ທ່ານເບີນີ ແຊນເດີສ໌, ສະມາຊິກສະພາສູງຈາກລັດເວີມັນ, ເປັນຄົນສຸດທ້າຍທີ່ລົງສູ່ສະ
ໜາມສະໝັກແຂ່ງຂັນເປັນປະທານາທິບໍດີຂອງພັກເດໂມແຄຣັດ ທີ່ນັບມື້ ນັບຄັບໜາ
ແໜ້ນ ສຳລັບການເລືອກຕັ້ງໃນປີ 2020 ທີ່ຈະມາເຖິງນີ້. ທ່ານແຊນເດີສ໌ ແລະສະມາ
ຊິກພັກເດໂມແຄຣັດອີກຫຼາຍຄົນທີ່ຢູ່ໃນການແຂ່ງຂັນດັ່ງກ່າວ ກຳລັງພາກັນຫາສຽງ
ສະໜັບສະໜຸນແນວຄິດທີ່ກ້າວໜ້າ ກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນວ່າ ເສດຖະກິດ,
ສິ່ງແວດລ້ອມ, ແລະປະກັນໄພສຸຂະພາບ. ໃນທາງຕອບກັບ, ປະທານາທິບໍດີດໍໂນລ
ທຣຳ ແລະສະມາຊິກພັກຣີພັບບລິກັນຫຼາຍຄົນ ໄດ້ກ່າວຫາພັກເດໂມແຄຣັດວ່າ ພາ
ກັນກ້າວລົງໄປສູ່ເສັ້ນທາງຂອງລັດທິສັງຄົມນິຍົມ, ສ້າງຕັ້ງເວທີສຳລັບສິ່ງທີ່ອາດເປັນ
ການໂຕວາທີໃນດ້ານອຸດົມການອັນໃຫຍ່ໆ ໃນປີໜ້ານີ້. ນັກຂ່າວແຫ່ງຊາດຂອງ ວີໂອ
ເອ ຈິມ ມາໂລນ ມີລາຍງານເພີ້ມເຕີມຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນ
ດັບຕໍ່ໄປ.
ຈາກທ່ານນາງຄາມາຣາ ແຮຣຣິສ ໄປເຖິງທ່ານຄໍ່ຣີ ບຸກເກີ, ເຖິງທ່ານນາງເອລີຊາ
ເບດ ວາຣັນ, ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຈາກ ພັກເດໂມແຄຣັດ
ກຳລັງພາກັນເຮັດໃຫ້ບັນດາຜູ້ປ່ອນບັດຕື່ນເຕັ້ນຢູ່ໃນເສັ້ນທາງການໂຄສະນາຫາສຽງ.
ທ່ານນາງເອລິຊາເບດ ວາຣຣັນ ສະມາຊິກສະພາສູງສັງກັດພັກເດໂມແຄຣັດກ່າວວ່າ
“ພວກເອົາສາມາດເອົາຊະນະການຕໍ່ສູ້ຄັງນີ້ໄດ້, ຈົ່ງພາກັນມີຄວາມໄຝ່ຝັນທີ່ຍິ່ງ
ໃຫຍ່,ຕໍ່ສູ້ຢ່າງໜັກ ແລະເອົາໄຊຊະນະໃຫ້ໄດ້.”
ທ່ານເບີນີ ແຊນເດີສ໌, ສະມາຊິກສະພາສູງຈາກລັດເວີມັນ ທີ່ສົມຍານາມຕົນເອງວ່າ
ເປັນເດໂມແຄຣັດແບບສັງຄົມນິຍົມ ເປັນຄົນຫລ້າສຸດທີ່ເຂົ້າຮ່ວມສະໜາມການແຂ່ງ
ຂັນຂອງພັກເດໂມແຄຣັດ.
ທ່ານແຊນເດີສ໌ ທີ່ເປັນສະໝັກເລືອກຕັ້ງທີ່ບໍ່ຂຶ້ນກັບພັກໃດກ່າວວ່າ “ການໂຄສະນາ
ຫາສຽງຂອງພວກເຮົາ ແມ່ນກ່ຽວກັບສ້າງຕັ້ງລັດຖະບານ ແລະເສດຖະກິດ ທີ່ມີຜົນ
ດີແກ່ຫຼາຍຄົນ, ບໍ່ແມ່ນໃຫ້ແຕ່ຄົນຈຳນວນໜ້ອຍ.”
ພະລັງງານແຫ່ງຄວາມກ້າວໜ້າ ຍັງສາມາດເຫັນໄດ້ຢູ່ໃນບັນດາສະມາຊິກລັດຖະສະ
ພາທີ່ສັງກັດພັກເດໂມແຄຣັດຄົນໃໝ່ ເຊັ່ນວ່າ ທ່ານນາງອາເລັກຊານເດຣຍ ໂອກາຊິ
ໂອ-ກໍຣເຕສ, ສະມາຊິກສະພາຕ່ຳ ທີ່ຊຸກຍູ້ໃຫ້ມີແຜນໃໝ່ເພື່ອ ການກວດລ້າງເລື້ອງ
ສິ່ງແວດລ້ອມ.
ທ່ານນາງໂອກາຊິໂອ-ກໍຣເຕສ ກ່າວວ່າ “ແລະຂ້າພະເຈົ້າຕື່ນເຕັ້ນແທ້ໆ ທີ່ພວກ
ເຮົາພາກັນເຮັດໃຫ້ປະເທດນີ້ຂ້າມຜ່ານໄປສູ່ອະນາຄົດ ແລະພວກເຮົາຈະບໍ່ຖືກດຶງ
ກັບຄືນໄປທາງຫຼັງ ໂດຍອະດີດຂອງພວກເຮົາ.”
ແຕ່ວ່າການເນັ້ນໜັກໃສ່ແຜນການກ້າວອອກໄປໄກໆຈາກປັດຈະບັນ ໃນດ້ານສິ່ງແວດ
ລ້ອມ, ເກັບພາສີແກ່ຜູ້ຮັ່ງມີ ແລະການຂະຫຍາຍບັນດາໂຄງການປະກັນໄພສຸຂະພາບ
ຂອງລັດຖະບານ ຂອງບັນດາຜູ້ສະໝັກຈາກພັກເດໂມແຄຣັດ ກຳລັງດຶງດູດການໂຈມ
ຕີຈາກສະມາຊິກພັກຣີພັບບລິກັນ ແລະຈາກປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນການ
ໂຄສະນາຫາສຽງ.
ປະທານາທິບໍດີທຣຳ ກ່າວວ່າ “ບໍ່ພຽງເທົ່ານັ້ນ ຍັງມີຄົນທີ່ພະຍາຍາມທີ່ຈະນຳເອົາ
ທິສັງຄົມນິຍົມມາຈັດຕັ້ງປະຕິບັດແມ່ນແຕ່ຢູ່ໜີ້, ໃນສະຫະລັດນີ້. ເພາະສະນັ້ນ
ຂ້າພະເຈົ້າອີກຂໍບອກທ່ານ ອີກເທື່ອນຶ່ງວ່າ ແລະຂ້າພະເຈົ້າກ່າວກໍຈະເວົ້າໃຫ້ຄົນ
ທັງໂລກໄດ້ຍິນວ່າ ອາເມຣິກາຈະບໍ່ເປັນປະເທດສັງຄົມນິຍົມຈັກເທື່ອ, ຈະບໍ່ເປັນ,
ບໍ່ເປັນຈັກເທື່ອເລີຍ.”
ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳ ກ່າວວ່າ ການໂຕ້ວາທີທີ່ມີລັກສະນະ
ຄຶກຄື້ນຢູ່ນີ້ ແມ່ນເປັນພາກສ່ວນທັງໝົດຂອງການເປັນພັກນຶ່ງທີ່ກວ້າງໃຫຍ່.
ທ່ານນາງ ເປໂລຊີ ກ່າວວ່າ “ພັກເດໂມແຄຣັດຍິນດີຕ້ອນຮັບທຸກທ່ານ. ພວກເຮົາຈະ
ບໍ່ຈ້ຳກາໝາຍໃສ່ແກ່ຜູ້ໃດ ທັງສິ້ນ. ພວກເຮົາບໍ່ແມ່ນຫີນກ້ອນໃຫຍ່ອັນດຽວທີ່ຕັ້ງໄວ້.
ພວກເຮົາບໍ່ເຄີຍເປັນແນວນັ້ນ ແລະມີໃຜແດ່ທີ່ຢາກຈະນຳພາພັກ ທີ່ຖືກຄົນເວົ້າກັນ
ວ່າເປັນແບບນີ້.”
ພວກສັງກັດພັກເດໂມແຄຣັດ ມີຊື່ສຽງມາແຕ່ດົນນານວ່າ ມີການແບ່ງແຍກດ້ານແນວ
ຄິດແລະມີການຕໍ່ສູ້ກັນຢູ່ພາຍໃນພັກ, ອີງຕາມນັກວິເຄາະເຫດການ, ທ່ານແລຣຣີ
ຊາບາໂຕຈາກມະຫາວິທະຍາໄລ ເວີຈີເນຍ.
ທ່ານຊາບາໂຕກ່າວວ່າ “ນັກຕະຫລົກ ວິລ ໂຣເຈີ ເວົ້າໄດ້ດີທີ່ສຸດໃນຊຸມປີ 1920
ພຸ້ນກ່ຽວກັບເລື້ອງນີ້. ລາວເວົ້າວ່າ ຂ້າພະເຈົ້າບໍ່ໄດ້ສັງກັດຢູ່ໃນພັກການເມືອງໃດໆ
ທັງສິ້ນ. ຂ້າພະເຈົ້າເປັນເດໂມແຄຣັດ. ແລະພວກເຮົາກໍເຫັນສິ່ງນັ້ນ ຄືນອີກ. ມີຫຼາຍ
ພາກສ່ວນຢູ່ໃນພັກເດໂມແຄຣັດ ແລະພາກສ່ວນເຫລົ່ານັ້ນ ລ້ວນແລ້ວແຕ່ມີຜູ້ສະ
ໝັກຄົນນຶ່ງ ຫຼືສອງ ຫຼືສາມ ຄົນເປັນຜູ້ຕາງໜ້າໃຫ້.”
ບັນດາຜູ້ປ່ອນບັດເອົາພັກເດໂມແຄຣັດ ກໍຈະຊອກຫາຄຸນລັກສະນະສະເພາະ ໃດນຶ່ງ
ໃນຂະນະທີ່ເຂົາເຈົ້າເລືອກເອົາຜູ້ທີ່ຈະຖືກແຕ່ງຕັ້ງຈາກພັກເພື່ອໄປແຂ່ງຂັນເປັນປະ
ທານາທິບໍດີໃນປີໜ້ານີ້, ອີງຕາມທ່ານນາງອີເລນ ຄາມາກຄ໌.
ທ່ານນາງຄາມາກຄ໌ ຈາກສະຖາບັນບຣຸກຄິ້ງກ່າວວ່າ “ຄິດວ່າເຂົາເຈົ້າໜຸ່ມ ແລະກໍ
ຫ້າວຫັນ ແລະກໍມີຄວາມແຂັງແກ່ນພໍ ທີ່ຈະປະເຊີນກັບບັນຫາທ້າທາຍທີ່ປະເທດ
ຊາດກຳລັງປະເຊີນຢູ່. ເຂົາເຈົ້າຈະເບິ່ງຊອກຫາຜູ້ໃດຜູ້ນຶ່ງ ຜູ້ທີ່ແຕກຕ່າງກັບ ດໍ
ໂນລ ທຣຳ ແທ້ໆ.”
ແຕ່ວ່າສະມາຊິກພວກພັກເດໂມແຄຣັດ ຈະມີຄວາມສົນໃຈຊອກຫາຜູ້ສະໝັກເລືອກ
ຕັ້ງທີ່ສາມາດເອົາຊະນະປະທານາທິບໍດີນັ້ນ ຫລາຍທີ່ສຸດ, ອີງຕາມທ່ານຈິມ ແຄສເລີຣ
ຈາກອົງການເທີດເວີລ.
ທ່ານແຄສເລີຣ ກ່າວວ່າ “ຖ້າຫາກຜູ້ສະໝັກເລືອກຕັ້ງທີ່ອຽງໄປທາງຊ້າຍຫຼາຍໂພດ
ໂດຍມີ ນະໂຍບາບປະເພດດຽວກັຍກັບທ່ານເບີນີ ແຊນເດີສ໌ນັ້ນ, ຂ້າພະເຈົ້າຄິດ
ວ່າຜູ້ສະໝັກທ່ານນັ້ນ ມີຄວາມສ່ຽງສູງທີ່ຈະເສຍໄຊໃຫ້ແກ່ທ່ານດໍໂນລ ທຣຳ ແລະ
ຂ້າພະເຈົ້າບໍ່ຄິດດອກວ່າ ຈຸດນັ້ນບໍ່ແມ່ນບ່ອນທີ່ພວກເດໂມແຄຣັດຫຼາຍຄົນພາກັນ
ໃຫ້ຄວາມສຳຄັນ ແລະຂ້າພະເຈົ້າກໍບໍ່ຄິດດອດວ່າມັນເປັນຈຸດໝາຍທີ່ເຂົາເຈົ້າຈະ
ກ້າວໄປຫາ ເມື່ອເວົ້າເຖິງດ້ານການເມືອງ.”
ສ່ວນອະດີດຮອງປະທານາທິບໍດີ ໂຈ ບາຍເດິນ ແລະອະດີດເຈົ້າຄອງນະຄອນນະ
ຄອນນິວຢອກ, ທ່ານໄມໂຄລ ບລຸມເບີກ, ທັງສອງທ່ານນີ້ມີນະໂຍບາຍປານກາງ, ສາ
ມາດທີ່ຈະລົງສະໜາມແຂ່ງຂັນໃນການເລືອກຕັ້ງເປັນປະທານາທິບໍດີຂອງພັກເດໂມ
ແຄຣັດໃນອະນາຄົດອັນໃກ້ໆນີ້ດ ຊຶ່ງຈະເປັນການຮັບຮອງວ່າຈະມີການໂຕ້ວາທີທີ່ມີ
ຊີວິດຊີວາ ໃນການເລືອກຕັ້ງຂັ້ນເລີ້ມໃນຮອບທີ່ຈະມາເຖິງນີ້.
[Vermont Senator Bernie Sanders is the latest entrant into the increasingly crowded Democratic presidential field for 2020. Sanders and several other Democrats in the race advocate progressive views on key issues like the economy, the environment and health care. In response, President Donald Trump and several Republicans have charged that the Democratic Party is headed down the road of socialism, setting the stage for what could be a major ideological debate next year. VOA National correspondent Jim Malone has more from Washington.]]
From Kamala Harris to Cory Booker to Elizabeth Warren, Democratic presidential contenders are getting voters fired up on the campaign trail.
"We can win this fight! Dream big, fight hard and win!"
Vermont Senator Bernie Sanders, a self-described Democratic Socialist, is the latest to join the Democratic field
"Our campaign is about creating a government and an economy that works for the many, not just the few."
That progressive energy is also evident with new Democratic members of Congress like New York Representative Alexandria Ocasio-Cortez, pushing a sweeping new environmental plan.
"And I am so incredibly excited that we are going to transition this country into the future and we are not going to be dragged behind by our past."
But the Democrats' emphasis on far-reaching plans for the environment, taxes on the wealthy and expanding government health care programs is drawing fire from Republicans and from President Donald Trump on the campaign trail.
"Yet there are those trying to implement socialism right here in the United States. So I again say to you, and I say it for the world to hear, America will never be a socialist country. Never. Never."
House Speaker Nancy Pelosi says the lively debate is all part of belonging to a broad party.
"Welcome to the Democratic Party. We are not a rubber stamp for anybody. We are not a monolith. We never have been, and who would want to lead a party that would be described that way."
Democrats have long had a reputation for ideological splits and infighting, says analyst Larry Sabato.
"The humorist Will Rogers said it best, way back in the 1920's. He said, I belong to no organized political party. I am a Democrat.' And we are seeing that again. There are so many factions in the Democratic Party and they are all being represented by a candidate or two or three."
Democratic voters will be looking for certain qualities as they choose a presidential nominee next year, says Elaine Kamarck.
"Kind of young and aggressive and has enough gravitas to deal with the challenges in front of the country. They are going to be looking at somebody who is really unlike Donald Trump."
But many Democrats will be most interested in finding a candidate who can beat the president, says Jim Kessler.
"If a candidate goes too far left with a Bernie Sanders-type agenda, I think that candidate is vulnerable to losing to Donald Trump, and I do not think that is where a lot of Democrats are substantively and I don't think that is where they are politically."
Former Vice President Joe Biden and former New York City Mayor Michael Bloomberg, both centrists, could join the Democratic presidential field in the near future, ensuring a lively debate in the upcoming primaries.