Minh ໄດ້ເຂົ້າຮັບຕໍາແໜ່ງ ເລຂາທິການວຽນ ຂອງສະມາຄົມ
ອາຊ່ຽນ ຢ່າງເປັນທາງການ ຈາກທ່ານ ສິຣິນ ພິດສຸວັນ.
ທ່ານ Minh ເປັນນັກການທູດຜູ້ມີປະສົບການສູງຈາກກະຊວງ
ຕ່າງປະເທດຫວຽດນາມ ແລະ ເຄີຍດໍາລົງຕໍາແໜ່ງເອກອັກ
ຄະລັດຖະທູດຫວຽດນາມ ປະຈໍາອົງການສະຫະປະຊາຊາດ.
ການເປັນຜູ້ນໍາອາຊ່ຽນຂອງທ່ານ ທີ່ເປັນຜູ້ທໍາອິດຈາກຫວຽດ
ນາມ ແມ່ນມີຂຶ້ນໃນໄລຍະທີ່ມີຄວາມເຄ່ງຕຶງ ຍ້ອນການຢືນ
ຢັດຢ່າງແຂງຂັນຂຶ້ນໄປນັບມື້ ຂອງປັກກິ່ງ ເອົາກໍາມະສິດໃນ
ດິນແດນທີ່ເປັນຂໍ້ຂັດແຍ້ງກັນໃນເຂດທະເລຈີນໃຕ້ນັ້ນ.
ຈີນອ້າງເອົາເປັນກໍາມະສິດແທບວ່າທັງໝົດຂອງເຂດທະເລດັ່ງກ່າວ ທີ່ເຊື່ອກັນວ່າອຸດົມ ສົມບູນໄປດ້ວຍນໍ້າມັນແລະແກສທໍາມະຊາດ ແລະປາ. ສະມາຊິກອາຊ່ຽນຫລາຍປະເທດ
ທີ່ໂຮມທັງ ບຣູໄນ ມາເລເຊຍ ຟິລິບປິນ ຫວຽດນາມ ແລະ ໄຕ້ຫວັນ ກໍພາກັນອ້າງເອົາເປັນ
ກໍາມະສິດໃນເຂດນ່ານນໍ້າດັ່ງກ່າວເຊ່ນກັນ ຊຶ່ງການຂັດແຍ້ງກັນດັ່ງກ່າວ ໄດ້ກໍ່ໃຫ້ເກີດ
ການປະເຊີນໜ້າກັນຢ່າງເຄ່ງຕຶງທາງທະເລ ການຈັບກຸມຊາວປະມົງ ແລະການປະທະຄາ
ລົມກັນຢ່າງຮຸນແຮງ ກ່ຽວກັບອະທິປະໄຕໃນດິນແດນດັ່ງກ່າວ.
ກອງປະຊຸມສຸດຍອດ ASEAN ເມື່ອປີຜ່ານມາຢູ່ກໍາປູເຈຍ ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບ
ກົດການປະພຶດປະຕິບັດ ທີ່ມີການຊັກຊ້າມາເປັນເວລາດົນນານ ເພື່ອປ້ອງກັນບໍ່ໃຫ້ ເກີດຂໍ້ຂັດແຍ້ງເພີ່ມຂຶ້ນນັ້ນ.
ບັນດານັກວິຈານການເມືອງເວົ້າວ່າ ທັງນີ້ແມ່ນເປັນຍ້ອນອິດທິພົນຂອງຈີນ ທີ່ມີຕໍ່ກໍາປູເຈຍ
ແລະຕໍ່ປະເທດອື່ນໆ ທີ່ບໍ່ອ້າງເອົາເຂດທະເລດັ່ງກ່າວນັ້ນ.
ທ່ານປະວິນ ຊັດຊະວານພົງພັນ ອາຈານສອນວິຊາການສຶກສາກ່ຽວກັບ ເອເຊຍຕາເວັນ ອອກ ສຽງໃຕ້ ທີ່ມະຫາວິທະຍາໄລ Kyoto ປະເທດຍີ່ປຸ່ນ ເວົ້າຜ່ານ Skype ວ່າ ເລຂາທິ ການໃຫຍ່ຂອງອາຊ່ຽນ ຈາກຫວຽດນາມນັ້ນ ແມ່ນຈະຫ້າວຫັນຫຼາຍຂຶ້ນ ໃນການຜັກດັນ ໃຫ້ມີຄວາມເປັນເອກະສັນກັນຂອງສະມາຄົມອາຊ່ຽນ ກ່ຽວກັບບັນຫາດັ່ງກ່າວ
ທ່ານປະວິນ ເວົ້າວ່າ: “ປະການທໍາອິດນັ້ນ ຫວຽດນາມແມ່ນຈະສາມາດບັນລຸຜົນປະໂຫຍດ
ແຫ່ງຊາດຂອງຕົນ ຖ້າຫາກຍົກເອົາບັນຫານີ້ຂຶ້ນມາປຶກ ສາກັນຢູ່ພາຍ ໃນອາຊ່ຽນເອງ. ປະການທີ່ສອງເນາະ ຫວຽດນາມກໍຈະສາມາດອ້າງໄດ້ວ່າ ຕົນສະໜັບສະໜຸນທ່າທີ
ຂອງສະມາຄົມອາຊ່ຽນ ໃນການ ພະຍາຍາມແກ້ໄຂບັນຫາແບບນີ້ ຄືພະຍາຍາມພິສູດ
ໃຫ້ເຫັນວ່າກົນໄກແກ້ໄຂບັນຫາຂັດແຍ້ງກັນໃນອາຊ່ຽນນັ້ນ ແມ່ນໃຊ້ໄດ້ຜົນ. ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ມັນໜ້າຈະເປັນສະຖານະການ ທີ່ທຸກໆຝ່າຍຊະນະນໍາກັນ.”
ສ່ວນທ່ານສຸຣີນ ພິດສຸວັນ ຈາກປະເທດໄທ ຜູ້ກໍາລັງຈະພົ້ນຈາກຕໍາແໜ່ງເລຂາທິການ ອາຊ່ຽນນັ້ນ ແມ່ນໄດ້ຮັບຄວາມເຄົາລົບນັບຖືຢ່າງສູງ ຍ້ອນຜົນງານການນໍາພາ ທີ່ມັກເຂົ້າໄປພົວພັນແລະເປັນຜູ້ກ້າປາກກ້າເວົ້າ ໃນສະມາຄົມອາຊ່ຽນ.
ບັນດານັກວິຈານການເມືອງ ເວົ້າວ່າ ວິທີການບໍລິຫານສະມາຄົມອາຊ່ຽນຂອງຫວຽດນາມ
ແມ່ນຈະບໍ່ເປັນແບບເປີດເຜີຍ ແລະໂປ່ງໄສຫຼາຍປານໃດ ໃນການດໍາເນີນຄວາມຄວາມ ພະຍາຍາມຕ່າງໆນັ້ນ. ແຕ່ວ່າ ໃນການຮັບມື ກັບຈີນນັ້ນ ວິທີການແບບຄ່ອຍໆເຮັດແລະບໍ່
ໂຈ່ງແຈ້ງ ອາດຈະຊ່ວຍໄດ້ຫຼາຍກວ່າ.
ໃນລະຫວ່າງນີ້ ໄປຫາເດືອນມີນາ ປັກກິ່ງແມ່ນກໍາລັງຢູ່ໃນຂັ້ນຕອນການສັບປ່ຽນຜູ້ນໍາຂອງ
ຕົນ ຊຶ່ງມີຂຶ້ນທຸກໆສິບປີ ທີ່ບັນດານັກສັງເກດການກໍາລັງ ສິ້ງຊອມເບິ່ງ ຢ່າງໃກ້ຊິດ.
Carl Thayer ອາຈານສອນວິຊາການເມືອງ ທີ່ສະຖາບັນກໍາລັງປ້ອງກັນຂອງອອສເຕຣເລຍ
ເວົ້າຜ່ານ Skype ວ່າ ການເຈລະຈາກັນທາງການທູດແບບງຽບໆ ລະຫວ່າງອາຊ່ຽນ ແລະຈີນ
ນັ້ນ ເບິ່ງຊົງວ່າຈະເປັນວິທີການທີ່ດີ ແລະຈໍາເປັນທີ່ສຸດ.
“
ທ່ານ Thayer ເວົ້າວ່າ: “ມັນບໍ່ແມ່ນຊ່ວງເວລາທີ່ຈະດໍາເນີນການໄປໜ້າ ຢ່າງສຸດຂີດ ຍ້ອນທ່າທີແລະການປ່ຽນແປງຄະນະຜູ້ນໍາຂອງຈີນ ກໍຄືທ່ານ ຊີ ຈິນຜິງ ອາດໄດ້ຮັບ
ຕໍາແໜ່ງເລຂາທິການໃຫຍ່ຂອງພັກ ແຕ່ທ່ານກໍຍັງບໍ່ໄດ້ເປັນປະທານ ປະເທດເທື່ອ.
ສະນັ້ນ ໃນລະຫວ່າງນີ້ໄປຫາເວລານັ້ນ ບໍ່ແມ່ນເວລາທີ່ຈະທ້າທາຍຈີນເທື່ອ ແຕ່ຄວນລໍຖ້າເບິ່ງກ່ອນໃນຊ່ວງນີ້ ແລະລໍຖ້າເບິ່ງວ່າ ຜູ້ນໍາຈີນຄົນໃໝ່ ແລະຄະນະນໍາພາຊຸດ
ໃໝ່ໃນປັກກິ່ງນັ້ນ ຈະເປັນພວກທີ່ອາຊ່ຽນຈະສາມາດຕໍ່ລອງນໍາໄດ້ຫລືບໍ່. ສະນັ້ນ
ບໍ່ຄວນເຮັດໃຫ້ບັນຫາທະເລຈີນໃຕ້ນັ້ນເປັນເລຶ່ອງໃຫຍ່ໃນເວລານີ້ ແຕ່ກໍບໍ່ແມ່ນປະ
ປ່ອຍມັນໄປເລີຍ.”
ທ່ານ ເທເອີ ເວົ້າອີກວ່າ ຈີນຄວນຈະໄດ້ຮັບຄວາມໝັ້ນໃຈ ໂດຍວິທີການທູດແບບຄ່ອຍໆເຮັດຂອງຫວຽດນາມ ປະເທດເພື່ອນບ້ານຂອງຕົນນັ້ນ ຊຶ່ງຈະແຕກຕ່າງຈາກວິທີການຂອງ ປະທານວຽນຂອງອາຊ່ຽນໃນປີນີ້ ຄື ສຸນລະຕານຂອງປະເທດບຣູໄນ ນັ້ນ.
ທ່ານ ປະວິນ ຊັດຊະວານພົງພັນ ເວົ້າວ່າ ການຫລຸດຜ່ອນຄວາມເຄ່ງຕຶງລົງ ກໍນອນຢູ່ໃນ ຜົນປະໂຫຍດຂອງປັກກິ່ງເຊັ່ນດຽວກັນ
ທ່ານປະວິນ ເວົ້າວ່າ: “ຈີນກໍຕ້ອງການອາຊ່ຽນເຊັ່ນກັນ ໃນແງ່ຂອງການພັດທະນາເສດ
ຖະກິດຂອງຕົນ ຄືຈີນຈະສາມາດປັບປຸງເສດຖະກິດຂອງຕົນໄດ້ແນວໃດ ໝາຍຄວາມ
ວ່າ ເຮັດໃຫ້ເສດຖະກິດຂອງຕົນເຕີບໂຕຂຶ້ນຢ່າງເຂັ້ມແຂງ ຢູ່ໃນສະພາບແວດລ້ອມທີ່ຕໍ່ຕ້ານຈີນເອງນັ້ນ ໄດ້ແນວໃດ? ຂ້າພະເຈົ້າຄິດວ່າຈີນຕ້ອງໄດ້ ສຶກສາເບິ່ງວ່າ ຄວນຈະສ້າງສາ ຫລືຊຸກຍູ້ໃຫ້ມີ ສະພາບແວດລ້ອມທີ່ເປັນສັນຕິນັ້ນຫຼາຍກວ່າ ເພື່ອຜົນປະ
ໂຫຍດຂອງຈີນ ເອງ.”
ປັກກິ່ງເອງກໍອາດຈະຍິນດີ ນໍາການທີ່ຫວຽດນາມ ຊຶ່ງເປັນປະເທດຄອມມີວນີສ ທີ່ມີພຽງ ພັກດຽວຄືກັນນັ້ນ ໄດ້ຮັບຕໍາແໜ່ງເລຂາທິການໃຫຍ່ຂອງ ອາຊ່ຽນ.
ດັ້ງເດີມນັ້ນ ກຸ່ມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ໄດ້ຈັດຕັ້ງຂຶ້ນມາ ໃນປີ 1967 ເພື່ອປຸ້ມລຸມກັນຕໍ່ຕ້ານລະບອບຄອມມີວນິສ ແຕ່ຕໍ່ມາໄດ້ຂະຫຍາຍອອກ ໄປຮັບເອົາປະເທດອື່ນໆໃນຂົງເຂດເຂົ້າເປັນສະມາຊິກນໍາ ເພື່ອຈະກາຍເປັນອົງການຈັດຕັ້ງທາງການເມືອງແລະ
ເສດຖະກິດລະດັບຂົງເຂດ ທີ່ຮວມເອົາທຸກໆປະເທດ.
ປະເທດຜູ້ກໍ່ຕັ້ງສະມາຄົມອາຊ່ຽນ ຄືອິນໂດເນເຊຍ ມາເລເຊຍ ຟິລິບປິນ ສິງຄະໂປ ແລະ ໄທ ເຄີຍໄດ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ມາແລ້ວ ຢ່າງໜ້ອຍສອງຄັ້ງ.
ສະມາຊິກອື່ນໆຂອງອາຊ່ຽນ ກໍມີ ມຽນມາ ແລະ ສປປ ລາວ.