ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ນັກ​ວິ​ເຄາະ​: ການ​ຂັດ​ແຍ້ງ​ເລື້ອງ​ດິນ​ແດນ ລະ​ຫວ່າງ​ຈີນ ກັບ​ຟີ​ລິບ​ປິນ ອາດ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ໝັ້ນ​ຄົງ ຢູ່​ທະ​ເລ​ຈີນ​ໃຕ້


ແຟ້ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ຈີນ ໃຊ້​ທໍ່​ສີດ​ນ້ຳ ສີດ​ເຂົ້າ​ໃສ່​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ໃກ້​ກັບ​ເກາະ​ໂທມ​າ​ສ​ທີ 2 ເມື່ອ​ວັນ​ທີ 5 ສິງ​ຫາ 2023.
ແຟ້ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ຈີນ ໃຊ້​ທໍ່​ສີດ​ນ້ຳ ສີດ​ເຂົ້າ​ໃສ່​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ໃກ້​ກັບ​ເກາະ​ໂທມ​າ​ສ​ທີ 2 ເມື່ອ​ວັນ​ທີ 5 ສິງ​ຫາ 2023.

ຄວາມ​ເຄັ່ງ​ຕຶງ​ກຳ​ລັງ​ເພີ້ມຂຶ້ນ ​ລະ​ຫວ່າງ​ຈີນກັບ​ຟີ​ລິບ​ປິນ ກ່ຽວ​ກັບ​ການ​ຂັດແຍ້ງ ​ເລື້ອງ​ດິນ​ແດນ ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້. ການ​ຂັດ​ແຍ້ງ​ດັ່ງ​ກ່າວ ​ອາດ​ຈະ​ພາ​ໃຫ້​ເກີດ ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ໃນ​ຂະ​ນະ​ທີ່​ມີ​ການ​ຊຸກ​ຍູ້​ໃຫ້​ຟີ​ລິບ​ປິນເພີ້​ມ​ທະ​ວີ​ການ​ຮ່ວມ​ມືໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ກັບ​ສະ​ຫະ​ລັດຕື່ມ​ຂຶ້ນ​ ພວກ​ນັກ​ວິ​ເຄາະ​ກ່າວ.

“ສິ່ງ​ທີ່​ຈີນ​ເຮັດ​ໄປ​ນັ້ນ ແມ່ນບັງ​ຄັບໃຫ້​ຟີ​ລິບ​ປິນ​ຕົກ​ຢູ່​ໃນ​ທ່າ​ທີ​ທີ່​ຕົນ​ບໍ່​ສ​າ​ມາດ​ຫຼຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​ລົງ​ໄດ້​ໂດຍ​ປາ​ສະ​ຈາກ​ຕໍ່​ການ​ສ່ຽງ​ທີ່​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ລະ​ຫວ່າງ​ປະ​ເທດ ດັ່ງ​ນັ້ນ ​ຟີ​ລິບ​ປິນໃນ​ເວ​ລານີ້ ​ຈຶ່ງ​ດຳ​ເນີນ​ການ​ໃນ​ຫຼາຍໆ​ທາງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຈັ​ສ​ຕິນ ບາ​ກີ​ຊານ ນັກ​ວິ​ເຄາະ​ດ້ານ​ພູ​ມີ​ສາດ​ການ​ເມືອງທີ່​ມີ​ຫ້ອງ​ການ​ຢູ່​ມະ​ນີ​ລາ ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ວີ​ໂອ​ເອທາງ​ໂທ​ລະ​ສັບ.

ການ​ຂັດ​ແຍ້ງ​ເທື່ອ​ຫຼ້າ​ສຸດ ​ເກີດ​ຂຶ້ນ​ຫຼັງ​ຈາກກອງ​ທັບ​ຟີ​ລິບ​ປິນ ​ໄດ້​ກ່າວ​ຫາກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ​ວ່າ ເຂົ້າ​ແຊກ​ແຊງ​ໃນຕໍ່​ກຳ​ປັ່ນ​ຂົນ​ສຳ​ພາ​ລະ​ຂອງ​ຕົນແລະ​ໃຊ້​ທໍ່​ສີດ​ນ້ຳ ສີດ​ເຂົ້າ​ໃສ່​ກຳ​ປັ່ນ​ຂອງ​ຟີ​ລິບ​ປິນ.

ມະ​ນີ​ລາ​ກ່າວ​ເຖິງ​ການ​ກະ​ທຳ​ຂອງ​ຈີນ​ວ່າ “ເກີນ​ຂອບ​ເຂດ​ ແລະ​ກ້າວ​ລ້າວຫຼື​ຮຸກ​ຮານ” ໃນ​ຂະ​ນະ​ທີ່​ປັກ​ກິ່ງ​ຢືນ​ຢັດ​ວ່າ ຕົນ​ໄດ້​ໃຊ້ “ການ​ຢັບ​ຢັ້ງ​ທີ່​ສົມ​ເຫດ​ສົມ​ຜົນ.”

ຈຸດ​ສູນ​ກາງ​ຂອງ​ການ​ຍັດ​ແຍ້ງ ແມ່ນ​ກຳ​ປັ່ນ​ລົບ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ຊື່ Sierra Madre ທີ່​ຟີ​ລິບ​ປິນ​ຕັ້ງ​ໃຈ​ຈອດ​ໄວ້​ທີ່​ຫາດ​ໂທ​ມາ​ສ​ທີ 2 ເພື່ອ​ເປັນ​ຄ້າຍ​ທະ​ຫານ​ຂອງ​ຕົນ​ສຳ​ລັບ​ປົກ​ປ້ອງ​ດິນ​ແດນ​ທີ່​ຕົນ​ອ້າງ​ເອົາ​ກຳ​ມະ​ສິດ. ຫາດ​ທີ່​ມີ​ການ​ຂັດ​ແຍ້ງ​ດັ່ງ​ກ່າວ ແມ່ນນອນ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ຟີ​ລິບ​ປິນ ແລະ​ມະ​ນີ​ລາ​ໄດ້​ສົ່ງ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ໄປ​ສັບ​ປ່ຽນ​ປະ​ຈຳ​ການ​ຢູ່​ທີ່ນັ້ນ.

ໃນ​ຂະ​ນະ​ທີ່​ປັກ​ກິ່ງ​ໄດ້​ຮຽກ​ຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃຫ້​ມະ​ນີ​ລາ ຖອນ​ກຳ​ປັ່ນ​ຂອງ​ຕົນ​ອອກ​ໄປ ແຕ່​ຟີ​ລິບ​ປິນ​ໄດ້​ປະ​ກາດ​ວ່າ​ຈະ​ຕ້ານ​ຢັນ ຖ້າ​ຈີນ​ຫາກ​ພະ​ຍາ​ຍາມ ​ທີ່​ຈະ​ໃຊ້​ກຳ​ລັງ​ຍ້າຍ​ກຳ​ປັ່ນ Sierra Madre ອອກ​ໄປ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG