ລາຍງານປະຈໍາປີຂອງອົງການນີລະໂທດກໍາສາກົນ ໄດ້ບັນທຶກການລະເມີດ
ສິດທິມະນຸດຢູ່ໃນປະເທດຕ່າງໆ ເກືອບຮອດ 160 ປະເທດ ແລະໄດ້ພົບວ່າ
ໃນປີ 2017 ຜ່ານມາ ຜູ້ນໍາປະເທດ ທີ່ມີອິດທິພົນສູງສຸດໃນໂລກໄດ້ເຮັດໃຫ້
ການເມືອງຂອງຄວາມກຽດຊັງແລະຄວາມຢ້ານກົວ ກາຍເປັນເລື່ອງທໍາມະດາ
ໄປ.
ໃນລາຍງານທີ່ຫາກໍ່ໄດ້ຖືກເຜີຍແຜ່ໃໝ່ໆນີ້ ອົງການນີລະໂທດກໍາສາກົນເວົ້າ
ວ່າ ການກະທໍາຂອງບັນດາຜູ້ນໍາໃນອີຈິບ, ຟີລິບປິນ, ເວເນຊູເອລາ, ຈີນ,
ຣັດເຊຍ ແລະສະຫະລັດ ໄດ້ຫລຸດການໃຫ້ຄວາມສໍາຄັນ ດ້ານສິດທິມະນຸດ
ຂອງຫລາຍໆ ລ້ານຄົນ.
ທ່ານນາງ ມາກາເຣດ ຫ້ວງ (Margaret Huang) ຫົວໜ້າບໍລິຫານຂອງອົງ
ການນີລະໂທດກໍາເວົ້າວ່າ "ພວກຜູ້ນໍາເຫຼົ່ານີ້ໄດ້ລະເມີດກົດໝາຍດ້ານສິດທິ
ມະນຸດ ຫລືບໍ່ກໍຮຽກຮ້ອງໃຫ້ຄົນອື່ນ ລະເມີດກົດໝາຍດ້ານສິດທິມະນຸດຢ່າງ
ເປີດແປນ. ໃນກໍລະນີຂອງປະທານາທິບໍດີ [ໂຣດຣິກໂກ] ດູເຕີເຕ ([Rodrigo]
Duterte) ຂອງຟີລິປິນ ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນອອກໄປຊອກຫາ
ແລະຂ້າຜູ້ໃດທີ່ພວກເຂົາສົງໄສວ່າ ເປັນພວກຄ້າຢາເສບຕິດ."
ລາຍງານດັ່ງກ່າວໄດ້ຕໍາໜິປະທານາທິບໍດີ ດໍໂນລ ທຣໍາ ຂອງສະຫະລັດຕໍ່ນະ
ໂຍບາຍດ້ານຄົນເຂົ້າເມືອງຂອງທ່ານ, ຕໍ່ການທີ່ທ່ານບໍ່ໃຫ້ຄວາມສໍາຄັນແກ່
ສິດເສລີພາບໃນການປາກເວົ້າ ແລະຕໍ່ປະຫວັດຂອງທ່ານໃນດ້ານສິດທິ
ຂອງຜູ້ຍິງ. ວິທະຍຸວີໂອເອ ໄດ້ຕິດຕໍ່ໄປຫາທໍານຽບຂາວ ແລະກະຊວງການ
ຕ່າງປະເທດສະຫະລັດ ເພື່ອຂໍຄໍາເຫັນກ່ຽວກັບລາຍງານດັ່ງກ່າວ ແຕ່ບໍ່ມີ
ໃຜໃຫ້ຄໍາຕອບເລີຍ.
ທ່ານນາງຫ້ວງ ກ່າວເພີ້ມອີກວ່າ "ຕົວຢ່າງທີ່ເຮັ່ງຮ້າຍທີ່ສຸດອັນນຶ່ງ ກໍຄືການຮັບ
ຮອງເອົາກົດ ໃນການປິດບໍ່ໃຫ້ມີປາກມີສຽງໃນລະດັບໂລກ… ສະນັ້ນ ອົງ
ການຕ່າງໆ ທີ່ເຄຍໄດ້ໃຫ້ຄໍາປຶກສາ, ຄໍາແນະນໍາ ແລະໃຫ້ຂໍ້ມູນກ່ຽວກັບ
ການເຮັດແທ້ງເອົາລູກອອກ ແລະການບໍລິການດ້ານການແພດໃນການສືບ
ພັນອື່ນໆ ມາເປັນເວລາດົນນານຕ້ອງໄດ້ທໍາການເລືອກເອົາວ່າ [ຈະໃຫ້ຄໍາ
ແນະນໍາໃນການເຮັດແທ້ງເອົາລູກອອກ] ແກ່ລູກຄ້າຂອງຕົນບໍ່ ຫລືວ່າ ຢາກ
ໄດ້ຮັບເງິນຊ່ວຍເຫລືອຈາກລັດຖະບານ."
ເປັນທີ່ຮູ້ກັນຢ່າງເປັນທາງການວ່າ ນະໂຍບາຍຂອງເມືອງເມັກຊິໂກຊີ້ຕີ້
(Mexico City) ຊຶ່ງເປັນການຫ້າມກະຊວງການຕ່າງປະເທດສະຫະລັດ
ແລະອົງການຢູເສດ (USAID) ໃຫ້ທຶນແກ່ອົງການສາກົນທີ່ໃຫ້ການປຶກ
ສາດ້ານການເຮັດແທ້ງເອົາລູກອອກໄດ້ບາງຄັ້ງກໍໄດ້ຖືກລົບລ້າງ ບາງຄັ້ງ
ກໍໄດ້ຮັບອະນຸຍາດ ນັບແຕ່ປີ 1984 ເປັນຕົ້ນມາ ຂຶ້ນກັບວ່າພັກການເມືອງ
ໃດຂຶ້ນກໍາຕໍາແໜ່ງໃນທໍານຽບຂາວ. ພາຍໃຕ້ການປົກຄອງຂອງປະທານາ
ທິບໍດີທຣໍາ ນະໂຍບາຍຫ້າມໃຫ້ທຶນດັ່ງກ່າວ ໄດ້ຂະຫຍາຍກວ້າງອອກໄປ
ກວມເອົາທຸກການໃຫ້ທຶນແກ່ສາກົນດ້ານສາທາລະນະສຸກ ໂດຍອີງຕາມຂໍ້
ກ່າວອ້າງທີ່ວ່າ ມັນມີຈຸດປະສົງໃຫ້ການປົກປ້ອງແກ່ເດັກທາຣົກທີ່ບໍ່ທັນເກີດ
ມາເບິ່ງໂລກເທື່ອ.
ກຸ່ມສະໜັບສະໜຸນສິດຂອງພວກຜູ້ຍິງເວົ້າວ່າ ກົດໃນການປິດບໍ່ໃຫ້ມີປາກມີ
ສຽງໃນລະດັບໂລກ ໄດ້ເຮັດໃຫ້ອົງການຕ່າງໆ ໄດ້ຮັບຄວາມເສຍຫາຍ ເຊັ່ນ
ໄດ້ເຮັດໃຫ້ພວກເຂົາເຈົ້າບໍ່ໄດ້ຮັບທຶນຊ່ວຍເຫລືອເປັນຫລາຍລ້ານໂດລາ.