ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ Apple ປະກາດ “ນະໂຍບາຍດ້ານສິດທິມະນຸດ” ຫລັງຈາກຖືກຕໍາໜິຈາກກຸ່ມປົກປ້ອງ ສິດທິມະນຸດ


ເຄື່ອງໝາຍ (logo) ຂອງບໍລິສັດ Apple ນອກຮ້ານ Apple ຢູ່ອ່າວ Marina Bay Sands ໃນສິງກະໂປ, ວັນທີ 8 ກັນຍາ, 2020
ເຄື່ອງໝາຍ (logo) ຂອງບໍລິສັດ Apple ນອກຮ້ານ Apple ຢູ່ອ່າວ Marina Bay Sands ໃນສິງກະໂປ, ວັນທີ 8 ກັນຍາ, 2020

ໃນອາທິດນີ້ບໍລິສັດຍັກໃຫຍ່ເທັກໂນໂລຈີຂອງອາເມລິກາ ໄດ້ປະກາດນະໂຍບາຍສິດທິມະນຸດສະບັບໃໝ່ທີ່ແນໃສ່ປັບປຸງສິດທິຂອງຄົນງານທີ່ຜະລິດໂທລະສັບສະຫລາດ ຫລື smartphone ແລະຄອມພິວເຕີ້ ທີ່ມີຄວາມນິຍົມສູງຂອງຕົນ.

“ກົດປະພຶດຕໍ່ຜູ້ສະໜອງສິນຄ້າ” ຂອງ Apple ລະບຸວ່າ ພະນັກງານທຸກຄົນທີ່ຢູ່ໃນຕ່ອງໂສ້ການສະໜອງສິນຄ້າຂອງ Apple “ສົມຄວນທີ່ຈະມີບ່ອນເຮັດວຽກທີ່ຍຸຕິ ທຳ ແລະມີຈັນຍາບັນ.” ມັນຫ້າມບໍ່ໃຫ້ມີການຮາວີ ແລະຂົ່ມເຫັງ ແລະລະບຸວ່າ ເວລາເຮັດວຽກອາທິດນຶ່ງສູງສຸດແມ່ນ 60 ຊົ່ວໂມງ ພ້ອມທັງຢ່າງໜ້ອຍໃຫ້ມີມື້ພັກ 1 ມື້ ຕໍ່ອາທິດ ຢູ່ໃນບັນດາການປ້ອງກັນສິດອັນອື່ນໆ.
https://www.apple.com/supplier-responsibility/pdf/Apple-Supplier-Code-of-Conduct-January.pdf

ເອກະສານນະໂຍບາຍດັ່ງກ່າວມີຂຶ້ນຫລັງຈາກມີການວິພາກວິຈານຕໍ່ Apple ໂດຍກຸ່ມປົກປ້ອງສິດທິມະນຸດ ທີ່ໄດ້ກ່າວຫາບໍລິສັດວ່າບໍ່ສົນໃຈຕໍ່ການ ກະທໍາ ຂົ່ມເຫັງຂອງຜູ້ສະໜອງສິນຄ້າ.
ໃນມື້ດຽວກັນທີ່ Apple ໄດ້ເຜີຍແຜ່ນະໂຍບາຍດ້ານສິດທິມະນຸດຂອງຕົນອອກນັ້ນ, ກໍມີວິດີໂອທີ່ຖ່າຍຢູ່ບ່ອນເຮັດວຽກຂອງຜູ້ສະໜອງສິນຄ້າແຫ່ງນຶ່ງ ຂອງ Apple ໃນຈີນກຳລັງເຜີຍແຜ່ໄປທົ່ວສື່ສັງຄົມອອນລາຍຂອງຈີນ.

ໃນວິດີໂອທີ່ຖ່າຍຢູ່ໂຮງງານແຫ່ງນຶ່ງຢູ່ນອກນະຄອນຊຽງໄຮ, ມີຜູ້ຈັດການຄົນນຶ່ງ ສາມາດເຫັນໄດ້ວ່າ ກໍາລັງເອົາບັດປະຈຳຕົວໃຫ້ພວກຄົນງານໃໝ່ ໂດຍການໂຍນບັດປະຈຳຕົວໃໝ່ນັ້ນ ລົງໃສ່ພື້ນຂອງໂຮງງານ. ພວກຄົນງານຕ້ອງໄດ້ກົ້ມລົງພື້ນເພື່ອຢິບເອົາບັດປະຈຳຕົວ.

ມື້ຕໍ່ມາ, Pegatron, ບໍລິສັດທີ່ເປັນເຈົ້າຂອງໂຮງງານທີ່ຜະລິດອຸປະກອນເສີມໂທລະສັບມືຖືໃຫ້ແກ່ Apple, ໄດ້ອອກຄຳຂໍຄະມາໂທດທີ່ "ບໍ່ເຄົາລົບຄົນງານ ໃໝ່".

ວິດີໂອໄດ້ຍົກໃຫ້ເຫັນສິ່ງທ້າທາຍບາງຢ່າງ ໃນຫຼາຍໆຢ່າງທີ່ Apple ກໍາລັງປະເຊີນຢູ່ ໃນຂະນະທີ່ມັນພະຍາຍາມຈະສະແດງຄວາມເຄົາລົບສິດທິຂອງບັນດາໂຮງງານຂອງຜູ້ສະໜອງສິນຄ້າໃຫ້.

ໃນຈົດໝາຍທີ່ສົ່ງເຖິງຫົວໜ້າຜູ້ບໍລິຫານ ຫລື CEO ຂອງ Apple, ທ່ານ ທີມ ຄຸກ (Tim Cook) ໃນຕົ້ນອາທິດນີ້, ອົງການດັ່ງກ່າວເວົ້າວ່າ ຕົນໄດ້ຮັບຄຳຮ້ອງທຸກໃນການຂົ່ມເຫັງກຳມະກອນຢູ່ໃນໂຮງງານດັ່ງກ່າວ.

ຄຳຮ້ອງທຸກເຫລົ່ານີ້ລວມມີການລະເມີດການໃຫ້ມີວັນພັກ 1 ວັນຕໍ່ອາທິດ, ບັງຄັບໃຫ້ຜູ້ໃຊ້ແຮງງານໃຊ້ເວລາພັກຜ່ອນຂອງພວກເຂົາເຈົ້າເພື່ອເຮັດວຽກ, ຊັກຊ້າໃນການຈ່າຍເງິນບໍາເນັດ, ຫ້າມບໍ່ໃຫ້ພະນັກງານທີ່ເປັນນັກສຶກສາອອກຈາກໂຮງງານແລະ ບໍ່ໃຫ້ຄົນງານລາອອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG