ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກວິເຄາະກ່າວວ່າ ການຍົກເລີກການເດີນທາງໄປຢ້ຽມຢາມອອສເຕຣເລຍ ຂອງທ່ານໄບເດັນ ​ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້ຄວາມໜ້າເຊື່ອຖື ຂອງ ສ​ຫລ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍ່າງລົງຂັ້ນໄດ ຂອງເຮືອບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ໃນລະຫວ່າງເດີນທາງມາເຖິງຖານທັບອາກາດຂອງທະຫານມາຣີນ, ໃນເມືອງອິວາກູນິ, ທາງພາກຕາເວັນຕົກຂອງປະເທດຍີ່ປຸ່ນ, ວັນທີ 18 ພຶດສະພາ 2023, ໂດຍກຽມອອກເດີນທາງໄປເມືອງຮິໂຣຊິມະ ເພື່ອຮ່ວມກອງປະຊຸມສຸດນອດຂອງກຸ່ມ G7.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍ່າງລົງຂັ້ນໄດ ຂອງເຮືອບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ໃນລະຫວ່າງເດີນທາງມາເຖິງຖານທັບອາກາດຂອງທະຫານມາຣີນ, ໃນເມືອງອິວາກູນິ, ທາງພາກຕາເວັນຕົກຂອງປະເທດຍີ່ປຸ່ນ, ວັນທີ 18 ພຶດສະພາ 2023, ໂດຍກຽມອອກເດີນທາງໄປເມືອງຮິໂຣຊິມະ ເພື່ອຮ່ວມກອງປະຊຸມສຸດນອດຂອງກຸ່ມ G7.

ບັນດານັກວິເຄາະກ່າວວ່າ ການຕັດສິນໃຈເພື່ອເລື່ອນການເດີນທາງໄປຢ້ຽມຢາມປະເທດອອສເຕຣເລຍ ຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແມ່ນຈະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງໃຫຍ່ຕໍ່ແຄນເບີຣາ. ນາຍົກລັດຖະມົນຕີຂອງອິນເດຍ ທ່ານນາເຣັນດຣາ ໂມດີ ຈະຍັງຄົງເດີນທາງ ໄປຢ້ຽມຢາມອອສເຕຣເລຍຕາມແຜນການ ໃນອາທິດໜ້ານີ້, ເຖິງແມ່ນວ່າ ການປະຊຸມສຸດຍອດຂອງບັນດາຜູ້ນໍາກຸ່ມ ຄວດ (Quad) ຢູ່ທີ່ Sydney Opera House ຈະຖືກຍົກເລີກໄປແລ້ວກໍຕາມ. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທໍານຽບຂາວ ອອກມາເປີດເຜີຍວ່າ ປະທານາທິບໍດີຂອງສະຫະລັດ ໄດ້ເລື່ອນແຜນການເດີນທາງໄປຢ້ຽມຢາມອອສເຕຣເລຍ ເນື່ອງຈາກການປະຊຸມຫາລືກ່ຽວກັບບັນຫາເພດານໜີ້ສິນພາຍໃນປະເທດ.

ແນວໃດກໍຕາມ, ທ່ານ ໄບເດັນ ຈະເດີນທາງໄປຍີ່ປຸ່ນ ເພື່ອຮ່ວມການປະຊຸມຂອງກຸ່ມ 7 ປະເທດທີ່ຈະເລີນທາງດ້ານອຸດສາຫະກໍາ, ເຊິ່ງນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກໍຈະເຂົ້າຮ່ວມການປະຊຸມດັ່ງກ່າວ ພ້ອມດ້ວຍນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກະຊິດະ ແລະນາຍົກລັດຖະມົນຕີຂອງອິນເດຍ ທ່ານນາເຣັນດຣາ ໂມດີ ກໍຈະເຂົ້າຮ່ວມເຊັ່ນກັນ.

ທ່ານອາລບານີສ ກ່າວກັບພວກນັກຂ່າວໃນວັນພຸດແລ້ວນີ້ວ່າ ການສົນທະນາຂອງບັນດາຜູ້ນໍາ ກ່ຽວກັບຄວາມໝັ້ນຄົງຢູ່ໃນກຸ່ມຄວດ ເຊິ່ງລວມມີສະຫະລັດ, ອອສເຕຣເລຍ, ຍີ່ປຸ່ນ ແລະອິນເດຍ ຈະພົບກັນຢູ່ດ້ານນອກ ກອງປະຊຸມສຸດຍອດຂອງກຸ່ມ G7 ທີ່ຈັດຂຶ້ນໃນນະຄອນຮິໂຣຊິມະ ຂອງຍີ່ປຸ່ນ ເພື່ອການສົນ ທະນາຫາລືກັນ, ໂດຍທ່ານກ່າວວ່າ:

“ເຖິງແມ່ນປະທານາທິບໍດີໄບເດັນ ໄດ້ຢືນຢັນວ່າ ທ່ານຈະພະຍາຍາມ ຫາໂອ ກາດເພື່ອເດີນທາງມາໃນອະນາຄົດຕໍ່ໜ້າ ເມື່ອພວກເຂົາສາມາດກໍານົດເວລາ ໄດ້ກໍຕາມ, ແຕ່ຂ້າພະເຈົ້າ ກໍຈະເດີນທາງໄປສະຫະລັດ ສໍາລັບການຢ້ຽມຢາມ
ທີ່ເປັນທາງການໃນທ້າຍປີນີ້. ຜູ້ນໍາທັງໝົດຂອງ 4 ປະເທດ ລວມມີປະທານາ ທິບໍດີ ໄບເດັນ, ນາຍົກລັດຖະມົນຕີ ກິຊິດະ, ແລະ ນາຍົກລັດຖະມົນຕີ ໂມດີ ພ້ອມດ້ວຍຂ້າພະເຈົ້າ ຈະເຂົ້າຮ່ວມການປະຊຸມຜູ້ນໍາກຸ່ມ G7 ໃນນະຄອນຮິໂຣ
ຊິມະ ປະເທດຍີ່ປຸ່ນ.”

ການປະຊຸມສຸດຍອດຂອງກຸ່ມ ຄວດ ໃນນະຄອນຊິດນີ ຈະເປັນການຈັດກອງປະຊຸມດັ່ງກ່າວ ຄັ້ງທໍາອິດຢູ່ໃນ ອອສເຕຣເລຍ. ປັດຈຸບັນ ມັນໄດ້ຖືກເລື່ອນອອກໄປໂດຍບໍ່ມີກໍານົດ. ນັກວິເຄາະກ່າວວ່າ ການຍົກເລີກກອງປະຊຸມຂອງ ກຸ່ມ ຄວດ ມີຜົນກະທົບຕໍ່ທາງເລືອກທີ່ມີຄວາມທະເຍີທະຍານທາງອິດທິພົນຕໍ່ຈີນ. ພວກເຂົາເຈົ້າຍັງໄດ້ຢືນຢັນ ກ່ຽວກັບຄວາມເສຍຫາຍຕໍ່ຊື່ສຽງຂອງສະຫະ ລັດໃນຖານະປະເທດພັນທະມິດທີ່ເຊື່ອຖືໄດ້ ໂດຍສະເພາະ ຢູ່ໃນຊ່ວງເວລາທີ່ ມີການແຂ່ງຂັນທາງຍຸດທະສາດກັບ ຈີນ, ໃນບໍລິເວນຂົງເຂດ ອິນໂດ-ປາຊີຟິກ ທີ່ກໍາລັງເຄັ່ງຕຶງຂຶ້ນ.

ທ່ານອຽນ ຮອລ (Ian Hall), ສາດສະດາຈານທາງດ້ານຄວາມສໍາພັນ ລະ ຫວ່າງປະເທດ ຢູ່ທີ່ສະຖາບັນ ເອເຊຍ ກຣິຟຟິດທ໌ ແຫ່ງມະຫາວິທະຍາໄລ ກຣິຟຟິດທ໌ ບອກກັບສະຖານີໂທລະພາບຂອງອອສເຕຣເລຍວ່າ ການຍົກເລີກຂອງປະຊຸມສຸດຍອດຄວດ ຈະສົ່ງຜົນກະທົບທີ່ບໍ່ດີຕໍ່ຊື່ສຽງຂອງກຸ່ມຄວດ, ເຊິ່ງ ທ່ານໄດ້ກ່າວວ່າ:

“ການເຮັດວຽກຂອງກຸ່ມ ຄວດ ທີ່ກໍາລັງດໍາເນີນງານຕໍ່ໄປນີ້. ບັນດາເຈົ້າໜ້າທີ່ ຫາທາງຫຼີກລ່ຽງອອກຈາກລະບົບທຸລະກິດຂອງກຸ່ມຄວດ ຕະຫຼອດເວລາ. ແຕ່ຈຸດເປົ້າໝາຍໃນລັກສະນະນີ້, ການປະຊຸມສຸດຍອດ ໃນລັກສະນະແບບນີ້ກໍສໍາຄັນ. ພວກເຂົາເຈົ້າອະທິບາຍເປັນຄໍາເວົ້າໄດ້ດີ ກ່ຽວກັບລາຍລະອຽດທັງໝົດຂອງກຸ່ມຄວດ, ສິ່ງທີ່ ຄວດ ກໍາລັງຈະປະຕິບັດ, ແມ່ນຫຍັງຄືຄວາມຕັ້ງໃຈທີ່ກຸ່ມຄວດເອົາໃຈໃສ່, ໃນລັກສະນະນັ້ນ, ຂ້າພະເຈົ້າຄິດວ່າ ບັນຫາໃຫຍ່ກໍຄື ການທີ່ບໍ່ມີກອງປະຊຸມສຸດຍອດຂອງກຸ່ມຄວດໃນຄັ້ງນີ້, ຫຼືການເລື່ອນປະຊຸມສຸດຍອດໃນຄັ້ງນີ້ ກໍເປັນບັນຫາເຊັ່ນດຽວກັນ.”

ນາຍົກລັດຖະມົນຕີຂອງອິນເດຍ ທ່ານນາເຣັນດຣາ ໂມດີ ຍັງຄົງຢືນຢັນທີ່ຈະເດີນທາງໄປຢ້ຽມຢາມອອສເຕຣເລຍ ໃນອາທິດໜ້ານີ້ ເຊິ່ງເປັນຄັ້ງທໍາອິດນັບຕັ້ງແຕ່ປີ 2014, ແຕ່ ຄູ່ຮ່ວມຕໍາແໜ່ງຍີ່ປຸ່ນຂອງທ່ານ ທ່ານຟູມິໂອະ ກິຊິດະ
ມີລາຍງານເບິ່ງຄືວ່າ ທ່ານອາດຈະບໍ່ໄດ້ເດີນທາງໄປອອສເຕຣເລຍ.

ທ່ານໄບເດັນ ຍັງໄດ້ປະຖິ້ມແຜນການເດີນທາງຢ້ຽມຢາມປະເທດປາປົວນິວກີເນຍຄັ້ງປະຫວັດສາດ, ໂດຍທ່ານຈະໄດ້ມີການເຊັນຂໍ້ຕົກລົງດ້ານຄວາມໝັ້ນຄົງກັບນາຍົກລັດຖະມົນຕີຂອງປະເທດດັ່ງ​ກ່າວ ທ່ານເຈມສ໌ ມາຣາເປ (James Marape).

ປັກກິ່ງ ໄດ້ມີການຕໍາໜິຕໍ່ການລວມກັນຂອງກຸ່ມຄວດ, ໂດຍໄດ້ອະທິບາຍກ່ຽວກັບກຸ່ມດັ່ງກ່າວນີ້ວ່າ ເປັນ “ກຸ່ມຜູກຂາດແຕ່ພຽງຝ່າຍດຽວ.” ແນວໃດກໍຕາມ, ເອກອັກຄະລັດຖະທູດຂອງຈີນ ປະຈໍານະຄອນຫຼວງແຄນເບີຣາ ທ່ານສຽວ ຈຽນ (Xiao Qian) ກ່າວໃນວັນພະຫັດວານນີ້ວ່າ ປັກກິ່ງຈະແນເປົ້າໝາຍໃສ່ການນໍາເຂົ້າໄມ້ທ່ອນຂອງອອສເຕຣເລຍ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG