ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກເກີດໃໝ່ຕາຍ ສາມລ້ານຄົນ ພາຍໃນ ນຶ່ງເດືອນ ໃນແຕ່ລະປີ (ວີດິໂອ)


ພະຍາບານອູ້ມເດັກທາຣົກເກີດໃໝ່ຢູ່ໃນເມືອງ Sidon ຂອງປະເທດ Lebanon ໃນວັນທີ 31 ຕຸລາ 2011.
ພະຍາບານອູ້ມເດັກທາຣົກເກີດໃໝ່ຢູ່ໃນເມືອງ Sidon ຂອງປະເທດ Lebanon ໃນວັນທີ 31 ຕຸລາ 2011.
ອົງການຊ່ວຍເຫລືອເດັກນ້ອຍ ຫລື Save the Children ຊຶ່ງ
ເປັນອົງການຊ່ວຍເຫລືອດ້ານມະນຸດສະທໍາ ໄດ້ນໍາເອົາລາຍ
ງານປະຈໍາປີ ກ່ຽວກັບສະພາບການຂອງແມ່ໃນໂລກອອກເຜີຍ
ແຜ່. ລາຍງານດັ່ງກ່າວ ເວົ້າວ່າ ເຖິງແມ່ນໄດ້ມີຄວາມກ້າວໜ້າ
ຫລາຍ​ສົມຄວນ ໃນການຫລຸດ ຜ່ອນຈໍານວນການເສຍຊີວິດຂອງ
ແມ່ ແລະລູກນ້ອຍກໍຕາມ ແຕ່ວ່າ ໃນແຕ່ລະປີກໍ​ຍັງມີເດັກທາຣົກ
ຮອດສາມລ້ານຄົນເສຍຊີວິດພາຍໃນເວລານຶ່ງເດືອນ ຫລັງຈາກ
ເກີດມາ. ເດັກຫລາຍຄົນກໍມີຊີວິດຢູ່ໄດ້ບໍ່ພໍເທົ່າໃດຊົ່ວໂມງ. ຜູ້ສື່
ຂ່າວວີໂອ​ເອ Joe De Capua ມີລາຍລະອຽດກ່ຽວກັບເລື້ອງນີ້
ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ທ່ານນາງ Carolyn Miles, ປະທານບໍລິຫານ ຫລື CEO ຂອງ ອົງການ Save the
Children ເວົ້າວ່າ ມີຄວາມເຊື່ອກັນຢ່າງກວ້າງຂວາງ ແລະຢ່າງຜິດພາດວ່າເຮົາບໍ່
ສາມາດເຮັດຫຍັງໄດ້ຫລາຍ ເພື່ອ ຊ່ວຍຊີວິດຂອງເດັກທາຣົກເກີດໃໝ່ໃນປະເທດກໍາລັງ
ພັດທະນານັ້ນ. ດ້ວຍ​ເຫດ​ນີ້ ເດັກທາຣົກຫລາຍຄົນຈຶ່ງເສຍຊີວິດໄປ.

ທ່ານນາງ Miles ເວົ້າວ່າ: “ບົດລາຍງານຂອງປີນີ້ ພວກເຮົາ​ແມ່ນ ໄດ້ເພັ່ງເລັງ ໃສ່ເດັກທາຣົກເກີດໃໝ່ແທ້ໆ. ແລະກໍໄດ້ພົບວ່າ ມື້ທີ່ ເດັກເກີດມານັ້ນ ແທ້ຈິງ
ແລ້ວ ເປັນມື້ທີ່ເປັນອັນຕະລາຍທີ່ສຸດຕໍ່ຊີວິດ
ຂອງພວກເຂົາ. ມີເດັກທາຣົກ
ຫລາຍກວ່ານຶ່ງລ້ານຄົນ ທີ່ເສຍຊີວິດ
ໃນມື້ທີ່ພວກເຂົາເກີດມານັ້ນເລີຍ.”

ມັນມີຫລາຍສາເຫດທີ່ພາໃຫ້ພວກເຂົາ ມີຄວາມສ່ຽງຫລາຍໃນມື້ທໍາອິດ ທີ່ພວກເຂົາ
ເກີດມາ ຊຶ່ງທ່ານນາງ Miles ອະທິບາຍວ່າ ມັນ​ເປັນ​ມື້​ທີ່ພວກເຂົາສາມາດທີ່ຈະເສຍ
ຊີວິດ ຍ້ອນສິ່ງທີ່ສາມາດປ້ອງກັນໄດ້ແທ້ໆ ​ເປັນ​ຕົ້ນ​ວ່າ ເສຍຊີວິດຍ້ອນການຕິດເຊື້ອ​
ໂຣກ ຍ້ອນອາການ​ແຊກ​ຊ້ອນຈາກການເກີດກ່ອນກໍານົດ ແລະຍ້ອນບັນຫາທີ່ງ່າຍໆ
ເຊັ່ນວ່າ ບໍ່ຫາຍໃຈໃນເວລາເກີດອອກມາໃໝ່ໆ.

ທ່ານນາງ Miles ຍັງເວົ້າອີກວ່າ ມີຂົງເຂດນຶ່ງໃນໂລກທີ່​ເປັນຈຸດເດັ່ນ ທີ່ສຸດ ໃນດ້ານການເສຍຊີວິດຂອງເດັກທີ່ເກີດໃໝ່.

ທ່ານນາງ Miles ເວົ້າວ່າ: “ເຂດໃຕ້ທະເລຊາຍຊາຮາຣາຂອງທະວີບ ອາຟຣິກາ
ແມ່ນເປັນບ່ອນທີ່ມີບັນຫານີ້ຫລາຍທີ່ສຸດ. ແລະຖ້າຫາກ
ເຮົາເບິ່ງດັດຊະນີ
ຕົວເລກ ທີ່ພວກເຮົາ
​ເກັບ​ກໍາມາແລ້ວ ກໍຈະເຫັນວ່າ 10 ອັນ​ດັບ​ຕໍ່າ​ສຸດ​ຂອງ
ດັດຊະນີນັ້ນ ທັງ​ໝົດແມ່ນບັນດາປະເທດຢູ່ຕ້ເຂດທະເລຊາຍຊາຮາຣາ
ຂອງທະວີບອາຟຣິກາ. ຖ້າຈະຄິດໄລ່
ເປັນເປີເຊັນແລ້ວ ກໍແມ່ນວ່າ ເຂດນັ້ນ
ເປັນ
ບ່ອນທີ່ມີເດັກທາຣົກ ເສຍຊີວິດໄປ ​ໃນຈໍານວນຫລາຍທີ່ສຸດ.”

ແຜນທີ່ 10 ປະເທດທໍາອິດ ທີ່ມີເດັກນ້ອຍເກີດໃໝ່ ຕາຍຫລາຍທີ່ສຸດ ໃນ 2013. (ຄລິກເພື່ອຂະຫຍາຍໃຫ້ໃຫຍ່)
ແຜນທີ່ 10 ປະເທດທໍາອິດ ທີ່ມີເດັກນ້ອຍເກີດໃໝ່ ຕາຍຫລາຍທີ່ສຸດ ໃນ 2013. (ຄລິກເພື່ອຂະຫຍາຍໃຫ້ໃຫຍ່)

40% ຂອງການຕາຍຂອງເດັກທາຣົກເກີດໃໝ່ແມ່ນຢູ່​ໃນ
ເຂດໃຕ້ທະເລຊາຍຊາຮາຣາ. ໃນຈໍາວນ 176 ປະເທດ ທີ່
ຖືກຈັດອັນ​ດັບ ຢູ່ໃນດັດຊະນີຂອງແມ່ນັ້ນ, ສາທາລະນະລັດ
ປະຊາທິປະ​ໄຕຄອງໂກ ແມ່ນຢູ່ທາງລຸ່ມສຸດໝູ່. ອີກ 9 ປະ
​ເທດໃນ​ຈໍານວນ 10 ປະເທດ ທີ່ຢູ່ທ້າຍໝູ່ສຸດ ກໍໄດ້ແກ່
Somalia, Sierra Leone, Mali, Niger, ສາທາລະນະລັດ
ອາຟຣິກາກາງ, Gambia, ໄນຈີເຣຍ, Chad, ແລະ Ivory Coast.

ທ່ານນາງ Miles ກ່າວວ່າ: “ຂ້າພະເຈົ້າຄິດວ່າ ບັນຫາຢູ່ເຂດໃຕ້ທະເລຊາຍ
ຊາຮາຣາ ກໍຄືການເອົາການດູແລປິ່ນປົວ ທີ່ເດັກທາຣົກເກີດໃໝ່
ຕ້ອງການນັ້ນ ໄປຫາບ່ອນທີ່ພວກເຂົາເກີດ. ສະນັ້ນ ມີຫລາຍຄັ້ງ ທີ່ ລະບົບການຮັກສາ
ສຸຂະພາບ ແມ່ນສຸດຢູ່ແຕ່ໃນຂັ້ນເມືອງ ແລະ
ກໍອາດ ຈະບໍ່ມີສຸກສາລາ ທີ່ພວກ
ແມ່ຍິງສາມາດໄປຮັບການບໍລິການໄດ້. ເພາະສະນັ້ນ ວິທີ ແກ້ໄຂບັນຫາອັນ
ນຶ່ງຢູ່ທີ່ນີ້
ກໍຄື ໃຫ້ມີພະນັກງານສາທາ​ຂັ້ນພື້ນຖານ ເຂົ້າໄປຫາປະຊາຄົມເຫລົ່າ
ນີ້
ໃນ​ຈໍານວນ​ຫລາຍ​ຂຶ້ນ ເພື່ອຊ່ວຍບັນດາແມ່ທັງຫລາຍໃນເວລາທີ່ເຂົາເຈົ້າ
ເກີດລູກນັ້ນ.”


ເຄື່ອງໝາຍອົງການຊ່ວຍ​ເຫຼືອເດັກນ້ອຍຫລື Save the Children
ເຄື່ອງໝາຍອົງການຊ່ວຍ​ເຫຼືອເດັກນ້ອຍຫລື Save the Children

ລາຍງານຂອງອົງການ Save the Children ເວົ້າວ່າ
ມີມາດຕະການ ຢັບຢັ້ງບັນຫານີ້ ແບບງ່າຍໆ ຢູ່ສີ່ຢ່າງ ທີ່ສາມາດເຮັດໃຫ້ມີການຕ່າວປິ້ນ ສະພາບການນີ້ໄດ້
ຊຶ່ງແຕ່ລະມາດຕະການແມ່ນຈະໃຊ້ຈ່າຍເງິນ ຢູ່ພຽງປະ
ມານ 13 ເຊັນ ຫາ 6 ໂດລາ ​ເທົ່າ​ນັ້ນ. ອັນທີນຶ່ງກໍຄື
ການສັກຢາ steroid ໃຫ້ແກ່ຜູ້ຍິງທີ່​ເຈັບທ້ອງ​ຄອດ​ລູກ
ກ່ອນກໍານົດ ເພື່ອຊ່ວຍປ້ອງກັນບໍ່ໃຫ້ເດັກທາຣົກເກີດໃໝ່
ຕາຍຍ້ອນບັນຫາການຫາຍໃຈ. ໃຊ້ອຸປະກອນທີ່ເຮັດໃຫ້
ຟື້ນຊີບຄືນ ເພື່ອຊ່ວຍຊີວິດຂອງເດັກທາຣົກທີ່ບໍ່ຫາຍໃຈ
ຈັກໜ້ອຍເລີຍ ໃນເວລາເກີດອອກມານັ້ນ ໃນຂະນະທີ່ຢາຕ້ານເຊື້ອ​ໂຣກແບບສັກເອົາ
ກໍສາມາດປິ່ນປົວການຕິດເຊື້ອໂຣກໃນເລືອດ ແລະໂຣກປອດບວມໃຫ້ແກ່ເດັກເກີດໃໝ່ໄດ້.

ຄໍາແນະນໍາອັນສຸດທ້າຍກໍຄື ການປ້ອງກັນບໍ່ໃຫ້ຂອດສາຍບືອັກເສບ.

ທ່ານນາງ Miles ກ່າວມ້ວນທ້າຍວ່າ: “ພວກເຮົາກໍາລັງສຶກສາເບິ່ງການໃຊ້ຢາ
ຕ້ານເຊື້ອທີ່ງ່າຍໆ ທີ່ຊື່ວ່າ Chlorhexidine ຊຶ່ງເອົາໃສ່ ຂອດສາຍບືຫລັງ
ຈາກເດັກເກີດອອກມາ. ແລະຢູ່ໄນຈີເຣຍນັ້ນ ປະເພນີ
ກໍ​ແມ່ນໃຊ້ຂີ້ຕົມ ຫລື
ຂີ້ງົວ ຫລື ສິ່ງ
​ໃດ​ສິ່ງ​ນຶ່ງທີ່ຄ້າຍຄືກັນນີ້ ທາໃສ່ຂອດສາຍບື ຊຶ່ງການເຮັດແນວ
ນັ້ນ ແມ່ນເປັນທີ່ຈະແຈ້ງເລີຍວ່າ
ສາມາດເກີດຜົນຕາມມາ ທີ່ເປັນອັນຕະ
ລາຍຫລາຍແກ່ເດັກທາຣົກ.”


ທ່ານນາງ Miles ຍັງເວົ້າເຖິງປະເພນີອີກອັນນຶ່ງ ທີ່ປະຕິບັດກັນ ຢູ່ໃນປະເທດເນປານ
ທີ່ສາມາດເຮັດໃຫ້ເດັກທາຣົກ ຕົກຢູ່ໃນຄວາມສ່ຽງຕໍ່ການເສຍຊີວິດໄດ້ ຊຶ່ງກໍຄື ພວກຜູ້
ຍິງຢູ່ປະເທດນັ້ນ ອາດຖືກຊຸກຍູ້ ໃຫ້ໄປອອກລູກຢູ່ຄອກສັດຮ່ວມກັນກັບສັດລ້ຽງ ຕ່າງໆ​ໄດ້.

ວີດິໂອ: ອິນເດຍເປັນປະເທດ ທີ່ມີທາຣົກເສຍຊີວິດ ຫລາຍທີ່ສຸດ:

XS
SM
MD
LG