ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມເນຍ ພາກັນ ປະທ້ວງ ຂະນະທີ່ ການເຈລະຈາ ທາງການເມືອງ ຖືກຍົກເລີກ


ຜູ້ນຳພັກຝ່າຍຄ້ານອາເມເນຍ ທ່ານນິໂຄລ ປາຊີນຢານ ກ່າວຄຳປາໄສ ຕໍ່ພວກສະໜັບສະໜຸນ ໃນລະຫວ່າງ ການໂຮມຊຸມນຸມ ທີ່ນະຄອນຫຼວງເຢເຣວານ. (ວັນທີ 25 ເມສາ 2018)
ຜູ້ນຳພັກຝ່າຍຄ້ານອາເມເນຍ ທ່ານນິໂຄລ ປາຊີນຢານ ກ່າວຄຳປາໄສ ຕໍ່ພວກສະໜັບສະໜຸນ ໃນລະຫວ່າງ ການໂຮມຊຸມນຸມ ທີ່ນະຄອນຫຼວງເຢເຣວານ. (ວັນທີ 25 ເມສາ 2018)

ພວກປະທ້ວງຕໍ່ຕ້ານລັດຖະບານຫຼາຍພັນຄົນ ໄດ້ລົງສູ່ຖະໜົນຫົນທາງ ໃນນະຄອນ
ຫຼວງຂອງອາເມເນຍໃນວັນພຸດມື້ນີ້ ຫຼັງຈາກແຜນການເຈລະຈາລະຫວ່າງຜູ້ນຳຝ່າຍ
ຄ້ານ ແລະຜູ້ຮັກສາການ ນາຍົກລັດຖະມົນຕີຂອງປະເທດໄດ້ມີການຍົກເລີກ.

ການພົບປະດັ່ງກ່າວ ແມ່ນຈະຫາລືກ່ຽວກັບການເອົາບາດກ້າວຕ່າງໆ ເພື່ອໂອນອຳ
ນາດທາງການເມືອງ ຫລັງຈາກໄດ້ມີການລາອອກ ຂອງນາຍົກລັດຖະມົນຕີ ເຊີຣສ໌ ຊາຣກີຊຽນໃນມື້ວັນຈັນແລ້ວ.

ຮັກສາການນາຍົກລັດຖະມົນຕີແຄເຣັນ ຄາປາເຕຊຽນ ຊຶ່ງເປັນພັນທະມິດຂອງທ່ານ
ຊາຣກີຊຽນກ່າວວ່າ ພວກຝ່າຍຄ້ານໄດ້ຍື່ນຂໍ້ຮຽກຮ້ອງໃໝ່. ນອກນັັ້ນທ່ານຍັງໄດ້ສະ
ເໜີ ໃຫ້ຈັດການເລືອກຕັ້ງສະພາກ່ອນກຳນົດເພື່ອແກ້ໄຂສະພາບການວຸ້ນວາຍທາງ ດ້ານການເມືອງ.

ທ່ານ ນິໂຄລ ປາຊີນຢານ (Nikol Pashinyan) ຜູ້ນຳຂອງພັກສະພາແຫ່ງຊາດຂອງ
ອາເມເນຍ ຊຶ່ງເປັນພັກຝ່າຍຄ້ານ ກ່າວວ່າ ພັກຂອງທ່ານຈະບອຍຄອດຫຼືບໍ່ຍອມເຂົ້າ
ຮ່ວມການເລືອກຕັ້ງດັ່ງກ່າວ ຖ້າສະມາຊິກ ຂອງພັກຣີພັບບລີກັນ ຊຶ່ງເປັນພັກລັດຖະ
ບານ ຍັງຈະເປັນນາຍົກລັດຖະມົນຕີຢູ່. ກ່ອນໜ້ານີ້ທ່ານໄດ້ກ່າວວ່າ ທ່ານພ້ອມແລ້ວ
ທີ່ຈະນຳພາປະເທດຊາດ.

Armenia Politics
please wait
Embed

No media source currently available

0:00 0:01:35 0:00

Thousands of anti-government protesters marched in Armenia's capital on Wednesday after planned talks between an opposition leader and the country's acting prime minister were canceled.

The meeting was meant to discuss steps for a political transition following Monday's resignation of Prime Minister Serzh Sargsyan.

Acting Prime Minister Karen Karapetian, a Sargsyan ally, said the opposition was making new demands. He also proposed holding snap parliamentary elections as a way to resolve the political turmoil.

Opposition leader Nikol Pashinian of the Armenian National Congress said his side would boycott such an election if a member of the ruling Republican Party remains prime minister. He earlier said he was prepared to lead the country.

Largely peaceful protests began two weeks ago, triggered by accusations that Sargsyan, who served as president for a decade, manipulated the constitution to remain in power.

XS
SM
MD
LG