ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໃນຂະນະທີ່ອອສເຕຣເລຍ ຄາດວ່າ ຈະມີຝົນຕົກ​ໜັກຫຼາຍຂຶ້ນ, ການເຕືອນກ່ຽວກັບ​ໄພນໍ້າຖ້ວມ ຍັງຄົງດໍາເນີນຕໍ່​ໄປ


ຊວນ ຫງວຽນ (Xuan Nguyen) ກໍາລັງເຊັດທໍາຄວາມສະອາດເຮືອນທີ່ໄດ້ຮັບຄວາມເສຍຫາຍ ຈາກສະຖານະການນໍ້າຖ້ວມທີ່ຮຸນແຮງ ຢູ່ບໍລິເວນມາຣີເບີນອງ (Maribyrnong) ຊານເມືອງນະຄອນເມລເບີນ, ປະເທດອອສເຕຣເລຍ, ວັນທີ 17 ຕຸລາ 2022.
ຊວນ ຫງວຽນ (Xuan Nguyen) ກໍາລັງເຊັດທໍາຄວາມສະອາດເຮືອນທີ່ໄດ້ຮັບຄວາມເສຍຫາຍ ຈາກສະຖານະການນໍ້າຖ້ວມທີ່ຮຸນແຮງ ຢູ່ບໍລິເວນມາຣີເບີນອງ (Maribyrnong) ຊານເມືອງນະຄອນເມລເບີນ, ປະເທດອອສເຕຣເລຍ, ວັນທີ 17 ຕຸລາ 2022.

ຫຼາຍໆພື້ນທີ່ຢູ່ທາງທິດຕາເວັນອອກສຽງໃຕ້ຂອງປະເທດອອສເຕຣເລຍ ຍັງຄົງເຝົ້າລະວັງການການ​ຍົກ​ຍ້າຍ ລຸນຫຼັງທີ່​ໄດ້​ເກີດນໍ້າຖ້ວມຄັ້ງໃຫຍ່ເປັນປະ ຫວັດການ, ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ໜ່ວຍງານສຸກເສີນຢູ່ໃນລັດວິກທໍເລຍຂອງປະເທດອອສເຕຣເລຍ ໄດ້ອອກມາເຕືອນວ່າ ເຮືອນທີ່ມີຈໍານວນຫຼາຍຮອດ 34,000 ຫຼັງ ອາດຈະຖືກນໍ້າຖ້ວມ ຫຼືຖືກໂດດດ່ຽວໄດ້.

ຫຼາຍໆພາກສ່ວນຢູ່ທາງທິດຕາເວັນອອກສຽງໃຕ້ຂອງປະເທດອອສເຕຣເລຍ ມີປະລິມານນໍ້າຝົນ ຫຼາຍກວ່າ 1 ເດືອນ ພາຍໃນ 24 ຊົ່ວໂມງ.

ໂຮງຮຽນຫຼາຍສິບແຫ່ງຖືກປິດ, ແລະຖະໜົນຫຼາຍສາຍກໍບໍ່ສາມາດແລ່ນຜ່ານໄດ້. ເຮືອນຫຼາຍຮ້ອຍຫຼັງ ບໍ່ມີໄຟຟ້າໃຊ້ ແລະລົດໄຟຫຼາຍຂະບວນຕ້ອງໄດ້ໂຈະການໃຫ້ບໍລິການ. ປະຊາຊົນທີ່ອາໄສຢູ່ໃນລັດວິກທໍເລຍ, ທາງທິດໃຕ້ ຂອງລັດນິວເຊົາທ໌ ເວລ ແລະທາງທິດເໜືອຂອງເກາະທາສມາເນຍ ໄດ້ຖືກແຈ້ງເຕືອນທັງໝົດ.

ນາຍົກລັດຖະມົນຕີຂອງລັດວິກທໍເລຍ ທ່ານເດນຽລ ແອນດຣູສ໌ (Daniel Andrews) ບອກກັບນັກຂ່າວໃນວັນຈັນວານນີ້ວ່າ ໄພຂົ່ມ​ຂູ່ດັ່ງກ່າວຍັງຄົງມີ
ຢູ່ ໃນຫຼາຍໆຊຸມຊົນ, ເຊິ່ງ ທ່ານໄດ້ກ່າວວ່າ:

“ສະຖານະການຍັງຄົງເກີດຂຶ້ນຢູ່ໃນຫຼາຍພື້ນທີ່ເຊັ່ນ ເຊັບພາຕັນ, ຢູຊາ, ຊາລຕັນ ແລະເຄຣັງ, ໂດຍລະດັບນໍ້າຖ້ວມຍັງຄົງເພີ້ມສູງຂຶ້ນ, ເຊິ່ງຊຸມຊົນຫຼາຍໆແຫ່ງຍັງມີຄວາມສ່ຽງຫຼາຍ. ພວກເຮົາເຮັດທຸກຢ່າງເທົ່າທີ່ພວກເຮົາຈະເຮັດໄດ້ ເພື່ອຊ່ວຍເຫຼືອພວກເຂົາເຈົ້າ. ກະລຸນາປະຕິບັດຕາມຄໍາແນະນໍາທີ່ພວກເຮົາໄດ້ບອກໃຫ້ແກ່ພວກທ່ານ. ກະລຸນາລະມັດລະວັງສະຖານະການຕ່າງໆທີ່ພວກທ່ານປະເຊີນຢູ່.”

ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ທ້າວແວນ ທຣານ (Van Tran) ທໍາຄວາມສະອາດຢູ່ດ້ານນອກເຮືອນຂອງລາວທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງສະຖານະການນໍ້າຖ້ວມຮຸນແຮງຢູ່ໃນຂົງເຂດມາຣີເບີນອງ ຊານເມືອງຂອງນະຄອນເມລເບິນ, ວັນທີ 17 ຕຸລາ 2022.
ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ທ້າວແວນ ທຣານ (Van Tran) ທໍາຄວາມສະອາດຢູ່ດ້ານນອກເຮືອນຂອງລາວທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງສະຖານະການນໍ້າຖ້ວມຮຸນແຮງຢູ່ໃນຂົງເຂດມາຣີເບີນອງ ຊານເມືອງຂອງນະຄອນເມລເບິນ, ວັນທີ 17 ຕຸລາ 2022.

ຫຼາຍໆຊຸມຊົນປະສົບກັບໄພນໍ້າຖ້ວມຮຸນແຮງເປັນປະຫວັດການທີ່ຍາວນານ ສົ່ງຜົນເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ມີຄວາມປະຫຼາດໃຈ.

ຜູ້ຊາຍຄົນນຶ່ງ ໄດ້ບອກກັບອົງ​ການອອກອາກາດ ຂອງປະເທດອອສເຕຣເລຍ ເຊິ່ງ​ລາວ​ເວົ້າ​ວ່​າ ເປັນໄພນໍ້າຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍກວ່າ 50 ປີ.

ຜູ້ເຄາະຮ້າຍທີ່ບໍ່ປະສົງອອກນາມກ່າວວ່າ:

“ໃນປີ 1974, ມັນໄຫຼມາໃສ່ຮົ້ວໜ້າເຮືອນຂອງຂ້ອຍເລີຍ, ແລະຂ້ອຍກໍໄດ້ແຕ່ຄິດພຽງວ່າ ເວລານີ້ມັນກໍຈະເກີດຂຶ້ນແບບດຽວກັນເລີຍ. ແຕ່ຢ່າງໃດກໍຕາມ, ນະເວລານີ້ ມັນເປັນການຖ້ວມຂອງນໍ້າ ທີ່ຖ້ວມທົ່ວທັງໝົດ.”

ເຈົ້າໜ້າທີ່ຕໍາຫຼວດຂອງລັດວິກທໍເລຍໄດ້ອອກມາເຕືອນວ່າ ຄໍາສັ່ງໃນການຍົກ​ຍ້າຍນັ້ນ ຈະມີການກໍານົດໃຊ້ ໃນອີກບໍ່ເທົ່າໃດມື້ ທີ່ຈະມາເຖິງນີ້.

ທັງສອງປາກົດການທາງສະພາບອາກາດ ຄື ລາ ນີຢາ ແລະ ດີໂພລ ໃນມະ ຫາສະໝຸດອິນເດຍ ເປັນແຮງຜັກດັນເຮັດໃຫ້ເກີດໄພນໍ້າຖ້ວມ. ພວກມັນທັງສອງເກີດຂຶ້ນແບບທໍາມະຊາດ, ແຕ່ບັນດາຜູ້ຊ່ຽວຊານກ່າວວ່າ ພວກມັນມີຜົນກະທົບທີ່ຮຸນແຮງຈາກການປ່ຽນແປງທາງສະພາບອາກາດ.

ນັກພະຍາກອນອາກາດຄາດຄະເນວ່າ ຈະມີຝົນຕົກຮຸນແຮງ ຢູ່ໃນພາກຕາເວັນອອກຂອງປະເທດອອສເຕຣເລຍ ພາຍໃນທ້າຍອາທິດນີ້.

ໝາກເຫັບກ້ອນໃຫຍ່, ລົມແຮງທີ່ສ້າງຄວາມເສຍຫາຍ ແລະຝົນທີ່ຕົກລົງມາຢ່າງ​ໜັກ ຄາດການວ່າຈະສົ່ງຜົນກະທົບ ໃສ່ຫຼາຍຊຸມຊົນທີ່ຖືກນໍ້າຖ້ວມຢູ່ແລ້ວ.

ບາງຊຸມຊົນ ອາດຈະຍັງຄົງຕ້ອງທົນ ຢູ່ກັບສະພາບນໍ້າຖ້ວມເປັນເວລາຍາວນານຫຼາຍອາທິດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG