ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ບໍລິສັດ Apple ຖອນ WhatsApp ແລະ Threads ອອກຈາກລະບົບ App Store ຂອງໂທລະສັບມືຖື ຕາມຄຳສັ່ງຂອງປັກກິ່ງ


ແຟ້ມພາບ - ເຄື່ອງໝາຍ ຫຼືໍ Apple logo ກຳລັງຮຸ່ງສະຫວ່າງ ຢູ່ທີ່ຮ້ານຄ້າ ແຫ່ງນຶ່ງໃນໃຈກາງນະຄອນມິວນິກ ຂອງເຢຍຣະມັນ, ວັນທີ 16 ທັນວາ 2020.
ແຟ້ມພາບ - ເຄື່ອງໝາຍ ຫຼືໍ Apple logo ກຳລັງຮຸ່ງສະຫວ່າງ ຢູ່ທີ່ຮ້ານຄ້າ ແຫ່ງນຶ່ງໃນໃຈກາງນະຄອນມິວນິກ ຂອງເຢຍຣະມັນ, ວັນທີ 16 ທັນວາ 2020.

ບໍລິສັດ ແອັບໂປລ (Apple) ໄດ້ກ່າວວ່າ ຕົນໄດ້ຖອນ ວັດສ໌ແອັບ (Whatsapp) ຂອງ ເມຕາ ທີ່ເປັນແອັບສົ່ງຂໍ້ຄວາມ ແລະ ແອັບສື່ສັງຄົມ ແຕຣດຫ໌ (Threads) ຂອງຕົນ ອອກຈາກ ລະບົບ ແອັບ ສຕໍ ຂອງໂທລະສັບມືຖື ໃນ ຈີນ ເພື່ອປະຕິບັດຕາມຄຳສັ່ງຈາກທາງການຈີນ ອີງຕາມລາຍງານຂອງອົງການຂ່າວເອພີ.

ແອັນດັ່ງກ່າວ ໄດ້ຖືກຖອນອອກຈາກລະບົບຂອງໂທລະສັບມືຖື ໃນວັນສຸກທີ່ຜ່ານມາ ຫຼັງຈາກບັນດາເຈົ້າໜ້າທີ່ຂອງຈີນ ໄດ້ອ້າງເຖິງຄວາມເປັນຫ່ວງດ້ານເທັກໂນໂລຈີນ ແລະຄວາມໝັ້ນຄົງແຫ່ງຊາດ.

ຫາກແຕ່ແອັບສົ່ງຂໍ້ຄວາມ ວີແຊັຕ (WeChat) ທີ່ບໍລິສັດ ເທັນເສັ້ນ (Tencent) ຂອງຈີນ ເປັນເຈົ້າຂອງນັ້ນ ກັບເປັນແອັບທີ່ຄອງຕຳແໜ່ງສູງສຸດ.

ສ່ວນ ແອັບອື່ນຂອງ ເມຕາ ລວມທັງ ເຟສບຸກ , ອິນສຕາແກຣມ , ແລະ ແມັດເຊັນເຈີ ຍັງຄົງມີໄວ້ໃຫ້ດາວໂຫຼດຢູ່ ເຖິງຢ່າງໃດກໍຕາມ ການໃຊ້ພວກແອັບຂອງຕ່າງປະເທດ ແມ່ນໄດ້ຖືກກີດກັ້ນ ຢູ່ໃນປະເທດຈີນ ເນື່ອງຈາກ ການຄັດກອງເຄືອຂ່າຍດ້ວຍໂປຣແກຣມ ທີ່ເອີ້ນວ່າ “ກຳແພງກັນໄຟທີ່ຍິ່ງໃຫຍ່” ຂອງຕົນ ທີ່ຈຳກັດການນຳໃຊ້ເວັບໄຊ້ຕ່າງໆຂອງຕ່າງປະເທດ ເຊັ່ນວ່າ ກູໂກລ ແລະ ເຟສບຸກ.

ແອັບໂປລ ໄດ້ກ່າວໃນຖະແຫລງການວ່າ “ກົມບໍລິຫານທາງໄຊເບີສເປສຂອງຈີນ ໄດ້ສັ່ງການໃຫ້ຖອນພວກແອັບທັງຫຼາຍເຫຼົ່ານັ້ນ ອອກຈາກຮ້ານຄ້າທີ່ຕັ້ງຢູ່ໃນຈີນ ບົນພື້ນຖານກ່ຽວກັບຄວາມເປັນຫ່ວງດ້ານຄວາມໝັ້ນຄົງແຫ່ງຊາດ.”

ແອັບໂປລ ໄດ້ກ່າວວ່າ “ພວກເຮົາມີພັນທະທີ່ຈະປະຕິບັດຕາມກົດໝາຍໃນບັນດາປະເທດຕ່າງໆ ບ່ອນທີ່ພວກເຮົາດຳເນີນການ ເຖິງແມ່ນວ່າ ພວກເຮົາຈະບໍ່ເຫັນດີນຳກໍຕາມ.”

ໂຄສົກຂອງບໍລິສັດ ເມຕາ ໄດ້ກ່າວອ້າງເຖິງ “ບໍລິສັດ ແອັບໂປລ ເພື່ອໃຫ້ຄວາມເຫັນ.”

ສ່ວນແອັບໂປລ ກ່ອນໜ້ານີ້ ເປັນຜູ້ຜະລິດໂທລະສັບມືຖືສະຫຼາດຊັ້ນນຳຂອງໂລກ ແຕ່ເມື່ອບໍ່ດົນມານີ້ ໄດ້ສູນເສຍຕຳແໜ່ງດັ່ງກ່າວໃຫ້ແກ່ຄູ່ແຂ່ງບໍລິສັດ Samsung Electronics ຂອງເກົາຫຼີໃຕ້. ບໍລິສັດຂອງສະຫະລັດ ປະເຊີນກັບແຮງກົດດັນໃນຈີນ ຊຶ່ງເປັນນຶ່ງໃນສາມຕະຫຼາດທີ່ໃຫຍ່ສຸດຂອງຕົນ ໂດຍມີການຂາຍທີ່ຕົກຕ່ຳລົງເລື້ອຍມາ ຫຼັງຈາກອົງການຕ່າງໆຂອງລັດຖະບານຈີນ ແລະບັນດາພະນັກງານຂອງບໍລິສັດລັດວິສາຫະກິດ ໄດ້ອອກຄຳສັ່ງບໍ່ໃຫ້ນຳເອົາອຸປະກອນຕ່າງໆຂອງບໍລິສັດແອັບໂປລ ໄປວຽກນຳ.

Apple said it had removed Meta's WhatsApp messaging app and its Threads social media app from the App Store in China to comply with orders from Chinese authorities.

The apps were removed from the store Friday after Chinese officials cited unspecified national security concerns.

Their removal comes amid elevated tensions between the U.S. and China over trade, technology and national security.

The U.S. has threatened to ban TikTok over national security concerns. But while TikTok, owned by Chinese technology firm ByteDance, is used by millions in the U.S., apps like WhatsApp and Threads are not commonly used in China.

Instead, the messaging app WeChat, owned by Chinese company Tencent, reigns supreme.

Other Meta apps, including Facebook, Instagram and Messenger remained available for download, although use of such foreign apps is blocked in China due to its "Great Firewall" network of filters that restrict use of foreign websites such as Google and Facebook.

"The Cyberspace Administration of China ordered the removal of these apps from the China storefront based on their national security concerns," Apple said in a statement.

"We are obligated to follow the laws in the countries where we operate, even when we disagree," Apple said.

A spokesperson for Meta referred to "Apple for comment."

Apple, previously the world's top smartphone maker, recently lost the top spot to Korean rival Samsung Electronics. The U.S. firm has run into headwinds in China, one of its top three markets, with sales slumping after Chinese government agencies and employees of state-owned companies were ordered not to bring Apple devices to work.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG