດ້​ຂ້າມ​ເຂດ​ຊາຍ​ແດນ​ຕິດ​ກັບ ເມັກ​ຊິ​ໂກ ເຂົ້າ​ມາ, ເມືອງ ຈາ​ຄຳ​ບາ, ລັດ​ຄາ​ລິ​ຟໍ​ເນຍ, 4 ຕຸ​ລາ 2023.

ສູນ​ກາງ​ຂອງ​ແຮງ​ດຶງ​ດູດ ກ່ຽວ​ກັບ ຄົນ​ເຂົ້າ​ເມືອງ​ຂອງ ວໍ​ຊິງ​ຕັນ ໄດ້​ປ່ຽນ​ແປງ​ໄປ​ສູ່​ຝ່າຍ​ຂວາ​ຢ່າງ​ພິ​ສູດ​ໄດ້ ອີງ​ຕາ​ມ​ລາຍ​ງານ​ຂອງ​ອົງ​ການ​ເອ​ພີ.

ການ​ໂຕ້​ວາ​ທີ ກ່ຽວ​ກັບ ຄົນ​ເຂົ້າ​ເມືອງ​ໃນຕອນນີ້​ ໄດ້​ເພັ່ງ​ເລັງ​ໃສ່​ຫຼາຍ​ມາດ​ຕະ​ການ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ກີດ​ກັນ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານບໍ່​ໃຫ້​ເຂົ້າ​ມາ ໃນ​ຂະ​ນະ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ ຮູ້​ສຶກວ່າ​ ເຂົາ​ເຈົ້າ​ມີ​ຄວາມ​ໄດ້​ປຽບ​ທາງ​ການ​ເມືອງ.

ກຸ່ມ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ສອງ​ພັກ​ການ​ເມືອງ ທີ່​ກຳ​ລັງ​ພະ​ຍາ​ຍາມ​ເຮັດ​ຂໍ້​ຕົກ​ລົງ​ເຂດ​ຊາຍ​ແດ​ນ​ລະ​ຫວ່າງ ສະ​ຫະ​ລັດ ແລະ ເມັກ​ຊິ​ໂກ ນັ້ນ​ແມ່ນ​ກຳ​ລັງ​ຈະ​ໝົດ​ເວ​ລາ​ເພື່ອ​ເຮັດ​ຂໍ້​ຕົກ​ລົງ​ກັນ. ຜົນ​ຕາມ​ມາ​ຂອງ​ຄວາມ​ລົ້ມ​ແຫຼວ​ ຈະ​ຂະ​ຫຍາຍ​ອອກ​ໄປ​ໄກ​ກວ່າ​ເຂດ​ຊາຍ​ແດນ​ພາກ​ໃຕ້. ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ລັດ​ຖະ​ສະ​ພາ​ໄດ້​ຢືນ​ຢັດ ​ຕໍ່​ມາດ​ຕະ​ການ​ເຂດ​ຊາຍ​ແດນ​ທີ່​ເຂັ້ມ​ງວດນັ້ນ ເປັນ​ການ​ຕອບ​ແທນຂອງ​ເຂົາ​ເຈົ້າ ​ສຳ​ລັບ​ການອະ​ນຸ​ມັດ​ເງິນຫຼາຍ​ລ້ານ​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ຕໍ່​ ຢູ​ເຄ​ຣນ.

ການ​ຢຸດ​ບໍ່​ໄປ​ບໍ່​ມາ​ດັ່ງ​ກ່າວ​ ໄດ້​ເຮັດ​ໃຫ້​ການ​ຊ່ວຍ​ເຫຼື​ອ​ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ ຕໍ່ ກີ​ຢິບ ມີ​ຄວາມ​ສ່ຽງ​ໃນ​ຂະ​ນະ​ທີ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ຫຍັບ​ໃກ້​ເຂົ້າ​ປີ​ທີ​ສອງ.

Washington’s center of gravity on immigration has shifted demonstrably to the right. The immigration debate is now focused on measures meant to keep migrants out as Republicans sense they have the political upper hand. A bipartisan group of senators tasked with finding a U.S.-Mexico border deal this week is running out of time to reach an agreement. The consequences of failure stretch far beyond the southern border. Congressional Republicans are insisting on tougher border measures as their price for greenlighting billions of dollars in additional aid to Ukraine. The stalemate puts the future of U.S. military assistance to Kyiv at risk as Russia’s invasion of Ukraine nears the two-year mark.

XS
SM
MD
LG