ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອະນຸຍາດບັນດາໂຄງການລົງທຶນ ທີ່ບໍ່ມີຄຸນນະພາບ ສົ່ງຜົນກະທົບຕໍ່ການພັດທະນາປະສິດທິພາບການຜະລິດດ້ານກະສິກຳ ໃນລາວ


ຊາວນາກຳລັງດຳນາຢູ່ໃນແຂວງຄຳມ່ວນທາງພາກຕາເວັນຕົກສຽງໃຕ້ຂອງລາວ.
ຊາວນາກຳລັງດຳນາຢູ່ໃນແຂວງຄຳມ່ວນທາງພາກຕາເວັນຕົກສຽງໃຕ້ຂອງລາວ.

ການອະນຸຍາດບັນດາໂຄງການລົງທຶນ ທີ່ບໍ່ມີຄຸນນະພາບສົ່ງຜົນກະທົບຕໍ່ການພັດທະນາປະສິດທິພາບການຜະລິດດ້ານກະສິກຳໃນລາວ ທັງຍັງຂາດແຄນປັດໄຈການຜະລິດໃນທຸກໆດ້ານຢ່າງຮຸນແຮງອີກດ້ວຍ.

ນັກທຸລະກິດລາວໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດ ເປີດເຜີຍວ່າ ການອຸນຸຍາດໃຫ້ສຳປະທານທີ່ດິນເພື່ອການຜະລິດທາງດ້ານກະສິກຳໃນລາວ ໃນໄລຍະທີ່ຜ່ານມາ ສ່ວນຫຼາຍເປັນການອະນຸມັດໂຄງການລົງທຶນທີ່ບໍ່ມີຄຸນນະພາບ ທັງຍັງບໍ່ໄດ້ຄຳນຶງເຖິງຜົນປະໂຫຍດທີ່ຊາວກະສິກອນລາວ ຫຼືບັນດາຫົວໜ່ວຍການຜະລິດດ້ານກະກິກຳໃນລາວ ຈະໄດ້ຮັບຈາກບັນດາໂຄງການລົງທຶນດັ່ງກ່າວອີກດ້ວຍ ດັ່ງນັ້ນ ຈຶ່ງເຮັດໃຫ້ການຜະລິດດ້ານກະສິກຳຂອງລາວ ບໍ່ໄດ້ຮັບການພັດທະນາໃຫ້ດີຂຶ້ນແຕ່ຢ່າງໃດເລີຍ ເນື່ອງຈາກວ່າ ໂຄງການລົງທຶນສ່ວນໃຫຍ່ຂອງບັນດາບໍລິສັດຕ່າງຊາດນັ້ນ ບໍ່ເປີດໂອກາດໃຫ້ມີການປະກອບສ່ວນຈາກບັນດາຫົວໜ່ວຍການຜະລິດຂອງລາວນັ້ນເອງ ຊຶ່ງແຕກຕ່າງຢ່າງສິ້ນເຊີງກັບການປະຕິບັດຂອງທາງການຫວຽດນາມ ທີ່ໄດ້ອະນຸຍາດໂຄງການລົງທຶນຂອງຕ່າງປະເທດ ໂດຍຄຳນຶງເຖິງຜົນປະໂຫຍດທີ່ຊາວກະສິກອນຫວຽດນາມ ຈະໄດ້ຮັບເພື່ອນຳໃຊ້ໃນການພັດທະນາປະສິດທິພາບບການຜະລິດເປັນສຳຄັນ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ປະເທດເພື່ີອນບ້ານເຮົານີ້ ໂດຍສະເພາະຫວຽດນາມ ເຂົາເຈຝົາສິເນັ້ນວ່າ ໂອເຄ ເຈົ້າມາລົງທຶນຢູ່ບ້ານຂ້ອຍນີ້ Welcome (ຍິນດີຕ້ອນຮັບ) ເຈົ້າຢາກໄດ້ Incentive (ສິ່ງຈູງໃຈ) ຂ້ອຍໃຫ້ແຕ່ຄົນຂ້ອນຕ້ອງມີສ່ວນຮ່ວມ ສົມມຸດວ່າ ໃນ Investors (ບັນດານັກລົງທຶນ) ນີ້ 100 ເປີເຊັນນີ້ ທຸລະກິດພາຍໃນນີ້ຂໍມີສ່ວນຮ່ວມຢ່າງໜ້ອຍນີ້ 30 ເປີເຊັນ ນີ້ໄດ້ບໍ່? Packaging ນີ້ຂ້ອຍຂໍຮັບໄດ້ບໍ່? ຂົນສົ່ງນີ້ ຂ້ອຍຂໍຮັບໄດ້ບໍ່? ຫຼືວ່າ ແຮງງານທີ່ມີຄຸນນະພາບນີ້ ຂ້ອຍຂໍຮັບໄດ້ບໍ່? ອັນນີ້ຄືການເຈລະຈາຂອງລັດຖະບານກັບ Quality Investors (ຄຸນນະພາບຂອງບັນດານັກລົງທຶນ) ນີ້ເຂົາເຈົ້າສິເລີ້ມມີເງື່ອນໄຂ ແລ້ວຂ້ອນລົງທຶນຈຳນວນຫຼາຍ ຈັ່ງຊັ້ນ ທຸກຢ່າງຊ້າໄປໝົດ ເພື່ອຫຍັງ? ເພື່ອໃຫ້ຕົວເອງໄດ້ເຮັດເອງ.”

ສ່ວນຊາວກະສິກອນລາວ ຢືນຢັນວ່າ ການຜະລິດສິນຄ້າໃນລາວ ຍັງມີຄຸນນະພາບຕ່ຳ ແຕ່ກັບມີຕົ້ນທຶນການຜະລິດສູງ ໂດຍນອກຈາກຈະເຮັດໃຫ້ສິນຄ້າກະສິກຳກສ່ວນຫຼາຍຂອງລາວ ບໍ່ສາມາດສົ່ງອອກໄປຕ່າງປະເທດໄດ້ແລ້ວ ກໍຍັງເຮັດໃຫ້ສິນຄ້າທີ່ລາວ ສົ່ງອອກໄປນັ້ນ ບໍ່ສາມາດແຂ່ງຂັນດ້ານລາຄາ ໃນຕະຫຼາດຕ່າງປະເທດໄດ້ອີກດ້ວຍ ເນື່ອງຈາກປັດໄຈການຜະລິດໃນລາວ ມີລາຄາແພງ ແລະບໍ່ສາມາດຕອບສະໜອງຄວາມຕ້ອງການໃນດ້ານການຜະລິດກະສິກຳໄດ້ຢ່າງພໍ ໃນຂະນະທີ່ລັດຖະບານລາວ ກໍໃຫ້ການຊ່ວຍເຫຼືອຢ່າງຈຳກັດທີ່ສົມທົບດ້ວຍວິກິດການທາງເສດຖະກິດ ແລະໄພທຳມະຊາດທີ່ເພີ້ມຂຶ້ນນັບມື້ ກໍຍິ່ງເຮັດໃຫ້ການຜະລິດດ້ານກະສິກຳໃນລາວ ຖົດຖອຍລົງນັບມື້ອີກດ້ວຍ ດັ່ງທີ່ຊາວກະສິກອນລາວ ໄດ້ໃຫ້ການຢືນຢັນວ່າ:

“ຜົນກະທົບຂອງການປ່ຽນແປງສະພາດິນຟ້າອາກາດ ແລະປາກົດການຫຍໍ້ທໍ້ ແລະຖົດຖອຍທາງດ້ານເສດຖະກິດໃນທົ່ວໂລກ ກໍຄືໃນ ສປປ ລາວ ກະແມ່ນໄດ້ສົ່ງຜົນກະທົບຕໍ່ກັບການຜະລິດທາງດ້ານກະສິກຳຂອງພວກເຮົາເນາະ ເຊັ່ນວ່າ ໄພແຫ້ງແລ້ງ ນ້ຳຖ້ວມ ການເຂົ້າເຖິງປັດໄຈໃນການຜະລິດ ໂດຍສະເພາະ ກໍແມ່ນແນວພັນ ປຸຍ ເຄື່ອງມືການຜະລິດ ເຖິງວ່າ ພວກເຮົາຈະນຳໃຊ້ທຸກຄວາມພະຍາຍາມໃນການສົ່ງເສີມ ແຕ່ວ່າ ການສະໜອງບັນດາປັດໄຈການການຜະລິດເຫຼົ່ານີ້ນິ ກະຍັງມີຂໍ້ຈຳກັດ.”

ກະຊວງກະສິກຳແລະປ່າໄມ້ ໄດ້ວາງເປົ້າໝາຍ ຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ໃນປະລິມານລວມເກີນກວ່າ 3.9 ລ້ານໂຕນໃນປີ 2024 ຊຶ່ງຈະເຮັດໃຫ້ລາວມີຜົນຜະລິດເຂົ້າເປັນສິນຄ້າສົ່ງອອກໄປຕ່າງປະເທດໃນປະລິມານລວມ 1.9 ລ້ານໂຕນ ຫາກແຕ່ກໍຄົງຈະເປັນໄປໄດ້ຍາກເພາະສະມັດຕະພາບການຜະລິດເຂົ້າຂອງຊາວກະສິກອນລາວ ຍັງຕ່ຳ ຊຶ່ງເຫັນໄດ້ຈາກການເພີ້ມຜົນຜະລິດດ້ວຍການເພີ້ມພື້ນທີ່ປູກເປັນດ້ານຫລັກ ເພາະຊາວກະສິກອນລາວ ຍັງຄົງມີຄວາມສາມາດຢ່າງຈຳກັດທັງໃນດ້ານເງິນທຶນ ແລະເທັກນິກການຜະລິດທີ່ທັນສະໄໝ ຊຶ່ງເມືອສົມທົບກັບຕົ້ນທຶນການຜະລິດສູງດ້ວຍແລ້ວ ກໍຍິ່ງເປັນບັນຫາທີ່ຫຍຸ້ງຍາກຫຼາຍຂຶ້ນອີກນັ້ນເອງ.

ໃນປີ 2023 ລາວສົ່ງສິນຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າລວມກວ່າ 2,000 ລ້ານໂດລາ ເພີ້ມຂຶ້ນກວ່າ 25 ເປີເຊັນ ທຽບໃສ່ປີ 2022 ໃນນີ້ ເປັນການສົ່ງອອກພືດ ແລະຜະລິດຕະພັນຈາກພືດທີ່ມູນຄ່າລວມ 1,800 ກວ່າລ້ານໂດລາ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ໃນມູນຄ່າລວມເກືອບ 200 ລ້ານໂດລາ ເຖິງແມ່ນວ່າ ລາວຈະໄດ້ຮັບໂຄວຕາໃນການສົ່ງງົວໄປຈີນ ເຖິງ 5 ແສນໂຕ ໃນແຕ່ລະປີກໍຕາມ ແຕ່ດ້ວຍລະບົບການລ້ຽງງົວ ທີ່ຍັງບໍ່ໄດ້ມາດຕະຖານຕາມກຳນົດຂອງລັດຖະບານຈີນ ຈຶ່ງບໍ່ສາມາດສົ່ງງົວໄປຈີນ ໄດ້ຕາມໂຄວຕາດັ່ງກ່າວ.

ສ່ວນການສົ່ງອອກສິນຄ້າກະສິກຳຂອງລາວ ໄປຈີນໃນປີ 2023 ມີມູນຄ່າລວມເກີນກວ່າ 1,500 ລ້ານໂດລາ ໃນນີ້ຄິດເປັນສັດສ່ວນເຖິງ 85 ເປີເຊັນ ທີ່ເປັນໂຄວຕາພິເສດທີ່ລັດຖະບານຈີນ ອະນຸຍາດໃຫ້ນຳເຂົ້າສິນຄ້າກະສິກຳລາວ ຈຳນວນ 18 ຊະນິດ ສ່ວນໃນປີ 2024 ນີ້ ລັດຖະບານລາວ ຍັງຄາດຫວັງວ່າ ລັດຖະບານຈີນ ຈະເພີ້ມໂຄວຕາໃຫ້ອີກ ໃນ 91 ຊະນິດ ຊຶ່ງລັດຖະບານລາວ ໄດ້ສະເໜີຕໍ່ລັດຖະບານຈີນ ໄປແລ້ວ ຫາກແຕ່ກໍຍັງບໍ່ມີທ່າທີວ່າ ທາງການຈີນ ຈະເພີ້ມໂຄວຕາການນຳເຂົ້າສິນຄ້າກະສິກຳຈາກລາວ ຕາມການສະເໜີດັ່ງກ່າວແຕ່ຢ່າງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG