ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຄົນ​ອາ​ເມ​ຣິ​ກັນ ພ້ອມ​ແລ້ວບໍ່ ທີ່​ຈະ​ໃ​ຊ້​ເຮືອ​ບິນ ບໍ່​ມີ​ຄົນ​ຂັບ​ຫລາຍ​ຂຶ້ນ ເພື່ອ​ສົ່ງ​ສິນ​ຄ້າ​ມາ​ໃຫ້​ຢູ່ເຮືອນ​?


LogOn: Are Americans Ready for More Drone Deliveries?
please wait

No media source currently available

0:00 0:02:00 0:00

ຄົນ​ອາ​ເມ​ຣິ​ກັນ ພ້ອມ​ແລ້ວບໍ່ ທີ່​ຈະ​ໃຊ້​ເຮືອ​ບິນ ບໍ່​ມີ​ຄົນ​ຂັບ​ຫລາຍ​ຂຶ້ນ ເພື່ອ​ສົ່ງ​ສິນ​ຄ້າ​ມາ​ໃຫ້​ຢູ່ເຮືອນ​?

ເຮືອ​ບິນບໍ່​ມີ​ຄົນ​ຂັບຫລືໂດ​ຣນຖືກນໍາໃຊ້ເປັນປະ​ຈຳເຂົ້າ​ໃນການ​ລົບຢູ່ໃນສົງຄາມ, ​ໃນການບັງຄັບໃຊ້ ກົດຫມາຍ ແລະໃນ​ດ້ານກະສິກໍາ. ດຽວນີ້ ທຸລະກິດໃນສະຫະລັດໃຊ້​ມັນ ນັບມື້ ນັບຫລາຍຂຶ້ນ ເພື່ອຂົນສົ່ງເຂົ້າ​ໜົມຄຸກກີ້ ແລະກາເຟ ໄປໄວ້​ໜ້າປະຕູເຂົ້າ​ເຮືອນຂອງທ່ານ. Julie Taboh ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ການ​ເພີ່ມ​ເຕີມກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ມີບາງ​ສິ່ງ​ບາງ​ຢ່າງ​ທີ່​ຜິດ​ປົກ​ກະ​ຕິ​ເກີດ​ຂຶ້ນ​ໃນ ... … ເຂດຊານເມືອງທາງພາກ ຕາ ເວັນອອກຂອງລັດ​ເວີ​ຈີ​ເນຍ​ແຫ່ງນີ້.

ເຄື່ອງທີ່​ຊື້ມາຈາກ​ຮ້ານຄ້າ​ກຳ​ລັງ​ຖືກ​ສົ່ງ​ໄປ​ໃຫ້​ຄອບ​ຄົວທ່ານ​ບາວໂດຍ​ໃຊ້​ໂດ​ຣນ.

ທ່ານ​ແຊ​ດ ບາວ (Chad Baugh), ລູກຄ້າຂອງ​ຮ້ານວອ​ລ​ມາດ​ທ໌ (Walmart) ເວົ້າ​ວ່າ: “ມັນສະດວກ ທີ່ສຸດສຳລັບພວກເຮົາ​ທີ່​ມີລູກຝາແຝດ. ພວກ​ເຮົາ​ບໍ່​ຈໍາ​ເປັນ​ຕ້ອງໄດ້​ໃຊ້​ເວ​ລາ​ເພີ່ມຫລາຍ ​ເພື່ອໄປ​ຂົນ​ມັນ ແລ້ວກໍ​ເອົາ​ມັ​ນເຂົ້າໃສ່ລົດມາ​."

ທ່ານບາວສັ່ງສິນຄ້າຂອງຕົນ ໃນທາງອອນໄລນ໌ ຈາກຮ້ານ Walmart ຊຶ່ງ​ເປັນ​ຮ້ານ​ຄ້າ​ຂາຍ​ຍ່ອຍ​ທີ່​ໃຫຍ່​ທີ່​ສຸດຮ້ານ​ນຶ່ງ​ຂອງ​ອາ​ເມຣິກາ ທີ່ຢູ່ໃກ້ເຮືອນ​ທ່ານນັ້ນ ...

ເຊິ່ງໄດ້​ສົ່ງ​ສິນ​ຄ້າຫຼາຍກວ່າ 6,000 ຖ້ຽວ ໂດຍການ​ໃຊ້​ໂດ​ຣນ ໄປໃຫ້ລູກຄ້າຂອງ ບໍ​ລິ​ສັດໃນປີກາຍນີ້.

ທ່ານ​ຟີ​ລິບ ວອ​ລ​ເລັ​ດ​ສ໌ (Phillip Wallace) ເປັນຜູ້ອໍານວຍການຮ້ານ Walmart, ​ຮັບ​ຜິດ​ຊອບ​ວຽກ​ງານ​ລັດຖະບານກາງ. ທ່ານໂອ້ລົມກັບວີໂອເອຜ່ານທາງ Skype ວ່າ: "ໂດ​ຣນ, ພວກມັນເຮັດ​ໄດ້​ຕາມ​ເງື່ອນ​ໄຂສອງ​ສາມ​ຢ່າງ ​ແຕກ​ຕ່າງ​ກັນທີ່​ກໍາ​ນົດ​ໄວ້​ນັ້ນ​ແທ້ໆ. ນຶ່ງແມ່ນ ໃນເລື້ອງປະສິດທິພາບ ແລະປະສິດທິຜົນຂອງມັນ, ພວກມັນໄວ ແທ້ໆ. ນອກຈາກນັ້ນ, ພວກມັນກໍມີຄວາມໝັ້ນ​ຄົງ ​ຍືນ​ຍົງຫຼາຍ.”

ບໍລິສັດໄດ້​ໃຊ້ການບໍລິການທີ່ເອີ້ນວ່າ ໂດ​ຣນ​ອັບ (DroneUp) ເພື່ອຂົນ​ເຄື່ອງຂອງ​ຕົນ ທີ່​ຖືກສັ່ງ​ເປັນ​ຈຳ​ນວນຫລາຍ​ໄປ​ສົ່ງ.

ການບໍລິການຈັດສົ່ງໂດຍ​ໂດ​ຣນມີ​ຄວາມເຫມາະສົມເປັນ​ການສະເພາະ ສຳ​ລັບຜູ້ທີ່ອາ ໄສຢູ່ໃນເຂດຊົນນະບົດ ແລະຜູ້ທີ່ມີອາຍຸສູງ ຫຼື ມີບັນຫາໃນການເຄື່ອນໄຫວໄປ​ມາ.

ໂດ​ຣນ​ຢຸດ​ຈຶ້ງຢູ່ສູງກວ່າ​ໜ້າດິນປະມານ 25 ແມັດ ຊຶ່ງຊ່ວຍໃນ​ດ້ານຄວາມເປັນສ່ວນຕົວ ແລະຫຼຸດຜ່ອນລະດັບສຽງນອງ​ນັນລົງໄດ້.

ແຕ່ສິ່ງທ້າທາຍຕົ້ນຕໍ​, ບໍ​ລິ​ສັດ DroneUp ເວົ້າວ່າ ແມ່ນກົດລະບຽບທີ່ເຂັ້ມງວດທີ່ວາງ​ອອກໂດຍອົງການບໍລິຫານການບິນຂອງລັດຖະບານກາງ ຫລື FAA.

ທ່ານ​ແອນ​ໂທ​ນີ ວີ​ທອນ (Anthony Vittone) ເປັນຫົວຫນ້າບໍລິຫານຂອງບໍ​ລິ​ສັດ DroneUp. ທ່ານລົມກັບວີໂອເອຜ່ານທາງ Skype ວ່າ: "ຂ້າ​ພະ​ເຈົ້າຄິດວ່າ FAA ໄດ້ເຮັດຫຼາຍສິ່ງ​ຫລາຍຢ່າງ ເພື່ອເຮັດ​ໃຫ້ເທັກໂນໂລຈີ ຂອງໂດ​ຣນ ກ້າວ​ໜ້າ​ໄປ ແຕ່ວ່າມັນບໍ່ໄດ້ນຳ​ທັນບ່ອນທີ່ພວກເຮົາມຸ້ງຫນ້າໄປ."

ຢູ່ໃນການຖະແຫຼງຕໍ່ວີໂອເອນັ້ນ ອົງການ FAA ກ່າວ​ວ່າ ໃນ​ເດືອນ​ກັນຍາ​ຈະ​ມາ​ເຖິງ​ນີ້, ອົງ​ການ​ດັ່ງ​ກ່າວຈະ​ຮຽກ​ຮ້ອງ​ໃຫ້​ເຮືອບິນບໍ່​ມີ​ຄົນ​ຂັບ ​ຫລື​ໂດ​ຣນເອົາ​ຂໍ້​ມູນໃນ​ການ​ລະ​ບຸ​ຄວາມ​ເປັນ​ຕົວ​ຕົນແບບທາງ​ໄກ ອອກຂ່າວໃຫ້​ຄົນ​ຊາບ ຊຶ່ງ​ເປັນ​ບາດກ້າວ​ທີ່​ສຳ ຄັນທີ່​ກ້າວ​ໄປ​ເຮັດ​ໃຫ້ມີການ​ຄຸ້ມ​ຄອງ​ການ​ຈະລາຈອນ​ທີ່ບໍ່​ໃຊ້​ຄົນ​ຂັບພາ​ຫະ​ນະໄດ້.

ທ່ານ​ນາງ​ມີ​ຣຽມ ແມັກ​ແນບ (Miriam McNabb) ເປັນບັນນາທິການຂອງອົງ​ການ​ຂ່າວ ໂດ​ຣນ​ໄລ​ຟ໌ (Dronelife) ຊຶ່ງ​ເປັນເວັບໄຊທ໌ຂ່າວກ່ຽວ​ກັບ​ໂດ​ຣນທີ່​ໃຊ້​ໃນການຄ້າ. ທ່ານນາງ​ໄດ້​ໂອ້​ລົມ​ກັບວີ​ໂອ​ເອຜ່ານ​ທາງ Skype ວ່າ: "ການເອົາ​ໂດ​ຣນເຊື່ອມໂຍງເຂົ້າ​ນຳ ແມ່ນເປັນ​ເລື້ອງ​ທີ່ໃຫຍ່ຫຼາຍຢູ່ໃນ FAA. ພວກເຮົາສົນທະ​ນາຫາ​ລື​ກັນກ່ຽວກັບບັນຫາທີ່ວ່າ ທ່ານຈະເອົາ​ໂດ​ຣນເຊື່ອມເຂົ້າໄປ ໃນລະບົບການຄວບຄຸມການຈະລາຈອນທາງອາກາດທີ່ມີຢູ່ແລ້ວນີ້​ ໄດ້​ຄື​ແນວ​ໃດ."

ຊຶ່ງເປັນຂ່າວດີສໍາລັບຜູ້ຊົມ​ໃຊ້.

ທ່ານ​ແຊ​ດ ບາວ (Chad Baugh), ລູກຄ້າຂອງ​ຮ້ານ Walmart ເວົ້າອີກ​ວ່າ:
“ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ບິນພາ​ຫະ​ນະ​ທຸກ​ຢ່າງ ທີ່​ບໍ່ໃຊ້ຄົນ​ຂັບ​ໃນ​ອະ​ນາ​ຄົດ ​ຈະ​ເປັນ​ຜົນ​ດີ​ໃຫ້ແກ່​ທຸກ​ຄົນ​ແທ້ໆ. ເມື່ອມີບໍລິສັດເຂົ້າມາຂາຍ​ທາງອອນລາຍຫຼາຍຂຶ້ນ, ທ່ານ​ກໍ ຈະສາມາດສັ່ງເອົາສິນຄ້າ ມາສົ່ງ​ຢູ່ໜ້າເຮືອນຂອງທ່ານໄດ້ໄວຂຶ້ນ ແລະປອດໄພ ຂຶ້ນກວ່າເກົ່າ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Drones are routinely used in warfare, law enforcement and agriculture. Now more and more U.S. businesses are using them to deliver cookies and coffee right to your front door. VOA’s Julie Taboh has more.

Something unusual is happening in this …

… Eastern Virginia suburb.

Groceries are being delivered to the Baugh ((Baw)) family, via drone.

Chad Baugh, Walmart Customer: “It's super convenient for us, having twins. We don't have to spend the extra time of loading them up, loading them in the car.

Baugh ordered his goods online, from a nearby Walmart ...

one of America’s largest retailers.

Which made more than 6,000 deliveries via drone to its customers last year.

Phillip Wallace is Walmart’s Director of Federal Government Affairs. He spoke with VOA via Skype:

“Drones, they really check a couple of different boxes. One, in terms of their efficiency and effectiveness, they're really quick. Also, they're very sustainable.”

The company uses a service called DroneUp to deliver the bulk of its orders.

Drone delivery services are especially suited for people living in rural areas and adults who are older or have mobility issues.

The drone stays about 25 meters above ground, which helps with privacy and reduces the noise level.

But the main challenge, DroneUp says, is the strict regulations imposed by the Federal Aviation Administration.

Anthony Vittone ((vee-TONE)) is the chief operating officer of DroneUp. He spoke with VOA via Skype:

“I think the FAA has done a great deal to advance drone technology, but it has not kept up with where we're headed.”

In a statement to VOA, the FAA said that in September, it will require drones to broadcast Remote Identification information, a major step toward enabling Unmanned Traffic Management.

Miriam McNabb is an editor at Dronelife, a commercial drone news site. She spoke with VOA via Skype: “Drone integration is a very big topic at the FAA. We're talking about issues of how you integrate drones into the existing air traffic control systems."

Which is good news for consumers.

Chad Baugh, Walmart Customer: “I think the whole unmanned aviation in the future is really going to be beneficial to everyone. As more companies come online, you’re going to be able to get your products to your house faster and safer.”

XS
SM
MD
LG