ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອົງການນິລະໂທດກຳສາກົນ ກ່າວວ່າ ພົບຂຸມຝັງສົບ ຂະໜາດໃຫຍ່ ໃນບູຣຸນດີ


ແວບໄຊຕ໌ ອົງການນິລະໂທດກຳສາກົນ ສະແດງໃຫ້ເຫັນສະຖານ ທີ່ ຢູ່ນອກເມຶອງ Bujumbura ບ່ອນທີ່ພົບເຫັນຂຸມຝັງສົບໃຫຍ່.
ແວບໄຊຕ໌ ອົງການນິລະໂທດກຳສາກົນ ສະແດງໃຫ້ເຫັນສະຖານ ທີ່ ຢູ່ນອກເມຶອງ Bujumbura ບ່ອນທີ່ພົບເຫັນຂຸມຝັງສົບໃຫຍ່.

ອົງການນິລະໂທດກຳສາກົນ ຊຶ່ງ​ເປັນກຸ່ມ​ປົກ​ປ້ອງ​ສິດທິ​ມະ​ນຸດ
ກຸ່ມ​ນຶ່ງ ກ່າວ​ວ່າ ຮູບ​ພາບ​ຈາກ​ດາວ​ທຽມ ​ແລະ​ ບັນ​ດາ​ຜູ້ເຫັນ​
ເຫດການ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ ຂອງຂຸມ​ຝັງ​ສົບ
ຂະໜາດ​ໃຫຍ່ ​ໃນບູຣຸນດີ ທີ່ໄດ້​ປາກົດໃຫ້​ເຫັນ ຫຼັງ​ຈາກກຳລັງ
​ຮັກສາ​ຄວາມ​ປອດ​ໄພ ຕອບ​ໂຕ້​ ຕໍ່ພວກມື​ປືນ​ຂອງ​ກຸ່ມ​ກະບົດ​
​ໃນນະຄອນ Bujumbura.

ຜູ້ອຳນວຍການ ຂອງ​ອົງການ​ນິລະ​ໂທດກຳ​ສາກົນ ຮັບຜິດຊອບ
​ເຂດອາ​ຟຣິກາ​ຕາ​ເວັນ​ອອກ ທ່ານ Muthoni Wangyeki ກ່າວ​
ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ບັນດາ​ຮູ​ບພາບ​ເຫລົ່າ​ນີ້ ​ແນະ​ໃຫ້​ເຫັນ
ເຖິງ​ຄວາມພະຍ​າຍາມ ແບບຕັ້ງ​ໃຈ ​ຂອງ​ເຈົ້າ​ໜ້າ​ທີ່ ​ເພື່ອ​ປົກ​ປິດ
ຂອບ​ເຂດ​ໃນການ​ສັງຫານໂດຍ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ປ້ອງ​ກັນ​ບໍ່​ຢາກ​ໃຫ້​
ຄວາ​ມຈິງ​ທັງ​ໝົດ​ອອກ​ມາ.”

ອົງການນິລະ​ໂທ​ດກຳສາກົນກ່າວ​ວ່າ ຕຳຫຼວດແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້ສັງ
ຫານ​ຫລາຍ​ສິບ​ຄົນ ​ໃນ​ວັນທີ 11 ​ເດືອນ​ທັນວາ ຫລັງ​ຈາກ​ພວກ​ກະບົດ​ໂຈມ​ຕີ ຄ້າຍ​ທະ
ຫານ​ສາມ​ແຫ່ງ​ ຢູ່ໃນ​ນະຄອນຫລວງ.

ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ຕຳຫລວດ​ໄດ້​ບຸກເຂົ້າໄປ​ໃນບ້ານ​ເຮືອນ ​ແລະແກ່​ດຶງ​ເອົາ​ພວກ​ຜູ້ຊາຍ​
ອອກ​ມາ ສັງຫານ​ຈຳນວນ​ໜຶ່ງ​ຢູ່​ຄາ​ທີ່ ​ແລະ​ ກ່າວ ຕື່ມ​ວ່າ ​ໃນ​ຂະນະ​ທີ່​ພວກ​ທີ່​ຖືກ​ສັງຫານ
ຈຳນວນ​ໜຶ່ງ ອາດ​ເຂົ້າຮ່ວມ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ ​ແຕ່​ຫລາຍໆຄົນ​ບໍ່​ແມ່ນ.

ຢ່າງໜ້ອຍ 87 ຄົນ​ໄດ້​ຖືກ​ສັງຫານ ຊຶ່ງ​ແຫ​ລ່ງຂ່າວ​ບາງ​ກະ​ແສໄດ້​ກ່າວ​ວ່າ ມີຈຳນວນ​ຜູ້​ເສຍ
​ຊີວິດ​ຫລາຍ​ກວ່າ​ນັ້ນ.

ອົງການນິລະ​ໂທ​ດກຳສາກົນກ່າວ​ວ່າ ​ໃນ​ຂະນະ​ທີ່​ຊາກ​ສົບ​ໄດ້​ຢັ່ງຢາຍຢູ່​ທຸກໆ​ບ່ອນ ເກືອບ
​ທັງ​ໝົດ ​ບໍ່​ໄ​ດ້ຖືກ​ນໍາໄປ​ໄວ້​ບ່ອນ​ເກັບ​ສົບ ບັນດາ​ຜູ້​ເຫັນ​ເຫດການ ​ກ່າວ​ວ່າ ຫລາຍໆສົບ​ໄດ້ ຖືກ​ນຳໄປ​ຖີ້ມ​ລົງ​ຂຸມ​ຝັງ​ສົບ​ຂະໜາດໃຫຍ່ ຢ່າງ​ໜ້ອຍຫ້າ​ບ່ອນ.

ສະຫະ​ປະຊາ​ຊາດ ກໍໄດ້​ສືບ​ສ​ວນ​ເຊັ່ນ​ກັນ. ບໍ່​ມີ​ຖະ​ແຫຼງການ​ໃດໆ​ຈາກລັດຖະບານບູຣຸນດີ
​ເທື່ອ.

Burundi Mass Grave
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG