ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແອັປໃໝ່ ທີ່ອຳນວຍໃຫ້ພົນລະເມືອງຈີນ ເຂົ້າເຖິງອິນເຕີເນັດຂອງໂລກໄດ້ ຫາຍໄປ ຫຼັງຈາກທີ່ຫາກໍເປີດໂຕ


ພາບນີ້ຖ່າຍເມື່ອວັນທີ 6 ພະຈິກ 2018, ສະແດງໃຫ້ເຫັນພວກຄົນຢ້ຽມຊົມ ຮ້ານວາງສະແດງຂອງບໍລິສັດ Qihoo 360 ຢູ່ທີ່ ງານວາງສະແດງສິນຄ້າ Light of Internet Expo ກ່ອນໜ້າກອງປະຊຸມ ກ່ຽວກັບອິນເຕີເນັດໂລກ ຄັ້ງທີ 5 ໃນເມືອງຫວູເຊັນ ຂອງຈີນ.
ພາບນີ້ຖ່າຍເມື່ອວັນທີ 6 ພະຈິກ 2018, ສະແດງໃຫ້ເຫັນພວກຄົນຢ້ຽມຊົມ ຮ້ານວາງສະແດງຂອງບໍລິສັດ Qihoo 360 ຢູ່ທີ່ ງານວາງສະແດງສິນຄ້າ Light of Internet Expo ກ່ອນໜ້າກອງປະຊຸມ ກ່ຽວກັບອິນເຕີເນັດໂລກ ຄັ້ງທີ 5 ໃນເມືອງຫວູເຊັນ ຂອງຈີນ.

ແອັປໂທລະສັບມືຖືອັນນຶ່ງ ໄດ້ຖືກເປີດໂຕຢູ່ໃນຈີນ ເມື່ອອາທິດແລ້ວນີ້ ທີ່ຫຼາຍໆຄົນຢູ່ທີ່ນັ້ນ ຫວັງວ່າ ຈະອະນຸຍາດໃຫ້ພວກເຂົາ ເຂົ້າເຖິງເວັບໄຊ້ສື່ສັງຄົມຕ່າງໆຂອງປະເທດຕາເວັນຕົກ ທີ່ໄດ້ຖືກຫ້າມມາຍາວນານນັ້ນ ໄດ້ຫາຍໄປຈາກແອັປສ ຕໍຂອງຈີນ ນຶ່ງວັນຫຼັງຈາກທີ່ມັນໄດ້ຖືກເປີດເຜີຍ.

ທູບເບີ (Tuber) ເປັນແອັບລະບົບແອນດຣອຍ ທີ່ສະໜັບສະໜຸນໂດຍ Qihoo 360 ຊຶ່ງເປັນບໍລິສັດຍັກໃຫຍ່ດ້ານຊອບແວຣຄວາມປອດໄພທາງໄຊເບີ້ຂອງຈີນນັ້ນ ໃນເບື້ອງຕົ້ນ ປາກົດວ່າມີໃຫ້ດາວໂລດໄດ້ຢ່າງເປັນທາງການໃນວັນສຸກທີ່ຜ່ານມາ. ມັນໄດ້ອຳນວຍໃຫ້ພົນລະເມືອງຈີນ ເຂົ້າເຖິງເວັບໄຊ້ ເຊັ່ນວ່າ ຢູທູບ ເຟສບຸກ ແລະກູໂກ ໄດ້ຢ່າງຈຳກັດ ແລະມັນອຳນວຍຄວາມສະດວກ ໃນການດາວໂລດແອັບ 5 ລ້ານຄັ້ງ ພາຍຫຼັງຈາກທີ່ໄດ້ເປີດໂຕ.

ແຕ່ວ່ານຶ່ງວັນຕໍ່ມາ ແອັປ ທູບເບີ ໄດ້ຫາຍໄປຈາກແອັຟສຕໍຂອງໂທລະສັບມືຖື ຮວມທັງແອັປອັນນຶ່ງ ທີ່ປະຕິບັດງານໂດຍບໍລິສັດເທັກໂນໂລຈີຫົວເຫວີຍ. ການຊອກຫາແອັປຢູ່ໃນເວັບໄຊ້ ກໍບໍ່ໄດ້ພົບເຫັນແອັປນີ້ອອກມາເລີຍ ເມື່ອວີໂອເອ ໄດ້ກວດສອບເບິ່ງໃນວັນຈັນຜ່ານມາ. ມັນບໍ່ເປັນຈະແຈ້ງວ່າ ລັດຖະບານໄດ້ສັ່ງໃຫ້ເອົາແອັປດັ່ງກ່າວອອກ ຫຼືບໍ່.

ບັນດານັກຊ່ຽວຊານ ໄດ້ກ່າວຕໍ່ວີໂອເອວ່າ ການເຮັດເຊັ່ນນັ້ນ ບາງທີເປັນການອອກແບບເພື່ອສ້າງພາບຂອງການມີທາງເລືອກໃຫ້ແກ່ພວກຜູ້ບໍລິໂພກ ຜູ້ທີ່ຢາກເຂົ້າເຖິງອິນເຕີເນັດຂອງໂລກ ແຕ່ການໃຊ້ເຄື່ອງມືທີ່ເປັນອຸບາຍຂອງການຈຳກັດທັງຫຼາຍເຫຼົ່ານີ້ ບາງທີກໍແມ່ນການລຶບອອກ ຖ້າຫາກລັດຖະບານຈີນເຫັນວ່າ ພວກມັນໄດ້ຮັບຄວາມນິຍົມຫຼາຍເກີນໄປຈາກພວກຜູ້ບໍລິໂພກ.

ພວກຜູ້ບໍລິໂພກຊາວຈີນ ໄດ້ຍົກຍ້ອງຄວາມສາມາດທີ່ຫາກໍພົບໃໝ່ໆນີ້ ໃນການເຂົ້າໄປເບິ່ງເວັບໄຊ້ຕ່າງໆ ທີ່ໄດ້ຖືກຫ້າມມາຍາວນານ ກ່ອນທີ່ແອັປຈະຖືກຖອນອອກໄປເມື່ອວັນເສົາແລ້ວນີ້.

ບົດລາຍງານກ່ຽວກັບການນຳສະເໜີແອັປທູບເບີ້ຈຳນວນນຶ່ງທີ່ໄດ້ຖືກຫ້າມນັ້ນ ບັດນີ້ ໄດ້ກາຍເປັນເລື້ອງທີ່ສົ່ງຕໍ່ໆກັນໄປໃນສື່ສັງຄົມຢ່າງແຜ່ຫຼາຍໃນວັນສຸກ ຢູ່ໃນແອັປສຸດຍອດ ວີແຊັດ (WeChat) ຂອງຈີນ ແລະປາກົດວ່າ ເປັນຜົນເຮັດໃຫ້ ແອັປທູບເບີປະສົບຜົນສຳເລັດ ໃນເວລາຂ້າມຄືນ.

https://freewechat.com/a/MjM5OTE2NTYyMA==/2650397458/1

ໃນການໂຄສະນາເຄື່ອງໝາຍທີ່ຄ້າຍຄືກັບຢູທູບນັ້ນ ໜ້າຫຼັັກຂອງທູບເບີອຳນວຍ ໃຫ້ວີດີໂອຕ່າງໆຂອງຢູທູບນັ້ນຂຶ້ນຢູ່ໜ້າຂອງມັນ ໃນຂະນະທີ່ພາກສ່ວນອື່ນໆ ອະນຸຍາດໃຫ້ພວກຜູ້ຊົມໃຊ້ໄປຫາເວັບໄຊ້ຕ່າງໆຂອງປະເທດຕາເວັນຕົກໄດ້ທີ່ໄດ້ຖືກຫ້າມໃນຈີນ.

ນັກຂ່າວຄົນນຶ່ງຢູ່ທີ່ Global Times ທີ່ເປັນສື່ສັງຄົມຂອງທາງການຈີນໄດ້ຂຽນ ລົງໃນທວິດເຕີ້ ວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນ “ດີສຳລັບສະຖຽນລະພາບຂອງຈີນ ແລະມັນເປັນບາດກ້າວ ທີ່ຍິ່ງໃຫຍ່່ ສຳລັບການເປີດກວ້າງຂອງຈີນ.”

https://twitter.com/RitaBai/status/1314539100343476224

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG