ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລ​ະ​ບົບ​ການ​ລ້ຽງ​ສັດ ​ໃນ ລາວ ຍັງ​ຈະ​ຕ້ອງ​ ໄດ້​ຮັບ​ການ​ພັດ​ທະ​ນາ​ປັບ​ປຸງ​ ໃນ​ທຸກ​ດ້ານ​


ງົວ​ຢູ່​ຟາມ​ແຫ່ງ​ນຶ່ງ ​ໃນ​ປະ​ເທດ ລາວ.
ງົວ​ຢູ່​ຟາມ​ແຫ່ງ​ນຶ່ງ ​ໃນ​ປະ​ເທດ ລາວ.

ລ​ະ​ບົບ​ການ​ລ້ຽງ​ສັດ​ໃນ ລາວ ຍັງ​ບໍ່​ໄດ້​ມາ​ດ​ຕະ​ຖານ​ສາ​ກົນ ແລະ ຈະ​ຕ້ອງ​ໄດ້​ຮັບ​ການ​
ພັດທະນາປັບປຸງໃນທຸກດ້ານຈຶ່ງຈະສາມາດສົ່ງເປັນສິນຄ້າອອກໄປແຂ່ງຂັນໃນຕະ
ຫຼາດຕ່າງປະເທດໄດ້ຢ່າງແທ້ຈິງ.

ທ່ານ ພັນ​ທະ​ພົງ ວົງ​ສຳ​ພັນ ຫົວ​ໜ້າ​ພະ​ແນກ​ລ້ຽງ​ສັດ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຖະ
ແຫຼງຢືນຢັນວ່າ ລະບົບບການລ້ຽງສັດໃນ ລາວ ຍັງບໍ່ໄດ້ມາດຕະຖານສາກົນ ແລະ ເຮັດ
ໃຫ້ຈະຕ້ອງໄດ້ຮັບການພັດທະນາປັບປຸງໃນທຸກດ້ານ ຈຶ່ງຈະສາມາດສົ່ງເປັນສິນຄ້າ
ອອກໄປແຂ່ງຂັນໃນຕະຫຼາດໃນຕ່າງປະເທດໄດ້ຢ່າງແທ້ຈິງ ທັງນີ້ໂດຍຈາກການສຶກ
ສາວິໄຈພົບວ່າການລ້ຽງສັດໃນ ລາວ ຈະຕ້ອງໄດ້ຮັບການພັດທະນາປັບປຸງໃນ 7 ດ້ານ
ດ້ວຍກັນ ໂດຍສະເພາະແມ່ນການລ້ຽງງົວນັ້ນ ດັ່ງທີ່ທ່ານ ພັນທະພົງ ຢືນຢັນວ່າ

"ນຶ່ງ​ລະ​ແມ່ນ​ຍົກ​ລະ​ດັບ​ການ​ຜະ​ລິດ ເພື່ອ​ໃຫ້​ລ້ຽງ​ງົວ​ນີ້ກ​າຍ​ເປັນ​ອາ​ຊີບ​ຄົງ​ທີ່ ພັດ​ທະ​ນາ​
ຮູບແບບເທັກນິກໃຫ້ເປັນຕົວແບບທີ່ດີ ສອງລະແມ່ນພັດທະນາຜະລິດງົວເປັນສິນຄ້າ
ຂອງຜູ້ປະກອບການຂອງນັກລົງທຶນນີ້ ເພາະວ່າຕ້ອງໄດ້ອາໄສຜູ້ປະກອບການລົງທຶນ
ເຂົ້າມາຊ່ວຍ ສາມລະແມ່ນເລື່ອງແນວພັນ ສີ່ລະແມ່ນຮັບປະກັນສະໜອງອາຫານໃຫ້
ພຽງພໍ ຫ້າລະແມ່ນສ້າງຄວາມເຂັ້ມແຂງ ຄວາມສາມາດໃຫ້ແກ່ດ້ານບໍລິການຮັກສາສຸ
ຂະພາບສັດ ຫົກຕ້ອງໄດ້ສ້າງນັກຄົ້ນຄວ້າລົງເຜີຍແຜ່ໃຫ້ປະຊາຊົນສາມາດຮັບຮູ້ຂໍ້ມູນ
ໃໝ່ໆ ເຈັດເອົາການລ້ຽງສັດນີ້ສະໜັບສະໜູນການພັດທະນາກະສິກຳສີຂຽວ."

ກະ​ຊວງ​ການ​ຄ້າ​ຂອງ ຈີນ ໄດ້​ສະ​ແດງ​ຄວາມ​ຕ້ອງ​ການ​ທີ່​ຈະ​ຮັບ​ຊື້​ງົວ​ຈາກ​ລາວ 5 ແສນ
ກວ່າຕົວໃນແຕ່ລະປີ ໂດຍເລີ່ມຈາກປີ 2019 ນີ້ເປັນຕົ້ນໄປ ທັງຍັງຈະເພີ່ມຈຳນວນຫຼາຍ
ຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ຖ້າຫາກວ່າການລ້ຽງງົວໃນ ລາວ ໄດ້ມາດຕະຖານຕາມຕ້ອງ
ການຂອງຕະຫຼາດຈີນ ໂດຍທາງການ ຈີນ ຈະຕັ້ງດ່ານກວດ ແລະ ຈັດສົ່ງຄະນະຜູ້ຊ່ຽວ
ຊານມາກວດຟາມລ້ຽງງົວໃນ ລາວ ທີ່ຈະສົ່ງງົວໄປ ຈີນ ເພາະທີ່ຜ່ານມານັ້ນ ການສົ່ງງົວ
ຈາກ ລາວ ໄປ ຈີນ ເປັນການລັກລອບຢ່າງຜິດກົດໝາຍ ແລະ ທາງການ ຈີນ ຢ້ານວ່າ
ຈະເຮັດໃຫ້ເກີດພະຍາດໃນສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ ດັ່ງທີ່ທ່ານ ພັນທະພົງ
ຢືນຢັນວ່າ

"ການ​ສົ່ງ​ອອກ​ຜ່ານ​ມາ​ຫັ້ນ​ຍັງ​ເປັນ​ການ​ລັກ​ລອບ​ຂ້າມ​ຊາຍ​ແດນ ແຕ່​ວ່າ​ຕໍ່​ໄປ​ນີ້ ຈີນ ເຂົາ​
ເຈົ້າມາເຮັດແລ້ວເຂດກັກກັນ ເຂົາເຈົ້າຈະຍຸຕິແບບການລັກລອບ ຕໍ່ໄປນີ້ການສົ່ງອອກ
ຕ້ອງໄດ້ສົ່ງເຂົ້າໄປໃນຊາຍແດນທີ່ເຂົາເຈົ້າເຮັດດ່ານກັກກັນ ໄດ້ມີການກວດວ່າທີ່ມາ
ຂອງງົວມາແຕ່ໄສ ໄດ້ຮັບການສັກຢາກັນພະຍາດແລ້ວບໍ່ ມີເຊື້ອພະຍາດຫຍັງ ມີການ
ລ້ຽງແນວໃດ, ລັດຖະບານເຮົາກໍຕ້ອງໄດ້ໄປຢັ້ງຢືນໃຫ້ອີກວ່າຟາມນັ້ນ ເປັນຟາມທີ່ວ່າ
ໄດ້ຮັບມາດຕະຖານຟາມລ້ຽງສັດທີ່ດີແລ້ວບໍ ເພື່ອວ່າຢັ້ງຢືນວ່າ ຟາມນີ້ເປັນຟາມທີ່ມີ
ມາດຕະຖານ ເຮົາຈຶ່ງສາມາດສົ່ງສິນຄ້າໄດ້."

ນອກ​ຈາກ​ນັ້ນ ງົວ​ທີ່​ຈະ​ສາ​ມາດ​ສົ່ງ​ໄປ ຈີນ ກໍ​ຍັງ​ຈະ​ຕ້ອງ​ມີ​ນ້ຳ​ໜັກ​ຕັ້ງ​ແຕ່ 350 ກິ​ໂລ
ກຣາມຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ ໂດຍໃນແຕ່ລະປີ ຈີນ ຕ້ອງການບໍລິໂພກຊີ້ນ
ງົວຫຼາຍກວ່າ 13 ລ້ານຕົວ ຫາກແຕ່ສາມາດຜະລິດເພື່ອຕອບສະໜອງຄວາມຕ້ອງ
ການໄດ້ພຽງ 7 ລ້ານຕົວ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດຫຼາຍກວ່າ 6 ລ້ານຕົວໃນ
ແຕ່ລະປີ ສ່ວນໃນປີ 2018 ທີ່ຜ່ານມາ ມີລາຍງານວ່າ ລາວ ໄດ້ສົ່ງງົວ ແລະ ຄວາຍໄປ
ຈີນ ແປດໝື່ນຕົວ ແລະ ສອງໝື່ນຕົວຕາມລຳດັບ ຊຶ່ງສ່ວນໃຫຍ່ເປັນການລັກລອບຕາມ
ຊາຍແດນຢ່າງຜິດກົດໝາຍ ຈຶ່ງເຮັດໃຫ້ທາງການ ຈີນ ໄດ້ເພີ່ມມາດຕະການກວດກາ
ຢ່າງເຂັ້ມງວດດັ່ງກ່າວ.

ໃນ​ປັດ​ຈຸ​ບັນນີ້ ທົ່ວ​ປະ​ເທດ ລາວ ມີ​ຟ​າມ​ລ້ຽງ​ງົວ​ທີ່​ໄດ້​ມາດ​ຕະ​ຖານ 284 ແຫ່ງ ມີ​ງົວ
45,000 ກວ່າຕົວ ແລະ ຟາມລ້ຽງຄວາຍພຽງແຕ່ 6 ແຫ່ງ ມີຄວາຍ 7,000 ກວ່າຕົວເທົ່າ
ນັ້ນ ໂດຍທີ່ມີມາດຕະຖານສູງທີ່ສຸດກໍຄືຟາມລ້ຽງງົວຂອງບໍລິສັດ ຍີ່ປຸ່ນ ພັດທະນາກະສິ
ກຳຈຳກັດ ທີ່ໄດ້ເລີ່ມຂະຫຍາຍພື້ນທີ່ລ້ຽງງົວຈາກ 150 ເຮັກຕາ ເປັນ 500 ເຮັກຕາຢູ່
ເມືອງແປກ ແຂວງຊຽງຂວາງ ສຳລັບຮອງຮັບພໍ່ພັນ-ແມ່ພັນງົວຄຸນນະພາບດີຈາກປະ
ເທດ ອອສເຕຣເລຍ ໃນນີ້ເປັນແມ່ພັນງົວທີ່ອອກລູກແລ້ວກວ່າ 100 ຕົວ ແລະ ກຳລັງ
ຖືພາອີກກວ່າ 900 ຕົວ ຊຶ່ງຄາດວ່າຈະອອກລູກໃນໄວໆນີ້ ແລະ ຈະເຮັດໃຫ້ຟາມແຫ່ງ
ນີ້ມີງົວພັນດີເພີ່ມຂຶ້ນເປັນຫຼາຍກວ່າ 1,600 ຕົວ ຈຶ່ງເຮັດໃຫ້ຕ້ອງຂາຍພື້ນທີ່ຮອງຮັບ
ໃຫ້ເປັນ 5,000 ເຮັກຕາໃນເຂດເມືອງແປກ ເມືອງຜາໄຊ ແລະ ເມືອງພູກູດ ໃນແຂວງ
ຊຽງຂວາງ ໂດຍບໍລິສັດຍີ່ປຸ່ນພັດທະນາກະສິກຳຈຳກັດ ລົງທຶນຄິດເປັນມູນຄ່າລວມ 77
ລ້ານໂດລາ ໃນປັດຈຸບັນ ແລະ ຍັງຈະເພີ່ມມູນຄ່າການລົງທຶນຂຶ້ນອີກໃນອະນາຄົດ.

XS
SM
MD
LG