ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ຈັບກຸມ ປະທານ ອົງການນິລະໂທດກຳ ສາກົນ ໃນທ້ອງຖິ່ນ


ຜູ້ສອນສາສະໜາ ເທີກີ ທີ່ອາໄສຢູ່ໃນ ສະຫະລັດ ທ່ານ Fethullah Gulen ຢູ່ບ້ານຂອງເພິ່ນໃນເມືອງ ເຊເລີສເບີກ, ລັດ ເພັນຊິລເວເນຍ. 29 ກໍລະກົດ, 2016.
ຜູ້ສອນສາສະໜາ ເທີກີ ທີ່ອາໄສຢູ່ໃນ ສະຫະລັດ ທ່ານ Fethullah Gulen ຢູ່ບ້ານຂອງເພິ່ນໃນເມືອງ ເຊເລີສເບີກ, ລັດ ເພັນຊິລເວເນຍ. 29 ກໍລະກົດ, 2016.

ປະເທດ ເທີກີ ໄດ້ຈັບກຸມປະທານອົງການນິລະໂທດກຳສາກົນ ຂອງ ປະເທດຢ່າງເປັນ
ທາງການ ໃນຂະນະທີ່ລາວ ກຳລັງລໍຖ້າການພິຈາ ລະນາຄະດີ ໃນຂໍ້ກ່າວຫາ ກ່ຽວກັບ ການເປັນສະມາຊິກຂອງອົງ ການກໍ່ການຮ້າຍ, ອີງຕາມການລາຍງານຂອງອົງການຂ່າວ
AP, ເຊິ່ງໄດ້ອ້າງອີງ ເຖິງອົງການຂ່າວທາງການ Anadolu ຂອງ ເທີກີ.

ອົງການຂ່າວ ເທີກີ ບໍ່ໄດ້ຕອບການຮ້ອງຂໍ ຈາກ ວີໂອເອ ເພື່ອຢືນ ຢັນການຈັບກຸມທ່ານ
Taner Kilic ຢ່າງເປັນທາງການໃນທັນທີ ທັນໃດ, ເຊິ່ງລາວໄດ້ຖືກຄວບຄຸມຕົວໄວ້ໃນ
ວັນອັງຄານ ແລະ ຖືກຈັບ ກຸມໃນແລງວັນສຸກອາທິດແລ້ວນີ້.

ອົງການນິລະໂທດກຳສາກົນ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງ ໃນ ວັນສຸກທີ່ຜ່ານມາ
ວ່າ ການກັກຂັງທ່ານ Kilic ແມ່ນການ “ດູໝິ່ນ ກົດໝາຍ” ແລະ ໄດ້ຮຽກຮ້ອງໃຫ້ປ່ອຍ
ຕົວລາວ.

ທ່ານ Kilic ແລະ ໄອຍະການຄົນອື່ນໆໄດ້ຖືກຈັບກຸມໃນແຂວງ Izmir ທີ່ຕັ້ງຢູ່ພາກຕາ
ເວັນຕົກຂອງປະເທດ ຫຼັງຈາກໄດ້ຖືກກ່າວຫາ ກ່ຽວກັບ ການໃຊ້ແອັບພລີເຄຊັນ
ByLock, ເຊິ່ງເປັນແອັບພລີເຄຊັນສົ່ງຂໍ້ຄວາມ ທີ່ໃຊ້ລະຫັດລັບໃນໂທລະສັບມືຖື.

ແອັບພລີເຄຊັນ ທີ່ວ່ານັ້ນ ໄດ້ຖືກກ່າວຫາວ່າ ໃຊ້ໂດຍພັກພວກຜູ້ສອນ ສາສະໜາ ທ່ານ Fethullah Gulen ທີ່ອາໄສຢູ່ໃນ ສະຫະລັດ, ຜູ້ ທີ່ລັດຖະບານ ເທີກີ ໄດ້ກ່າວຫາວ່າ ວາງແຜນກໍ່ລັດຖະປະຫານທີ່ໄດ້ ຮັບຄວາມລົ້ມແຫຼວໃນລະດູຮ້ອນປີກາຍນີ້ ແລະ ເປັນ
ຜູ້ນຳຂອງກຸ່ມກໍ່ ການຮ້າຍກຸ່ມໜຶ່ງ. ທ່ານ Gulen ໄດ້ປະຕິເສດການກ່າວຫາວ່ານັ້ນ.

ອົງການນິລະໂທດກຳສາກົນກ່າວວ່າ ທ່ານ Kilic ໄດ້ປະຕິເສດວ່າ ໄດ້ໃຊ້ ແອັບພລີເຄ
ຊັນ ທີ່ວ່ານັ້ນ ໃນການໃຫ້ປາກຄຳ ແລະ ຜູ້ນຳຂອງ ພວກເຂົາເຈົ້າ, ເລຂາທິການໃຫຍ່
ທ່ານ Silil Shetty ກໍໄດ້ກ່າວວ່າ ການຈັບກຸມທ່ານ Kilic ເປັນ “ການບໍ່ໃຫ້ຄວາມ
ເຄົາລົບຕໍ່ສິດທິມະນຸດ ແລະ ເປັນຄວາມພະຍາຍາມທີ່ຈະປິດປາກທຸກຄົນຜູ້ທີ່ປົກ
ປ້ອງລາວ.”

ນັບຕັ້ງແຕ່ການພະຍາຍາມກໍ່ລັດຖະປະຫານໃນເດືອນກໍລະກົດປີກາຍນີ້ເປັນຕົ້ນມາ, ບັນດາເຈົ້າໜ້າທີ່ ເທີກີ ໄດ້ຈັບກຸມປະຊາຊົນປະມານ 50,000 ຄົນ ແລະ ໄດ້ລົບລ້າງ ຫຼື ຍົກເລີກວຽກງານຂອງຂ້າລັດຖະການ 150,000 ຄົນໄວ້ຊົ່ວຄາວ ກ່ຽວກັບ ການກ່າວ
ຫາທີ່ເຊື່ອມໂຍງກັບກຸ່ມກໍ່ການຮ້າຍ, ລວມທັງເຄືອຂ່າຍຂອງທ່ານ Gulen, ເຊິ່ງ ເທີກີ
ຖືວ່າ ເປັນ ອົງການກໍ່ການຮ້າຍ.

Turkey has formally arrested the country's chairman of Amnesty International's as he awaits trial on charges of being a member of a terrorist organization, according to The Associated Press, which cited Turkey's official Anadolu news agency.

The Turkish news agency did not immediately respond to a request from VOA to confirm the formal arrest of Taner Kilic, who was detained on Tuesday and arrested late Friday.

Amnesty International said in a statement Friday that Kilic's detention was a "mockery of justice" and called for his release.

Kilic and other attorneys were apprehended in the western province of Izmir after being accused of using ByLock, an encrypted mobile messaging application.

The application allegedly is used by followers of U.S.-based cleric Fethullah Gulen, who the Turkish government has accused of masterminding last summer's failed coup and of leading a terror group. Gulen has denied the allegations.

Amnesty International said Kilic denied using the application in his testimony and it's leader, Secretary General Silil Shetty, said Kilic's arrest is "a disregard of human rights and an attempt to silence all those who defend him."

Since the coup attempt in July, Turkish authorities have arrested about 50,000 people and terminated or suspended some 150,000 public servants over alleged links with terrorist groups, including Gulen's network, which Turkey considers a terrorist organization.

XS
SM
MD
LG