ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ເຄາະ ເວົ້າວ່າ ມີຄວາມເຂົ້າ​ໃຈ ຂອງ ​ແຕ່​ລະ​ຝ່າຍ ແຕກຕ່າງ​ ໃນ​ເລື້ອງ ປົດອາ​ວຸດ​ນີວ​ເຄ​ລຍ ຂອງ​ເກົາ​ຫ​​ລີ​ເໜືອ


​ພາບ ປ. ດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ ຈັບ​ມື​ກັບ ທ່ານກິມ ຈົງ​ອຶນ, ຜູ້​ນຳ​ເໜືອ​ ຕິດ​ຢູ່​ບ່ອນ​ນຶ່ງ ທີ່ໃກ​້​ກັບສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ​ ປະ​ຈຳ​ເກົາ​ຫລີ​ໃຕ້ ໃນ​ນະ​ຄອນຫລວງ ໂຊ​ລ
​ພາບ ປ. ດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ ຈັບ​ມື​ກັບ ທ່ານກິມ ຈົງ​ອຶນ, ຜູ້​ນຳ​ເໜືອ​ ຕິດ​ຢູ່​ບ່ອນ​ນຶ່ງ ທີ່ໃກ​້​ກັບສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ​ ປະ​ຈຳ​ເກົາ​ຫລີ​ໃຕ້ ໃນ​ນະ​ຄອນຫລວງ ໂຊ​ລ

ເກົ​າ​ຫລີ​ເໜືອ​ໄດ້​ປະ​ກາດ​ໃນ​ອາ​ທິດ​ແລ້ວນີ້​ວ່າ ຕົນ​ຈະ​ບໍ່ດຳ​ເນີນ​ການ​ປົດ​ອາ​ວຸດ​ນີວເຄ​ລຍ
ເວັ້ນ​ເສຍ​ແຕ່​ວ່າ ສະ​ຫະ​ລັດ​ລົບ​ລ້າງໃນ​ສິ່ງ​ທີ່​ປະ​ເທດນັ້ນ​ເອີ້ນ​ວ່າ" ໄພ​ຂົ່ມ​ຂູ່​ຈາກ​ອາ​ວຸດ​ນີວ
​ເຄ​ລຍ" ສາ​ກ່ອນ.

ທ່ານຢອງວຸກ ​ຣີຢູ (Yongwook Ryu) ຈາກສະ​ຖາ​ບັນ ​ການສຶກ​ສາກ່ຽວ​ກັບ​ເກົາ​ຫລີ​ເໜືອ
ແມ່ນບໍ່​ປະ​ຫລາດ​ໃຈ​ແຕ່​ຢ່າງ​ໃດ​ເລີຍ​ຕໍ່​ຄຳ​ປະ​ກາດ​ເຊັ່ນ​ນັ້ນຂອງ​ເກົາ​ຫລີ​ເໜືອ.

ຮູບທີ່​ເຜີຍ​ແຜ່​ໂດຍອົງ​ການ​ຂ່າວ KRT ໃນ​ວັນ​ທີ 15 ພຶດ​ສະ​ພາ, 2017
ຮູບທີ່​ເຜີຍ​ແຜ່​ໂດຍອົງ​ການ​ຂ່າວ KRT ໃນ​ວັນ​ທີ 15 ພຶດ​ສະ​ພາ, 2017

ທ່ານ ຢອງວຸກ ​ຣີຢູ (Yongwook Ryu) ເວົ້າ​ວ່າ "ເກືອບ​ວ່າ​ໝົດ​ທຸກຄົນ ​ມີ​ຄວາມ​ສົງ
​ໄສວ່າເກົາ​ຫລີ​ເໜືອ ແລະ​ສະ​ຫະ​ລັດ ລວມ​ທັງເກົາ​ຫລີໃຕ້​ນຳວ່າ ມີ​ຄວາມ​ເຂົ້າ​ໃຈ​ຕ່າງ​
ກັນ​ ກ່ຽວ​ກັບ​ການປົດ​ອາ​ວຸດ​ນີວ​ເຄ​ລຍ."

ທ່ານ​ເວົ້າ​ອີກວ່າ "ພວກ​ນັກ​ວິ​ເຄາະ ແລະຜູ້​ຊ່ຽວ​ຊານ ຮູ້​ແລ້ວ​ວ່າ ໂດຍ​ການປົດ​ອາ​ວຸດ​ນີວ​ເຄ​ລຍ, ເກົາ​ຫລີ​ເໜືອໝາຍ​ຄວາມ​ວ່າເປັນການຍົກ​ຍ້າຍ​ກຳ​ລັງ​ທະ​ຫານ​ຂອງ​ສະ​ຫະ​ລັດ​ອອກ​ຈາກ​ແຫລມເກົາ​ຫລີ​ ພ້ອມ​ທັງ​ການ​ລົ​ບ​ລ້າງ​ໄພ​ຂົ່ມ​ຂູ່​ຈາກ ອາ​ວຸດ​ນີວ​ເຄ​ລຍ​ຂອງ​ສະ​ຫະ​ລັດ.”

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ຊອງ ວູນ ເຈິນ (Seong Whun Cheon) ຈາກ​ສະ​ຖາ​ບັນອາ​ຊານ (Asan) ຍິ່ງ​ເວົ້າ​ແຮງ​ໄປ​ກວ່ານັ້ນ​ວ່າ "ເກົາ​ຫລີ​ເໜືອ ໄດ້​ຫລອກ​ໃຊ້ ຄຳ​ວ່າ ​ການປົດອາ​ວຸດ​ນີວ​ເຄ​ລຍຂອງເກົາ​ຫລີໃຕ້ ແລະ​ສະ​ຫະ​ລັດ."

ທ່ານເຈິນເວົ້າ​ວ່າ "​ຄຳ​ວ່າ​ການປົດອາ​ວຸດ​ນີວ​ເຄ​ລຍ​ໄດ້​ສ້າງ​ຂຶ້ນ​ມາ​ໂດຍວໍ​ຊິງ​ຕັນ," ໂດຍ​ໝາຍ​ເຖິງ​ຂັ້ນ​ຕອນ​ທີ່​ວ່າ "ເກົາ​ຫລີ​ໃຕ້ ແລະເກົາ​ຫລີ​ເໜືອຍົກ​ເລີກ​ທ່າ​ທີ​ທາງ​ດ້ານ​ນີວ​ເຄ​ລຍ​ທຸກ​ຮູບ​ແບບ ຊຶ່ງ​ລວມ​ທັງ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ ແລະທຳ​ການ​ຫັນ​ສະ​ຖານ​ທີ່​ຕ່າງ​ທີ່​ສາ​ມາດ​ໃຊ້​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ທະ​ຫານນັ້ນ."

ທ່ານເຈິນເວົ້າ​ອີກວ່າ ນັ້ນ​ຄື​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ການ​ປະ​ກາດ​ຮ່ວມ​ກັນ ລະ​ຫວ່າງເກົາ​ຫລີ​ເໜືອ ແລະເກົາ​ຫລີໃຕ້ໃນ​ປີ 1991 ແຕ່​ວ່າ ພຽງ​ຢາງ​ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຕໍ່ຄຳ​ຖະ​ແຫລງ​ດັ່ງ​ກ່າວ ແລະ​ສືບ​ຕໍ່​ພັດ​ທະ​ນາໂຄງ​ການຂອງ​ຕົນ ທັງ​ໝົດ​ເລີຍ ໃນ​ຂະ​ນະ​ທີ່ບອກໂຊ​ລແລະວໍ​ຊິງ​ຕັນ​ວ່າ ພວກ​ຕົນ​ກຳ​ລັງ​ລົບ​ລ້າງ​ມັນຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG