ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການກວດພູມຕ້ານທານ ທີ່ໄດ້ຮັບການຍົກຍ້ອງ ເປັນເສັ້ນທາງໄປສູ່ສະພາບປົກກະຕິນັ້ນ ຖືວ່າເປັນຄວາມຜິດຫວັງ


ຕັ່ງເປົ່າພັນໜ່ວຍ ທີ່ເປັນສັນຍາລັກຂອງການເສຍຊີວິດຈາກໄວໂຄໂຣນາ ທີ່ນະຄອນເທລາວີບ ປະເທດອິສຣາແອລ ວັນທີ 7 ການຍາ 2020.
ຕັ່ງເປົ່າພັນໜ່ວຍ ທີ່ເປັນສັນຍາລັກຂອງການເສຍຊີວິດຈາກໄວໂຄໂຣນາ ທີ່ນະຄອນເທລາວີບ ປະເທດອິສຣາແອລ ວັນທີ 7 ການຍາ 2020.

ໃນເດືອນເມສາ ລະຫວ່າງທີ່ມາດຕະການປິດເມືອງໄດ້ຖືກນຳໃຊ້ຍ້ອນການລະບາດຂອງໄວຣັສໂຄໂຣນາຢູ່ນັ້ນ ບັນດານັກຊ່ຽວຊານດ້ານສາທາລະນະສຸກຂອງລັດຖະບານທ່ານທຣຳ ໄດ້ພາກັນຍົກຍ້ອງເຄື່ອງກວດອັນນຶ່ງ ທີ່ຈະຢືນຢັນໄດ້ວ່າ ຜູ້ໃດທີ່ຕິດເຊື້ອໄວຣັສແລ້ວ ແລະເພາະສະນັ້ນ ກໍຈະບໍ່ສາມາດລົ້ມປ່ວຍໄດ້ອີກ.

ເຄື່ອງກວດດັ່ງກ່າວ ເປັນການກວດພູມຕ້ານທານຂອງຮ່າງກາຍ ທີ່ຈະສະແດງໃຫ້ເຫັນວ່າ ຜູ້ໃດທີ່ອາດຈະມີ “ພູມຄຸ້ມກັນ ທີ່ດີເລີດ ແລະສວຍງາມ” ດັ່ງທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໄປ ແລະວ່າມັນເປັນສິ່ງທີ່ຕ້ອງການເພື່ອເຮັດໃຫ້ປະເທດຊາດກັບຄືນໄປເຮັດວຽກຄືເກົ່າ.

ຫຼາຍເດືອນຕໍ່ມາ ເຄື່ອງກວດຕ່າງໆກໍໄດ້ຖືກຜະລິດອອກມາ ແຕ່ກໍບໍ່ໄດ້ຮັບຜົນຕາມຄຳໝັ້ນໝາຍຂອງພວກເຂົາເຈົ້າ ທີ່ຈະເຮັດໃຫ້ຊາວອາເມຣິກັນທັງຫຼາຍກັບຄືນສູ່ການດຳລົງຊີວິດຂອງພວກເຂົາເຈົ້າ ອີງຕາມການກ່າວຂອງທ່ານໝໍ ເຈັນເນເຟີ້ ເຣກແມນ ເຈົ້າໜ້າທີ່ປະຈຳຫ້ອງທົດລອງສາທາລະນະສຸກຂອງນະຄອນນິວຢອກ.

ໃນການຕໍ່ສູ້ກັບເຊື້ອໄວຣັສນັ້ນ ຮ່າງກາຍຈະສ້າງພູມຕ້ານທານ ຊຶ່ງການກວດທັງຫຼາຍ ຈະວັດແທກພູມຕ້າທານນັ້ນ. ແຕ່ເປັນທີ່ໜ້າເສຍດາຍ ບັນດານັກວິທະຍາສາດ ຍັງບໍ່ສາມາດຄິດອອກໄດ້ວ່າ ພູມຕ້ານທານຂອງຮ່າງກາຍ ສະໜອງການຄຸ້ມກັນທີ່ປົກປ້ອງຕໍ່ການຕິດໄວຣັສໂຄໂຣນາອີກເທື່ອນຶ່ງ ໄດ້ດີຊ່ຳໃດ ແລະໄດ້ດົນຊ່ຳໃດ.

ໃນຄວາມເປັນຈິງແລ້ວ “ມັນບໍ່ມີເສັ້ນທາງທີ່ງ່າຍດາຍເພື່ອຈະຮຽນຮູ້ອັນນີ້” ກ່ຽວກັບພູມຄຸ້ມກັນ ອີງຕາມ ທ່ານມາກ ເຈັນກິນ ຈາກມະຫາວິທະຍາໄລຂອງມິນເນໂຊຕາ ທີ່ໄດ້ກ່າວໄປນັ້ນ. ການສຶກສາຄົ້ນຄວ້າມະນຸດຫຼືສັດໃນໄລຍະຍາວ ຕາມປົກກະຕິແລ້ວ ແມ່ນຕ້ອງໄດ້ຮັບຄຳຕອບຕ່າງໆກ່ຽວກັບພູມຄຸ້ມກັນ. ວຽກງານທັງຫຼາຍອັນນັ້ນ ແມ່ນໄດ້ເຮັດໂດຍສະຖາບັນສາທາລະນະສຸກແຫ່ງຊາດ ແລະບັນດາມະຫາວິໄລ ແຕ່ພວກເຂົາເຈົ້າ ແມ່ນກຳລັງຄົ້ນຄວ້າພັດທະນາຢາວັກຊີນປ້ອງກັນໄວຣັສໂຄໂຣນາຢູ່.

ຈົນກວ່າວ່າຈະຮູ້ຈັກຫຼາຍຂຶ້ນ ການກວດຫາພູມຕ້ານທານ ຄວນບໍ່ຖືກນຳໃຊ້ເພື່ອກຳນົດວ່າ ໃນເວລາໃດທີ່ມັນປອດໄພທີ່ຈະກັບຄືນໄປເຮັດວຽກ ຫຼື ໄປໂຮງຮຽນໄດ້ ອີງຕາມການກ່າວຂອງສູນຄວບຄຸມແລະປ້ອງກັນພະຍາດ ແລະສະມາຄົມການແພດຂອງອາເມຣິກາ.

ແຕ່ການກວດທັງຫຼາຍ ແມ່ນມີຜົນດີ ໃນການສຶກສາຄົ້ນຄວ້າຂະໜາດໃຫຍ່ ເພື່ອເບິ່ງວ່າ ໄວຣັສໂຄໂຣນາ ແຜ່ຜາຍອອກໃນວົງກວ້າງຫຼາຍຊ່ຳໃດ ແລະເພື່ອຈະກວດພວກຄົນຜູ້ທີ່ໄດ້ຫາຍດີແລ້ວ ແລະອາດຈະບໍລິຈາກນ້ຳເມືອກເລືອດຂອງພວກເຂົາເຈົ້າເພື່ອນຳໃຊ້ເປັນການປິ່ນປົວໃຫ້ແກ່ພວກຄົນທີ່ີມີອາການເປັນໂຄວິດ-19 ອັນເປັນພະຍາດເກີດຈາກໄວຣັສໂຄໂຣນາ.

ເມື່ອຕອນເຊົ້າວັນຈັນວານນີ້ ອົງການອະນາໄມໂລກ ຫຼື WHO ໄດ້ກ່າວວ່າ ປະເທດທັງຫຼາຍທີ່ໄດ້ເສີມຂະຫຍາຍລະບົບການຮັກສາປິນປົວຂອງພວກເຂົາເຈົ້າ ໃນບໍ່ເທົາໃດປີຜ່ານມານີ້ ກໍຈະຮັບມືໄດ້ດີສົມຄວນທ່າມກາງການລະບາດລະດັບໂລກຂອງໂຄວິດ-19.

ໃນການກ່າວຖະແຫລງປະຈຳວັນຂອງທ່ານ ຜູ້ອຳນວຍການໃຫຍ່ຂອງອົງການ WHO ທ່ານເທໂດຣສ ອາດານົມ ເກບຣີເຢຊຸສ ໄດ້ຮຽກຮ້ອງຕໍ່ບັນດາປະເທດທັງຫຼາຍໃຫ້ທອດຖອນບົດຮຽນຈາກການລະບາດລະດັບໂລກໃນປັດຈຸບັນ ເພື່ອຕຽມພ້ອມສຳລັບເຫດການອີກອັນນຶ່ງຕໍ່ໄປ. ທ່ານໄດ້ຍົກຍ້ອງປະເທດ ໄທ ມົງໂກເລຍ ເຊເນການ ແລະປະເທດອື່ນໆ ໃນການຮັບມືກັບໄວຣັສຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG