ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ຕ້ານຣັດຖະບານ ຣັດເຊຍ ທີ່ຖືກນໍາໄປ ປິ່ນປົວ ເຢຍຣະມັນ ມີຄົນ ສົງໄສ ວ່າຖືກ ວາງຢາພິດ


ຄະນະດົນຕີວົງພຸສຊີ ໄຣອອດ (Pussy Riot) ຊຶ່ງເປັນວົງດົນຕີ ພັງຣອກ ທີ່ເຄື່ອນໄຫວໃຕ້ດິນຕ້ານຕ້ານຣັດຖະບານ ຣັດເຊຍ
ຄະນະດົນຕີວົງພຸສຊີ ໄຣອອດ (Pussy Riot) ຊຶ່ງເປັນວົງດົນຕີ ພັງຣອກ ທີ່ເຄື່ອນໄຫວໃຕ້ດິນຕ້ານຕ້ານຣັດຖະບານ ຣັດເຊຍ

ນັກເຄື່ອນໄຫວຕ້ານວັງເຄຣມລິນຄົນນຶ່ງ ກໍາລັງໄດ້ຮັບການປິ່ນປົວຢູ່ໃນໂຮງໝໍ ແຫ່ງ
ນຶ່ງໃນນະຄອນເບີລິນ ຍ້ອນຖືກສິ່ງທີ່ຄະນະດົນຕີວົງພຸສຊີ ໄຣອອດ (Pussy Riot)
ໄດ້ເອີ້ນວ່າ ຢາພິດນັ້ນ.

ທ່ານ ພຢຽດເຕຣ໌ ເວີຊີລອັຟ (Pyotr Verzilov), ຜູ້ພິມເຜີຍແຜ່ໜັງສືພິມອົງການຂ່າວ
ຣັດເຊຍໃນອິນເຕີແນັດ ທີ່ຕໍາໜິລັດຖະບານ ຖືກລາຍງານວ່າ ຕາບໍ່ເຫັນຮຸ່ງ, ຫູບໍ່ໄດ້
ຍິນສຽງ ແລະບໍ່ສາມາດຍ່າງໄດ້ ໃນວັນອັງຄານຜ່ານມາ ພາຍຫລັງ ທີ່ໄດ້ເຂົ້າຮ່ວມ
ຮັບຟັງການພິຈາລະນາຄະດີແລ້ວ.

ທ່ານ ເວີຊີລັອຟ ໄດ້ຖືກປິ່ນປົວຢູ່ໃນໂຮງໝໍແຫ່ງນຶ່ງໃນນະຄອນມົສກູ ໃນອາທິດແລ້ວນີ້
ແຕ່ວ່າ ໄດ້ຖືກເອົາບິນໄປປິ່ນປົວຢູ່ໃນເຢຍລະມັນ ໃນຕອນບ່າຍໆ ຂອງວັນເສົາຜ່ານ
ມານີ້ ດ້ວຍເຮືອບິນທີ່ເຊົ່າໂດຍມູນນິທິຮູບເງົາເພື່ອສັນຕິພາບທີ່ໄດ້ໃຫ້ການສະໜັບ
ສະໜູນແກ່ການເຄື່ອນໄຫວຕ້ານວັງເຄຣມລິນຂອງ ທ່ານ ແລະຂອງຄະນະວົງດົນຕີ
ພຸສຊີ ໄຣອອດ ຊຶ່ງເປັນວົງດົນຕີພັງຣອກ ແບບເຄື່ອນໄຫວໃຕ້ດິນນັ້ນມາເປັນເວລາ
ດົນນານ.

ນາງ ນາເດັສດາ ໂຕລອນນິກັອຟວາ (Nadezhda Tolokonnikova) ພັນລະຍາ
ຂອງທ່ານ ເວີຊີລັອຟ (Verzilov), ສະມາຊິກຄົນນຶ່ງຂອງວົງຕົນດີດັ່ງກ່າວ ເວົ້າຕໍ່
ໜັງສືພິມບາຍລດ໌ (Bild) ຂອງເຢຍລະມັນວ່າລາວເຊື່ອວ່າ ສາມີຂອງລາວຖືກຢາພິດ.
ສະມາຊິກຂອງວົງຕົນດີດັ່ງກ່າວອີກຄົນນຶ່ງ, ນາງ ເວຣອນນິກາ ນິກູລຊີນາ
(Veronika Nikulshina) ກໍໄດ້ກ່າວຕໍ່ໜັງສືພິມເວັບໄຊຂອງຣັດເຊຍວ່າ ມັນ "ແມ່ນ
ການວາງຢາພິດແທ້ໆ ບໍ່ຜິດເລີຍ".

ການລົ້ມລົງຂອງທ່ານ ເວີຊີລັອຟ (Verzilov) ໃນວັນອັງຄານຜ່ານມາ ພາຍຫລັງທີ່
ທ່ານຖືກຕັດສິນໃຫ້ຈໍາຄຸກເປັນເວລາ 15 ວັນ ພ້ອມກັບນາງນິກູລຊີນາ (Nikulshina)
ແລະສະມາຊິກຂອງວົງຕົນດີດັ່ງກ່າວຄົນອື່ນອີກ 2 ຄົນ ໃນຖານພາກັນຖະຫລົ່ມ
ເດີ່ນເຕະບານ ຢູ່ໃນຕອນສຸດທ້າຍຂອງການແຂ່ງຂັນເຕະບານ ໂລກໃນເດືອນກໍ
ລະກົດທີ່ຜ່ານມາ ເພື່ອສະແດງໃຫ້ເຫັນວ່າ ມີການທາລຸນຂົ່ມເຫັງຂອງຕໍາຫລວດ
ຢູ່ໃນເວລານັ້ນ.

An anti-Kremlin activist is being treated in a Berlin hospital for what members of the Pussy Riot band have called poisoning.

The publisher of a Russian online news outlet that criticizes the government, Pyotr Verzilov, reportedly lost his vision, hearing, and ability to walk Tuesday, following a court hearing

Verzilov was treated in a Moscow hospital last week, but was flown to Germany late Saturday on a flight chartered by the Cinema for Peace Foundation, which has long supported his and punk band Pussy Riot's anti-Kremlin activism.

Verzilov's wife, band member Nadezhda Tolokonnikova, told the German newspaper Bild she believed he was poisoned. Another member of the band, Veronika Nikulshina, told a Russian website it was "definitely poisoning".

His collapse Tuesday followed a 15-day sentence he served with Nikulshina and two other members of the band for storming the soccer field during the World Cup final in July to highlight Russian police abuses.

XS
SM
MD
LG