ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັງກິດ ອ​ະ​ນຸ​ຍາດ ໃຫ້​ລາດ​ສະ​ດອນ ທີ່ມາຈາກ ປະເທດ ເຄືອຈັກກະພົບ ​ເຂົ້າ​ເປັນທະຫານໄດ້


Britain Army Recruitment Crisis Opens Door for Commonwealth Citizens to Join
please wait

No media source currently available

0:00 0:02:54 0:00

ວິກິດການໃນການເກນທະຫານ ເຂົ້າໃນກອງທັບອັງກິດ ເປີດ ໂອກາດ ໃຫ້ລາດສະດອນ ມາຈາກພວກປະເທດຕ່າງໆ ໃນເຄືອຈັກກະພົບ

ປະເທດອັງກິດຕັ້ງໃຈວ່າ ຈະອະນຸຍາດໃຫ້ລາດສະດອນ ຂອງທຸກໆ ປະເທດໃນເຄືອ
ຈັກກະພົບ ເຂົ້າເປັນທະຫານ ຢູ່ໃນກອງທັບຂອງຕົນໄດ້ ເຖິງ ແມ່ນ ພວກເຂົາເຈົ້າ ຈະບໍ່ເຄີຍໄດ້ມາຢູ່ໃນອັງກິດຈັກເທື່ອກໍຕາມ. ກົດລະບຽບໃໝ່ນີ້ ມີເປົ້າໝາຍແນໃສ່ ເພື່ອຮັບມືກັບວິກິດການໃນດ້ານການຂາດທະຫານ. ແຕ່ດັ່ງ ທີ່ Henry Ridgewell ລາຍງານມາຈາກລອນດອນນັ້ນ ກໍແມ່ນວ່າ ພວກນັກຂົນຂວາຍທັງຫຼາຍຢາກຮູ້ຄວາມ
ກະຈ່າງແຈ້ງວ່າ ສິດທິພົນລະເມືອງຂອງພວກ ທີ່ຖືກເກນເຂົ້າມາໃໝ່ ມີຫຍັງແດ່ ຫຼັງ
ຈາກເຂົາເຈົ້າອອກທະຫານແລ້ວ. ສາລີ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານ.

ໃນການສະເດັດປະພາດ ອາຟຣິກາ ໃນຕົ້ນເດືອນນີ້ ເຈົ້າຊາຍ ຊາກສ໌ (Charles) ໄດ້ໄປໃຫ້ກຽດແກ່ພວກທະຫານຂອງອະດີດອະນານິຄົມ ທີ່ໄດ້ຕໍ່ ສູ້ໃຫ້ອັງກິດ ​ຢູ່​ນະ​
ຄອນ ອາບູຈາ ​ຊຶ່ງພວກທະຫານ ໄນຈິເຣຍ 2,000 ຄົນ ໄດ້ເສຍຊີວິດ ໄປ ໃນສົງຄາມ
ໂລກສອງປາງ.

ຈາກອະນານິຄົມດັ່ງກ່າວ ໄດ້ກາຍມາເປັນເຄືອຈັກກະພົບແລະຢູ່ໃນຈຳພວກປະ ເທດ
ເຫຼົ່ານັ້ນ ທີ່ອັງກິດກຳລັງສະແຫວງຫາ ຢາກເກນເອົາຄົນ ເຂົ້າມາເປັນທະຫານ.

ລັດຖະບານອັງກິດຖະແຫຼງວ່າ ບົດບາດແລະຊັ້ນຕ່າງໆ ແມ່ນມີເປີດໄວ້ ໃຫ້ແກ່ ລາດສະດອນທົ່ວໄປຂອງພວກປະເທດຈັກກະພົບທັງໝົດ ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນ
ໄປ. ການກະທຳດັ່ງກ່າວ ແມ່ນແນໃສ່ ຖົມຊ່ອງວ່າງ ຂອງການເກນທະ ຫານທີ່ບໍ່ພຽງ
ພໍ ຢູ່ໃນກອງທັບ ທີ່ຍັງຂາດເຂີນຢູ່ປະມານ 8,000 ຄົນ ອິງຕາມທ່ານ ພອລ ບານສ໌ ແຂກຢ້ຽມຢາມຈາກສະຖາບັນກອງທັບສະຫະລາດຊະອານາຈັກ ອັງກິດ.

ທ່ານ ບານສ໌ ກ່າວວ່າ “ປາກົດວ່າ ບໍ່ມີຈຳນວນຫຼວງຫຼາຍເຂົ້າມາສະໝັກ ຄືກັບ ໃນ
ເມື່ອກ່ອນ ແລະອີງຕາມຈຳນວນທີ່ເປີດກວ້າງຢູ່ນີ້ ເຫັນວ່າ ພວກເຮົາຕ້ອງ ການ
ໃຫ້ມັນເຕັມໂດຍໄວ. ແລະຕາມປົກກະຕິແລ້ວ ສິ່ງທີ່ດີທີ່ສຸດກໍຄື ຈະໄດ້ມາ ຈາກພວກ
ເຄືອຈັກກະພົບ.”

ໃນເມື່ອກ່ອນ ການເກນທະຫານເຄືອຈັກກະພົບແມ່ນວ່າ ພວກທີ່ຈະໄດ້ເຂົ້າເປັນ ທະ
ຫານ ຕ້ອງໄດ້ມາຢູ່ອັງກິດຢ່າງໜ້ອຍຫ້າປີກ່ອນ. ມາບັດນີ້ ກົດລະບຽບນັ້ນ ໄດ້ຖືກຍົກ
ເລີກແລ້ວ ແລະກອງທັບຫວັງວ່າ ຈະເກັບເກນໃຫ້ໄດ້ 1,350 ຄົນຕໍ່ປີ ໃນໂຄງການດັ່ງ
ກ່າວ. ທ່ານບານສ໌ ເວົ້າວ່າ ພວກເຫຼົ່ານີ້ຈະມາປະກອບເຂົ້າເປັນ ສ່ວນທີ່ມີຄຸນຄ່າ.

ທ່ານ ບານສ໌ ເວົ້າຕື່ມວ່າ “ພວກທະຫານຈາກເຄືອຈັກກະພົບ ຈະມາພ້ອມກັບ ການສຶກ
ສາສູງ ແລະພວກເຂົາເຈົ້າ ກໍຈະປະກອບສ່ວນເຂົ້າໃນບົດບາດພິເສດ ທີ່ຍາກໆຕ່າງໆ
ນາໆ ໄດ້ຢ່າງງ່າຍດາຍ​. ແຕ່ນອກນັ້ນທ່ານຍັງຈະໄດ້ຮັບຄວາມ ເຂັ້ມແຂງທາງດ້ານ
ຄວາມຫຼາກຫຼາຍ ຄວາມເຂັ້ມແຂງ ໃນທັດສະນະຂອງຄວາມ ຫຼາກຫຼາຍໃນການຕັດສີນ
ໃຈ ທັດສະນະຂອງພວກເຮົາໃນການເບິ່ງໂລກ ຄວາມ ເຂົ້າໃຈຂອງພວກເຮົາທາງດ້ານວັດທະນະທຳ.”

ນອກນັ້ນ ການເກນທະຫານຈາກເຄືອຈັກກະພົບຍັງຈະໃຫ້ຄຸນສົມບັດແນວອື່ນນຳ ຄືຈະມາຕັ້ງຖິ່ນຖານຢູ່ໃນອັງກິດໄດ້ ຫຼັງຈາກໄດ້ຮັບໃຊ້ມາສີ່ປີແລ້ວ ຫຼືຈະໄດ້ກາຍ ເປັນ
ສັນຊາດ ຫຼັງຈາກໄດ້ຮັບໃຊ້ຫ້າປີ ຊຶ່ງນັ້ນ ແມ່ນປັດໄຈອັນແຮງກ້າ ທີ່ດຶງດູດ ເອົາຄົນເຂົ້າ
ມາຈົດຊືື່.

ດຣ. ຮິວ ມິລຣອຍ ແມ່ນຫົວໜ້າບໍລິຫານພະແນກຊ່ອຍເຫຼືອນັກລບເກົ່າ ຊຶ່ງໄດ້ ຊ່ອຍ
ພວກທະຫານເກົ່າ ຈາກເຄືອຈັກກະພົບ ທີ່ເຄີຍສູ້ຊົນ ຢາກເປັນສັນຊາດມາ ແລ້ວ.
ດຣ. ມິລຣອຍ ກ່າວວ່າ:

“ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ອັນນີ້ຈະເປັນການແກ້ໄຂວິທີເກົ່າ ພາຍໃຕ້ລະບົບ ເກົ່າ ເຈົ້າບໍ່ໄດ້ຮັບຜົນພອຍໄດ້ແນວໃດ ແລະເຈົ້າກໍບໍ່ມີສິດຈະໄດ້ເຮັດວຽກ. ເພາະສະນັ້ນ
ຄວາມຈິງ ເປັນເວລາຫຼາຍໆປີມາແລ້ວ ພວກເຮົາໄດ້ຊ່ອຍເຮັດໃຫ້ ການຕາຍອຶດຫິວ
ຂອງຜູ້ຄົນໝົດໄປ. ຄຳແນະນຳຂອງຂ້າພະເຈົ້າ ຕໍ່ຜູ້ໃດກໍຕາມ ທີ່ຈະມາປະກອບສ່ວນ
ເຂົ້າໃນກອງທັບຢູ່ໜີ້ກໍຄື ອັນນີ້ເກືອບວ່າ ເປັນສິ່ງທຳອິດ ທີ່ເຈົ້າຄວນເຮັດ ໄວທີ່ສຸດເທົ່າ
ທີ່ຈະໄວໄດ້ ເວລາເຈົ້າມາເຖິງໜີ້ ມາເຂົ້າທະຫານ ໃນກອງທັບ. ຢ່າຊູລໍຖ້າ ຈົນເຖິງເວ
ລາສຸດທ້າຍເພາະວ່າມັນກິນເວລາດົນຫຼາຍ.”

ກະຊວງປ້ອງກັນປະເທດຂອງອັງກິດ ໄດ້ບອກ ວີໂອເອ ວ່າ ການມີຄຸນສົມບັດ ເປັນ
ສັນຊາດ ບໍ່ໄດ້ມີຫຍັງປ່ຽນແປງ ແລະການເກນທະຫານໃໝ່ ຈາກເຄືອຈັກ ກະພົບ ກໍຈະຕ້ອງໄດ້ເຮັດຕາມທຸກສິ່ງທຸກຢ່າງຄືແຕ່ກ່ອນ.

ເຊີນອ່ານເລື້ອງນີ້ຕ່ືມ ເປັນພາສາອັງກິດ

XS
SM
MD
LG