ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ແທນຈາກປະເທດອາຣັບ ແລະມຸສລິມ ພວມຢູ່ໃນນະຄອນຫຼວງ ປັກກິ່ງ ເພື່ອຮຽກຮ້ອງ ໃຫ້ຢຸດຍິງ ຢູ່ເຂດກາຊາ ໃນທັນທີ


ລັດຖະມົນຕີການຕ່າງປະເທດຈີນ ຫວັງ ຢີ, ກາງ, ກ່າວຖະແຫລງໃນລະຫວ່າງກອງປະຊຸມໂຕະມົນກັບຫ້າຄູ່ຕຳແໜ່ງຈາກປະເທດອາຣັບ ແລະອິສລາມ ຢູ່ທີ່ບ້ານພັກ Diaoyutai ຂອງທາງການ ໃນນະຄອນຫຼວງ ປັກກິ່ງ, ວັນທີ 20 ພະຈິກ 2023.
ລັດຖະມົນຕີການຕ່າງປະເທດຈີນ ຫວັງ ຢີ, ກາງ, ກ່າວຖະແຫລງໃນລະຫວ່າງກອງປະຊຸມໂຕະມົນກັບຫ້າຄູ່ຕຳແໜ່ງຈາກປະເທດອາຣັບ ແລະອິສລາມ ຢູ່ທີ່ບ້ານພັກ Diaoyutai ຂອງທາງການ ໃນນະຄອນຫຼວງ ປັກກິ່ງ, ວັນທີ 20 ພະຈິກ 2023.

ບັນດາເຈົ້າໜ້າທີ່ອາຣັບ ແລະມຸສລິມ ຈັດກອງປະຊຸມຮ່ວມກັບ ນັກການທູດຂັ້ນສູງຂອງຈີນ ທ່ານຫວັງ ຢີ ໃນນະຄອນຫຼວງປັກກິ່ງ ເມື່ອວັນຈັນວານນີ້ ໂດຍຮຽກຮ້ອງໃຫ້ຢຸດຍິງ ຢູ່ເຂດກາຊາໃນທັນທີ ແລະອະນຸຍາດໃຫ້ການຊ່ອຍເຫຼືອດ້ານມະນຸດສະທຳເຂົ້າໄປໃນເຂດວົງລ້ອມຂອງຊາວປາແລັສໄຕນ໌ ທີ່ຖືກກະທົບຢ່າງໜັກໂດຍສົງຄາມ.

ຄະນະບັນດາລັດຖະມົນຕີຈາກ ຊາອຸດີອາຣາເບຍ, ຈໍແດນ, ອີຈິບ, ອິນໂດເນເຊຍ, ອຳນາດການປົກຄອງຂອງປາແລັສໄຕນ໌ ແລະ ອົງການເພື່ອການຮ່ວມມືຂອງອິສລາມ ລວມທັງອົງການອື່ນໆນອກເໜືອຈາກນັ້ນ ໄດ້ໄປຢ້ຽມຢາມປັກກິ່ງໃນການເດີນທາງໄປຍັງນະຄອນຫຼວງ ແຫ່ງຕ່າງໆຂອງໂລກ ເພື່ອຮຽກຮ້ອງໃຫ້ຍຸຕິຕໍ່ການສູ້ລົບກັນຢູ່ໃນເຂດກາຊາ.

ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ໄດ້ກ່າວຕໍ່ບັນດານັກການທູດຈາກປະເທດຕ່າງໆວ່າ ການຕັດສິນໃຈຂອງພວກເພິ່ນ ທີ່ເລີ້ມຂຶ້ນໃນປັກກິ່ງ ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈລະດັບສູງໃນປະເທດຂອງທ່ານ.

“ຈີນເປັນເພື່ອນມິດທີ່ດີ ແລະອ້າຍນ້ອງຂອງປະເທດອາຣັບ ແລະອິສລາມ” ທ່ານຫວັງ ໄດ້ກ່າວໃນພິທີເປີດງານຢູ່ບ້ານພັກຂອງທາງການ ກ່ອນໜ້າການເລີ້ມຕົ້ນເຈລະຈາຂອງພວກເພິ່ນ. ທ່ານກ່າວອີກວ່າ “ພວກເຮົາໄດ້ປົກປັກຮັກສາສິດທິ ແລະຜົນປະໂຫຍດອັນຊອບທຳຂອງປະເທດອາຣັບ ແລະອິສລາມທັງຫຼາຍ ຢ່າງໜັກແໜ້ນສະເໝີໄປ ແລະໄດ້ສະໜັບສະໜຸນຢ່າງໜຽວແໜ້ນສະເໝີໄປຕໍ່ເຫດຜົນທີ່ເປັນທຳຂອງປະຊາຊົນຊາວປາແລັສໄຕນ໌.”

ຈີນ-ທີ່ມີເສດຖະກິດໃຫຍ່ສຸດອັນດັບສອງຂອງໂລກ ນຳຫຼັງສະຫະລັດ- ໄດ້ໃຫ້ ການສະໜັບສະໜຸນຊາວປາແລັສໄຕນ໌ ມາຍາວນານ ແລະໄດ້ກ່າວປະນາມ ອິສຣາແອລຢ່າງວ່ອງໄວກ່ຽວກັບການຕັ້ງຖິ່ນຖານໃໝ່ຂອງຕົນຢູ່ໃນດິນແດນທີ່ຕົນຄອບຄອງຢູ່ນັ້ນ. ປັກກິ່ງ ກໍບໍ່ໄດ້ກ່າວປະນາມຢ່າງເປີດເຜີຍຕໍ່ການໂຈມຕີໃນເບື້ອງຕົ້ນຂອງກຸ່ມຮາມາສ ເມື່ອວັນທີ 7 ຕຸລາ, ໃນຂະນະທີ່ສະຫະລັດ ແລະປະເທດອື່ນໆ ຕ່າງກໍໄດ້ເອີ້ນການໂຈມຕີນັ້ນວ່າ “ການກະທຳກໍ່ການຮ້າຍ.”

ເຖິງຢ່າງໃດກໍຕາມ ຈີນ ກໍມີຄວາມສຳພັນທາງດ້ານເສດຖະກິດກັບອິສຣາແອລ ທີ່ເພີ້ມຂຶ້ນນັບມື້.

ສ່ວນປະທານປະເທດຂອງຈີນ ທ່ານສີ ຈິ້ນຜິງ ຈະເຂົ້າຮ່ວມໃນກອງປະຊຸມສຸດຢອດ ບັນດາຜູ້ນຳກຸ່ມ BRICS ໂດຍຜ່ານທາງວີດີໂອ ໃນວັນອັງຄານມື້ນີ້ ກ່ຽວກັບບັນຫາລະຫວ່າງ ປາແລັສໄຕນ໌ ແລະອິສຣາແອລ ອີງຕາມຂໍ້ຄວາມທີ່ຂຽນລົງໃນສື່ສັງຄົມ X ທີ່ເຄີຍຮູ້ຈັກກັນຄື ທວີດເຕີ ໂດຍໂຄສົງກະຊວງການຕ່າງ ປະເທດ ທ່ານນາງ ຫົວ ຈຸນຢິງ.

Arab and Muslim officials holding meetings with China's top diplomat Wang Yi in Beijing on Monday called for an immediate cease-fire in Gaza and for allowing humanitarian aid into the war-shattered Palestinian enclave.

A delegation of ministers from Saudi Arabia, Jordan, Egypt, Indonesia, the Palestinian Authority and the Organization of Islamic Cooperation, among others, visited Beijing on the first leg of a tour in world capitals urging an end to the hostilities in Gaza.

Chinese Foreign Minister Wang Yi told the foreign diplomats that their decision to start in Beijing shows their high level of trust in his nation.

"China is a good friend and brother of Arab and Islamic countries," Wang said in opening remarks at a state guest house before their talks began. "We have always firmly safeguarded the legitimate rights and interests of Arab [and] Islamic countries and have always firmly supported the just cause of the Palestinian people."

China — the world's second-largest economy after the U.S. — has been a longtime supporter of the Palestinians and has been quick to denounce Israel over its settlements in the occupied territories. Beijing has not publicly condemned the initial Hamas attack on October 7, while the United States and others have called it "an act of terrorism."

ລັດຖະມົນຕີການຕ່າງປະເທດຈີນ ຫວັງ ຢີ, ຂວາ, ຈັບມືກັບລັດຖະມົນຕີການຕ່າງປະເທດຊາອຸດີອາຣາເບຍ ຟາຍໂຊລ ບິນ ອາລ ຊາວດ໌ ຢູ່ທີ່ບ້ານພັກຂອງທາງການ Diaoyutai ໃນນະຄອນຫຼວງປັກກິ່ງ, ວັນທີ 20 ພະຈິກ 2023.
ລັດຖະມົນຕີການຕ່າງປະເທດຈີນ ຫວັງ ຢີ, ຂວາ, ຈັບມືກັບລັດຖະມົນຕີການຕ່າງປະເທດຊາອຸດີອາຣາເບຍ ຟາຍໂຊລ ບິນ ອາລ ຊາວດ໌ ຢູ່ທີ່ບ້ານພັກຂອງທາງການ Diaoyutai ໃນນະຄອນຫຼວງປັກກິ່ງ, ວັນທີ 20 ພະຈິກ 2023.

However, China does have growing economic ties with Israel.

China's President Xi Jinping will attend a video summit of BRICS leaders Tuesday on the Palestinian-Israeli issue, Foreign Ministry spokesperson Hua Chunying posted on X, formerly known as Twitter.

XS
SM
MD
LG