ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ອານຸສິດ ອິນທະພອນໄປສຶກສາ ຢູ່ມົສກູ ແລະໄປຢູ່ຝຣັ່ງກ່ອນ ຈຶ່ງມາເຖິງ ສຫລ ເພື່ອມາຢູ່ທ້ອນໂຮມກັບຄອບຄົວ


ທ່ານ ອານຸສິດ ອິນທະພອນພ້ອມດ້ວຍພັນລະຍາ ແລະລູກສາວ 2 ຄົນ ທີ່ອາໄສຢູ່ໃນລັດເພັນຊີລວາເນຍ
ທ່ານ ອານຸສິດ ອິນທະພອນພ້ອມດ້ວຍພັນລະຍາ ແລະລູກສາວ 2 ຄົນ ທີ່ອາໄສຢູ່ໃນລັດເພັນຊີລວາເນຍ

ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອພາກພາ ສາລາວ ສຳລັບແລງວັນອາທິດ ມື້ນີ້, ພວກເຮົາຈະນຳສະເໜີ ການສໍາພາດກັບທ່ານອານຸສິດ ອິນທະພອນ ຢູ່ລັດເພັນຊີລວາເນຍ ຊຶ່ງທ່ານຈະເລົ່າເຖິງເສັ້ນທາງ ອັນລະອິດລະອ້ຽວຂອງທ່ານໃນການມາຕັ້ງຖິ່ນຖານຢູ່ໃນລັດເພັນຊີລວາເນຍທາງ ພາກຕາເວັນອອກສຽງເໜືອ ຂອງສະຫະລັດ. ຂໍເຊີນທ່ານໄປຟັງການສຳພາດນີ້ ຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ທ່ານ ອານຸສິດ ໃນຕອນເປັນນັກສຶກສາຢູ່ອະດີດສະຫະພບາບໂຊຫວຽດໃນປີ 1982
ທ່ານ ອານຸສິດ ໃນຕອນເປັນນັກສຶກສາຢູ່ອະດີດສະຫະພບາບໂຊຫວຽດໃນປີ 1982

ຄົນລາວສ່ວນໃຫຍ່ທີ່ມາຕັ້ງຖິ່ນຖານຢູ່ສະຫະລັດຫລືປະເທດທີສາມແຫ່ງອື່ນມັກຈະຕັ້ງໃຈອົບພະຍົບຫລົບໜີອອກຈາກບ້ານຂອງຕົນເອງແລ້ວໄປລໍຖ້າຢູ່ສູນອົບພະຍົບແຫ່ງໃດແຫ່ງນຶ່ງໃນປະເທດໄທກ່ອນ ແຕ່ວ່າໃນກໍລະນີຂອງທ່ານອະນຸສິດ ອິນທະພອນ ແລ້ວ ແມ່ນບໍ່ໄດ້ໄປຕາມເສັ້ນທາງທີ່ວ່ານັ້ນ. ທີ່ຈິງແລ້ວ ທ່ານເປັນນັກສຶກສາທີ່ຮຽນເກັ່ງແລະມີຫົວກ້າວໜ້າ ທີ່ຮຽນຈົບຈາກລີເຊ ຫລືມັດທະຍົມຕອນປາຍຫລວງພະບາງ ທີ່ຖືກສົ່ງໄປຮຽນວິຊາວິສະວະກໍາການຂຸດຄົ້ນບໍ່ແຮ່ ຢູ່ມະຫາວິທະຍາໄລແຫ່ງນຶ່ງໃນນະຄອນຫລວງມົສກູຂອງຣັດເຊຍ ຊຶ່ງເປັນດິນແດນຂອງ ອະດີດສະຫະພາບໂຊວຽດໃນສະໄໝນັ້ນ.

ທ. ອານຸສິດ (ກາງແຖວໜ້າຮຽງກັບແມ່ຍິງ) ແລະໝູ່ເພື່ອນອະດີດນັກສຶກສາທີ່ສະໜາມບິນມົສກູ, ເມືອງຫລວງຂອງອະດີດສະຫະພາບໂຊຫວຽດ
ທ. ອານຸສິດ (ກາງແຖວໜ້າຮຽງກັບແມ່ຍິງ) ແລະໝູ່ເພື່ອນອະດີດນັກສຶກສາທີ່ສະໜາມບິນມົສກູ, ເມືອງຫລວງຂອງອະດີດສະຫະພາບໂຊຫວຽດ

ຫລັງຈາກຢູ່ທີ່ນັ້ນໄດ້ເກືອບ 2 ປີ ແລ້ວ ກໍຄືໃນລະດູຮ້ອນປີ 1983 ທ່ານກໍ ໄດ້ຕັດສິນໃຈຫລົບໜີມາຫາປະເທດຕາເວັນຕົກ ໂດຍໄດ້ຂີ່ລົດໄຟອອກຈາກນະຄອນຫລວງມົສກູເຂົ້າສູ່ນະຄອນຫລວງເບີລິນຕາເວັນອອກຂອງເຢຍລະມັນຕາເວັນອອກ ຊຶ່ງເປັນປະເທດສັງຄົມນິຍົມໃນສະໄໝນັ້ນ ແລ້ວກໍໄປຫາແມ່ຮັກຂອງທ່ານທີ່ເປັນຄົນລາວສັນຊາດຝຣັ່ງຢູ່ທີ່ນະຄອນຫລວງປາຣີ. ທໍາອິດທ່ານກໍຄິດວ່າ ຈະຫາຮໍ່າຮຽນໜັງສືຕໍ່ ຢູ່ທີ່ນັ້ນຈົນຈົບປະລິນຍາຕີແລ້ວຈຶ່ງຈະຍ້າຍມາດໍາລົງຊີວິດຢູ່ອາເມຣິກາ ແຕ່ເນື່ອງຈາກວ່າພໍ່ຂອງທ່ານຢາກໃຫ້ທ່ານມາເຕົ້າໂຮມຢູ່ກັບຄອບຄົວໃນສະຫະລັດ ທ່ານຈຶ່ງ ໄດ້ຕັດສິນໃຈປະຕິບັດຕາມພໍ່ ແລະລໍຖ້າການປະກອບເອກະສານຮັບປະກັນມາ ສະຫະລັດເປັນເວລາ 4 ປີ. ທ່ານອານຸສິດເລົ່າເຖິງ ສະພາບການຜັກດັນ ແລະ ເຫດຜົນຂອງທ່ານ ໃນການຫລົບໜີມາຫາປະເທດຕາເວັນຕົກນັ້ນສູ່ຟັງວ່າ:

ທ່ານ ອານຸສິດ (ເສື້ອແດງ) ກັບລູກຊາຍຂອງແມ່ນຮັກໃນປາຣີ ໃນປີ 1984 ຫລັງຈາກທ່ານອອກຈາກມົສກູ, ຣັດເຊຍໄປຢູ່ຝຣັ່ງ
ທ່ານ ອານຸສິດ (ເສື້ອແດງ) ກັບລູກຊາຍຂອງແມ່ນຮັກໃນປາຣີ ໃນປີ 1984 ຫລັງຈາກທ່ານອອກຈາກມົສກູ, ຣັດເຊຍໄປຢູ່ຝຣັ່ງ

ເມື່ອມາເຖິງສະຫະລັດໃນປີ 1987 ທ່ານມາຢູ່ທ້ອນໂຮມກັນຢູ່ກັບພໍ່ ແລະອ້າຍ ເອື້ອຍນ້ອງ 6 ຄົນທີ່ໄດ້ມາຕັ້ງຖິ່ນຖານຢູ່ໃນລັດເພັນຊີລວາເນຍກ່ອນແລ້ວ. ເມືອງທໍາອິດທີ່ທ່ານອານຸສິດໄດ້ໄປຕັ້ງຖິ່ນຖານຢູ່ຕອນມາຮອດໃໝ່ໆ ນັ້ນ ກໍຄືເມືອງດາວນິງທາວ ຊຶ່ງເປັນເມືອງນ້ອຍໆ ຢູ່ໃນລັດດັ່ງກ່າວ ຊຶ່ງທ່ານເລົ່າເຖິງ ຄວາມຮູ້ສຶກໃນຕອນນັ້ນສູ່ຟັງວ່າ:

ທ່ານ ອານຸສິດ ກັບຄູ່ຮັກຕອນທີ່ທ່ານໄປໝັ້ນຢູ່ເມືອງຫລວງພະບາງໃນປີ 1999
ທ່ານ ອານຸສິດ ກັບຄູ່ຮັກຕອນທີ່ທ່ານໄປໝັ້ນຢູ່ເມືອງຫລວງພະບາງໃນປີ 1999

ທ່ານເລົ່າເລື້ອງການເຮັດວຽກງານຂອງທ່ານສູ່ຟັງຕໍ່ໄປອີກວ່າ:

ຫລັງຈາກຢູ່ລັດເວີຈີເນຍຕາເວັນຕົກໄດ້ໄລຍະນຶ່ງແລ້ວຄອບຄົວຂອງທ່ານກໍຍ້າຍ ກັບຄືນເມືອຢູ່ລັດເພັນຊີລວາເນຍອີກ. ປັດຈຸບັນທ່ານໄດ້ອາໄສຢູ່ເມືອງ ດູກລາສ ວີລ (Douglasville) ຂອງລັດນັ້ນ. ທ່ານຢຸດການເຮັດວຽກມາໄດ້ສາມປີແລ້ວ ຍ້ອນການເຈັບເປັນ ແຕ່ກໍໄດ້ຮັບເງິນຊ່ວຍເຫລືອຈາກລັດຖະບານ. ສ່ວນພັນລະ ຍາຂອງທ່ານກໍໄດ້ອາຊີບວຽກງານທີ່ໝັ້ນຄົງດີຢູ່ທີ່ນັ້ນ ເພາະເພິ່ນເຮັດວຽກ ຢູ່ໃນ ໂຮງງານຜະລິດອຸປະກອນການແພດທີ່ໃຊ້ໃນຫ້ອງຜ່າຕັດຕ່າງໆ. ພວກເພິ່ນ ມີ ລູກສອງຄົນ ຊຶ່ງຍັງຮຽນໜັງສືຢູ່.

ທ່ານ ອານຸສິດ ອິນທະພອນໃນພິທີຕ່າງງານກັບພັນລະຍາຂອງເພິ່ນທີ່ຫາກໍ່ມາຈາກລາວ ຢູ່ສານແຫ່ງນຶ່ງໃນລັດເພັນຊີລວາເນຍ
ທ່ານ ອານຸສິດ ອິນທະພອນໃນພິທີຕ່າງງານກັບພັນລະຍາຂອງເພິ່ນທີ່ຫາກໍ່ມາຈາກລາວ ຢູ່ສານແຫ່ງນຶ່ງໃນລັດເພັນຊີລວາເນຍ

ທ່ານອານຸສິດມີຄວາມຝັກໄຝ່ໃນການສຶກສາຫລາຍຈຶ່ງ ໄດ້ໃຊ້ຄວາມພະຍາຍາມ ໃນຫລາຍຄັ້ງ ແລະຫລາຍວິທີເພື່ອຈະຮຽນຕໍ່ໃນມະຫາວິທະຍາໄລ ໃຫ້ໄດ້ຢ່າງ ໜ້ອຍກໍແມ່ນປະລິນຍາຕີໃນສະຫະລັດ ແຕ່ເນື່ອງຈາກບໍ່ມີເງິນເພື່ອຈ່າຍຄ່າຮຽນ ພາສາອັງກິດ ໃຫ້ມີຄວາມຄ່ອງແຄ້ວສູງເພື່ອຈະໄດ້ຖືກຮັບເຂົ້າມະຫາວິທະຍາໄລ ທີ່ມີຊື່ສຽງດ້ານວິຊາກົດໝາຍ ເຊັ່ນ ເຢລ (Yale)ນັ້ນ ຈຶ່ງບໍ່ສາມາດ ຮຽນຕໍ່ດັ່ງ ໃຈຫວັງໄດ້. ແຕ່ເຖິງຢ່າງໃດກໍຕາມ ເມື່ອຫວນຄືນເບິ່ງອະດີດຜ່ານມາແລ້ວທ່ານ ສະຫລຸບໃຫ້ຟັງວ່າ ມີທັງສິ່ງທີ່ເຮັດໃຫ້ເສຍໃຈແລະກໍມີສິ່ງທີ່ພາໃຫ້ດີໃຈ ແລະພູມໃຈ ຊຶ່ງທ່ານອະທິບາຍໃຫ້ຟັງດັ່ງນີ້:

ທ່ານ ອານຸສິດ ອິນທະພອນພ້ອມດ້ວຍພັນລະຍາສະຫລອງວັນເກີດຂອງລູກສາວກົກຕອນທີ່ພວກເພິ່ນອາໄສຢູ່ໃນລັດນີວເຈີຊີ ໃນຊຸມຕົ້ນປີ 20000
ທ່ານ ອານຸສິດ ອິນທະພອນພ້ອມດ້ວຍພັນລະຍາສະຫລອງວັນເກີດຂອງລູກສາວກົກຕອນທີ່ພວກເພິ່ນອາໄສຢູ່ໃນລັດນີວເຈີຊີ ໃນຊຸມຕົ້ນປີ 20000

ລັດເພັນຊີລວາເນຍເປັນລັດທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງສະຫະລັດ ແລະບໍ່ໄກຈາກນະຄອນຫລວງວໍຊິງຕັນພໍປານໃດນັ້ນ ແມ່ນເປັນລັດທີ່ຄົນລາວ ມັກໄປອາໄສຢູ່ຫລາຍສົມຄວນ, ອີງຕາມທ່ານອານຸສິດ. ລັດນີ້ ເປັນລັດຂ້ອນ ຂ້າງນ້ອຍ ທີ່ມີປະຊາກອນຢູ່ 12 ລ້ານກວ່າຄົນ ແລະໃນນັ້ນມີປະຊາຄົມຄົນ ລາວອາໄສຢູ່ເກືອບ ຮອດ 5,000 ຄົນ ຊຶ່ງຖືວ່າເປັນລັດນຶ່ງທີ່ມີຄົນລາວອາໄສ ຢູ່ຫລາຍໃນລະດັບປານກາງເມື່ອທຽບໃສ່ກັບລັດອື່ນໃນທົ່ວສະຫະລັດ, ອີງຕາມ ສະຖິຕິຂອງການສໍາຫລວດພົນລະເມືອງ ປີ 2020. ເມື່ອເວົ້າເຖິງວຽກງານຂອງ ຄົນລາວ ສ່ວນໃຫຍ່ຢູ່ໃນລັດນີ້ນັ້ນ ທ່ານອານຸສິດເລົ່າສູ່ຟັງວ່າ:

ທ່ານ ອານຸສິດ (ກໍ້ຂວາ) ກັບພີ່ນ້ອງໃນຕອນໄປຢ້ຽມຢາມລາວເເທື່ອທໍາອິດໃນປີຕົ້ນໆຂອງ 2000
ທ່ານ ອານຸສິດ (ກໍ້ຂວາ) ກັບພີ່ນ້ອງໃນຕອນໄປຢ້ຽມຢາມລາວເເທື່ອທໍາອິດໃນປີຕົ້ນໆຂອງ 2000

ຢ່າງໃດກໍຕາມ ເນື່ອງຈາກເມືອງດູກລາສວີລ (Douglasville) ທີ່ທ່ານຢູ່ນັ້ນເປັນເມືອງນ້ອຍ ທີ່ມີຄົນ 4 ຫລື 5 ຄອບຄົວເທົ່ານັ້ນ ຈຶ່ງບໍ່ໄດ້ສ້າງວັດວາ ແລະພາກັນອາໄສວັດລາວສອງແຫ່ງຢູ່ໃນນະຄອນຟີລາແດລເຟຍທີ່ຢູ່ຕິດກັນ ນັ້ນ ເພື່ອທໍາບຸນຕາມປະເພນີ ລາວ ແລະຂອງຊາວພຸດ. ແຕ່ແນວໃດກໍຕາມ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທ່ານເອງແລະຄົນລາວສ່ວນ ໃຫຍ່ກໍບໍ່ໄດ້ໄປທໍາພິທີບຸນຕ່າງໆ ຢູ່ໃນວັດ.

ສະຫລຸບແລ້ວເຖິງແມ່ນວ່າໃນເບື້ອງຕົ້ນຂອງການອົບພະຍົບຂອງທ່ານອານຸສິດມາຢູ່ສະຫະລັດຕ້ອງໄດ້ຜ່ານຜ່າເສັ້ນທາງອັນລະອິດລະອ້ຽວ ແລະກໍປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແລະກໍບໍ່ສໍາເລັດການສຶກສາຕໍ່ ໃນຂັ້ນສູງກໍຕາມ ແຕ່ວ່າທ່ານກໍພູມໃຈທີ່ໄດ້ມາຕັ້ງຖິ່ນຖານໃໝ່ສ້າງຄອບຄົວທີ່ມີເສດຖະກິດອັນອຸດົມສົມບູນດີຢູ່ໃນປະເທດນີ້ສົມກັບວ່າທ່ານ ໄດ້ມາຕົກຢູ່ໃນປະເທດທີ່ ໃຫ້ໂອກາດແກ່ຄົນທຸກຊົນຊາດຊົນເຜົ່າ ທີ່ມີຄວາມບຶກບືນໃນການສ້າງສາພັດທະນາຕົນເອງ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ຄືການສໍາພາດກັບທ່ານອານຸສິດ ອິນທະ-ພອນ ກ່ຽວກັບປະຫວັດຄວາມເປັນມາຂອງທ່ານ ໃນການມາຕັ້ງຖິ່ນຖານຢູ່ລັດ ເພັນຊີລວາເນຍ ທາງພາກຕາເວັນອອກສຽງເໜືອຂອງສະຫລັດ. ຂໍເຊີນບັນດາທ່ານພົບກັບລາຍການຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG