ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການນິ​ລະ​ໂທດ​ກຳສາ​ກົນ ກ່າວ​ຫາ ລັດ​ຖະ​ບານ ມາ​ດູ​ໂຣ ສັງ​ຫານປະ​ຊາ​ຊົນ ຫຼາຍ​ພັນ​ຄົນ


ຮູບ​ກາງ​ເຂນ ພ້ອມ​ດ້ວ​ຍ​ຊື່ ພວກ​ສະ​ໜັບ​ສະ​ໜຸນ​ຝ່າຍ​ຄ້ານ ທີ່​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ ປະ​ທາ​ນາ​ທິບໍ​ດີ ນິ​ໂກ​ລາ​ສ ມາ​ດູ​ໂຣ ທີ່ນະ​ຄ​ອນ​ຫຼວງ​ກາ​ຣາ​ກາ​ສ ປັກ​ຢູ່​ຕາມ​ຮົ້ວ. (ວັນ​ທີ 20 ກໍ​ລະ​ກົດ 2017)
ຮູບ​ກາງ​ເຂນ ພ້ອມ​ດ້ວ​ຍ​ຊື່ ພວກ​ສະ​ໜັບ​ສະ​ໜຸນ​ຝ່າຍ​ຄ້ານ ທີ່​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ ປະ​ທາ​ນາ​ທິບໍ​ດີ ນິ​ໂກ​ລາ​ສ ມາ​ດູ​ໂຣ ທີ່ນະ​ຄ​ອນ​ຫຼວງ​ກາ​ຣາ​ກາ​ສ ປັກ​ຢູ່​ຕາມ​ຮົ້ວ. (ວັນ​ທີ 20 ກໍ​ລະ​ກົດ 2017)

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ສາ​ກົນ​ກຸ່ມ​ນຶ່ງ ໄດ້​ກ່າວ​ຫາ​ ລັດ​ຖະ​ບານ​ຂອງ​ທ່ານ​ນິ​ໂກ​ລາ​ສ
ມາ​ດູ​ໂຣ ວ່າ ລະ​ເມີດ​ສິດ​ທິ​ມະ​ນຸດຮ້າຍ​ແຮງ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ ຂອງປະ​ເທດ​ເວ
​ເນ​ຊູ​ເອ​ລາ.

ຢູ່​ໃນ​ລາຍ​ງານ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານນີ້ ອົງ​ການ​ນິ​ລະ​ໂທດ​ກຳສ​າ​ກົນ
​ກ່າວ​ວ່າ ຈຳ​ນວນ​ຜູ້​ຄົນ ​ທີ່​ຖືກ​ຂ້າ​ຕາຍ ຢູ່​ໃນ​ເວ​ເນ​ຊູ​ເອ​ລາ ຊຶ່ງ​ຕັ້ງ​ຢູ່​ໃນ ອາ​ເມ​ຣິ​ກາ​ໃຕ້
“ແມ່ນ​ຫຼາຍກວ່າຢູ່​ໃນ​ຫຼາຍໆ​ປະ​ເທດ ໃນ​ຍາມ​ທີ່​ເກີດ​ສົງ​ຄາມ.”

ລາຍ​ງານ​ສະ​ບັບ​ນີ້ິ້ ໄດ້ກ່າວ​ຢ້ຳ ​ເຖິງ​ການ​ກໍ່​ຄວ​າມ​ຮຸນ​ແຮງ ​ໂດຍ​ກຳ​ລັງ​ຮັກ​ສາ​ຄວາມ
​ສະ​ຫງົບ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ ຢູ່​ໃນ​ຄຸ້ມພວກ​ຄົນ​ທຸກ.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ກ່າວ​ຢູ່​ໃນ​ລາຍ​ງານ​ຂອງ​ຕົນ​ວ່​າ “ເຈົ້າ​ໜ້າ​ທີ່​ລັດ​ຖະບານ
ໂດຍ​ນຳ​ໃຊ້​ວິ​ທີ​ການ​ຂອງ​ພວກ​ທະ​ຫານ ໄດ້​ພາ​ກັນ​ໃຊ້​ກຳ​ລັງໃນ​ທາງ​ທີ່​ຜິດ ແລະ​ເກີນ
​ຂອບ​ເຂດ ຊຶ່ງ​ໃນ​ບາງ​ກໍ​ລະ​ນີນັ້ນ ແມ່ນ​ດ້ວຍ​ຄວາມ​ຕັ້ງ​ໃຈ ເພື່ອ​ສັງ​ຫານຜູ້​ຄົນ ໃນ​ລະ
​ຫວ່າງ​ການ​ປະ​ຕິ​ບັດ​ງານ.”

ລາຍ​ງານ​ເວົ້າ​ວ່າ ມີ 8,292 ຄົນ ໄດ້​ຖືກ​ສັງ​ຫານ​ແບບ​ຮວບ​ຮັດ​ຕັດ​ຕອນ ໃນ​ລະຫວ່າງ
​ປີ 2015 ຫາ 2017.

ທ່ານ​ເອ​ສ​ຕາ​ບານ ແບ​ລ​ທ​ຣານ ຜູ້​ອຳ​ນວຍ​ການ ​ຂອງ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ປະ​
ຈຳ​ປະ​ເທດ​ສ​ເປນ ກ່າວ​ວ່າ “ໃນ​ຫຼາຍໆ​ກໍ​ລະ​ນີ ທີ່​ຈົດ​ບັນ​ທຶກ​ ໂດຍ​ອົງ​ການ ນິ​ລະ​ໂທດ
​ກຳ​ສາ​ກົນ ພວກ​ເຄາະ​ຮ້າຍ ​ແມ່ນ​ບໍ່​ມີ​ອາ​ວຸດ. ການ​ສັນ​ນະ​ສູດ​ພິກ​ສົບ​ໄດ້​ພິ​ສູດ​ໃຫ້​ເຫັນ
ຜູ້​ເຄາະ​ຮ້າຍ​ຖືກ​ລູກ​ປືນ​ທີ່​ຄໍ ​ຄໍຫອຍແລະ​ຫົວ. ພວກ​ເຂົາ​ເຈົ້າໄດ້ຖືກ​ຂ້າ ຂະ​ນະ​ທີ່​ພວມ​
ຄູ້​ເຂົ່າ​ລົງ ຫຼື​ນອນ​ຢູ່.”

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ ພົບ​ວ່າ 22 ເປີ​ເຊັນ ​ຂອງ​ຄະ​ດີ​ຂ້າ​ກັນ​ຕາຍ​ທັງ​ໝົດ​ໃນ​ປີ
2016 ຫຼື​ຈຳ​ນວນ 4,667 ຄົນ ແມ່ນ​ໂດຍ​ນ້ຳ​ມື​ຂອງ​ກຳ​ລັງ​ຮັກ​ສາ​ຄວາມສະ​ຫງົບ.

ໃນ​ປີ​ກາຍນີ້ ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ພົບ​ວ່າ 95 ເປີ​ເຊັນ​ຂອງ​ພວກ​ເຄາະ​ຮ້າຍ​ທີ່
​ຖືກ​ຂ້າ​ຕາຍ​ຢູ່​ໃນ​ທົ່ວ​ປະ​ເທດ​ແມ່ນ​ພວກ​ຜູ້​ຊາຍ ແລະ 60 ເປີ​ເຊັນ​ຂອງພວກ​ເຂົາ​ເຈົ້າ
ແມ່ນ​ມີ​ອາ​ຍຸ​ລະ​ຫວ່າງ 12 ຫາ 29 ປີ.

ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ປະ​ຈຳ​ທະ​ວີບ​ອາ​ເມຣິກາທ່ານນາງ​
ເອ​ຣິ​ກາ ກູ​ວາ​ຣາ ໂຣ​ຊາ ​ກ່າວວ່າ “ມັນ​ເປັນ​ເລື້ອງ​ທີ່​ໜ້າ​ຕົກ​ໃຈ​ທີ່​ວ່າ ແທນທີ່​ຈະ​ນຳ​ໃຊ້​
ນະ​ໂຍ​ບາຍ​ຕໍ່​ມະ​ຫາ​ຊົນ​ແບບ​ມີ​ປະ​ສິດ​ທິ​ຜົນ ແລະ​ຫຼຸດ​ຜ່ອນ​ລະ​ດັບຂອງ​ຄວາມ​ບໍ່​ປອດ
​ໄພ​ລົງ​ນັ້ນ ເຈົ້າ​ໜ້າ​ທີ່​ເວ​ເນ​ຊູ​ເອ​ລາ​ໄດ້​ໃຊ້​ພາ​ສາ​ສົງ​ຄາມ ​ເພື່ອພະ​ຍາ​ຍາມ ​ຈະ​ເຮັດ​ໃຫ້
​ການ​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດ ເປັນ​ສິ່ງ​ທີ່​ຖືກ​ຕ້ອງ ​ຕາມ​ກົດໝາຍ ໂດຍ​ພວກ​ຕຳ​ຫຼວດ
ແລະ​ທະ​ຫານ.”

“ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມາ​ດູ​ໂຣ ຄວນ​ຈະ​ຄ້ຳ​ປະ​ກັນ ​ສິດ​ທິ​ໃນ​ການ​ມີ​ຊີວິດ
​ຂອງ​ປະ​ຊາ​ຊົນ ແຕ່​ກັບ​ເອົາ​ຊີ​ວິດ​ຂອງ​ພວກ​ໜຸ່ມ​ນ້ອຍ​ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວແທນ​.”

ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ລາຍ​ງານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG