ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມີການຮຽກຮ້ອງ ໃຫ້ຜູ້ນຳເອເຊຍ ຕາເວັນອອກສຽງໃຕ້ ຊ່ວຍເຫຼືອອົບພະຍົບ ຢູ່ທະເລ


SE Asian Governments Urged to Rescue Stranded Migrants at Sea
please wait

No media source currently available

0:00 0:02:33 0:00

ຊົມລາຍງານ ຜູ້ນຳເອເຊຍ ຕາເວັນອອກສຽງໃຕ້ ຮຽກຮ້ອງໃຫ້ມີການຊ່ວຍເຫຼືອ ຊາວອົບພະຍົບຢູ່ທະເລ

ບັນດາ​ອົງການ​ຈັ້ດ​ຕັ້ງ​ນາໆ​ຊາດ ກຳລັງ​ຮຽກຮ້ອງ​ຂໍ​ຄວາມຊ່ອຍ​ເຫຼືອ​ສຳລັບ​ພວກ​ອົບ​ພະຍົບມຸສລິ​ມຫຼາຍ​ພັນ​ຄົນ ຈາກ​ມຽນມາ ແລະ​ບັງກລາ​ເ​ເດັສ ທີ່ຕົກ​ຄ້າງ​ຢູ່​ໃນ​ທະ​ເລ ​ໃນ​ເຮືອ​ຂອງ​ພວກ​ຄ້າ​ມະນຸດ ໃນ​ອ່າວ Bengal ນັ້ນ. Steve Herman ຜູ້​ສື່​ຂ່າວ ວີ​ໂອ​ເອ ລາຍງານ​ມາ​ຈາກ​ບາງກອກ ວ່າ ການ​ປາບ​ປາມ​ທາງ​ເດີນ​ຕ່າງໆ​ຂອງ​ພວກ​ຄ້າ​ມະນຸດ​ໃນ​ໄທ ປ້ອງ​ກັນ​ບໍ່​ໃຫ້​ພວກ​ເຮືອ​ເຫຼົ່າ​ນີ້​ເຂົ້າ​ມາ​ຈອດ​ໃນ​ພະລາດ​ຊະ​ອານາຈັກ​ໄທໄດ້ ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ຄົນ​ໂດຍສານ​ອົບ​ພະຍົບ​ໃນ​ເຮືອ ຕົກ​ຢູ່​ໃນ​ສະພາບ​ສ່ຽງ​ໄພ​ອັນຕະລາຍ​ຫຼາຍ​ຂຶ້ນ ພຸດທະສອນມີ​ລາຍ​ງານ​ເລືອ​ງນີ້ ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ມາສະ​ເນີ​ທ່ານ​ຕໍ່​ໄປ...

ພວກ​ອົບ​ພະຍົບທີ່​ໝົດ​ຫວັງ​ຈຳນວນ​ຫຼາຍ​ກວ່າ 1 ພັນ​ຄົນ​ຈາກ​ມຽນມາ ​ແລະ ບັງ​ກລາ​ແດັສ ​ໄດ້ໄປຮອດ​ແຄມຝັ່ງ​ທະ​ເລ​ໃນ​ມາ​ເລ​ເຊຍ ​ແລະ​ອິນ​ໂດ​ເນ​ເຊຍ​ ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້.

ຍັງ​ມີ​ພວກ​ອົບ​ພະຍົບອີກ​ຫຼາຍ​ຄົນຕົກ​ຄ້າງ​ຢູ່​ໃນ​ທະ​ເລ ​ເນື່ອງ​ຈາກ​ການ ປາບ​ປາມ​ຄັ້ງ​ໃໝ່​ ໃນ​ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ອົບ​ພະຍົບທີ່​ຖືກ​ລັກລອບ ​ໄປ​ໃນ​ໄທ ​ແລະ​ພວກ​ລູກ​ເຮືອ​ປະປ່ອຍເຂົາ​ເຈົ້າໄວ້​ໃນ​ກາງ​ທະ​ເລ​ນັ້ນ.

​ທ່ານ Jeffrey Labovitz ຫົວໜ້າ​ອົງການ​ຈັດຕັ້ງສາກົນເພື່ອການຍົກ ຍ້າຍຖິ່ນຖານ ຫຼື IOM ປະຈຳ​ໄທ ຢາກ​ໃຫ້​ພວກ​ລັດຖະບານ​ຂອງປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຊ່ອຍ​ກູ້​ຊີວິດພວກ​ອົບ​ພະ ຍົບທີ່​ຕົກ​ຄ້າງ​ໃນ​ທະ​ເລ​.

​ທ່ານ Labovitz ກ່າວ​ວ່າ “ພວກອົບພະຍົບ ຈະ​ຕ້ອງໄດ້ອອກ​ຈາກ​ ​ເຮືອ​ເຫຼົ່າ​ນີ້. ທຸກໆ​ມື້ ພວກ​ເຮົາ​ຮູ້ຈັກ​ວ່າ ຈະ​ມີ​ຜູ້ຄົນ​ຕື່ມ​ອີກຈະ​ໄດ້​ຮັບ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ ​ແລະ​ວ່າ ຈະມີຜູ້ຄົນ​ຕາຍ​ໄປ.”

ທີ່ອິນໂດເນເຊຍ ພວກອົບພະຍົບບາງຄົນໄດ້ເຂົ້າໄປຮອດຝັ່ງ ແຕ່ກອງ ທັບເຮືອຂອງປະເທດ ກ່າວວ່າ ເຮືອອີກລຳໜຶ່ງທີ່ບັນທຸກພວກອົບພະ ຍົບຈຸອື່ນ 500 ຄົນ ໄດ້ຖືກປະຕິເສດບໍ່ໃຫ້ເຂົ້າຈອດ.

ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເຂົາເຈົ້າໄດ້ເຕີມນ້ຳມັນໃຫ້ເຮືອລຳນັ້ນ ແລະໄດ້ສົ່ງອອກທະເລໄປ.

ທ່ານ Phil Robertson ຈາກອົງການປົກປ້ອງສິດທິມະນຸດ Human Rights Watch ເຫັນວ່າການກະທຳເຊັ່ນນີ້ ເປັນເລື້ອງທີ່ລົບກວນໃຈ.

ທ່ານ Phil Robertson ກ່າວວ່າ “ວິທີການແບບນີ້ ເປັນຕົ້ນເຫດຂອງ ໄພຫາຍຍະນະໃນການຮັບມືກັບກອງເຮືອຂອງຊາວໂຣຮິງຢາ ຊຶ່ງບັດນີ້ ຈະຕ້ອງມີການຊອກໃຫ້ເຫັນ ແລະໃຫ້ການຊ່ອຍເຫຼືອ.”

ມີ​ການ​ຄາດຄະເນ​ກັນ​ວ່າ ປະມານ​ເຄິ່ງໜຶ່ງ​ຂອງ​ຈຳນວນພວກ​ອົບ​ພະຍົບ ທີ່​ກຳລັງ​ຕົກ​ຄ້າງ​ຢູ່​ໃນ​ທະ​ເລ​ເວລາ​ນີ້ ​ແມ່ນ​ພວກ​ຊາວ​ມຸສລິ​ມ​ໂຣຮິງ​ຢາ ທີ່​ເປັນ​ພວກທີ່ໄດ້ຮັບເຄາະຮ້າຍ ​ຈາກ​ຄວາມ​ຮຸນ​ແຮງ​ດ້ານ​ສາສະໜາ ​ແລະການຈຳ​ແນ​ກກີດ​ກັນ​ໃນ​ມຽນມາ ​ແລະ​ພາກັນ​ລົງ​ຄວາມ​ເຫັນ​ວ່າ ຂໍເປັນ​ອົບ​ພະຍົບທີ່​ຜິດ​ກົດໝາຍໃນ​ແຫ່ງ​ອື່ນ​ຈະ​ດີກ​ວ່າ ຖ້າ​ພວກ​ເຂົາ​ເຈົ້າ​ໂຊກ​ດີ​ພໍ ​ສາມາດເອົາ​ໂຕ​ລອດ​ໄດ້ຈາກການ​ເດີນທາງ​ທີ່​ເຕັມ​ໄປ​ດ້ວຍ​ການ​ສ່ຽງ​ໄພ​ຂອງ​ເຂົາ​ເຈົ້າ​ນັ້ນ.

ທ່ານ Labovitz ຈາກ​ອົງການ IOM ກ່າວ​ຊີ້​ແຈງ​ວ່າ “ອຸດຈາລະ​ລົງ​ໃສ່​ນ້ຳ ພວກ​ເຂົາ​ເຈົ້າ​ບໍ່​ມີ​ຫ້ອງ​ນ້ຳ ພວກ​ເຂົາ​ເຈົ້າ​ມັກ​ຍັດ​ໃສ່​ໃນ​ທ້ອງ​ເຮືອ. ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ ພວກ​ເຂົາ​ເຈົ້າ​ກໍ​ສາມາດ​ຖືກໂຍນ​ຖິ້ມ​ລົງໃນ​ທະ​ເລເວລາ​ໃດ​ກໍ​ໄດ້ ​ແລະ​ແນ່ນອນ​ຈະ​ຖືກ​ທຸບ​ຕີ.”

ສະພາບການອົບພະຍົບຈາກມຽນມາ ທ້າວ Mohammad Husin ທີ່ເຂົ້າໄປຮອດຝັ່ງທະເລໃນແຂວງ Aceh ເມື່ອອາທິດນີ້ ແມ່ນເປັນ ຕົວຢ່າງ.

ທ້າວ Mohammad Husin ກ່າວ​ວ່າ “ມັນ​ໃຊ້​ເວລາ​ສອງ​ເດືອນ​ມາ​ນຳ​ເຮືອ​ນ້ອຍ​ລຳ​ໜຶ່ງ ​ຈຶ່ງ​ມາ​ຮອດ​ນ່ານນ້ຳຂອງໄທ ບ່ອນ​ທີ່​ພວກ​ເຮົາພວກ​ເຮົາ​ຖືກຈັບ​ກຸມ ​ແລະ​ຖືກ​ກັກ​ໂຕ​ໄວ້​ໃນ​ເຮືອ​ເປັນ​ເວລາ 20 ມື້ ຍ້ອນ​ອັນ​ທີ່​ລາວ​ເຊື້ອ​ວ່າ ​ແມ່ນ​ກອງທັບ​ເຮືອ​ໄທ. ​ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ເຮົາ​ໄດ້​ຂໍ​ເຂົ້າປາ​ອາ​ຫານ​ແລະ​ນ້ຳ​ດື່ມ ພວກ​ທະຫານ​ເຮືອ​ເຫຼົ່ານີ້ ໃຫ້​ນ້ຳ​ພວກ​ເຮົາ​ພຽງ​ໜ້ອຍ​ດຽວ. ຖ້າ​ພວກ​ເຮົາ​ຂໍ​ຕື່ມ​ອີກ ພວກ​ເຂົາ​ເຈົ້າ​ທຸບ​ຕີ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຂໍ​ເດີນທາງ​ຕໍ່​ໄປ​ຍັງ​ມາ​ເລ​ເຊຍ ​ແຕ່​ພວກ​ເຂົາ​ເຈົ້າ​ບໍ່​ຍອມ​ປ່ອຍ​ພວກ​ເຮົາ​ໄປ.”

ທ່ານ Phil Robertson ຈາກ​ອົງການ Human Rights Watch ກ່າວ​ວ່າ “ຊາວ​ໂຣຮິ​ງຢາ ມີ​ໝູ່​ເພື່ອນ​ໜ້ອຍ​ ນອກຈາກ​ພວກ​ທີ່ມີຄວາມ​ເຕັມ​ໃຈ​ທີ່​ຢາກ​ສວຍ​ໃຊ້​ປະ​ໂຫຍ​ດເຂົາ​ເຈົ້າ ​ແລະ​ຂູ່​ເຂັນ​ພວກເຂົາ​ເຈົ້າ. ​ແລະ​ເປັນ​ໜ້າ​ເສຍ​ໃຈ ມີ​ເລື້ອງ​ຕ່າງໆ​ຫລາຍ​ຂຶ້ນ​ນັບ​ມື້ ມາ​ເລົ່າສູ່​ພວກ​ເຮົາ​ຟັງ ກ່ຽວ​ກັບ​ການ​ສົມຮູ້​ຮ່ວມ​ຄິດ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ແລະ​ພວກ​ຄ້າ​ມະນຸດ​ທີ່​ໄດ້​ລະ​ເມີດ​ສິດທິ​ຂອງ​ພວກ​ຄົນ​ເຫຼົ່າ​ນີ້​. ມັນ​ໄດ້​ພາ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມ​ຕ່າງໆ​ຂຶ້ນ​ມາ ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງ​ບັນດາລັດຖະບານ​ເຫຼົ່າ​ນີ້ ​ໃນ​ການ​ຕໍ່ຕ້ານ​ການ​ຄ້າ​ມະນຸດ​.”

ຫູ​ງຈາກ​ມີ​ການ​ພົບ​ເຫັນ​ຂຸມ​ຝັງ​ສົບ​ຂະໜາດໃຫຍ່​ໃນ​ອັນ​ທີ່​ເອີ້ນ​ວ່າ “ຄ້າຍ ພວກ​ຂ້າ​ທາດ” ​ໃນ​ປ່າດົງ​ຕຶບ​ແຫ່ງ​ຕ່າງໆ​ໃນ​ພາກ​ໃຕ້​ຂອງ​ໄທ ຄະນະ​ຜູ້ ນຳ​ລັດຖະບານ​ທະຫານ​ໄທ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຖອນ​ຮາກ​ເຄືອ ຂ່າຍ​ຄ້າ​ມະນຸດ​ນີ້ ​ໃຫ້​ໝົດ​ໄປ​ໂດຍ​ໄວ.

XS
SM
MD
LG