ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໖ ຕຸລາ ໒໐໒໔

ການບໍລິການດ້ານສາທາລະນະສຸກ ໃນລາວ ບໍ່ສາມາດ ຕອບສະໜອງປະຊາຊົນ ໃນເຂດຊົນນະບົດ ໄດ້ຢ່າງທົ່ວເຖິງ ຍ້ອນຂາດແຄນ ທັງບຸກຄະລາກອນ ແລະ ງົບປະມານ ຢ່າງຮຸນແຮງ


ບັນ​ດາ​ແມ່​ຍິງ​ເອົາລູກໄປ​ສັກ​ຢາ​ໃນ​ສຸກ​ສາ​ລາ​ແຫ່ງ​ນຶ່ງ​ໃນ​ເຂດ​ຊົນ​ນະ​ບົດຂອງ​ລາວ
ບັນ​ດາ​ແມ່​ຍິງ​ເອົາລູກໄປ​ສັກ​ຢາ​ໃນ​ສຸກ​ສາ​ລາ​ແຫ່ງ​ນຶ່ງ​ໃນ​ເຂດ​ຊົນ​ນະ​ບົດຂອງ​ລາວ

ການບໍລິການດ້ານສາທາລະນະສຸກໃນລາວ ບໍ່ສາມາດຕອບສະໜອງປະ​ຊາ​ຊົນ​ໃນ​ເຂດຊົນນະບົດໄດ້​ຢ່າງ​ທົ່ວ​ເຖິງ ເພາະ​ຍັງ​ຕ້ອງປະ​ເຊີນ​ກັບ​ບັນ​ຫາການ​ຂາດ​ແຄນ​ຢ່າງ​ຮຸນ​ແຮງທັງໃນດ້ານບຸກຄະລາກອນ ແລະງົບ ປະມານ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ​ນາງຈັນຖະ​ໜອມ ມະນີທິບ, ຫົວໜ້າຫ້ອງວ່າການກະຊວງສາທາລະນະສຸກ ຖະ​ແຫລງ​ວ່າ ການ​ຂະ​ຫຍາຍ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ ໃນ​ປັດ​ຈຸ​ບັນ​ຍັງ​ປະ​ເຊີນ​ກັບ​ຄວາມ​ຊັກ​ຊ້າ​ຫຼາຍ ໂດຍເປັນ​ຜົນ​ກະ​ທົບຈາກການ​ຂາດ​ແຄນງົບ​ປະ​ມານ​ທີ່​ສົມ​ທົບ​ດ້ວຍການລະ​ບາດ​ຂອງໄວ​ຣັ​ສ COVID-19 ນັ້ນ​ເຮັດ​ໃຫ້ການຈັດຕັ້ງປະຕິບັດໂຄງການ ສ່ວນໃຫຍ່ບໍ່ເປັນໄປຕາມແຜນການທີ່​ວາງ​ໄວ້ ທັງຍັງ​ມີ​ໂຮງໝໍ​ຫຼາຍ​ແຫ່ງ ​ຢູ່ໃນ​ເຂດ​ຊົນນະບົດ​ທີ່ຈະ​ຕ້ອງການ​ການ​ສ້ອມ​ແປງ​ຢ່າງ​ຮີບ​ດ່ວນ ແລະຂາດແຄນບຸກຄະລາກອນສາ ທາລະນະສຸກ ຢ່າງ​ຮຸນ​ແຮງ​ອີກ​ດ້ວຍເຊັ່ນກັນ ​ດັ່ງ​ທີ່ທ່ານນາງ ຈັນຖະ​ໜອມໄດ້​ຢືນ​ຢັນ​ວ່າ:​
“​ພື້ນ​ຖານໂຄງ​ລ່າງ​ດ້ານສາ​ທາ​ລະ​ນະ​ສຸກ ແລະອຸ​ປະ​ກອນ​ການ​ແພດຢູ່​ໃນ​ຫລາຍ​ທ້ອງ​ຖິ່ນແມ່ນ​ເກົ່າ​ແກ່​ເປ່​ເພ ແລະ​ບໍ່​ໄດ້​ມາດ​ຕະ​ຖານ ເຮັດ​ໃຫ້ການບໍລິການສຸຂະພາບບໍ່ໄດ້ດີເທົ່າທີ່ຄວນ. ສະຖານ​ທີ່​ສາທາລະນະ​ສຸກ​ຫຼາຍ​ແຫ່ງ​ມີ​ຄວາມຈຳ​ກັດດ້ານ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້ ຄວາມສາມາດ ແລະຊໍານານງານ ແລະການກວດບົ່ງ​ມະ​ຕິແລະປິ່​ນ​ປົວ​ພະ​ຍາດ. ພະນັກງານບາງຄົນຍັງຂາດຈັນຍາບັນ ແລະ ທ່າ​ທີຮັບ​ໃຊ້​ຢ່າ​ຖືກຕ້ອງເຮັດ​ໃຫ້ມີສຽງຈົ່ມ​ວ່າຂອງສັງຄົມ."

ທ່ານແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ຍອມຮັບວ່າວຽກງານບໍລິການ ດ້ານສາທາລະນະສຸກໃນແຂວງຫຼວງນໍ້າທາໃນປັດຈຸບັນ ຍັງຕ້ອງປະເຊີນກັບຂໍ້ຈຳກັດໃນຫຼາຍດ້ານ ໂດຍ ມີສາເຫດສຳຄັນມາຈາກການຂາດແຄນທາງດ້ານງົບປະມານຢ່າງໜັກ ແລະເມື່ອປະກອບກັບພື້ນທີ່ 85 ເປີເຊັນ ໃນແຂວງຫຼວງນໍ້າທາກໍເປັນເຂດຊົນນະບົດຫ່າງໄກສອກຫຼີກ ທີີ່ມີຂໍ້ຈຳກັດໃນດ້ານການເດີນ ທາງລວມເຖິງປະຊາຊົນສ່ວນໃຫຍ່ກໍບໍ່ມີຄວາມຮູ້ ແລະຄວາມເຂົ້າໃຈໃນຫລັກການດ້ານສາທາລະນະ ສຸກດ້ວຍແລ້ວ ຈຶ່ງເປັນການຍາກຢ່າງຍິ່ງທີ່ທາງການແຂວງຫຼວງນໍ້າທາ ຈະສາມາດໃຫ້ບໍລິການດ້ານ ສາທາລະນະສຸກແກ່ປະຊາຊົນໄດ້ຢ່າງທົ່ວເຖິງ.

ປັດຈຸບັນໃນທົ່ວປະເທດລາວ ມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງສຸກສາລາຢູ່ເຂດຊົນນະບົດ 1,020 ແຫ່ງ. ສ່ວນເຂດນະຄອນຫຼວງວຽງຈັນມີໂຮງໝໍລັດ 4 ແຫ່ງ ຄືໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິລາດ ແລະໂຮງໝໍ 103. ນອກຈາກນີ້ ກໍມີຄລິນິກເອກກະຊົນ 1,050 ແຫ່ງ, ໂຮງໝໍ ເອກະ ຊົນ 27 ແຫ່ງ, ໃນນີ້ 18 ແຫ່ງແມ່ນ ຢູ່ໃນເຂດນະຄອນຫຼວງວຽງຈັນກັບ 9 ແຫ່ງຢູ່ໃນເຂດຕ່າງແຂວງ ຈຶ່ງ ເຫັນໄດ້ວ່າ ຍັງມີການ ແຕກໂຕນກັນໃນດ້ານສາທາລະນະສຸກລະຫວ່າງເຂດຕົວເມືອງກັບເຂດຊົນນະບົດ ທັງຍັງ ຖືເປັນສາເສດສຳຄັນທີ່ເຮັດໃຫ້ເດັກອາຍຸຕໍ່າກວ່າ 5 ປີ ໃນລາວມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີເຊັນ ສ່ວນເດັກນໍ້າໜັກຕໍ່າກວ່າເກນ ມີເຖິງ 27 ເປີເຊັນ, ເດັກນ້ອຍອາຍຸຕໍ່າກວ່າ 1 ປີ ເສຍຊີວິດ 45/1,000 ຄົນ, ການເສຍຊີວິດຂອງແມ່ຂະນະຖືພາກໍສູງເຖິງ197/1 ແສນຄົນ ແລະມີພຽງ 54 ເປີເຊັນ ທີ່ເກີດລູກໂດຍມີໝໍໃຫ້ການຊ່ວຍເຫຼືອ.

ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງແມ່ແລະເດັກໃນລາວຍັງບໍ່ສາມາດບັນລຸເປົ້າໝາຍໃນ 4 ດ້ານກໍຄື ການເກີດລູກໂດຍມີໝໍໃຫ້ການຊ່ວເຫຼືອການສັກຢາວັກຊີນກັນພະຍາດສຳລັບ ເດັກອາຍຸຕ່ຳກວ່າ 5 ປີ ການຫລຸດການເສຍຊີວິດຂອງເດັກທີ່ອາຍຸຕໍ່າກວ່າ 1 ປີ ແລະ​ຕ່ຳ​ກວ່າ 5 ປີ.

ນອກຈາກນັ້ນ ການລະບາດພະຍາດໄວຣັສໂຄວິດ-19 ທີ່ເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ ຕໍ່າກວ່າແຜນການທີ່ວາງໄວ້ໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ລັດຖະບານລາວ ຂາດແຄນງົບປະມານ ສຳລັບນໍາໃຊ້ເຂົ້າໃນໂຄງການພັດທະນາ ເພື່ອລົບລ້າງບັນຫາຍາກຈົນ ໃນເຂດຊົນນະບົດ ທັງຍັງປາກົດມີ ປະຊາຊົນລາວທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ໂດຍໃນປີ 2020 ຫາ 2021 ລັດຖະບານລາວ ສາມາດສະໜັບ ສະໜູນງົບປະມານໃຫ້ແກ່ ກອງທຶນ ລົບລ້າງຄວາມທຸກຍາກແຫ່ງຊາດລາວໄດ້ພຽງ 120 ຕຶ້ກີບ ຊຶ່ງພຽງ ພໍສຳລັບ ການຈັດຕັ້ງ ປະຕິບັດໂຄງການພັດທະນາຊົນນະບົດ ເພືຶ່ອລົບລ້າງຄວາມຍາກຈົນ ໃນ 144 ຈຸດສຸມ ເທົ່ານັ້ນ ຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມ ທີ່ບໍ່ສາມາດ ຈັດຕັ້ງປະຕິບັດໂຄງການໄດ້ໃນປີ2021 ນັ້ນ ກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໃນປີ 2022 ທີ່ຍັງຄົງ​ຈະມີ ຂໍ້ຈຳກັດທາງດ້ານງົບປະມານເຊັ່ນກັນ ຈຶຶ່ງເຮັດໃຫ້ບັນຫາຍາກຈົນໃນລາວ ຕົກຢູ່ໃນສະພາບ ການທີ່ຮຸນ ແຮງກວ່າໃນປີ 2019 ຊຶ່ງຜົນຈາກສຳຫຼວດພົບວ່າ ຍັງມີປະຊາຊົນລາວຍາກຈົນເກີນກວ່າ 18 ເປີເຊັນ ຂອງຈຳນວນປະຊາກອນທັງໝົດໃນ​ປັດ​ຈຸ​ບັນ.

XS
SM
MD
LG