ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຊ່ຽວຊານຄົນນຶ່ງ ຢືນຢັນວ່າ ເຂື່ອນດອນສະໂຮງ ຈະບໍ່ກີດກັ້ນ ການສັນຈອນ ຂອງພວກສັດນ້ຳ


ແຜນທີ່ຈຸດທີ່ຕັ້ງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ
ແຜນທີ່ຈຸດທີ່ຕັ້ງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

ຜູ້​ຊ່ຽວຊານ​ດ້ານ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ຢືນຢັນ​ວ່າ ການ
​ກໍ່ສ້າງ​ເຂື່ອນ​ດອນ​ສະ​ໂຮງ ຈະບໍ່​ກະທົບ​ຕໍ່​ການ​ສັນຈອນ​ຂອງ​ປາ​
ໃນ​ແມ່ນ້ຳຂອງ ​ລະຫວ່າງ​ລາວ​ກັບ​ໄທ ກຳປູ​ເຈຍແລະ​ຫວຽດນາມ.

ທ່ານ Peter Hawkins ຜູ້ຊ່ຽວຊານ​ດ້ານ​ສະພາບແວດ​ລ້ອມ​ທຳ​ມະ​ຊາດ ຂອງ​ບໍລິສັດ Mega First Corporation Berhad ຈາກ​ປະ​ເທດ​ມາ​ເລ​ເຊຍ ທີ່​ເປັນ​ຜູ້​ລົງທຶນ​ໃນ​ໂຄງການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ໂຮງ ​ເທິງ​ແນວ​ແມ່​ນ້ຳຂອງ​ໃນ​ເຂດ​ສີ່​ພັນ​ດອນ-ຄອນ​ພະ​ເພັງ ​ໃນ​ເຂດ​ແຂວງ​ຈຳປາ​ສັກ​ຂອງ​ລາວ​ນັ້ນ ​ໄດ້​ໃຫ້ກນຢືນຢັນ​ວ່າ ການ​ສ້າງ​ເຂື່ອນ​ດອນ​ສະໂຮງ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ການ​ສັນຈອນ​ຂອງ​ປາ ທີ່​ເດີນທາງ​ໄປ​-ມາ​ລະຫວ່າງ​ລາວ​ກັບ​ໄທ ກຳປູ​ເຈຍ ​ແລະ​ຫວຽດນາມ​ຢ່າງ​ແນ່ນອນ.

ທັງ​ນີ້​ໂດຍ​ເຖິງ​ແມ່ນວ່າ​ຕົວ​ເຂື່ອນ​ຈະ​ຖືກ​ສ້າງ ຢູ່​ເທິງ​ຮູ​ສະ​ໂຮງ​ທີ່​ເປັນ​ເສັ້ນທາງ​ສັນຈອນ​ຂອງ​ປາ ​ແລະ​ສັດ​ນ້ຳ​ໃນ​ແມ່ນ້ຳຂອງ​ລະຫວ່າງ​ລາວ ​ໄທ ກຳປູ​ເຈຍ ​ແລະ​ຫວຽດນາມ​ດັ່ງ​ກ່າວ​ກໍ​ຕາມ ຫາກ​ແຕ່​ວ່າ ຈາກ​ການ​ສຶກສາວິ​ໄຈ ​ແລະ​ການ​ເກັບ​ກຳ​ຂໍ້​ມູນ​ພາກ​ສະໜາມ​ ດ້ວຍການ​ສຳພາດ​ຊາວ​ປະມົງ​ໃນ​ພື້ນ​ທີ່ ​ແລະ​ການ​ສັງ​ເກດ​ພຶດຕິ​ກຳ​ຂອງ​ປາ ທີ່​ສັນຈອນ​ໄປ-ມາ​ໃນ​ເຂດ​ສີ່​ພັນ​ດອນ-ຄອນ​ພະ​ເພັງ ນັບ​ຈາກ​ປີ 2009 ​ເປັນຕົ້ນມານັ້ນ ກໍ​ພົບ​ວ່າ​ຮູ​ສະ​ໂຮງ​ບໍ່​ແມ່ນ​ເສັ້ນທາງ​ດຽວ​ ທີ່​ປາ​ໃຊ້​ເພື່ອ​ການ​ສັນຈອນ​ໄປ-ມາ ​ແຕ່​ຍັງ​ມີ​ຮູ​ຊ້າງ​ເຜືອກ ​ແລະ​ຮູ​ສະ​ດຳ ທີ່​ມີ​ຄວາມ​ສຳຄັນ​ເຊັ່ນ​ດຽວ​ກັນ ດັ່ງ​ທີ່​ທ່ານ Peter ​ໄດ້​ຢືນຢັນ​ວ່າ:

“Part of our monitoring strategy has been to learn from the methods that the local fishermen used. They have been here a long time they know a lot about the changing behavior of both the fish and the hydrology of the river the quality of the water the dept of the water the speed of the flow they have to adjust for all those things in their fishing so we have learned from them.”

“ສ່ວນ​ນຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດ ​ໃນ​ການ​ຕິດຕາມ​ເບິ່ງ​ຂອງ​ພວກ​ເຮົາ ​ແມ່ນສຶກ
ສາ​ຮຽນ​ຮູ້ ຈາກ​ວິທີ​ຕ່າງໆ ທີ່​ຊາວ​ປະມົງທ້ອງ​ຖິ່ນ​ໄດ້​ໃຊ້​ກັນ​ມາ. ພວກ​ເຂົາ​ເຈົ້າຢູ່​ນີ່ ມາເປັນ​ເວລາ​ດົນ​ນານ​. ພວກ​ເຂົາ​ເຈົ້າຮູ້ຈັກຫຼາຍ ກ່ຽວ​ກັບ ພຶດຕິ​ກຳ​ທີ່​ປ່ຽນ​ແປງໄປ ຂອງ​ທັງ​ປາ ​ແລະອຸ​ທົກກະ​ວິທະຍາ ຂອງແມ່​ນ້ຳ ຄວາມ​ສະອາດຂອງ​ນ້ຳ​ ຄວາມ​ເລິກ​ຂອງ​ນ້ຳ ຄວາມ​ໄວ​ຂອງ​ກະ​ແສນ້ຳ ຊຶ່ງ​ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ປັບປ່ຽນ​ການ​ຫາ​ປາຂອງ​ພວກ​ເຂົາ​ເຈົ້າ ​ໃຫ້​ເຂົ້າ​ສິ່ງ​ທັງ​ໝົດທີ່​ກ່າວ​ມານັ້ນ ດັ່ງນັ້ນພວກ​ເຮົາຈຶ່ງຕ້ອງ​ຮຽນ​ຮູ້​ຈາກ​ພວກ​ເຂົາ​ເຈົ້າ.”

ພາບຈຳລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ
ພາບຈຳລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

ທາງດ້ານ ທ່ານສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການ
ກະຊວງແຜນການ ແລະການລົງທຶນໄດ້ໃຫ້ການຢືນຢັນວ່າ
ໂຄງການ​ເຂື່ອນ​ດອນ​ສະ​ໂຮງ​ຈະ​ປະກອບ​ສ່ວນ ​ຢ່າງ​ສຳຄັນ​
ເຂົ້າ​ໃນ​ການ​ລົບ​ລ້າງ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະ​ຊາ​ຊົນ​
ລາວ ​ເພາະວ່າ ບໍ່​ພຽງ​ແຕ່​ຈະ​ມີ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ພະລັງ​
ໄຟຟ້າ ທີ່​ຜະລິດ​ຈາກ​ເຂື່ອນ​ດອນ​ສະ​ໂຮງ​ໃນ​ມູນ​ຄ່າ​ສະ​ເລ່ຍ​ເຖິງ
40 ລ້ານ​ດອນ​ລາຕໍ່​ປີ ຫຼືຖ້າ​ຫາກ​ຄິດ​ໄລ່​ໃນ​ຕະຫລອດ​ລະຍະ​ສຳ​
ປະທານ25 ປີ ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ
ຄິດ​ເປັນມູນ​ຄ່າ​ລວມ​ເຖິງ 1,000 ລ້ານ​ດອນ​ລາ ທີ່​ຈະ​ນຳ​ໄປ​ໃຊ້​ໃນ
​ໂຄງການ​ພັດທະນາ​ຕ່າງໆ ທີ່​ມີ​ເປົ້າໝາຍ​ເພື່ອ​ການ​ລົບ​ລ້າງ ​ບັນຫາ​ຄວາມ​ຍາກຈົນ​
ຂອງ​ປະຊາຊົນ​ລາວ ​ໃນ​ເຂດ​ຊົນນະບົດ ​ເປັນ​ສຳຄັນນັ້ນ​ເອງ.

ພ້ອມ​ກັນ​ນີ້ ທ່ານ​ສົມ​ຈິດ ກໍ​ຍັງ​ໄດ້​ຢືນຢັນ​ດ້ວຍ​ວ່າ ​ໂຄງການ​ເຂື່ອນ​ດອນ​ສະ​ໂຮງ ​ເປັນ
​ໂຄງການ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດລ້ອມ​ທຳ​ມະ​ຊາດ ທັງ​ຍັງ​ເປັນ​ໂຄງການ​ເຂື່ອນ​ທີ່​ຜະລິດ​
ພະລັງ​ງານ ທີ່​ສະອາດ​ດ້ວຍ ​ເພາະສະນັ້ນ ຈຶ່ງ​ຖື​ເປັນ​ໂຄງການ​ທີ່​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ
ຫຼາຍກວ່າ ຜົນ​ກະທົບ​ໃນ​ດ້ານ​ລົບ​ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ພວກ​ເຮົາ​ຄິດ​ວ່າ ປະ​ເທດ​ລາວ​ເຮົາ​ມີ​ທ່າ​ແຮງ​ທາງ​ຊັບພະຍາກອນ​ທຳ​ມະ​ຊາດ ​
ໂດ​ຍສະ​ເພາະ​ແມ່ນ​ເລື້ອງ​ແມ່ນ້ຳ ລຳ​ເຊ​ແລ້ວ ກະຖື​ວ​ເອົາ​ວຽກ​ງານ​ການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນີ້ ​ເປັນ​ບຸລິມະສິດ ​ແລະ ພວກ​ເຮົາ​ກໍ​ເຫັນ​ວ່າການ​ພັດທະນາ​
ເຂື່ອນ​ໄຟຟ້າ​ນ້ຳຕົກນີ້ ຈະ​ເປັນ​ເຂື່ອນ​ທີ່​ເປັນ​ມິດ​ ຕໍ່​ສິ່ງ​ແວດ​ລ້ອມຫຼາຍກວ່າ​ການ​
ນຳ​ໃຊ້​ພະລັງງານ​ດ້ານ​ອື່ນໆ ​ເຮົາ​ເຂົ້າ​ໃຈ​ວ່າ ຄັນ​ເຂື່ອນ​ໂຕ​ນີ້ ດອນ​ສະໂຮງ​ນີ້​
ສຳ​ເລັດ ລັດຖະບານ​ລາວ​ກໍ​ຈະ​ໄດ້​ທຶນ​ປີ​ລະ​ປະມານ 30 ຫາ 40 ລ້ານ​ດອນ​ລາ.”

ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ກໍ​ໄດ້​ຈັດ​ກອງ​ປະຊຸມ​ເປີດ​ກວ້າງ ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ-ຂ່າວສານ
​ດ້ານເທັກ​ນິກຂອງ​ໂຄງການ​ເຂື່ອນ​ດອນ​ສະ​ໂຮງ​ທີ່​ເມືອງ​ປາ​ເຊ ​ແຂວງ​ຈຳປາ​ສັກ ​ໂດຍ​ມີ
ຄະນະ​ທູດ​ຕາ​ນຸທູດ​ຕ່າງປະ​ເທດ​ຜູ້ຕາງໜ້າ​ຂອງ​ສະຫະພາບ​ຢູ​ໂຣບ ຜູ້​ແທນ​ອົງການ​ແມ່​
ນ້ຳຂອງ​ສາກົນ ອົງການ​ສາກົນ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ​ແລະ​ຜູ້ຕາງໜ້າ​ຂອງ​ສະຫະລັດ
​ອາ​ເມຣິກາ ​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ດ້ວຍ.

​ໂດຍ​ເນື້ອ​ໃນ​ສຳຄັນ​ທີ່​ຜູ້ຕາງໜ້າ​ຂອງ​ລັດຖະບານ​ລາວ ​ແລະ​ກຸ່ມ​ລົງທຶນ​ໃນ​ໂຄງການ ​ໄດ້​
ນຳ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ ກໍ​ຄືການ​ຢືນ​ຢັນ​ເຖິງ​ມາດຕະຖານ​ສາກົນ​ຂອງ​ການ​ສຶກສາ ຢ່າງ​
ລະ​ອຽດທີ່​ກ່ຽວ​ກັບ​ວິສະວະກຳ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ
​ທຳ​ມະ​ຊາດ ​ແລະ​ສັງຄົມ​ຜົນ​ກະທົບ​ສະ​ສົມ ​ແລະ​ການ​ອອກ​ແບບ​ກໍ່ສ້າງ​ເພື່ອ​ປ້ອງ​ກັນ​ຜົນ​
ກະທົບ​ເຫຼົ່ານັ້ນ ​ໂດຍ​ມີ​ທ່ານ ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍວ່າການ​ກະ​ຊວງ​ພະລັງ
ງານ ​ແລະ​ບໍ່​ແຮ່ ​ເປັນ​ຜູ້​ທີ່​ນຳ​ສະ​ເໜີ​ຂໍ້​ມູນ ​ແລະ​ຕອບ​ຂໍ້​ສົງ​ໄສ​ຕ່າງໆ ​ໃນ​ກອງ​ປະຊຸມ ອັນ​ຖື
​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ການ​ປຶກສາ​ຫາລືຮ່ວມ​ກັບ ຄະນະ​ຜູ້ຕາງໜ້າ​ຈາກ​ໄທ ກຳປູ​ເຈຍ
​ແລະ​ຫວຽດນາມ ຊຶ່ງ​ເປັນ​ປະ​ເທດ​ສະມາ​ຊິກ​ຂອງ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ (MRC)
ຮ່ວມ​ກັບ ສປປ ລາວ​ນັ້ນ​ເອງ.

XS
SM
MD
LG