ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາເຈັນຕີນາ ກ່າວວ່າ ເຂົາເຈົ້າໄດ້ຮັບ ສັນຍານແຈ້ງ ເຫດຮ້າຍ ຈາກເຮືອດຳນໍ້າ ທີ່ຫາຍສາບສູນໄປ


ເຮືອດຳນໍ້າ ARA San Juan ພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ ທີ່ຜະລິດໃນປະເທດ ເຢຍຣະມັນ, ຢູ່ໃກ້ໆນະຄອນຫຼວງ ບູເອນອສ ແອເຣັສ, ປະເທດ ອາເຈັນຕີນາ. 17 ພະຈິກ, 2017.
ເຮືອດຳນໍ້າ ARA San Juan ພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ ທີ່ຜະລິດໃນປະເທດ ເຢຍຣະມັນ, ຢູ່ໃກ້ໆນະຄອນຫຼວງ ບູເອນອສ ແອເຣັສ, ປະເທດ ອາເຈັນຕີນາ. 17 ພະຈິກ, 2017.

ກອງທັບເຮືອ ອາເຈັນຕີນາ ໄດ້້ກ່າວໃນຕອນແລງຂອງວັນເສົາວານນີ້ວ່າ ເຂົາເຈົ້າຈັບ
ໄດ້ “ການໂທລະສັບຜ່ານດາວທຽມ” 7 ຄັ້ງ ທີ່ບໍ່ປະສົບຄວາມສຳເລັດ, ເຊິ່ງເບິ່ງຄືວ່າ
ຈະມາຈາກສະມາຊິກຂອງເຮືອດຳນໍ້າ ທີ່ໄດ້ຫາຍສັບສູນໄປໃນຕົ້ນສັບປະດານີ້.

ກະຊວງປ້ອງກັນປະເທດໄດ້ກ່າວວ່າ “ການໂທລະສັບຜ່ານດາວທຽມ” ແມ່ນເບິ່ງຄືວ່າ
ຈະມາຈາກສະມາຊິກ ຂອງເຮືອດຳນໍ້າ ARA San Juan, ແລະ ບັນດາເຈົ້າໜ້າທີ່ ໄດ້
ຖືວ່າມັນເປັນສັນຍານຂອງສະມາຊິກເຮືອດຳນໍ້າ 44 ຄົນ ທີ່ພະຍາຍາມທຳການຕິດຕໍ່
ອີກຄັ້ງ.

ເຮືອດຳນໍ້າທີ່ຢູ່ໃຕ້ນໍ້າ ສາມາດສົ່ງສັນຍານສະຖານະການຂອງມັນຂຶ້ນມາເທິງໜ້ານໍ້າ
ທີ່ຕໍ່ມາກໍສາມາດປ່ອຍສັນຍານສຸກເສີນຜ່ານດາວທຽມ, ອີງຕາມລາຍງານຂອງອົງການ
ຂ່າວ ຣອຍເທີສ໌. ກອງທັບເຮືອໄດ້ກ່າວວ່າ ບໍລິສັດ ສະຫະລັດ ທີ່ມີຄວາມຊຳນານໃນ
ການຄົມມະນາຄົມຜ່ານດາວທຽມ ໄດ້ເຂົ້າຮ່ວມໃນການພະຍາຍາມ ທີ່ຈະຫາທີ່ຢູ່ຂອງ
ສັນຍານດັ່ງກ່າວ, ອີງຕາມອົງການຂ່າວ ຣອຍເທີສ໌.

ກອງທັບເຮືອໄດ້ສູນເສຍການຕິດຕໍ່ກັບເຮືອດຳນໍ້າ ພະລັງງານນໍ້າມັນກາຊວນ ແລະ
ໄຟຟ້າ ສ້າງໂດຍ ເຢຍຣະມັນ ໃນວັນພຸດທີ່ຜ່ານມາ ໃນຂະນະທີ່ມັນໄດ້ເດີນທາງກັບ
ຈາກ ການປະຕິບັດການປະຈຳວັນຈາກຖານທັບເຮືອ ອູຊົວເອຍ, ໃນເຂດໃຕ້ສຸດຂອງ
ປະເທດ ອາເຈັນຕີນາ, ໄປຫາຖານທັບໃນເມືອງ ມາ ແດລ ປລາຕາມານ.

ເຖິງແມ່ນວ່າ ຈະມີອາກາດທີ່ຮຸນແຮງ ເຊິ່ງລວມມີລົມແຮງ ແລະ ຄື້ນສູງ 6 ແມັດກໍຕາມ,
ຜູ້ບັນຊາການ ພົນເຮືອເອກ ກາບຣີແອລ ກອນຊາເລສ ກໍກ່າວວ່າ ກອງທັບເຮືອ ໄດ້
ເພີ່ມຄວາມພະຍາຍາມຂອງເຂົາເຈົ້າຢູ່ເໜືອ ແລະ ຕໍ່າກວ່າໜ້ານໍ້າ ແລະ ໄດ້ກຽມພ້ອມ
ທີ່ຈະມຸດລົງໄປກົ້ນຂອງມະຫາສະໝຸດ.

ທ່ານ ກອນຊາເລສ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ “ການຄົ້ນຫາໃຕ້ນໍ້າແມ່ນ
ເຫັນໄດ້ຊັດວ່າ ສັບສົນກວ່າການຄົ້ນຫາ ຢູ່ໜ້ານໍ້າ ຍ້ອນວ່າ ມັນຕ້ອງມີການປະສານ
ງານຂອງອຸປະກອນເທັກໂນໂລຈີລະດັບສູງ.”

ກອງທັບເຮືອ, ເຊິ່ງໄດ້ດຳເນີນການຄົ້ນຫາທາງອາກາດ ແລະ ທະເລ ໃນວັນພະຫັດທີ່
ຜ່ານມາ ກ່າວວ່າ ການຄົ້ນຫາເບື້ອງຕົ້ນຫາທີ່ຢູ່ຂອງເຮືອທີ່ຮັບຮູ້ເປັນຄັ້ງສຸດທ້າຍ,
ປະມານ 430 ກິໂລແມັດຢູ່ນອກທິດຕາເວັນອອກສຽງໃຕ້ຂອງແຫຼມ ວາລເດສ ນັ້ນ,
ປາກົດວ່າບໍ່ມີຮ່ອງຮອຍຫຍັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG