ຕຳຫຼວດໃນລັດ Florida ໄດ້ຈັບກຸມຊາຍຜູ້ນຶ່ງ ທີ່ພວກເຂົາເຈົ້າສົງໄສວ່າ ໄດ້ຈູດໄຟເຜົາວັດສາສະໜາອິສລາມ ບ່ອນທີ່ ທ້າວ Omar Mateenຜູ້ຍິງປືນກາດໃສ່ຜູ້ຄົນໃນສະຖານທີ່ກິນດື່ມນັ້ນ ໄປກາບໄຫວ້ສັກກາລະບູຊາ.
ທ້າວ Joseph Michael Schreiber ໄວ 32 ປີ ໄດ້ຖືກຈັບກຸມໂດຍບໍ່ມີການຂັດຂືນໃດໆ ໃນວັນພຸດຜ່ານມານີ້ ທີ່ພົວພັນກັບການຈູດໄຟໃສ່ສູນກາງສາສະໜາອິສລາມ ທີ່ເມືອງ Fort Pierce.
ຄະດີຄວາມດັ່ງກ່າວນີ້ ຖືວ່າເປັນຄະດີຄວາມຂອງການກຽດຊັງ ທີ່ໝາຍຄວາມວ່າ ທ້າວ
Schreiber ອາດຈະຖືກຕິດຄຸກເຖິງ 30 ປີ ຖ້າຫາກຖືກພົບເຫັນວ່າມີຄວາມຜິດໃນຖາ
ນະທີ່ເປັນຄົນວາງເພີງ. ທ້າວ Schreiber ແມ່ນເຄີຍຖືກຈຳຄຸກ ໃນຖານທີ່ເປັນຄົນຂີ້ລັກ
ຂີ້ຂະໂມຍ ໃນ 2 ຄະດີ ກ່ອນໜ້ານີ້ມາແລ້ວ.
ທ້າວ Schreiber ແມ່ນເປັນຄົນ ຢິວ ໄດ້ຂຽນຂໍ້ຄວາມລົງໃນສື່ສັງຄົມ ທີ່ເປັນປໍລະປັກຕໍ່ສາສະໜາອິສລາມ ຊຶ່ງຂໍ້ມູນຕ່າງໆ ແມ່ນຮວມທັງຂໍ້ຄວາມທີ່ໄດ້ນຳເຜີຍແຜ່ ໃນເດືອນກໍລະກົດ ທີ່ລະບຸວ່າ “ພວກທີ່ນັບຖືສາສະໜາອິສລາມ ທັງໝົດແມ່ນເປັນພວກຫົວຮຸນແຮງ” ແລະຄວນທີ່ຈະຈັດວ່າເປັນ “ພວກກໍ່ການຮ້າຍແລະພວກອາຊະຍາກອນ” ທີ່ຂຽນເປັນຕົວອັກສອນໃຫຍ່ທັງໝົດ ແລະກໍ່ມີຫຼາຍໆຄຳທີ່ຂຽນຜິດ.
ບໍ່ມີຜູ້ໃດ ຢູ່ໃນວັດແຫ່ງນັ້ນ ໃນຕອນທີ່ໄຟເລີ້ມລຸກໄໝ້ຂຶ້ນ ໃນວັນຈັນຜ່ານມານີ້ ແລະກໍໄດ້ໄໝ້ລາມໄປທົ່ວວັດດັ່ງກ່າວ.
ທ້າວ Omar Mateenຜູ້ຊຶ່ງອາໄສໃນເມືອງ Fort Pierce ທີ່ສັງຫານ 49 ຄົນ ໃນສະຖານທີ່ກິນດື່ມ ຫຼື ບາຣ໌ ຂອງພວກກະເທີຍ ໃນເດືອນມິຖຸນາ ທີ່ໄດ້ທຳການຍິງສັງຫານຜູ້ຄົນເປັນເວລາ ນຶ່ງຊົ່ວໂມງ ກ່ອນທີ່ພວກຕຳຫຼວດຈະສາມາດເຂົ້າຄຸມສະຖານທີ່ແລະໄດ້ສັງຫານລາວ ໃນການຍິງປະທະກັນ. ລາວແມ່ນເປັນທີ່ຮູ້ຈັກກັນວ່າເປັນຜູ້ໄປສັກກາລະບູຊາທີ່ວັດແຫ່ງນີ້. ການຍິງສັງຫານໃນບາຣ໌ ທີ່ມີຊື່ວ່າ Pulse ນີ້ ແມ່ນການສັງຫານໝູ່ທີ່ຮ້າຍແຮງສຸດ ໃນປະຫວັດສາດສະຫະລັດ.
Florida police arrested the man they suspect set fire to a Florida mosque where Orlando nightclub shooter Omar Mateen worshipped.
Joseph Michael Schreiber, 32, was arrested without incident Wednesday in connection with the fire at the Islamic Center of Fort Pierce.
The case is being treated as a hate crime, meaning Schreiber could face 30 years in prison if convicted of the arson attack. Schreiber was previously sentenced to prison for theft on two separate occasions.
Schreiber, who is Jewish, had posted anti-Islamic material on social media. The material included a message posted in July stating that "all Islam is radical" and should be considered "terrorist and crimanals" (sic), written in capital letters with several misspellings.
No one was in the mosque when it was set ablaze Monday. The fire gutted much of the building.
Omar Mateen, who lived in Fort Pierce, killed 49 people at a gay nightclub in June in an hours-long assault before police raided it and killed him in a shootout. He was known to worship at the mosque. The shooting at the Pulse nightclub was the worst mass shooting in modern U.S. history.