ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກລັດຖະບານ ອາເມເນຍ ຂັດຂວາງ ບໍ່ໃຫ້ ຜູ້ນໍາພັກຝ່າຍຄ້ານ ເປັນນາຍົກ ລັດຖະມົນຕີ


ທ່ານນິໂຄລ ແພສຊິນຢານ ຜູ້ນໍາພັກຝ່າຍຄ້ານ ກ່າວຄໍາປາໄສ ຕໍ່ຜູ້ຄົນທີ່ໄປໂຮມຊຸມນຸມປະທ້ວງ ພາຍຫລັງທີ່ທ່ານຖືກກີດກັນ ໂດຍສະພາອາເມເນຍ ບໍ່ໃຫ້ທ່ານ ເປັນນາຍົກລັດຖະມົນຕີ ຢູ່ນະຄອນເຢເຣວານ ໃນວັນທີ 1 ພຶດສະພາ 2018.
ທ່ານນິໂຄລ ແພສຊິນຢານ ຜູ້ນໍາພັກຝ່າຍຄ້ານ ກ່າວຄໍາປາໄສ ຕໍ່ຜູ້ຄົນທີ່ໄປໂຮມຊຸມນຸມປະທ້ວງ ພາຍຫລັງທີ່ທ່ານຖືກກີດກັນ ໂດຍສະພາອາເມເນຍ ບໍ່ໃຫ້ທ່ານ ເປັນນາຍົກລັດຖະມົນຕີ ຢູ່ນະຄອນເຢເຣວານ ໃນວັນທີ 1 ພຶດສະພາ 2018.

ອະດີດເຈົ້າໜ້າທີ່ລັດຖະບານ ກໍຄືກັນກັບປະຊາຊົນທົ່ວໄປ ໄດ້ສະແດງຄວາມສົງໄສ ກ່ຽວກັບການຕັດສິນໃຈຂອງພັກລັດຖະບານຂອງອາເມເນຍ ທີ່ໄດ້ຂັດຂວາງຕໍ່ການ
ພະຍາຍາມຂອງທ່ານນິໂຄລ ແພສຊິນຢານ (Nikol Pashinyan) ຜູ້ນໍາຂອງພັກຝ່າຍ
ຄ້ານທີ່ຈະເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງປະເທດ ຊຶ່ງພາໃຫ້ເກີດມີຄວາມເຄັ່ງຕຶງ
ລະຫວ່າງພວກເຈົ້າຂຸນມຸນນາຍ ທີ່ໄດ້ປົກຄອງປະເທດມານານກວ່ານຶ່ງທົດສະວັດແລ້ວ
ກັບພວກສະໜັບສະໜຸນທ່ານແພສຊິນຢານ ທີ່ມີ ຈໍານວນຫລາຍພັນຄົນ ທີ່ພາກັນໄປຕັ້ງ
ຄ້າຍນອນ ຢູ່ຕາມຖະໜົນຫົນທາງສາຍຕ່າງໆ.

ທ່ານເຊຣານ ໂອຮາຢານອະດີດລັດຖະມົນຕີກະຊວງປ້ອງກັນປະເທດອາເມເນຍ ກ່າວ
ຕໍ່ວີໂອເອພະແນກພາສາອາເມເນຍວ່າ ທ່ານຢາກເຫັນທ່ານແພສຊິນຢານ (Pashinyan) ໄດ້ຖືກເລືອກ ໃຫ້ເປັນນາຍົກລັດຖະມົນຕີຊຶ່ງຄວາມຄິດເຫັນຂອງທ່ານ
ຈະແກ້ໄຂວິກິດການທາງການເມືອງ ທີ່ຍືດຍາວນັ້ນ ໃຫ້ໝົດໄປ.

Armenia reactions
please wait
Embed

No media source currently available

0:00 0:01:36 0:00

ສະພາຂອງອາເມເນຍ ໄດ້ລົງຄະແນນສຽງ 45 ຕໍ່ 55 ຄັດຄ້ານຕໍ່ທ່ານແພສຊິນຢານ ຊຶ່ງ
ໄດ້ເຮັດໃຫ້ທ່ານຂາດຄະແນນສຽງທີ່ຕ້ອງການຢູ່ 8 ສຽງ ຈຶ່ງຈະກາຍເປັນພັກທີ່ມີສຽງ
ສ່ວນຫລາຍ ເພື່ອຈະຄວ້າເອົາຕໍາແໜ່ງ ທີ່ມີອິດທິພົນທີ່ສຸດຂອງປະເທດ ທີ່ຕັ້ງຢູ່ພາກໃຕ້
ຂອງພູໂຄເຄຊັສນັ້ນ ມາຄອງໄດ້.

ທ່ານໂອຮາຢານເວົ້າວ່າ "ທ່ານນິໂຄລ ແພສຊິນຢານ (Nikol Pashinyan) ທີ່ຈິງນັ້ນ
ສົມທີ່ຈະໄດ້ເປັນນາຍົກລັດຖະມົນຕີຢູ່ໃນສະຖານະການໃໝ່ຂອງປະເທດ ແລະການ
ທໍາການປ່ຽນແປງທີ່ປະຊາຊົນໄດ້ຄາດຫວັງໄວ້ ແລະຮຽກຮ້ອງໃຫ້ມີ.”

ຜູ້ສະໜັບສະໜຸນທ່ານນິໂຄລ ແພສຊິນຢານ ຜູ້ນໍາພັກຝ່າຍຄ້ານມີຄວາມເສຍໃຈ ພາຍຫລັງທີ່ທ່ານຖືກ ກີດກັນບໍ່ໃຫ້ສະໝັກເປັນນາຍົກລັດຖະມົນຕີໃນຂະນະທີ່ປະທ້ວງຢູ່ໃຈກາງນະຄອນຫລວງເຢເຣວານ ໃນວັນທີ 1 ພຶດສະພາ, 2018
ຜູ້ສະໜັບສະໜຸນທ່ານນິໂຄລ ແພສຊິນຢານ ຜູ້ນໍາພັກຝ່າຍຄ້ານມີຄວາມເສຍໃຈ ພາຍຫລັງທີ່ທ່ານຖືກ ກີດກັນບໍ່ໃຫ້ສະໝັກເປັນນາຍົກລັດຖະມົນຕີໃນຂະນະທີ່ປະທ້ວງຢູ່ໃຈກາງນະຄອນຫລວງເຢເຣວານ ໃນວັນທີ 1 ພຶດສະພາ, 2018

ທ່ານໄດ້ກ່າວຢ້ຳວ່າ ເຫດຜົນຂອງພັກລັດຖະບານ ທີ່ບໍ່ແຕ່ງຕັ້ງໃຫ້ທ່ານແພສຊິນຢານ
ເປັນນາຍົກລັດຖະມົນຕີ ກໍເພາະວ່າ ການທີ່ເລືອກເອົາບຸກຄົນ ຈາກຝ່າຍຄ້ານເປັນນາ
ຍົກລັດຖະມົນຕີໃນເວລານີ້ ຈະເຮັດໃຫ້ຄວາມໝັ້ນຄົງຂອງຊາດຕົກຢູ່ໃນສະພາບທີ່ເປັນ
ອັນຕະລາຍນັ້ນ ຄວນມີການຕັ້ງຂໍ້ສົງໄສ.

ໃນຂະນະທີ່ພວກນັກສັງເກດການພາກັນສະແດງຄວາມຢ້ານວ່າ ຄວາມວຸ້ນວາຍທາງ
ການເມືອງແບບບໍ່ຄາດຝັນໃດໆ ເນື່ອງມາຈາກກອງປະຊຸມຂອງສະພາ ໃນວັນອັງຄານ
ວານນີ້ ອາດເຮັດໃຫ້ເກີດການຂາດສະຖຽນລະພາບໃນປະເທດ ພັນ ທະມິດກັບມົສກູ
ແຫ່ງນີ້ ທີ່ໄດ້ມີການຂັດແຍ້ງ ດ້ານດິນແດນ ກັບອາເຈີບາຍຈານມາໄດ້ທົດສະວັດນຶ່ງແລ້ວ
ນັ້ນ, ທ່ານແພສຊິນຢານກໍໄດ້ໄປພົບກັບພວກສະມາຊິກສະພາ ຂອງຣັດເຊຍ ໃນວັນອາ
ທິດຜ່ານມາ ຊຶ່ງໄດ້ບອກ ພວກສະມາຊິກສະພາເຫລົ່ານັ້ນວ່າ ການເປັນນາຍົກຂອງທ່ານ ຈະບໍ່ເປັນໄພຂົ່ມຂູ່ຕໍ່ສາຍສໍາພັນອັນໃກ້ ຊິດຂອງ Yerevan ກັບມົສກູແຕ່ຢ່າງໃດ.

ທ່ານເຊຣານ ໂອຮາຢານອະດີດລັດຖະມົນຕີ ກະຊວງປ້ອງກັນປະເທດອາເມເນຍ ລົມກັບທ່ານ ແພສຊິນຢານ ຜູ້ນໍາຝ່າຍຄ້ານ ຢູ່ນະຄອນເຢເຣວານໃນວັນທີ 22 ເມສາ, 2018
ທ່ານເຊຣານ ໂອຮາຢານອະດີດລັດຖະມົນຕີ ກະຊວງປ້ອງກັນປະເທດອາເມເນຍ ລົມກັບທ່ານ ແພສຊິນຢານ ຜູ້ນໍາຝ່າຍຄ້ານ ຢູ່ນະຄອນເຢເຣວານໃນວັນທີ 22 ເມສາ, 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG