ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ດ້ວຍລະເບີດ ຢູ່ເຢເມນ


ພວກກະບົດ Houthi ຢືນຢູ່ໃກ້ກັບຊາກລົດ ຢູ່ບ່ອນທີ່ຖືກໂຈມຕີ ດ້ວຍລະເບີດ ໃນນະຄອນຫຼວງ Sana'a (17 ມິຖຸນາ 2015)
ພວກກະບົດ Houthi ຢືນຢູ່ໃກ້ກັບຊາກລົດ ຢູ່ບ່ອນທີ່ຖືກໂຈມຕີ ດ້ວຍລະເບີດ ໃນນະຄອນຫຼວງ Sana'a (17 ມິຖຸນາ 2015)

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ
ດ້ວຍລະເບີດ 4 ຄັ້ງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 31 ຄົນ
ແລະບາດເຈັບອີກເກືອບ 20 ຄົນທີ່ນະຄອນຫຼວງ Sana’a ຂອງ
ເຢເມນ ໃນວັນພຸດວານນີ້.

ພວກຫົວຮຸນແຮງລັດອິສລາມກ່າວວ່າ ການໂຈມຕີດ້ວຍລະເບີດ
ດັ່ງກ່າວແມ່ນ ເພື່ອເປັນການແກ້ແຄ້ນຕໍ່ພວກກະບົດ Houthi ທີ່
ໄດ້ຮັບການໜຸນຫລັງຈາກອີຣ່ານ ທີ່ໄດ້ເຂົ້າຍຶດເອົານະຄອນຫຼວງ
ຂອງປະເທດ.

ທັງໝົດນີ້ແມ່ນມີວັດສາສະໜາອິສລາມ 3 ແຫ່ງແລະສຳນັກງານ
ການເມືອງຂອງພວກກະບົດ Houthi ແຫ່ງນຶ່ງ.

ກຸ່ມຫົວຮຸນແຮງລັດອິສລາມແມ່ນນັບຖືນິກາຍຊຸນນີ່ທີ່ຖືພວກມຸສລິມນິກາຍຊີໄອທ໌ວ່າ ເປັນ
ພວກປະຖິ້ມສາສະໜາ.

ການໂຈມຕີວັດຕ່າງໆແມ່ນມີຂຶ້ນໃນຂະນະທີ່ພວກເຫຼື້ອມໃສໃນສາສະໜາພວມກະກຽມສະ
ຫລອງເດືອນຣາມາດານ ຊຶ່ງເປັນເດືອນສັກສິດຂອງຊາວມຸສລິມ.

ກຸ່ມລັດອິສລາມ ເລີ້ມເຮັດໃຫ້ມີຄວາມຮູ້ສຶກກ່ຽວກັບການມີໜ້າຂອງຕົນເພີ້ມຂຶ້ນນັບມື້ ຢູ່ໃນ
ເຢເມນ ບ່ອນທີ່ພວກກະບົດ Houthi ກຳລັງຮັບມືເພີ້ມຂຶ້ນ ກັບກຸ່ມຫົວຮຸນແຮງຕ່າງໆ ແລະ
ພວກທະຫານບ້ານຊົນເຜົ່າ ຊຶ່ງຕ່າງພວມຊອກສະແຫວງຫາອຳນາດຕື່ມຂຶ້ນນັ້ນ.

ພວກກະບົດ Houthi ເຂົ້າຍຶດເອົານະຄອນຫຼວງ ໃນປີກາຍນີ້ ແລະປະທານາທິບໍດີ Abdu
Rabu Mansour Hadi ທີ່ນາໆຊາດຮັບຮູ້ ຂອງເຢເມນ ໄດ້ຫລົບໜີ ໄປຍັງຊາອຸດີ ອາຣາ
ເບຍ ໃນເດືອນມີນາຜ່ານມາ.

ກຳລັງປະສົມ ພາຍໃຕ້ການນຳພາຂອງຊາອຸດີ ໄດ້ທຳການໂຈມຕີທາງອາກາດ ຕໍ່ພວກກະ
ບົດ Houthi ໃນຂະນະທີ່ການເຈລະຈາສັນຕິພາບ ທີ່ຈັດແຈງໂດຍ ອົງການສະຫະປະຊາ
ຊາດກ່ຽວກັບເຢເມນ ມາຮອດເວລານີ້ ຍັງບໍ່ທັນປະສົບຄວາມສຳເລັດເທື່ອ.

Yemen
please wait
Embed

No media source currently available

0:00 0:01:44 0:00

Islamic State is claiming responsibility for four separate car bombings that killed at least 31 people and wounded nearly 20 more in Yemen's capital, Sana'a Wednesday.

The militants say the blasts were revenge against Iranian-backed Shi'ite Houthi rebels who have overrun the capital.

Three mosques and a Houthi political office were targeted.

The Islamic State radicals are Sunni Muslims who view Shi'ite Muslims as apostates.

The bombings at the mosques came as worshippers were preparing for the start of Ramadan, the Muslim holy month.

Islamic State is starting to make its presence felt more and more inside Yemen, where the Houthis are coming up against numerous militant groups and tribal militias, all jockeying for power.

The Houthis seized the capital last year, and Yemen's internationally-recognized President Abdu Rabu Mansour Hadi fled to Saudi Arabia in March.

A Saudi-led Arab coalition has been carrying out airstrikes against the Houthis while United Nations-organized peace talks on Yemen have so far been unsuccessful.

XS
SM
MD
LG