ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍ່ເປັນທີ່ປາກົດວ່າ ອີຣ່ານ ຈະຫັນກັບຄືນມາ ເຈລະຈາ ເລື້ອງນິວເຄລຍ ຄືນໃໝ່


Analysts: Iran Unlikely to Return to Nuclear Negotiations
please wait

No media source currently available

0:00 0:02:48 0:00

ບັນດານັກວິເຄາະກ່າວວ່າ ບໍ່ມີທ່າທາງວ່າ ອີຣ່ານຈະຫວນ ກັບມາເຈລະຈາ ເລື້ອງນິວເຄລຍຄືນໃໝ່.

ອີຣ່ານໄດ້ປະກາດໃນວັນຈັນຜ່ານມານີ້ວ່າ ຕົນໄດ້ມີທາດຢູເຣນຽມລະດັບ ຕໍ່າເກີນກຳ
ນົດ ຢູ່ໃນສາງ ຊຶ່ງເປັນການລະເມີດປະລິມານທີ່ໄດ້ຕົກລົງກັນ ວ່າໃຫ້ມີ ຕາມຂໍ້​ຕົກ​ລົງ
ລະຫວ່າງຊາດ ປີ 2015. ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ ​ເພື່ອບັງຄັບໃຫ້ພວກ
ປະເທດ ທີ່ຮ່ວມລົງນາມໃນຂໍ້ຕົກລົງນິວເຄລຍ ໃຫ້​ການ​ບັນ​ເທົາຕໍ່ອີຣ່ານ ຈາກການ
ລົງໂທດຂອງສະຫະລັດ. ພະແນກ​ພາ​ສາເຄີດຂອງວີໂອ ເອ ໄດ້ສົນທະນາເລື້ອງຜົນສະ
ທ້ອນ ກ່ຽວ​ກັບ​ການ​ເອົາບົດບາດຂອງອີຣ່ານ ກັບ ນັກຊ່ຽວຊານສອງທ່ານ ດັ່ງ ຊະລາຕິ
ກາ ໂຮກ ມີບົດສະຫລຸບວ່າ ພວກເພິ່ນໄດ້ ເວົ້າລົມກັນແນວໃດ ຊຶ່ງສາລີຈະນຳລາຍລະ
ອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ຈາວາດ ຊາຣີຟ ໄດ້ກ່າວ ໃນວັນຈັນຜ່ານ
ມາວ່າ ອີຣ່ານ ໄດ້ປະຕິບັດຕາມສິດທິຂອງຕົນທີ່ມີໄວ້ໃຫ້​ ຢູ່ໃນ ຂໍ້ຕົກລົງສາກົນ ທີ່ລັດ
ຖະບານທ່ານທຣຳໄດ້ປະຖິ້ມໄປ ໃນປີກາຍນີ້ ຊຶ່ງທ່ານ ໂມຮຳມັດ ຊາວາດ ຊາຣີຟ ລັດ
ຖະມົນຕີຕ່າງປະເທດ ອີຣ່ານກ່າວວ່າ:

“ອີຣ່ານໄດ້​ກາຍ​ຂີດ​ກຳ​ນົດ 300 ກິໂລກຣາມດັ່ງທີ່ພວກເຮົາໄດ້ປະກາດໄປນັ້ນ. ພວກ
ເຮົາໄດ້ເວົ້າຢ່າງຈະແຈ້ງວ່າ ພວກເຮົາຈະເຮັດຈັ່ງໃດ ແລ້ວກໍໄດ້ປະຕິບັດ ໄປ. ພວກເຮົາ
ໄດ້ພິຈາລະນາ ເຖິງສິດທິຂອງພວກເຮົາ ໂດຍອີງໃສ່ຂໍ້ຕົກລົງ ສາກົນ.”

ບັນດາຜູ້ນຳອີຣ່ານ ພວມພະຍາຍາມ ຊອກ​ຫາ​ຂໍ້​ຕໍ່​ລອງ ໃນການດີ້ນຮົນຂອງ ເຂົາເພື່ອ
ໃຫ້ໄດ້ຮັບ​ການ​ບັນ​ເທົາຈາກການລົງໂທດຂອງສະຫະລັດ ດັ່ງທີ່ທ່ານ ນາງແຄເທີຣີນ
ບາວເອີ້ ນັກວິເຄາະ ຈາກ​ສະ​ຖາ​ບັນ​ນະ​ໂຍ​ບາຍຕາເວັນ​ອອກໃກ້ ​ທີ່​ວໍ​ຊິງ​ຕັນ ຊຶ່ງທ່ານ
ນາງກ່າວກ່ຽວ​ກັບ​ເລື້ອງນີ້ວ່າ:

“ມັນບໍ່ຈຳເປັນວ່າ ພວກເຂົາກຳລັງຫາທາງທີ່ຈະສົ່ງອອກ ທາດຢູເຣນຽມລະດັບ ຕໍ່າ
ຂອງເຂົາ ພວກເຂົາຊອກຫາຊ່ອງທາງ ທີ່ຈະໄດ້​ຮັບ​ການ​ບັນ​ເທົາບາງຢ່າງ ທາງດ້ານ
ເສດຖະກິດ ເພື່ອໃຫ້ໄດ້ມາ ຊຶ່ງ​ການ​ຕໍ່​ລອງບາງຢ່າງ ແລະກໍຫວັງວ່າ ມັນຈະມີຄວາມ
ໝາຍວ່າ ຈະໄດ້ມີການເຈລະຈາຄືນໃໝ່ ແຕ່ຂ້າພະເຈົ້າບໍ່ຄິດວ່າ ນັ້ນຈະມີຂຶ້ນໃນ
ໄວໆນີ້.”

ລັດຖະບານ​ທ່ານທຣຳ ໄດ້ນຳໃຊ້ມາດຕະການລົງໂທດ​ທາງດ້ານເສດຖະກິດຢ່າງ ໜັກ
ຕໍ່ອີຣ່ານ ເພື່ອເຮັດໃຫ້ເປັນເປ້ຍລ່ອຍ ເສດຖະກິດຂອງເຂົາ ທັງບັງຄັບໃຫ້ ເຂົາກັບຄືນ
ມາເຈລະຈາ ຂໍ້ຕົກລົງດ້ານນິວເຄລຍ ຊຶ່ງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ເຫັນວ່າ ບໍ່ຄົບຖ້ວນນັ້ນ. ມີທ່າທາງວ່າ ອີຣ່ານຈະບໍ່ຢາກເຮັດ ແນວນັ້ນ ໃນອະນາຄົດອັນ
ໃກ້ນີ້ ອິງຕາມຄຳເວົ້າ ຂອງນັກວິເຄາະ ອາລັນ ມາ-ກັອສກີ ຈາກສູນກາງເພື່ອຄວາມກ້າວໜ້າຂອງສາຍພົວພັນອີຣ່ານກັບສະ​ຫະ​ລັດ ​ໂດຍ​ໃຫ້​ຄວາມ​ເຫັນວ່າ:

“ຂ້າພະເຈົ້າຄິດວ່າອີຣ່ານ ມີຊ່ອງທາງພໍ ຊຶ່ງຈະບໍ່ພາໃຫ້ເຂົາເຈົ້າເຮັດແນວນັ້ນໂດຍສະ
ເພາະແມ່ນຢູ່ພາຍໃຕ້ການປົກຄອງຂອງທ່ານທຣຳ. ຂ້າພະເຈົ້າຄິດວ່າ ພວກເຂົາຫວັງ
ຢາກໃຫ້ທ່ານທຣຳ ປາໄຊໃນປີ 2020 ແລະພວກເຂົາຈະໄດ້ມີ ການເລີ້ມຕົ້ນທີ່ສົດໄສ
ໃໝ່.”

ທ່ານ ມາຄັອສກີ ກ່າວວ່າ ມັນຈະເປັນການເສຍໜ້າຢ່າງໃຫຍ່ ສຳລັບອີຣ່ານ ທີ່ຈະກັບ
ຄືນມາເຈລະຈາໃໝ່. ເບິ່ງຊົງອີຣ່ານຈະຢູ່ໃນທ່າເກາະຜິດຫລາຍກວ່າ ເຊັ່ນການປະ
ກອບອາວຸດ ໃຫ້ພວກກະບົດຮູຕີໃນເຢເມັນ ແລະທຳການໂຈມຕີ ໂດຍຜ່ານຝ່າຍທີ
ສາມເປັນຕົ້ນ ຊຶ່ງທ່ານ ມາກັອສກີ ເວົ້າຕື່ມວ່າ:

“ການໃຊ້ຕົວແທນ ແມ່ນເປັນວິທີທີ່ອີຣ່ານມັກທີ່ສຸດ ໃນການຕອບໂຕ້ ຕໍ່ການລົງໂທດ
ແລະຕໍ່ນະໂຍບາຍອື່ນໆຂອງສະຫະລັດທີ່ອີຣ່ານບໍ່ມັກ ເພາະວ່າມັນ ເປັນສິ່ງທີ່ເຮັດ
ໃຫ້ພວກເຂົາພໍໃຈໃນການປະຕິເສດ.”

ທັງສະຫະລັດແລະອີຣ່ານຕ່າງກໍເວົ້າວ່າ ຕົນບໍ່ມັກສົງຄາມ. ປະທານາທິບໍດີ ສະ ຫະລັດ
ທ່ານ ດໍໂນລ ທຣຳ ໄດ້ຖືກກົດດັນ ໂດຍພວກທີ່ຢາກຕອບໂຕ້ ດ້ວຍ ການທະຫານ ຕໍ່
ການເກາະຜິດຂອງອີຣ່ານ ແລະພວກທີ່ຊຸກຍູ້ ຢາກໃຫ້ມີການ ຜ່ອນເບົາລົງ. ທ່ານທຣຳ
ກ່າວວ່າ ທ່ານບໍ່ຟ້າວຟັ່ງໃນການໂຕ້ຕອບໂດຍເວົ້າວ່າ:

“ການລົງໂທດແມ່ນຍັງມີຢູ່ ແລະຂ້າພະເຈົ້າບໍ່ຈຳເປັນຕ້ອງຮີບຮ້ອນ. ຂ້າພະເຈົ້າ ບໍ່ຟ້າວ
ບໍ່ຟັ່ງກັບອີຣ່ານ. ຖ້າເຈົ້າຟ້າວ ເຈົ້າຈະມີບັນຫາເອງ.

ພວກນັກວິເຄາະທັງຫລາຍເວົ້າວ່າ ມັນບໍ່ເປັນທີ່ແຈ້ງຂາວວ່າ ການລົງໂທດນີ້ ຈະໄດ້ຜົນ
ຫລືເຫັນຜົນເມື່ອໃດ. ທ່ານມາກັອສກີໄດ້ຊີ້ອອກມາໃຫ້ເຫັນວ່າ ອີຣັກ ພາຍໃຕ້ຊັດດຳ
ຮູສເຊັນ ມັນໄດ້ມີການອົດກັ້ນມາ. ເກົາຫລີເໜືອ ໄດ້ທົດລອງ ອາວຸດນິວເຄລຍຫົກເທື່ອ ເຖິງແມ່ນຈະໄດ້ມີການລົງໂທດຈາກນາໆຊາດມາເປັນ ເວລາຫຼາຍປີແລ້ວກໍຕາມ.

Iran announced Monday that it has exceeded its low-enriched uranium stockpile limit, violating the amount it agreed to hold in the 2015 international deal. The move is aimed at forcing the signatories of the nuclear deal to give Iran relief from U.S. sanctions. VOA's Kurdish Service discussed the consequences of Iran's action with two experts on Iranian issues. Zlatica Hoke has a summary of what they said.

Iranian Foreign Minister Javad Zarif said Monday that Iran is acting according to its rights stipulated in the international agreement which the Trump administration abandoned last year.

"Iran has crossed the 300-kilogram limit as we have announced earlier. We said very clearly what we were going to do, and are acting on it. We consider it our right based on the international agreement."

Iranian leaders are trying to gain leverage in their struggle to get relief from U.S.-imposed sanctions, said analyst Katherine Bauer.

"They are not necessarily looking for a way to export their low-enriched uranium, they are looking for a way to get some economic relief, to gain some leverage, and hopefully that means they want to re-enter negotiations, but I don't think that's going to happen any time soon."

The Trump administration has imposed tough economic sanctions on Iran to cripple its economy and force it to agree to re-negotiating the nuclear deal that U.S. President Donald Trump considers inadequate. Iran is not likely to do that in the near future says analyst Alan Makovsky.

"I think that Iran has the wherewithal that they will not do that, certainly not under the Trump administration. I think they are hoping Trump will be defeated in 2020 and they'll have a fresh start."

Makovsky says it would be a major loss of face for Tehran to return to negotiations. ((AFP Iran is more likely to engage in provocations, such as arming Huthi rebels in Yemen and staging attacks through third parties.

"Using proxies is one of Iran's most preferred ways of responding to sanctions and to other policies of the United States which it objects to because it gives them a certain plausible deniability."

Both Iran and the United States have said they do not want war. U.S. President Donald Trump has been pressured by those who want a military response to Iran's provocations and those who urge de-escalation. He says he is in no hurry to respond.

"The sanctions are on and I'm in no rush. I'm in no rush with Iran. If you're in a rush, you get yourself in trouble."

Analysts say it is not clear if and when the sanctions will produce the desired effect. Makovsky pointed out that Iraq under Saddam Hussein had been able to hold out. North Korea has carried out six nuclear arms tests despite years of international sanctions.
XS
SM
MD
LG