ທ່ານ Daniel Nocera
(Noh-sera), ອາຈານສອນເຄ
ມີສາດທີ່ MITຊຶ່ງເປັນນັກຄົ້ນ
ຄວ້າທີ່ນຳພາໂຄງການໃບໄມ້
ທຽມກ່າວວ່າ ທ່ານແລະເພື່ອນຮ່ວມງານຂອງທ່ານໄດ້ຄວາມຄິດຈາກຕົ້ນໄມ້ທີ່ມີການສົ່ງກະ
ແສໄຟຟ້າຕາມທໍາມະຊາດຢູ່ແລ້ວ.
ທ່ານ NOCERA ກ່າວວ່າ: “ສິ່ງທີ່ເກີດຂຶ້ນກໍຄືວ່າ ແສງແດດອອກມາ ແລະຕ້ອງໃສ່
ໃບໄມ້ ຈາກນັ້ນໃບໄມ້ກໍນຳເອົາແສງແດດນັ້ນໄປ ແລ້ວກໍເຮັດໃຫ້ມັນກາຍເປັນ
ກະແສໄຟທີ່ໄຮ້ສາຍ.”
ໃນລະຫວ່າງການສັງເຄາະແສງນັ້ນ, ພະລັງ
ງານຢູ່ໃນແສງຕາເວັນແຍກ ໂມລະກູນຂອງ
ນໍ້າອອກໃຫ້ເປັນທາດໄຮໂດຣເຈນ ແລະ
ອອກຊີເຈນ. ໄຮໂດຣເຈນໄປຮ່ວມກັບທາດ
ກາດບອນໄດອັອກໄຊ ເພື່ອຜະຫລິດທາດ
ນໍ້າຕານ ຊຶ່ງເປັນພະລັງເຊື້ອໄຟທີ່ຈໍາເປັນ
ສຳລັບເຮັດໃຫ້ຕົ້ນໄມ້ເຕີບໂຕ. ຢູ່ໃນຫ້ອງ
ທົດລອງຂອງທ່ານ Nocera ພວກນັກວິດ
ທະຍາສາດໄດ້ຮຽນແບບຂອງຂະບວນ
ການເຄມີອັນນັ້ນ ໂດຍໃຊ້ອຸປະກອນທີ່ເຮັດ
ດ້ວຍທາດຊີລິຄອນທີ່ມີຂະໜາດ ແລະຮູບ
ຮ່າງເທົ່າໆກັບໃບໄພ້ ແຕ່ວ່າມັນຫາກບາງ
ກວ່າໄພ້ເທົ່ານັ້ນ. ໃບອຸປະກອນນີ້ເຄືອບ
ດ້ວຍຕົວເລັ່ງປະຕິກິລິຍານິໂຄລ ແລະ
ໂຄບອລ ທີ່ວ່າເມື່ອໄປຖືກນໍ້າ ແລະແສງ
ອັລຕຣາໄວໂອແລັດ ແລ້ວ ມັນຈະເລັ່ງໃຫ້
ເກີດປະຕິກິລິຍາທາງເຄມີໄວຂຶ້ນ.
ທ່ານ NOCERA ໃຫ້ເຫດຜົນວ່າ: “ສະນັ້ນ ທ່ານສາມາດຈັບເອົາແກ້ວນໍ້າໜ່ວຍນີ້
ໄປແລ້ວພວກເຮົາຈັບເອົາແຜ່ນຊິບ, ພວກເຮົາສາມາດເອົາແຜ່ນຊິບນີ້ເຂົ້າໄປໃສ່ໃນ
ແກ້ວນໍ້າ ແລະ ເອົາມັນຍໍຂຶ້ນໃຫ້ຖືກແສງແດດ ແລ້ວຈາກນັ້ນທ່ານກໍຈະເລີ້ມເຫັນ
ຝອດທາດໄຮໂດຣເຈນ ແລະ ອອກຊີເຈນອອກມາ”.
ທາດໄຮໂດຣເຈນ ຫລັງຈາກນັ້ນກໍຈະໄປສົມທົບກັບທາດ
ອອກຊີເຈນ ຢູ່ໃນເຊລຂອງເຊື້ອໄຟເພື່ອຜະຫລິດກະແສ
ໄຟຟ້າ. ວຽກງານຄົ້ນຄວ້າຂອງ ທ່ານ Nocera ແມ່ນໄດ້
ດຳເນີນສືບຕໍ່ຈາກການຄົ້ນຄວ້າໃນບັ້ນກ່ອນ.
ທ່ານ John Turner ທີ່ຫ້ອງທົດລອງພະລັງງານທີ່ສາມາດ
ນໍາຄືນມາໃຊ້ໃໝ່ໄດ້ແຫ່ງຊາດ ເປັນຜູ້ທຳອິດທີ່ອອກຄວາມ
ຄິດນີ້ຂຶ້ນມາໃນປີ 1998 ໂດຍໃຊ້ວັດຖຸທີ່ແພງເກີນໄປ ແລະ
ກໍບໍ່ໝັ້ນຄົງໃນການນຳມາໃຊ້ໃນທາງການຄ້າ.
ທ່ານ Nocera ເວົ້າວ່າ ອັນທີ່ທ່ານເອີ້ນວ່າ “ໃບໄມ້ທຽມທີ່ໃຊ້ການໄດ້ໃນຕົວຈິງນັ້ນ” ໃຊ້
ວັດຖຸທີ່ຖືກກວ່າ ມີຄວາມສະໝໍ່າສະເໝີກວ່າ ແລະກໍມີປະສິດທິພາບສູງກວ່າອັນທີ່ໄດ້
ອອກແບບມາກ່ອນນັ້ນ. ທ່ານກ່າວເພີ້ມເຕີມອີກວ່າ ຂໍ້ຫຍຸ້ງຍາກຂອງການຜະຫລິດໄຟ
ຟ້າແບບນີ້ກໍຄືການເກັບກຳເອົາອາຍແກັສທີ່ອອກມາຈາກຊີລິຄອນ ແລະຮັກສາມັນໄວ້
ຈົນກວ່າວ່າຈະມີຄວາມຕ້ອງການໃຊ້ພະລັງງານເທົ່ານັ້ນ.
ທ່ານ Nocera ອະທິບາຍເພີ້ມອີກວ່າ: “ຍັງຈະຕ້ອງໄດ້ມີການອອກແບບເພີ່ມຢູ່. ພວກ
ເຮົາບໍ່ຮູ້ວ່າຈະເຮັດແນວໃດເທື່ອ. ມັນເປັນສິ່ງທີ່ພວກເຮົາຈະເລີ້ມເຮັດໃນໄວໆນີ້.
ທ່ານຈະໄດ້ສະສົມພະລັງງານໄວ້ໄດ້ຫລາຍສົມ ຄວນ ເພາະວ່າລະບົບຜະຫລິດ
ໄຟຟ້າແບບນີ້ແມ່ນທຳງານແບບມີສະມັດຖະພາບ ທີ່ໃຊ້ເຊວລຂອງພະອາທິດບໍ່
ຫລາຍກໍໜ້ອຍ” .
ຢູ່ໃນການທົດລອງຕ່າງໆ ທີ່ຫ້ອງທົດລອງນັ້ນ, ຕົ້ນແບບຂອງເຊວລພະອາທິດຂອງທ່ານ
Nocera ແມ່ນດຳເນີນງານໄດ້ຢ່າງຕໍ່ເນື່ອງກັນຍາວເປັນເວລາ 45 ຊົ່ວໂມງ ໂດຍທີ່ກະ
ແສໄຟຟ້າທີ່ຜະຫລິດອອກມານັ້ນ ບໍ່ໄດ້ຕົກແຕ່ຢ່າງໃດ. ທ່ານ Nocera ຍັງໄດ້ຖະແຫລງ
ວ່າມັນໃຊ້ການໄດ້ກັບນໍ້າທຸກປະເພດ.
ທ່ານ Nocera ຊີ້ແຈງວ່າ: “ແລະ ຈາກນັ້ນ ທ່ານສາມາດໃຊ້ແຫລ່ງນໍ້າທຳມະຊາດ ຊຶ່ງສຳລັບພວກເຮົາແລ້ວມັນເປັນເລື້ອງໃຫຍ່ ເພາະວ່າ ຖ້າຫາກເຮົາຢູ່ເຂດທີ່ເປັນຊົນນະບົດຂອງໂລກ ໂດຍສະເພາະແມ່ນບ່ອນທີ່ມີຄົນທຸກຈົນນັ້ນ ມັນເປັນການສິ້ນເປືອງຫລາຍທີ່ຈະນຳເອົານໍ້າສົດມາໃຊ້. ແລະເພາະສະນັ້ນ ທີ່ຈິງແລ້ວທ່ານສາມາດໄປ “ບ່ອນນັ້ນ” ລົງໄປລຸຍ ແລະກໍຕັກເອົານໍ້າຂຶ້ນມາ ແລະກໍເລີ້ມໃຊ້ມັນ ຖ້າຈະເວົ້າແລ້ວກໍເປັນເລື້ອງທີ່ວິເສດຫລາຍສຳລັບພວກເຮົາ”
ທ່ານ Nocera ເຊື່ອໝັ້ນວ່າ ໃບໄມ້ທຽມສາມາດມີປະໂຫຍດຫລາຍເປັນພິເສດຕໍ່ປະຊາຊົນທີ່
ທີ່ມີລາຍໄດ້ຕໍ່າ ຢູ່ໃນບັນດາປະເທດທີ່ກໍາລັງພັດທະນາ ຍ້ອນວ່າມັນເປັນແຫລ່ງພະລັງງານທີ່
ຖືກ. ທ່ານ Nocera ກ່າວຕໍ່ໄປວ່າ ເປົ້າໝາຍຂອງທ່ານກໍຄືວ່າ ຢາກເຮັດໃຫ້ແຕ່ລະເຮືອນມີ
ສະຖານີຜະຫລິດໄຟຟ້າຂອງຕົນ. ທ່ານທຳນາຍວ່າ ໃບໄມ້ທຽມແບບແບບສຳລັບນຳໄປຂາຍ
ນັ້ນ ຈະໄດ້ຖືກນຳອອກມາຈໍາໜ່າຍຢູ່ໃນທ້ອງຕະຫລາດພາຍໃນສາມປີຂ້າງໜ້າ.