ອົງການອະນາໄມໂລກອອກຄຳເຕືອນໃນວັນທີ 30 ເມສາ
ຜ່ານມານີ້ ເວລາອົງການດັ່ງກ່າວ ແຈ້ງໃຫ້ຊາບວ່າ ບັດນີ້
ພວກເຮົາໄດ້ຍ່າງ ເຂົ້າສູ່ຍຸກສະໄໝຫຼັງຈາກຢາປະຕິຊີວະນະ
ແລ້ວ. ອັນນີ້ໝາຍຄວາມວ່າ ການຕິດເຊື້ອແບກທີເຣຍທົ່ວໄປ
ບາງປະເພດ ບໍ່ໄດ້ຮັບການຕອບສະໜອງຢ່າງໄວອີກແລ້ວ
ຫຼືບໍ່ມີການຕອບສະໜອງເລີຍຕໍ່ພວກຢາທີ່ເຄີຍໃຊ້ຄວບຄຸມ
ພວກເຊື້ອແບກທີເຣຍເຫຼົ່ານີ້. ສິງຈະນຳເອົາລາຍງານເລື້ອງ
ນີ້ ຈາກຜູ້ສື່ຂ່າວວີໂອເອ ມາສະເໜີທ່ານ.
ເຊື້ອແບກທີເຣຍ ເປັນສິ່ງທີ່ມີຊີວິດນ້ອຍໆ ຊຶ່ງບໍ່ແມ່ນທັງພືດຫຼືສັດ. ບາງຈຳພວກເຊັ່ນແບກທີເຣຍໃນນົມສົ້ມ ຫຼື Yogurtແມ່ນດີສຳລັບພວກຄົນເຮົາ. ແຕ່ພວກແບກທີເຣຍ ເຊັ່ນຈຳພວກທີ່ພາໃຫ້ເກີດ ໂຣກອະຫິວາຫຼືທ້ອງຂີ້ຮາກ ແລະວັນນະໂຣກຫຼືໂຣກປອດແຫ້ງນັ້ນ ເປັນອັນຕະລາຍຮ້າຍແຮງເຖິງຕາຍ.
ກ່ອນອົງການອະນາໄມໂລກ ພິມເຜີຍແຜ່ລາຍງານຂອງຕົນ ສູນກາງຄວບຄຸມພະຍາດຕ່າງໆຂອງສະຫະລັດ ແຈ້ງໃຫ້ຊາບວ່າ ແບກທີເຣຍບາງແນວບໍ່ຕອບສະໜອງຕໍ່ຢາປະຕິຊີວະນະອີກແລ້ວ ຊຶ່ງແຕ່ກ່ອນມັນ ເຄີຍຕອບສະໜອງມານັ້ນ.
Dr. Laurie Hicks ທີ່ສູນການຄວບຄຸມພະຍາດຫຼື CDC ກ່າວວ່າ:
“ພວກເຮົາເຫັນຫຼາຍກວ່າ 2 ລ້ານກໍລະນີຂອງການຕໍ່ຕ້ານເຊື້ອແບກທີເຣຍ
ດັ່ງກ່າວໃນແຕ່ລະປີ ໃນສະຫະລັດປະເທດດຽວ. ພວກທີ່ຕິດເຊື້ອແບກທີເຣຍດັ່ງກ່າວ ໃນຈຳນວນ 23 ພັນລາຍ ໄດ້ພາໃຫ້ຜູ້ຄົນເສຍຊີວິດໄປ.”
Dr. Hicks ກ່າວວ່າ ຖ້າມີຂ່າວຄາວ ຫຼືຖ້ອຍຄຳໃດໆທີ່ສູນກາງຄວບຄຸມພະຍາດຫຼື CDC ຢາກສົ່ງອອກ ນຶ່ງໃນນັ້ນ ກໍແມ່ນວ່າ:
ພວກເຮົາຢາກໃຫ້ພວກນາຍແພດທັງຫຼາຍຮູ້ຈັກວ່າ ການຕ້ານທານຕໍ່ຢາປະຕິຊີວະ
ນະ ເປັນບັນຫາໃຫຍ່ອັນນຶ່ງ.
ແລະມີອີກແນວນນຶ່ງ Dr. Hicks ກ່າວວ່າ ພວກເຮົາຢາກໃຫ້ພວກຄົນປ່ວຍຮູ້ຈັກ
ວ່າ ຢາປະຕິຊີວະນະ ໃຊ້ບໍ່ໄດ້ຜົນ ສຳລັບການຕິດເຊື້ອພະຍາດກ່ຽວກັບເຊື້ອໄວຣັສ.
ການຕ້ານທານຕໍ່ຢາປະຕິຊີວະນະ ໄດ້ປ່ຽນແປງວິທີທາງການໃຊ້ຢາປົວພະຍາດແລ້ວ
ໃນໂຮງໝໍແຫ່ງຕ່າງໆ ເຊັ່ນໃນໂຮງໝໍ Johns Hopkins ໃນເມືອງ Baltimore ລັດ Maryland ນັ້ນ.
ບັນດານນາຍແພດຢູ່ທີ່ນີ້ ບັດນີ້ພາກັນລະມັດລະວັງຫຼາຍຂຶ້ນກ່ຽວກັບວິທີການໃຊ້ຢາ
ປະຕິຊີວະນະ. ພວກເຂົາເຈົ້າທົບທວນເບິ່ງແຜນການ ປິ່ນປົວຕ່າງ ເພື່ອຢາກເຫັນ
ວ່າ ພວກຄົນປ່ວຍຈະໄດ້ຮັບຢາປະຕິຊີວະນະທີ່ຖືກຕ້ອງແລະໃຫ້ຖືກຕາມປະລິມານ
ຫຼືບໍ? Dr. Trish Perl ຊຶ່ງເປັນໝໍຊ່ຽວຊານເລື້ອງໂຣກລະບາດ ທີ່ໂຮງຮຽນແພດ
ສາດ Johns Hopkins ກ່າວວ່າ “ ພວກທ່ານຈະເຂົ້າໃຈໃນທັນທີວ່າມັນເປັນ
ຈັ່ງໃດໃນການເປັນໝໍ ບາງທີໃນຫວ່າງ 50, 70 ແລະ 80 ປີຜ່ານມາ ເວລາ
ມັນບໍ່ມີຢາປະຕິຊີວະນະໃຊ້.”
ສະຖານທີ່ແຫ່ງນຶ່ງ ທີ່ຢູ່ໃກ້ກັນກັບໂຮງຮຽນແພດສາດ Johns Hopkins ນັ້ນ ກໍ
ແມ່ນສູນກາງການແພດ ທີ່ມະຫາວິທະຍາໄລລັດ Maryland ພວກນາຍແພດໄດ້
ປ່ຽນວິທີການຮັກສາຄົນປ່ວຍໃນຫ້ອງ ຫ້ອງມໍລະສຸມ ຫລື ICU.
MRSA (MER-sah) ເປັນຢາປະຕິຊີວະນະ ທີ່ຕໍ່ຕ້ານເຊື້ອແບກທີເຣຍ ທີ່ຢູ່ໂຮມ
ກັນເປັນກຸ່ມ ທີ່ລະບາດອອກໄປງ່າຍໆ ໂດຍສະເພາະໃນຫ້ອງມໍລະສຸມ ແລະສາ
ມາດເປັນອັນຕະລາຍເຖິງຕາຍໄດ້. Dr. Anthony Harris ທີ່ໄດ້ສຶກສາກ່ຽວກັບ
ວ່າ ຈະໃຫ້ພວກພະນັກງານ ຮັກສາສຸຂະ ພາບ ໃສ່ຊົບມືແລະເສື້ອຄຸມໃນຫ້ອງມໍ
ລະສຸມນັ້ນຫຼືບໍ? ທີ່ອາດສາມາດລົດຜ່ອນຈຳນວນເຊື້ອແບກທີເຣຍນັ້ນລົງໄດ້.
ການສຶກສາຄົ້ນຄວ້າຂອງທ່ານ ໄດ້ຖືກພິມລົງໃນວາລະສານຂອງສະມະຄົມການ
ແພດອະເມຣິກັນນັ້ນ.
Dr. Anthony Harris ຈາກສູນກາງການແພດ ທີ່ມະຫາວິທະຍາໄລລັດ Maryland ກ່າວວ່າ” ການໃສ່ພວກຊົບມື ແລະເສື້ອຄຸມສຳລັບການສຳຜັດກັບຄົນປ່ວຍທັງໝົດໄດ້ພາໃຫ້ການໃຊ້ຢາ MRSA ລົດລົງຢ່າງຫຼວງຫຼາຍ ຊຶ່ງປະກອບເປັນປະມານ 40 ເປີເຊັນ.”
Dr.Perl ກ່າວວ່າ ເຮົາຕ້ອງການເງິນ ເພື່ອທຳການຄົ້ນຄວ້າ ເພື່ອວ່າ ພວກພະນັກ
ງານຮັກສາຮັກສາສຸຂະພາບສາມາດເຂົ້າໃຈໄດ້ວ່າ ພວກເຊື້ອແບກທີເຣຍນີ້ ລະບາດອອກໄປໄດ້ແນວໃດ. ຈະຕ້ອງມີການພັດ ທະນາຢາປົວຊະນິດໃໝ່ ເພື່ອໃຊ້ສັບປ່ຽນພວກຢາທີ່ບໍ່ມີຜົນຕື່ມອີກແລ້ວ ນັ້ນ ແລະພວກຄົນປ່ວຍກໍຈະຕ້ອງໄດ້ສຶກສາຮຳ່ຮຽນ
ຕື່ມອີກ.
Dr. Trish Perl ກ່າວວ່າ "ການຕ້ານທານຢານີ້ ທົ່ວໄປແລ້ວ ແມ່ນຂະຫຍາຍ
ໂຕອອກເວລາຜູ້ຄົນບໍ່ກິນຢາຕາມປົກກະຕິ ຫຼືວ່າຂ້າມມື້ ຫຼືວ່າມື້ນີ້ ກິນ ແຕ່
ມື້ໜ້າບໍ່ກິນ ຫຼືເຂົາເຈົ້າບໍ່ຄຶດວ່າ ເຂົາເຈົ້າຈຳເປັນຕ້ອງກິນຢາໃຫ້ ຈົນຈົບນັ້ນ.
ອັນນີ້ມັນເປັນບັນຫາໂດຍສະເພາະກັບພວກພະຍາດຕ່າງໆ ເຊັ່ນ: ວັນນະ
ໂຣກ ຫຼືໂຣກປອດແຫ້ງ.”
ການແກ້ໄຂບັນຫານີ້ ຕ້ອງໄດ້ຄົ້ນພົບໂດຍໄວເພາະອົງການອະນາໄມໂລກເຕືອນ
ວ່າ ການຕ້ານທານຕໍ່ຢາປະຕິຊີວະນະ ເປັນບັນຫາທີ່ຮ້າຍແຮງອັນນຶ່ງ ທີ່ມັນເປັນ
ໄພຂົ່ມຂູ່ຕໍ່ຄວາມສຳເລັດຂອງຢາສະໄໝໃໝ່.