ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທົ່ວໂລກ ກຳລັງຕິດຕາມ ຢ່າງກະຕືລືລົ້ນ ໃນການນັບຖອຍຫຼັງ ສູ່ການເລືອກຕັ້ງ ສະຫະລັດ


ຜູ້ຊາຍຄົນນຶ່ງຍ່າງຜ່ານຈໍໂທລະພາບ ທີ່ສະແດງໃຫ້ເຫັນພາບອະທິບາຍ ກ່ຽວກັບ ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ແລະ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ສຳລັບການລົງຄະແນນສຽງທາງອອນໄລນ໌ ເພື່ອຄາດເດົາຜູ້ຊະນະເລີດໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ, ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. 26 ຕຸລາ, 2020.
ຜູ້ຊາຍຄົນນຶ່ງຍ່າງຜ່ານຈໍໂທລະພາບ ທີ່ສະແດງໃຫ້ເຫັນພາບອະທິບາຍ ກ່ຽວກັບ ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ແລະ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ສຳລັບການລົງຄະແນນສຽງທາງອອນໄລນ໌ ເພື່ອຄາດເດົາຜູ້ຊະນະເລີດໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ, ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. 26 ຕຸລາ, 2020.

ລັດຖະບານໃນທົ່ວໂລກແມ່ນກຳລັງຈັບຕາເບິ່ງການແຂ່ງຂັນ ເພື່ອຕຳແໜ່ງໃນທຳນຽບຂາວຢ່າງໃຈຈົດໃຈຈໍ່, ໃນຂະນະທີ່ເຂົາເຈົ້າກະກຽມສຳລັບທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ໄດ້ຮັບຕຳ ແໜ່ງສະໄໝທີສອງໃນຖານະເປັນປະທານາທິບໍດີ ສະຫະລັດ ຫຼື ສຳລັບການຊະນະການເລືອກຕັ້ງໂດຍຜູ້ທ້າຊິງຂອງທ່ານຈາກພັກເດໂມແຄຣັດ ຄືອະດີດຮອງປະທານາທິບໍດີ ໂຈ ໄບເດັນ.

ແມ່ນໃຜຈະເປັນຜູ້ຊະນະເລີດ ຫຼື ຜ່າຍແພ້ຂອງສາກົນ ຈາກການເລືອກຕັ້ງໃນວັນອັງຄານມື້ນີ້?

ອີງຕາມການບັນຍາຍໂດຍກຸ່ມຄົ້ນຄວ້ານະໂຍບາຍຕ່າງປະເທດຂອງ ອັງກິດ ຊື່ວ່າ ແຊແຕັມ ຮາວສ໌ (Chatham House) ນັ້ນ, ເມື່ອສີ່ປີທີ່ຜ່ານມາໄດ້ຢືນຢັນວ່າ ການຕັດສິນໃຈຂອງ ສະຫະລັດ ໄດ້ເຮັດໃຫ້ມັນມີຜົນສະທ້ອນຕາມມາເປັນຢ່າງສູງສຳລັບການເມືອງສາກົນ.”

ກຸ່ມ ແຊແຕັມ ຮາວສ໌ ໄດ້ກ່າວຕື່ມວ່າ “ປະທານາທິບໍດີຄົນຕໍ່ໄປຈະເປັນຜູ້ພິຈາລະນາການລົງທຶນການທູດ, ເສດຖະກິດ ແລະ ແຫຼ່ງຊັບພະຍາກອນທາງທະຫານຂອງ ສະຫະລັດ ແນວໃດ, ແລະໂດຍສະເພາະ ສະຫະລັດ ຈະໃຫ້ຄວາມສຳຄັນຫຍັງຕໍ່ພັນທະມິດທີ່ມີຢູ່ ແລະ ສະຖາບັນຫຼາຍຝ່າຍ. ຜູ້ໃດກໍຕາມທີ່ຈະໄປນັ່ງຢູ່ໃນທຳນຽບຂາວ ຈະເປັນຜູ້ປັບປ່ຽນເສັ້ນໂຄຈອນຂອງສາຍພົວພັນ ສະຫະ ລັດ ກັບ ຈີນ ແລະ ເສດຖະກິດໂລກ, ພ້ອມກັບການກ່ຽວຂ້ອງພົວພັນທີ່ສຳຄັນ ສຳລັບບັນດາຄູ່ຮ່ວມຂອງ ອາເມຣິກາ.”

ແລະ ການພົວພັນສຳລັບພວກຄູ່ປໍລະປັກຂອງ ສະຫະລັດ. ແນວໃດກໍຕາມບາງຄົນໄດ້ຍອມຮັບທີ່ຈະອ້າງວ່າ ຜົນກະທົບອາດຈະບໍ່ໃຫຍ່ເທົ່າທີ່ບາງຄົນອາດຄິດ.

ບັນດາຜູ້ຊ່ຽວຊານ ຣັດເຊຍ ເວົ້າວ່າ ເຂົາເຈົ້າຄາດຫວັງການປັບປຸງທີ່ດີຂຶ້ນເລັກນ້ອຍໃນສາຍພົວ ພັນລະຫວ່າງ ມົສກູ ແລະ ວໍຊິງຕັນ, ບໍ່ວ່າໃຜຈະຊະນະກໍຕາມ.

“ທ່ານ ປູຕິນ ແລະ ປະຊາຊົນທີ່ຢູ່ອ້ອມຂ້າງທ່ານອາດມັກທ່ານ ທຣຳ ເພາະວ່າທ່ານເໝາະສົມກັບທັດສະນະຄະຕິໃນໂລກຂອງເຂົາເຈົ້າໄດ້ດີຫຼາຍ,” ອີງຕາມ ການກ່າວຂອງທ່ານ ອານເດຣ ຄໍຕູນອຟ (Andre Kortunov) ຈາກສະພາການພົວພັນສາກົນຂອງ ຣັດເຊຍ, ເຊິ່ງແມ່ນກຸ່ມທີ່ມີຫ້ອງ ການຕັ້ງຢູ່ໃນ ຣັດເຊຍ, ເຊິ່ງທ່ານໄດ້ກ່າວໂດຍອ້າງເຖິງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ. ທ່ານ ຄໍຕູນອຟ ໄດ້ຊີ້ເຖິງຄວາມສົງໄສຂອງທ່ານ ທຣຳ ກ່ຽວກັບ ຄວາມສຳຄັນຂອງສະຖາ ບັນຫຼາຍຝ່າຍ ແລະ ວິທີການທີ່ສືບຫາຜົນທາງດ້ານການເງິນຕໍ່ການທູດຫຼາຍກວ່າຂອງທ່ານ.

ແຕ່ທ່ານ ຄໍຕູນອຟ ເວົ້າວ່າທ່ານບໍ່ຄາດວ່າ ມົສກູ ຈະປ່ຽນນະໂຍບາຍຂອງເຂົາເຈົ້າໃນຫຼາຍເດືອນຂ້າງໜ້ານີ້, ບໍ່ວ່າໃຜຈະຢູ່ໃນທຳນຽບຂາວກໍຕາມ. ທ່ານເວົ້າວ່າການເປັນປໍລະປັກກັນຈະສືບຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG