ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

208 ຄົນ ເສຍ​ຊີ​ວິດ ໃນ​ການ​ປະ​ທ້ວງ ທີ່ຮຸ​ນ​ແຮງສຸດ ​ຢູ່ອີ​ຣ່ານ ນັບ​ແຕ່ 1988 ເປັນ​ຕົ້ນມາ


ທະ​ຫານ​ອີ​ຣ່ານຍາມ​​ຄົນ​ນຶ່ງ ​ຫລຽວ​ລົງ​ໄປ​ເບິ່ງການ​ໂຮມ​ຊຸມ​ນຸມ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ທີ່​ຈັດ​ຕັ້ງ​ໂດຍ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນ​ຫລວງເຕ​ຫະ​ຣ່ານຂອງ​ອີ​ຣ່ານ ທີ່ປະ​ນາມການ​ປະ​ທ້ວງ​ຕໍ່​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນຂອງ​ລັດ​ຖະ​ບານ (ພາບ​ຖ່າຍ​ໃນ​ວັນ​ທີ 25 ພະ​ຈິກ, 2019)
ທະ​ຫານ​ອີ​ຣ່ານຍາມ​​ຄົນ​ນຶ່ງ ​ຫລຽວ​ລົງ​ໄປ​ເບິ່ງການ​ໂຮມ​ຊຸມ​ນຸມ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ທີ່​ຈັດ​ຕັ້ງ​ໂດຍ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນ​ຫລວງເຕ​ຫະ​ຣ່ານຂອງ​ອີ​ຣ່ານ ທີ່ປະ​ນາມການ​ປະ​ທ້ວງ​ຕໍ່​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນຂອງ​ລັດ​ຖະ​ບານ (ພາບ​ຖ່າຍ​ໃນ​ວັນ​ທີ 25 ພະ​ຈິກ, 2019)

ອົງ​ການ​ນີ​ລະ​ໂທດ​ກຳ​ສາ​ກົນໄດ້​ເປີດ​ເຜີຍ​ໃຫ້​ຮູ້​ລາຍ​ລະ​ອຽດ​ອັນ​ໃໝ່ ກ່ຽວ​ກັບວິ​ທີ​ທີ່​ຕົນໄດ້​ສ້າງ​ລະ​ບົບນັບຈຳ​ນວນ​ຄົນ​ເສຍ​ຊີ​ວິດ ທີ່​ມີ​ຫລັກ​ຖານ​ໜ້າ​ເຊື່ອ​ຖື​ໄດ້​ ສຳ​ລັບ​ຊາວ​ອີ​ຣ່ານ ທີ່​ຖືກ​ສັງ​ຫານ​ໂດຍກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ເຂົາ​ເຈົ້າ ຢູ່​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດ​ຖະ​ບານ​ໃນ​ເດືອນ​ແລ້ວນີ້.

ຢູ່​ໃນ​ຖະ​ແຫລງ​ການ​ທີ່ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ຈັນ​ຜ່ານ​ມານີ້ ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດທີ່​ຕັ້ງ​ຢູ່​ໃນ​ລອນດອນເວົ້າ​ວ່າ ເຂົາ​ເຈົ້າໄດ້​ຮັບລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້ ທີ່​ເວົ້າ​ວ່າ ຢ່າງ​ໜ້ອຍ​ມີ​ພວກ​ປະ​ທ້ວງ 208 ຄົນ​ ເສຍ​ຊີ​ວິດຢູ່​ໃນ​ເຫດ​ການ​ໂກ​ລະ​ຫົນ​ວຸ້ນ​ວາຍ ທີ່​ແກ່​ຍາວ​ໄປ​ເປັນ​ເວ​ລາ​ເກືອບ​ນຶ່ງ​ອາ​ທິດ ທີ່​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ວັນ​ທີ 15 ພະ​ຈິກຜ່ານ​ມານັ້ນ. ຈຳ​ນວນ​ທີ່​ວ່ານີ້​ໄດ້​ເພີ້ມ​ຂຶ້ນ 57 ຄົນ ຈາກ​ຈໍ​າ​ນວນ​ຄົນ​ເສຍ​ຊີ​ວິດ​ທີ່​ກຸ່ມ​ດັ່ງ​ກ່າວ​ໄດ້​ລາຍ​ງານ​ໃນ​ເມື່ອ​ກ່ອນໃນ​ວັນ​ສຸກ​ຜ່ານ​ມາ.

"ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ທີ່​ໜ້າ​ເປັນ​ຫ່ວງນີ້ ເປັນ​ສິ່ງ​ທີ່​ພິ​ສູດ​ໃຫ້​ເຫັນ​ເພີ້ມ​ອີກວ່າ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບໄດ້​ທຳ​ການ​ສັງ​ຫານ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ແບບໜ້າຢ້ານກົວຫລາຍ," ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານຟີ​ລິບ ລູ​ເຕີ (Philip Luther), ຫົວ​ໜ້າ​ຝ່າຍ​ຄົ້ນ​ຄວ້າ​ປະ​ຈຳ​ຂົງ​ເຂດ​ຂອງ​ອົງ​ການ​ນີ​ລະ​ໂທດ​ກຳທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການສະ​ບັບນັ້ນ. ທ່ານ​ເວົ້າ​ອີກວ່າ "ສຳ​ລັບ​ພວກ​ທີ່ຮັບ​ຜິດ​ຊອບ​ຕໍ່​ການກຳ​ຈັດ​ ການ​ເດີນ​ຂະ​ບວນ​ທີ່ນອງ​ເລືອດນີ້ ຈະ​ຕ້ອງ​ໄດ້​ຖືກ​ນຳ​ມາ​ຮັບ​ໂທດຕໍ່​ການ​ກະ​ທຳ​ຂອ​ງ​ພວກ​ເຂົາ.”

ໃນ​ຂະ​ນະ​ທີ່​ກ່າວ​ຕໍ່​ວີ​ໂອ​ເອພະ​ແນກ​ພາ​ສາ​ເປີ​ເຊຍໃນ​ວັນ​ຈັນ​ຜ່ານ​ມານັ້ນ, ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ອີ​ຣ່ານຂອງ​ອົງ​ການ​ນີ​ລະ​ໂທດກຳ, ທ່ານ ຣາ​ຮາ ບາ​ໄຣ​ນີ (Raha Bahreini) ເວົ້າ​ວ່າ ການ​ສັງ​ຫານ​ຄົນ​ເຫລົ່າ​ນີ້​ເປັນ​ການ​ສັງ​ຫານ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ໃນ​ອີ​ຣ່ານ ນັບ​ຕັ້ງ​ແຕ່​ປີ 1988 ເປັນ​ຕົ້ນ​ມາ. ບັນ​ດາກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ເວົ້າ​ວ່າ ຜູ້​ປົກ​ຄອງອີ​ຣ່ານທີ່​ຖື​ສາ​ສະ​ໜາ​ອິ​ສ​ລາມ ໄດ້​ປະ​ຫານ​ຊີ​ວິດ​ຂອງ​ພວກຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ເປັນນັກ​ໂທດ​ທາງ​ການ​ເມືອງຫລາຍ​ພັນ​ຄົນຢ່າງ​ລັບໆ ​ໃນ​ປີນັ້ນ ແລະ​ໄດ້ຝັງພວກ​ເຂົາ​ເຈົ້າ​ຢູ່​ຂຸມ​ຝັງ​ສົບ​ລວມ​ໝູ່ ທີ່ບໍ່ມີ​ຮ່ອງ​ຮອຍ​ໃຫ້​ຄົນ​ຮູ້. ບັນ​ດາ​ຜູ້​ນຳ​ຂອງ​ອີ​ຣ່ານໄດ້​ປະ​ຕິ​ເສດບໍ່​ຮັບ​ຮູ້​ວ່າ ​ເຄີຍ​ມີການ​ເຂັ່ນ​ຂ້າເຊັ່ນ​ນັ້ນ​ເກີດ​ຂຶ້ນເລີຍ.

ລັດ​ຖະ​ບານ​ອີ​ຣ່ານ ໄດ້​ເຮັດ​ໃຫ້​ເກີດ​ມີການ​ປະ​ທ້ວງຄັ້ງຫລ້າ​ສຸດ ຢູ່​ໃນ​ສິບກວ່າ ຕົວ​ເມືອງໂດຍ​ການ​ສັ່ງ​ໃຫ້​ຂຶ້ນ​ລາ​ຄານ້ຳ​ມັນ​ ທີ່​ໄດ້​ຮັບ​ການ​ເກື້ອ​ກຸນ​ຈາກ​ລັດ​ຖະ​ບານນັ້ນ 50 ເປີ​ເຊັນ, ຊຶ່ງ​ເຮັດ​ໃຫ້​ສະ​ພາບ​ການ​ເງິນ​ຂອງ​ຊາວ​ອີ​ຣ່ານ ​ທີ່​ພົບ​ຄວາມ​ລຳ​ບາກ ຍ້ອນ​ອັດ​ຕາ​ຫວ່າງ​ງານ ແລະ​ໄພ​ເງິນ​ເຟີ້​ສູງ​ຢູ່​ແລ້ວ ຍິ່ງ​ຝືດ​ເຄືອງ​ຂຶ້ນ​ອີກ ຢູ່​ໃນ​ສະ​ພາບ​ເສດຖະ​ກິດ​ທີ່ຫົດ​ຕົວ​ເຂົ້າ​ນັ້ນ.

ລັດ​ຖະ​ບານ​ໄດ້​ລະ​ງັບການ​ປະ​ທ້ວງ​ໃນເວ​ລາບໍ່​ພໍເທົ່າ​ໃດ​ມື້ ໂດຍ​ຜ່ານການທັບ​ມ້າງ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ແລະ​ໂດຍ​ການ​ຕັດບໍ່​ໃຫ້​ຄົນ​ເຂົ້າເຖິງເຄືອ​ຂ່າຍອິນ​ເຕີ​ແນັດ​ໄດ້ ​ໃນ​ທົ່ວ​ປະ​ເທດ​ເປັນ​ເວ​ລາ 1 ອາ​ທິດ ເພື່ອ​ເຮັດ​ໃຫ້​ພວກ​ປະ​ທ້ວງ​ຍຸ​ຕິ​ການ​ເອົາ​ພາບ ແລະ​ຂໍ້​ມູນ​ສົ່ງ​ໃຫ້​ກັນ​ ແລະ​ໃຫ້ໂລກ​ພາຍນອກ​ຮູ້.

ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເຫດ​ການ​ວຸ້ນວາຍ​ຢູ່​ໃນ​ອີ​ຣ່ານ ທີ່​ລາຍ​ງານ​ໂດຍ​ອົງ​ການ​ນີ​ລະ​ໂທດ​ກຳໄດ້​ຖືກອ້າງ​ອີງ​ເຖິງຢ່າງກວ້າງ​ຂວາງ ໂດຍອົງ​ການ​ຂ່າວ​ຕາ​ເວັນ​ຕົກ ທີ່ບໍ່​ສາ​ມາດ​ພິ​ສູດ​ການ​ສັງ​ຫານ​ເຫລົ່າ​ນັ້ນ​ໄດ້ ​ຍ້ອນ​ການ​ຈຳ​ກັດ​ຂອງ​ອີ​ຣ່ານ ບໍ່​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ປະ​ເທດນັ້ນ​. ການ​ງົດ​ບໍ່​ໃຫ້​ໃຊ້​ອິນ​ເຕີ​ແນັດ​ເປັນ​ເວ​ລາ 1 ອາ​ທິດ​ຂອງ​ອີ​ຣ່ານເຮັດ​ໃຫ້​ການ​ປະ​ເມີນ​ການ​ເສຍ​ຊີ​ວິດ​ຂອງ​ຄົນ​ຍິ່ງຫຍຸ້ງ​ຍາກຂຶ້ນ​ໄປ​ອີກ.

ຢູ່ໃນ​ການ​ກ່າວ​ຄຳ​ປາ​ໄສ​ຜ່ານ​ໂທ​ລະ​ພາບລັດ​ຖະ​ບານ​ຂອງ​ອີ​ຣ່ານ ໃນ​ວັນ​ອັງ​ຄານ​ວານນີ້ນັ້ນ, ໂຄ​ສົກ​ດ້ານຕຸ​ລາ​ການ, ທ່ານ ໂກ​ແລມ​ໂຮ​ສ​ເຊນ ແອ​ສ​ມາຍ​ລີ (Gholamhossein Esmaili) ໄດ້​ປະ​ຕິ​ເສດ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດທີ່​ລາຍ​ງານ​ໂດຍ​ “ກຸ່ມທີ່ເປັນ​ປໍ​ລະ​ປັກ” ວ່າ ​ເປັນ “ຄຳ​ເວົ້າຂີ້​ຕົວະ” ໂດຍ​ທີ່ບໍ່​ໄດ້​ອະ​ທິ​ບາຍ ຫລື ​ໃຫ້​ຕົວ​ເລກ​ທີ່​ເປັນ​ທາງ​ການ​ສຳ​ລັບ​ພວກ​ປະ​ທ້ວງທີ່​ຖືກ​ຂ້າ​ຕາຍ ແລະໄດ້​ຮັບ​ບາດ​ເຈັບແຕ່​ຢ່າງ​ໃດ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG