ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ສຫລ 11 ຄົນເສຍຊີວິດ ​ໃນອຸບັດເຫດ ເຮ​ລິ​ຄອບ​ເຕີ ຕົກຢູ່ລັດ Florida


ທຸງຊາດ ສຫລ 11 ທຸງ ແຕ່ລະອັນສຳຫລັບ ທະຫານແຕ່ລະຄົນ ຢູ່ໃນເຮລິຄອບເຕີ ລຽນເປັນແຖວ ຢູ່ແຄມທາງ ຈາກສະຖານທີ່ບ່ອນພວກພະນັກງານກູ້ໄພ ຊອກຫາ ໃນບໍລິເວນອ້ອມແອ້ມຂົວ Navarre ຫຼັງຈາກເຮລິຄອບເຕີໄດ້ຕົກ ຢູ່ທາງກ້ຳຕາເວັນອອກ ຂອງເມືອງ Pensacola ລັດ Florida, ວັນທີ 11 ມີນາ 2015.
ທຸງຊາດ ສຫລ 11 ທຸງ ແຕ່ລະອັນສຳຫລັບ ທະຫານແຕ່ລະຄົນ ຢູ່ໃນເຮລິຄອບເຕີ ລຽນເປັນແຖວ ຢູ່ແຄມທາງ ຈາກສະຖານທີ່ບ່ອນພວກພະນັກງານກູ້ໄພ ຊອກຫາ ໃນບໍລິເວນອ້ອມແອ້ມຂົວ Navarre ຫຼັງຈາກເຮລິຄອບເຕີໄດ້ຕົກ ຢູ່ທາງກ້ຳຕາເວັນອອກ ຂອງເມືອງ Pensacola ລັດ Florida, ວັນທີ 11 ມີນາ 2015.

ບັນດາ​ເຈົ້າໜ້າ​ທີ່​ກອງທັບ​ອາກາດ​ສະຫະ​ລັດ ກ່າວ​ໃນ​ວັນ​ພະຫັດ
​ວານ​ນີ້​ວ່າ ທະຫານສະຫະລັດ​ທັງ​ໝົດ 11 ຄົນ ທີ່ຢູ່​ໃນ​ເຮ​ລິ​ຄອບ​ເຕີ
Black Hawk ຂອງ​ກອງທັບ​ບົກ​ສະຫະລັດ ທີ່​ໄດ້​ປະສົບອຸບັດເຫດ
ຕົກລົງ​ໃສ່​ນ້ຳ ນ​ອກຝັ່ງ​ລັດ Florida ​ເ​ມື່ອວັນ​ອັງຄານ​ຜ່ານ​ມານັ້ນ ​
ແມ່ນ​ເຊື່ອ​ກັນ​ວ່າ ​ເສຍ​ຊີວິດແລ້ວ ​ແລະ ປະຕິບັດ​ງານ​ໄດ້​ຫັນປ່ຽນ
​ຈາກ​ການ​ກູ້​ໄພ ​ໄປ​ເປັນ​ການ​ເກັບ​ກູ້.

ພັນ​ເອກອາກາດ Monte Cannon ກ່າວ​ວ່າ ບັດ​ນີ້ ກອງທັບ ໄດ້
​ເພັ່ງ​ເລັງ​ໃສ່ ​ເກັບ​ກູ້ຊາກ​ເຮ​ລິ​ຄອບ​ເຕີ ຊຶ່ງ​ບັນດາ​ນັກຄົ້ນຫາ ພົບ
​ເຫັນ​ແລ້ວ​ ຢູ່​ພື້ນ​ນ້ຳ​ໃນເຂດ Santa Rosa Sound ​ໃກ້ໆ​ກັບ
ຖານ​ທັບ​ອາກາດ Eglin ​ພ້ອມ​ກັບຊາກ​ສົບທັງ​ໝົດ ​ຂອງ​ທະຫານ​ນາ​ວິ​ກະ​ໂຍທິນ ​7 ສົບ ແລະ ກຳລັງ​ພິທັກ​ຊາດ​ຂອງ​ລັດ Louisiana 4 ສົບ ຜູ້​ທີ່​ຢູ່ໃນ​ເຮ​ລິ​ຄອບ​ເຕີນັ້ນ.

ເຄື່ອງ Sonar ຊ່ອຍໃນການກຳນົດສະຖານທີ່ ເຮລິຄອບເຕີ UH-60 Black Hawk ຊຶ່ງເປັນເຮລິຄອບເຕີຄ້າຍກັນກັບຢູ່ໃນພາບນີ້ ທີ່ໄດ້ຕົກ ຢູ່ເຂດກາງນ້ຳ Santa Rosa Sound ໃກ້ກັບຖານທັບອາກາດ Eglin.
ເຄື່ອງ Sonar ຊ່ອຍໃນການກຳນົດສະຖານທີ່ ເຮລິຄອບເຕີ UH-60 Black Hawk ຊຶ່ງເປັນເຮລິຄອບເຕີຄ້າຍກັນກັບຢູ່ໃນພາບນີ້ ທີ່ໄດ້ຕົກ ຢູ່ເຂດກາງນ້ຳ Santa Rosa Sound ໃກ້ກັບຖານທັບອາກາດ Eglin.

ຊາກ​ສົບ​ຂອງ​ກຳລັງ​ພິທັກ​ຊາດສອງ​ສົບ ແມ່ນ​ເຊື່ອ​ກັນ​ວ່າ ຍັງ​ຄ້າງ​
ຄາ​ຢູ່​ໃນ​ຊາກ​ເຮຣີຄອບເຕີ້.

ກອງທັບ​ກ່າວ​ວ່າ ກ່ອນ​ໜ້າ​ນີ້ ສິ້ນສ່ວນບາງຢ່າງ​ຂອງ​ສົບ​ໄດ້​ຖືກ
​ພັດ​ຂຶ້ນ​ຝັ່ງ ​ໃນ​ວັນ​ພຸດ​ຜ່ານມານີ້.

​ກອງທັບ​ກ່າວອີກ​ວ່າ ເຮ​ລິ​ຄອບ​ເຕີ​ Black Hawk ສອງ​ລຳ ​ໄດ້
​ທຳ​ການ​ເຝິກ​ແອບ ​ໃກ້ໆ​ຖານທັບ Eglin ​ໃນ​ສະພາບ ​ທີ່​ມີ​ໝອກ
ປົກ​ຄຸມ ໜາ ​ເມື່ອ​ນຶ່ງ​ໃນ​ສອງ​ເຮ​ລິ​ຄອ​ບ​ເຕີ ໄດ້​ຕົກລົງ​ຢູ່​ໃນ​ເຂດ
​ນ້ຳ​ແຫ່ງ​ນຶ່ງ​ ​ທີ່ແຄບໆ ລະຫວ່າງແຜ່ນດິນ​ໃຫຍ່​ທາງ​ພາກ​ເໜືອ
​ຂອງ​ລັດ Florida ກັບ ​ເກາະທີ່​ກັ້ນທະ​ເລ. ເຮ​ລິ​ຄອບ​ເຕີ​ Black Hawk ລຳທີສອງໄດ້ບິນກັບຄືນໄປຖານທັບ ຢ່າງປອດໄພ.

ພັນ​ເອກອາກາດ Cannon ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ບັນດາ​ນັກ​ສືບສວນ​ສອບ​ສວນ
ຈາກ​ກອງທັບ​ບົກ ​ແລະ ນາ​ວິ​ກະ​ໂຍທິນ ຈະ​ພະຍາຍາມ ກຳນົດ​ວ່າ ​ເປັນ​ຍ້ອນສາ​ເຫດ​
ອັນ​ໃດ ທີ່​ເຮັດ​ໃຫ້​ເຮ​ລິ​ຄອບ​ເຕີ​ຕົກ.

US Helicopter Crash
please wait
Embed

No media source currently available

0:00 0:00:52 0:00

All 11 service members aboard a U.S. Army Black Hawk helicopter that crashed in waters off the Florida coast on Tuesday are believed dead, and the operation has transitioned from rescue to recovery, an Air Force official said Thursday.

The military is now focused on recovering the helicopter, which searchers found at the bottom of the Santa Rosa Sound near Eglin Air Force Base, and the bodies of all seven Marines and four Louisiana Army National Guard members who were aboard, Air Force Colonel Monte Cannon said.

The bodies of two guardsmen are believed to remain inside the wreckage.

The military said previously that some remains had washed ashore Wednesday.

Two Black Hawk helicopters were training near Eglin in heavy fog when one of them went down in the sound -- a narrow body of water between mainland northern Florida and a barrier island, the military has said.The second Black Hawk safely returned to the base.

Investigators from the Army and the Marines will try to determine what caused the wreck, Cannon said Thursday.

XS
SM
MD
LG