ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະທີ່ ອັງກິດ ຫ້າມໃຊ້ອຸປະກອນ 5G ຂອງບໍລິສັດ ຫົວເຫວີຍ, ຈີນ ເຕືອນ ກ່ຽວກັບ ຜົນກະທົບ ທາງດ້ານການຄ້າ


Britain China Huawei -- USAGM
please wait

No media source currently available

0:00 0:02:48 0:00

ອັງກິດ ໄດ້ປະກາດຫ້າມ ກ່ຽວກັບ ອຸປະກອນຈາກບໍລິສັດຫົວເຫວີຍ ໃນການເຜີຍແຜ່ເຄືອຂ່າຍອິນເຕີແນັດ ໂທລະສັບມືຖື 5G ທີ່ໄວທີ່ສຸດ ໃນວັນອັງຄານທີ່ຜ່ານມາ, ເປັນການຕ່າວປີ້ນຄຳຕັດສິນທີ່ໄດ້ດຳເນີນຂຶ້ນພຽງ 6 ເດືອນ ແລ້ວນີ້. ດັ່ງທີ່ນັກຂ່າວວີໂອເອ ເຮັນຣີ ຣິຈແວລ ລາຍງານຈາກນະ ຄອນຫຼວງ ລອນດອນ ນັ້ນ, ການເຄື່ອນໄຫວດັ່ງກ່າວປາກົດວ່າ ໄດ້ຖືກບັງຄັບໃຊ້ໂດຍມາດຕະການລົງໂທດ ສະຫະລັດ ຕໍ່ບໍລິສັດ ຫົວເຫວີຍ, ແລະ ຈີນ ກໍໄດ້ເຕືອນ ກ່ຽວກັບ ຜົນຕາມມາທີ່ອາດເປັນໄປໄດ້ໃນສາຍພົວພັນການຄ້າກັບ ອັງກິດ ໃນອະນາຄົດ. ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການຕ່າວປີ້ນນະໂຍບາຍຂອງ ອັງກິດ ຈະໝາຍຄວາມວ່າ ຜູ້ຈຳໜ່ວຍໂທລະສັບມືຖືທຸກບໍລິສັດ ຈະຖືກຫ້າມບໍ່ໃຫ້ໃຊ້ອຸປະກອນໃໝ່ຂອງບໍລິສັດ ຫົວເຫວີຍ ຈາກທ້າຍປີ 2020 ເປັນຕົ້ນໄປ ແລະ ເທັກໂທໂລຈີ 5G ທີ່ມີຢູ່ທັງໝົດຂອງ ຫົວເຫວີຍ ຕ້ອງຖືກຖອນອອກພາຍໃນປີ 2027.

ການຕັດສິນໃຈດັ່ງກ່າວໄດ້ມີຂຶ້ນຫຼັງຈາກການເຄື່ອນໄຫວໂດຍ ສະຫະລັດ ເມື່ອເດືອນພຶດສະພາທີ່ຜ່ານມາ ເພື່ອວາງມາດຕະການລົງໂທດໃສ່ບໍລິສັດ ຫົວເຫວີຍ ເພື່ອປ້ອງກັນບັນດາບໍລິສັດ ສະຫະ ລັດ ບໍ່ໃຫ້ຈຳໜ່າຍໄມໂຄຣຊິບເຄິ່ງວົງຈອນໄຟຟ້າໃຫ້ ຫົວເຫວີຍ.

ທ່ານ ໂອລີເວີ ດາວເດັນ ລັດຖະມົນຕີວັດທະນະທຳ ອັງກິດ ກ່າວວ່າ “ຍ້ອນຄວາມບໍ່ແນ່ນອນທີ່ມັນໄດ້ເກີດອ້ອມຮອບຕ່ອງໂສ້ການສະໜອງຂອງ ຫົວເຫວີຍ ນັ້ນ, ສະຫະຣາຊະອານາຈັກ ບໍ່ສາມາດມີຄວາມໝັ້ນໃຈໄດ້ອີກຕໍ່ໄປວ່າ ເຂົາເຈົ້າຈະສາມາດຮັບປະກັນຄວາມປອດໄພຂອງອຸປະກອນ 5G ຂອງບໍລິສັດ ຫົວເຫວີຍ ໃນອະນາຄົດ.”

ສາຍພົວແມ່ນເຄັ່ງຕຶງຢູ່ແລ້ວ ລະຫວ່າງ ອັງກິດ ກັບ ຈີນ ກ່ຽວກັບ ການປາບປາມ ຮົງກົງ ຂອງລັດຖະ ບານ ປັກກິ່ງ ແລະ ການຕອບສະໜອງຂອງເຂົາເຈົ້າ ຕໍ່ໂຣກລະບາດໄວຣັສໂຄໂຣນາ. ແຕ່ນັ້ນບໍ່ໄດ້ແມ່ນແຮງຈູງໃຈທີ່ຢູ່ເບື້ອງຫຼັງການຫ້າມຫົວເຫວີຍ, ອີງຕາມການກ່າວຂອງນັກວິເຄາະດ້ານຄວາມປອດໄພທາງ ໄຊເບີ ທ່ານ ເຈມສ໌ ຊູລລີວານ.

ທ່ານ ເຈມສ໌ ຊູລລີວານ, ຈາກສະຖາບັນການບໍລິການ Royal United ໄດ້ ກ່າວວ່າ “ບໍ່ມີຫຍັງໄດ້ປ່ຽນແປງໃນແງ່ຂອງໄພຂົ່ມຂູ່ທີ່ເຂົ້າໃຈວ່າມາຈາກ ຈີນ, ບໍ່ມີຫຍັງໄດ້ປ່ຽນແປງໃນແງ່ຂອງສິ່ງທີ່ ຫົວເຫວີຍ ເຂົ້າໃຈວ່າເຂົາເຈົ້າສາມາດ ແລະ ບໍ່ສາມາດເຮັດໂດຍຄວາມປະສົງຮ້າຍ. ມັນເປັນບັນຫາພື້ນຖານນັ້ນ ກ່ຽວກັບ ການຈຳໜ່າຍ ແລະ ໃນທີ່ສຸດ ສະຫະຣາຊະອານາຈັກ ກໍໄດ້ຕັດສິນໃຈວ່າ ເຂົາເຈົ້າໄປນຳ ຫົວເຫວີຍ ບໍ່ໄດ້ເພາະວ່າເຂົາເຈົ້າແມ່ນຜູ້ຈຳໜ່າຍທີ່ບໍ່ໜ້າໄວ້ ໃຈ.”

ສະຫະລັດ ເວົ້າວ່າ ບໍລິສັດ ຫົວເຫວີຍ ມີຄວາມສ່ຽງຕໍ່ຄວາມປອດໄພແຫ່ງຊາດ ຍ້ອນການເຊື່ອມໂຍງຂອງເຂົາເຈົ້າກັບລັດຖະບານ ຈີນ, ແລະ ຢ້ານວ່າອຸປະກອນຂອງ ຫົວເຫວີຍ ຈະຖືກໃຊ້ສຳລັບການສອດແນມ.

ຫົວເຫວີຍ ໄດ້ປະຕິເສດການກ່າວອ້າງທີ່ວ່ານັ້ນ ແລະ ເວົ້າວ່າ ສະຫະລັດ ແມ່ນກຳລັງພະຍາຍາມທີ່ຈະທຳລາຍຄູ່ແຂ່ງດ້ານການຄ້າຂອງເຂົາເຈົ້າ.

ທ່ານ ເຈເຣມີ ທອມສັນ, ຮອງປະທານບໍລິສັດ ຫົວເຫວີຍ ສະຫະຣາຊະອານາຈັກ ກ່າວວ່າ “ລັດຖະ ບານ ອາເມຣິກັນ ໄດ້ຕັດສິນໃຈທີ່ຈະສະກັດການແຂ່ງຂັນ.”

ອັງກິດ ໄດ້ເຂົ້າຮ່ວມກັບ ສະຫະລັດ, ອອສເຕຣເລຍ, ນິວ ຊີແລນ ແລະ ຍີ່ປຸ່ນ ໃນການຫ້າມອຸປະ ກອນຂອງ ຫົວເຫວີຍ. ຫົວເຫວີຍ ເວົ້າວ່າການເຄື່ອນໄຫວດັ່ງກ່າວນັ້ນຈະເຮັດໃຫ້ ອັງກິດ “ຕາມຫຼັງດ້ານດິຈິຕອລ.” ປັກກິ່ງ ໄດ້ໃຫ້ຂໍ້ແນະນຳວ່າມັນຈະມີຜົນທີ່ຕາມມາດ້ານທຸລະກິດຢ່າງກວ້າງຂວາງ.

ທ່ານ ສາວ ລີຈຽນ, ໂຄງສົກກະຊວງການຕ່າງປະເທດ ຈີນ ກ່າວວ່າ “ມັນຍັງເປັນການພະຍາກອນ ກ່ຽວກັບ ການລົງທຶນຂອງ ຈີນ ວ່າມັນມີຄວາມປອດໄພຊໍ່າໃດ. ເຊິ່ງ ຈີນ ໄດ້ໃຫ້ຄວາມສົນໃຈຢ່າງໃກ້ຊິດ.”

ຄວາມບໍ່ພໍໃຈຂອງ ຈີນ ແມ່ນທຸງແດງ, ອີງຕາມການກ່າວຂອງນັກວິເຄາະ ຈີນ ທ່ານ ສຕີຟ ສາງ.

ສາສະດາຈານ ສຕີຟ ສາງ ຈາກມະຫາວິທະຍາໄລ ລອນດອນ ກ່າວວ່າ “ບໍລິ ສັດນຶ່ງ, ບໍ່ວ່າມັນຈະເປັນຂອງລັດ ຫຼື ເອກະຊົນ, ທີ່ໄດ້ຮັບການສະໜັບສະໜູນ ໃນລະດັບນີ້ຈາກລັດຖະບານ ຈີນ, ເຊິ່ງໄດ້ກຽມພ້ອມທີ່ຈະໃຊ້ທຸກຢ່າງ ເວລາທີ່ລັດຖະບານ ຈີນ ມີ ເພື່ອສະໜັບສະໜູນບໍລິສັດນັ້ນ ຈະເຮັດໃຫ້ບໍລິສັດນັ້ນມີຄວາມຜິດປົກກະຕິເປັນຢ່າງຍິ່ງ.”

ການຫ້າມຂອງ ອັງກິດ ຈະເປັນຂີດໝາຍໄຊຊະນະສຳລັບນະໂຍບາຍ ສະຫະ ລັດ ແລະ ມາດຕະການລົງໂທດຕໍ່ບໍລິສັດ ຫົວເຫວີຍ. ລັດຖະບານ ວໍຊິງຕັນ ຫວັງວ່າບັນດາປະເທດພັນທະມິດຕາເວັນຕົກອື່ນໆ ຈະປະຕິບັດຕາມໃນໄວໆນີ້.

Britain announced a ban Tuesday on equipment from the firm Huawei in the rollout of its 5G super-fast mobile networks – reversing a decision made just six months ago. As Henry Ridgwell reports from London, the move appears to have been forced by U.S. sanctions on Huawei – and China is warning of possible consequences in future trade relations with Britain.

The British policy reversal means all mobile providers will be banned from using new Huawei equipment from the end of 2020 and all existing Huawei 5G technology must be removed by 2027.

The decision follows a move by the United States in May to impose sanctions on Huawei preventing U.S. companies from supplying vital semi-conductor chips to Huawei.

“Given the uncertainty that this creates around Huawei supply chain, the U.K. can no longer be confident it will be able to guarantee the security of future Huawei 5G equipment.”

Relations are already tense between Britain and China over Beijing’s crackdown on Hong Kong and its response to the coronavirus pandemic. But that wasn’t the motivation behind the Huawei ban, says cybersecurity analyst James Sullivan.

“Nothing’s really changed in terms of the threat perceived from China, nothing’s really changed in terms of what Huawei is perceived that it can and can’t do maliciously. It really is down to that fundamental problem of supply and at the end the U.K. has decided that it can’t go with Huawei because it is an unreliable supplier.”

The United States says Huawei poses a national security risk owing to its close links to the Chinese government, and fears Huawei equipment could be used for espionage.

Huawei rejects those claims and says the U.S. is trying to crush a commercial rival.

“The American administration have decided to trip up the competition.”

Britain joins the U.S., Australia, New Zealand and Japan in banning Huawei equipment. Huawei said the move would put Britain in “the digital slow-lane.” Beijing hinted at wider economic consequences.

‘it is also the forecast of how safe Chinese investment in Britain is. China is paying close attention.”

Beijing’s anger is a red flag, says China analyst Steve Tsang.

“A company, whether it is state-owned or privately owned, that enjoys this level of support from the Chinese government – which is prepared to use everything at the disposal of the Chinese state to support that company -- makes that company extremely unusual.”

The British ban marks a victory for U.S. policy and the sanctions against Huawei. Washington will be hoping other Western allies soon follow.

XS
SM
MD
LG