CES ຊຶ່ງເປັນງານວາງສະແດງສີນຄ້າອີເລັກໂທຣນິກ ສຳລັບຜູ້ບໍລິໂພກຄັ້ງໃຫຍ່ທີ່ຈັດຂື້ນທຸກປີໃນ ລາສເວກັສ
ໂດຍເລີ້ມຕົ້ນດ້ວຍການປະຖະກະຖາທີ່ສຳຄັນຂອງ Jensen Huang ( “Hwong” ) ຊີອີໂອ ຂອງບໍລິສັດ Nvidia.
Nvidia ເປັນບໍລິສັດຄອມພິວເຕີ້ຂອງສະຫະລັດ ທີ່ສ້າງລາຍໄດ້ມະຫາສານ ໃນປີ 2024 ໂດຍມີມູນຄ່າໃນຕະຫຼາດຫຼັກຊັບຢູ່ທີ່ 3 ລ້ານລ້ານໂດລາ ແລະ ລາຄາຫຸ້ນສູງຂື້ນ 172% ນອກຈາກນີ້ ຍັງເປັນສູນກາງຂອງການເຕີບໂຕຂອງປັນຍາປະດິດ ຫຼື AI ນໍາດ້ວຍ.
“ Agentic AI- ຄື AI ທີ່ສາມາດຮັບຮູ້ເຫດຜົນ ວາງແຜນ ແລະ ດຳເນີນການ ຈາກນັ້ນກໍ່ມາເຖິງຂັ້ນຕອນຕໍ່ໄປຊຶ່ງບາງສ່ວນເຮົາຈະເວົ້າເຖິງໃນຄືນນີ້ AI ທາງກາຍະພາບ.”
ຜູ້ນໍາຂອງ Nvidia ກ່າວວ່າ ຮູບແບບຂອງ AI ຫລ້າສຸດນັ້ນສາມາດ ຝຶກຝົນ ແລະ ທົດສອບຕົນເອງໄດ້ນໍາ.
ເຣບເວີນ ເລບາເຣດຽນ ຮອງປະທານຂອງ Nvidia ກ່າວວ່າ:
“ AI ອາດຈະເວົ້າກັບຕົວເອງ ຫຼື ເວົ້າລົມກັບ AI ໂຕອື່ນໆ ໄດ້ ແລະ ເຊັ່ນດຽວກັນກັບທີີ່ມະນຸດໃນທີມ ສາມາດໂຕ້ແຍ້ງຊຶ່ງກັນແລະກັນ, ໂຕ້ແຍ້ງການສົມມຸດຕິຖານຂອງກັນແລະກັນ, ທົດສອບຊຶ່ງກັນແລະກັນ, ໃຫ້ຄະແນນຊຶ່ງກັນແລະກັນ ກັບຜົນໄດ້ຮັບຂອງພວກເຂົາ, AI ສາມາດເຮັດໄດ້ແບບດຽວກັນ.”
ບັນດາຕົວແທນຂອງ AI ອາດຈະກາຍເປັນກຳລັງແຮງງານ ດິຈິໂຕລໃໝ່ຂອງບໍລິສັດ ໄດ້ ຖ້າຫາກໄດ້ຮັບຂໍ້ມູນສະເພາະທຸລະກິດ ແລະໂຈດ ຫຼືພາຣາມິເຕີຕ່າງໆ ທີ່ກຳນົດໄວ້ລ່ວງໜ້າ ທ່ານ Jensen Huang ກ່າວ.
“ ພະແນກໄອທີຂອງບໍລິສັດທຸກແຫ່ງ ຈະກາຍເປັນຝ່າຍບຸກຄົນຂອງຕົວແທນ AI ໃນອະນາຄົດ.”
ສີ່ງທີ່ທ່ານ Jensen Huang ຮ້ອງວ່າ AI ທາງກາຍຍະພາບນັ້ນ ກ້າວໜ້າໄປອີກຂັ້ນນຶ່ງໂດຍຕີລາຄາຂໍ້ມູນເພື່ອດຳເນີນງານ ແລະໜ້າທີ່ຕ່າງໆ ໃນໂລກແຫ່ງຄວາມເປັນຈິງ.
ຜູ້ຜະລິດລົດຍົນກຳລັງສຳຫຼວດດ້ານນີ້ ຂະນະທີ່ລົດຍົນພັດທະນາຈາກເທັກໂນໂລຈີ ທີ່ຊ່ວຍເຫຼືອຜູ້ຂັບຂີ່ໄປຈົນເຖີງພາຫະນະທີ່ບໍ່ມີຄົນຂັບຢ່າງສົມບູນແບບ
ຜົນສຳເລັດຂອງພວກເຂົາໄດ້ຮັບຈາກການຊ່ວຍເຫຼືອຂອງ AI ທີ່ຄາດຄະເນສະຖານະການໃນໂລກແຫ່ງຄວາມເປັນຈິງ ຊຶ່ງອາດຈະຄາດເອົາບໍ່ໄດ້ນັ້ນ.
ທ່ານນາງສແຕັບຟານີ ບຣິນລີ ເປັນນັກວິເຄາະ ດ້ານຍານພາຫະນະ ຢູ່ບໍລິສັດ S&P Global Mobility ກ່າວວ່າ:
“ຂ້ອຍບໍ່ຄິດວ່າ ຈະມີບັນຫາພື້ນຖານກ່ຽວກັບຄວາມປອດໄພ ແຕ່ເປັນເລື່ອງຂອງການໂຕ້ຕອບກັບສີ່ງແວດລ້ອມສ່ວນອື່ນໆ ຊຶ່ງຍັງຕ້ອງມີການພັດທະນາຢ່າງຫຼວງຫຼາຍ ((Mandatory CG: Consumer Technology Association)) ມັນເຮັດວຽກໄດ້ດີໃນຫຼາຍກໍລະນີ..ເຈົ້າຈະມີຄວາມທ້າທາຍທີ່ຈະຕອບສະໜອງ, ແຕ່ ຄົນຂັບລົດທີ່ເປັນມະນຸດ ກໍບໍ່ແມ່ນປອດໄພ 100 ເປີເຊັນດອກ...”
ຮອນດ້າ ເປີດຕົວລົດໄຟຟ້າຕົ້ນແບບສອງຄັນ, ປັດຈຸບັນບໍ່ມີຄຸນສົມບັດຂັບເອງ. ຮອງປະທານບໍລິສັດຄົນນຶ່ງກ່າວເໜັ້ນໜັກເຖິງຄວາມສຳຄັນຂອງການຈື່ຈຳວ່າ ໃນທີ່ສຸດແລ້ວ ໃຜໄດ້ຮັບປະໂຫຍດຈາກຄວາມກ້າວໜ້າທາງເທັກໂນໂລຈີ.
ທ່ານມິດຊູຣຸ ກະຣິຢະ ຮອງປະທານບໍລິສັດ ໂມເຕີ ກ່າວໃນພາສາຍີ່ປຸ່ນວ່າ:
ຮອນດ້າໄດ້ພະຍາຍາມສະແຫວງຫາການພັດທະນາຍານພາຫະນະທີ່ເນັ້ນໃສ່ມະນຸດສະເໝີ, ແລະຂ້ອຍຄິດວ່າ ສິ່ງນັ້ນແມ່ນມີຄວາມສຳຄັນກ່ວາໃນຍຸກຂອງຍານພາຫະນະທີ່ກຳນົດດ້ວຍ ຊອບແວຣ ແລະ ການຂັບຂີ່ແບບອັດຕະໂນມັດ.”
ເທັກໂນໂລຈີຂອງມະນຸດເປັນໃຈກາງທີ່ເຮັດວຽກຮ່ວມກັນກັບບັນດາຕົວແທນຂອງ AI ໂດຍການຕອບໂຕ້ກັນເພື່ອຫາຄວາມສຳພັນລະຫວ່າງມະນຸດກັບເຄື່ອງຈັກ.
ອ່ານຂ່າວນີ້ເປັນພາສາອັງກິດ
CES, the massive consumer electronics trade show that takes place every year in Las Vegas,
Nvidia is a U.S. computing company that had a blockbuster year in 2024, with a market capitalization of $3 trillion dollars and share prices that surged 171 percent. It’s also at the center of the artificial intelligence boom.
“Agentic AI - AIs that can perceive, reason, plan and act. And then the next phase, some of which we’ll talk about tonight, physical AI.”
Leaders at Nvidia say the latest AI models are better able to reason and can even train and test themselves.
“Potentially, the AI can talk to itself or talk to other AIs, and just like how humans in a team can challenge each other, challenge each other’s assumptions, test each other, grade each other with their results, AIs can do the same thing.”
AI agents may become a firm’s new digital workforce, if given business-specific data and pre-defined parameters, Huang says.
“The IT department of every company is going to be the HR department of AI agents in the future.”
What Huang calls physical AI takes things a step further, interpreting data to carry out tasks and functions in the real world.
Automakers are exploring the field, as cars advance from driver-assisted technologies to fully autonomous vehicles.Their success is aided by AI predicting real world scenarios that can be, well, unpredictable.
“I don’t think there’s a fundamental issue of them not being safe, it’s how do you interact with the rest of the environment. And that still has some development to go, it’s working pretty well most cases … you’re going to have challenges to meet, buthuman drivers aren’t 100 percent safe either.”
Honda unveiled two prototype electric vehicles, currently without self-driving functionality. One company vice president stresses the importance of remembering who ultimately benefits from advances in technology.
“Honda has always pursued human-centric vehicle development, and I think that is all the more important in this era of software-defined vehicles and autonomous driving.”
Human-centric technology working hand in hand with AI agents, challenging the relationship between humans and machines.
ຟໍຣັມສະແດງຄວາມຄິດເຫັນ