ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງໂຣກລະບາດ ຊາວກະສິກອນ ສະຫະລັດ ຍັງຕ້ອງໄດ້ອົນທົນໄປອີກປີນຶ່ງ ກັບຄວາມບໍ່ແນ່ນອນ


ຊົມວີດີໂອ ພາກພາສາອັງກິດລາຍງານທ້າຍປີ ຊາວກະສະກອນສະຫະລັດ ຍັງຄົງອົດທົນໄປອີກປີນຶ່ງ ກັບຄວາມບໍ່ແນ່ນອນ

ບັນດາຊາວກະສິກອນສະຫະລັດ ພາກັນກ້າວເຂົ້າສູ່ປີ 2020 ດ້ວຍສຽງຮ້ອງເຊຍດີອົກດີໃຈ ເພາະວ່າສົງຄາມການຄ້າກັບຈີນຂອງອາເມຣິກາ ກຳ ລັງຈະຜ່ອນຄາຍລົງ ຫຼັງຈາກທີ່ການສົ່ງອອກສິນຄ້າກະສິກຳທີ່ມີກຳໄລງາມນັ້ນ ໄດ້ຖືກລົບກວນ. ນັກຂ່າວວີໂອເອ ເຄນ ຟາຣາບໍ ລາຍງານວ່າ ຄວາມຫວັງໃນແງ່ດີໃດໆນັ້ນແມ່ນມີອາຍຸພຽງໄລຍະສັ້ນໆ ໃນຂະນະທີ່ພວກຊາວກະສິກອນທົນ ທຸກຮັບເອົາຜົນກະທົບຂອງຕະຫຼາດສິນຄ້າກະສິກຳທີ່ຂຶ້ນລົງຢ່າງໜັກ ມາໄດ້ປີນຶ່ງອັນເປັນບັນຫາ ທີ່ເກີດມາຈາກໂຣກລະບາດໄວຣັສໂຄໂຣນາ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫຼັງຈາກທີ່ໄດ້ລົງນາມໃນຂໍ້ຕົກລົງ “ໄລຍະທີນຶ່ງ” ກັບຈີນ ໃນເດືອນມັງກອນ ຊຶ່ງໄດ້ຜ່ອນຄາຍຂໍ້ຂັດແຍ້ງດ້ານການຄ້າທີ່ກຳລັງຮ້ອນແຮງຢູ່ນັ້ນ ລະຫວ່າງ ສະຫະ ລັດ ແລະຄູ່ການຄ້ານຶ່ງ ຂອງຕະຫຼາດນຳເຂົ້າທີ່ໃຫຍ່ທີ່ສຸດສຳລັບສິນຄ້າກະສິກຳແລະພວກຊາວກະສິກອນຂອງຕົນ ເຢັນລົງເປັນການຊົ່ວຄາວ ເຊັ່ນວ່າ ທ່ານບຣາຍແອນ ດັງແກນ ທີ່ໄດ້ມີຄວາມຫວັງໃນແງ່ດີ.

ທ່ານບຣາຍແອນ ດັງແກນ ເປັນຊາວກະສິກອນໃນລັດອີລລີນອຍແລະເປັນຮອງ ປະທານ ສະຫະພັນຟາມຂອງລັດອີລລີນອຍ ກ່າວວ່າ “ບໍ່ວ່າພວກເຈົ້າມັກຫຼືບໍ່ ພວກເຮົາມາເຖິງຈຸດນີ້ໄດ້ແນວໃດ ຫຼື ບໍ່ສູ້ສຶກຄືກັບວ່າ ພວກເຮົາແມ່ນພ້ອມແລ້ວທີ່ຈະກ້າວໄປໜ້າກັບການຄ້າບາງຢ່າງ. ຕໍ່ຈາກນັ້ນມາ ເປັນທີ່ຊັດເຈນ ພະຍາດໂຄວິດ ໄດ້ກະທົບໃນເດືອນມີນາ.”

ແຕ່ແມ່ນກະທັງທີ່ເສດຖະກິດສະຫະລັດ ກໍໄດ້ປິດລົງໃນຫຼາຍໆພາກສ່ວນຂອງປະເທດ ເພື່ອປ້ອງກັນບໍ່ໃຫ້ໄວຣັສແຜ່ລະບາດ ຄວາມຕື່ນຕົກໃຈ ໃນເບື້ອງຕົ້ນແມ່ນຍາກທີ່ຈະພົບເຫັນໄດ້ ຢູ່ທີ່ຟາມຂອງທ່ານສກັອດ ຮາລປິນ.

ທ່ານສກັອດ ຮາລປິນ ຊາວກະສິກອນ ໃນລັດອີລລີນອຍ ກ່າວວ່າ “ໜ້າເສຍດາຍ ພວກເຮົາເປັນພຽງຟາມແບບຄອບຄົວເທົ່ານັ້ນ ແລະມັນມີຟາມຄືກັນກັບພວກເຮົາພຽງໜ້ອຍດຽວ ສະນັ້ນພວກເຮົາບໍ່ໄດ້ຖືກເປີດເຜີຍ ຫຼາຍພໍປານໃດ. ພວກເຮົາຍັງຕ້ອງໄດ້ຕື່ນຂຶ້ນມາ ແລະເກືອພວກສັນລ້ຽງເຫຼັ່ານີ ແລະພວກມັນກໍບໍ່ຄ່ອຍສົນໃຈເລີຍວ່າ ຖ້າພວກເຮົາມີເຊື້ອໄວຣັສ ໂຄວິດ-19 ຫຼືບໍ່.”

ແຕ່ໄວຣັສດັ່ງກ່າວ ໄດ້ໄປເຖິງພວກຄົນງານຢູ່ໂຮງງານປຸງແຕ່ງຊີ້ນຈຳນວນນຶ່ງ ເຮັດໃຫ້ການຜະລິດຫລຸດລົງ ສົ່ງຜົນກະທົບເປັນຄື້ນຟອງຂະຫຍາຍອອກໄປທົ່ວຕ່ອງໂສ້ອາຫານການກິນຂອງສະຫະລັດ ຊຶ່ງນຳໄປສູ່ການລົ້ນຕະຫຼາດຂອງສັດ ລ້ຽງ ແລະການຂາດຕະຫຼາດຂອງຊີ້ນຢູ່ຮ້ານຄ້າທັງຫຼາຍ.

ທ່ານດັງແກນ ກ່າວໃນການໃຫ້ສຳພາດໃນເດືອນເມສາ ວ່າ “ຕະຫຼາດໄດ້ຕົກເຫວໄປແລ້ວເມື່ອສອງອາທິດຜ່ານມາ. ພວກໝູຢູ່ຟາມຂອງພວກເຮົາ ລາຄາຂອງມັນກໍໄດ້ຕົກລົງເຄິ່ງເປີເຊັນ.”

ສ່ວນຕະຫຼາດສຳລັບໝາກຖົ່ວເຫຼືອງ ຊຶ່ງເປັນແຫລ່ງອາຫານສຳຄັນໃຊ້ເກືອສັດ ລ້ຽງ ຍັງໄດ້ຕົກລາຄາໄປຕາມໆກັນກັບໝາກສາລີ ຊຶ່ງໃນເວລາຖືກຫັນປ່ຽນໄປເປັນສານເອັດຕານອລ ນຳໃຊ້ເຂົ້າໃນນ້ຳມັນເຊື້ອໄຟ. ຄວາມຮຽກຮ້ອງສຳລັບນ້ຳມັນກໍຕົກຕ່ຳລົງ ເມື່ອພວກຄົນຂັບລົດທັງຫຼາຍພາກັນຢູ່ບ້ານ ເພື່ອຫລີກເວັ້ນໄວຣັສ.

ໝາກສາລີ ເປັນແຫລ່ງລາຍໄດ້ທີ່ສຳຄັນ ຂອງທ່ານແຟຣດ ກຣີດເດີ.

ທ່ານແຟຣດ ກຣີດເດີ ເປັນຊາວກະສິກອນໃນລັດອີລລີໂນຍ ກ່າວວ່າ “ຜົນຜະ ລິດຂອງໝາກສາລີທຸກອັນ ທີ່ຟາມຫຼາຍເອເກີ້ນີ້ ສາມາດຜະລິດນ້ຳມັນພຽງພໍສຳ ລັບລົດປະມານ 80 ຄັນເພື່ອແລ່ນໄດ້ຕະຫຼອດໄລຍະນຶ່ງປີ. ສຳລັບລົດແຕ່ລະຄັນທີ່ຈອດປະໄວ້ນັ້ນ ຫຼືໄລຍະມາຍທີ່ໄດ້ຫລຸດລົງ ມັນສົ່ງຜົນກະທົບໂດຍກົງຕໍ່ຄວາມຕ້ອງການສຳລັບສານເອັດຕານອລ ຊຶ່ງເປັນສານທີ່ນຳໃຊ້ໝາກສາລີຂອງພວກເຮົາເປັນຫລັກ.”

ເງິນຊ່ອຍເຫຼືອຈາກລັດຖະບານຫຼາຍຕື້ໂດລາ ໄດ້ລັ່ງໄຫລໄປຫາພວກຊາວກະສິ ກອນ ເພື່ອຊ່ອຍບັນເທົາການລົບກວນຂອງຕະຫຼາດທີ່ເກີດຂຶ້ນຍ້ອນ ເສດຖະກິດທີ່ໄດ້ຖືກປິດລົງ.

ດຽວນີ້ ເຖິງແມ່ນວ່າ ສະຫະລັດ ກຳລັງຮັບມືກັບໄລຍະຂອງໂຣລະບາດທີ່ຮ້າຍແຮງທີ່ສຸດມາເຖິງປັດຈຸບັນນີ້ ຕ່ອງໂສ້ການສະໜອງອາຫານການກິນແມ່ນຢູ່ໃນສະພາບທີ່ຖຸ່ນທ່ຽງ. ຈີນແມ່ນຍັງຊື້ພືດຜົນຂອງສະຫະລັດຫຼາຍຂຶ້ນ ສົ່ງຜົນໃຫ້ເກີດຄວາມຫວັງໃນແງ່ດີ ແລະລາຄາກໍເພີ້ມຂຶ້ນສຳລັບຜະລິດຕະພັນກະສິກຳຕ່າງໆ.

ທ່ານແຟຣດ ກຣີເດີ ກ່າວວ່າ “ພວກເຂົາເຈົ້າມີຄວາມຕ້ອງການຫຼາຍ ແລະພວກເຂົາ ໄດ້ນຳໃຊ້ແຫລ່ງສະໜອງໃນບຣາຊີລໝົດແລ້ວ ແທ້ຈິງແລ້ວ ບຣາຊີລ ຊື້ເມັດພືດບາງສ່ວນຈາກພວກເຮົາດຽວນີ້ ເພື່ອປະຄັບປະຄອງພວກເຂົາເຈົ້າໄປຈົນຮອດການເກັບກ່ຽວຂອງພວກເຂົາ.”

ໂດຍການເກັບກ່ຽວຂອງປີນີ້ ໄດ້ສຳເລັດເສັດສິ້ນໄປແລ້ວ ພວກຊາວກະສິກອນ ແມ່ນກຳລັງເບິ່ງໄປໃນປີ 2021 ທີ່ບໍ່ແນ່ນອນໃໝ່ ໃນຂະນະທີ່ລັດຖະບານທ່ານໄບເດັນ ປະທານາທິບໍດີ ທີ່ໄດ້ຖືກເລືອກໃໝ່ ກຳລັງຈະເຂົ້າມາແກ້ໄຂ ໂຣກລະ ບາດ ຮັບຕໍ່ສົງຄາມການຄ້າດັ່ງກ່າວ ແລະແຕ່ງຕັ້ງບັນດາຫົວໜ້າອົງການຄົນໃໝ່ ທີ່ສຳຄັນຕໍ່ນະໂຍບາຍດ້ານກະສິກຳ ເຊັ່ນວ່າ ກະຊວງກະສິກຳຂອງສະຫະລັດ ຫຼື USDA.

ອະດີດຜູ້ປົກຄອງລັດໄອໂອວາ ທ່ານທອມ ວີລແຊກ ຜູ້ທີ່ເຄີຍໄດ້ດຳລົງຕຳແໜ່ງພາຍໃຕ້ລັດຖະບານທ່ານໂອບາມາ ແມ່ນເປັນຜູ້ທີ່ທ່ານໄບເດັນ ເລືອກເອົາເຊັ່ນກັນ.

ທ່ານທິມໂມຕີ ເຮໂກລ ອາຈານສອນລັດຖະສາດ ທີ່ມະຫາວິທະຍາໄລ ລັດໄອໂອວາ ກ່າວວ່າ “ໃນລະດັບໃດນຶ່ງ ມັນກໍຈະເປັນທ່ານໄບເດັນ ທີ່ຢາກຈະກັບຄືນໄປຫາສິ່ງທີ່ທ່ານເຊື່ອວ່າ ຈະເປັນນະໂຍບາຍທີ່ປະສົບຜົນສຳເລັດທັງຫຼາຍຂອງລັດຖະບານທ່ານໂອບາມາ.”

ທ່ານເຮໂກລ ກ່າວຕື່ມວ່າ ມັນຈະບໍ່ເປັນເລື້ອງງ່າຍ ຫຼື ເໝາະສົມ ສຳລັບລັດຖະບານທ່ານໄບເດັນ ທີ່ຈະຍົກເລີກນະໂຍບາຍບາງຢ່າງ ທີ່ໄດ້ຖືກອະນຸມັດພາຍໃຕ້ປະທານາທິບໍດີ ດໍໂນລ ທຣຳ.

ທ່ານເຮໂກລ ເວົ້າວ່າ “ພວກເຂົາເຈົ້າຕ້ອງປະສົມປະສານອັນເກົ່າກັບອັນໃໝ່ ແລະຂໍ້ຕົກລົງກັບຄວາມເປັນຈິງໃນມື້ນີ້.”

ຄວາມເປັນຈິງ ທີ່ຊາວກະສິກອນຫຼາຍຄົນຜູ້ທີ່ອາດບໍ່ໄດ້ປ່ອນບັດໃຫ້ແກ່ທ່ານໄບເດັນນັ້ນ ແມ່ນຍອມຮັບກັບສິ່ງທີ່ໄດ້ເກີດຂຶ້ນ.

ທ່ານດັງແກນ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ລັດຖະບານຊຸດນີ້ ຄືກັບລັດຖະ ບານຊຸດອື່ນໃດ ຄວນເບິ່ງແຍງຊາວອາເມຣິກັນຢູ່ເຂດຊົນນະບົດ ຄວນເບິ່ງຂໍ້ຕົກລົງດ້ານການຄ້າຫຼາຍຂຶ້ນ. ສິ່ງທັງຫຼາຍເຫຼົ່ານີ້ ຂ້າພະເຈົ້າຫວັງວ່າ ພວກເຮົາຈະໄດ້ມາ ມັນພຽງໄວເກີນໄປທີ່ຈະຮູ້ໄດ້ ແຕ່ຂ້າພະເຈົ້າ ກໍຈະຫວັງສຳລັບສິ່ງທີ່ ດີສຸດ.”

U.S. farmers entered 2020 cheered by an easing of America’s trade war with China that had disrupted lucrative agricultural exports. VOA’s Kane Farabaugh reports, any optimism was short-lived as farmers weathered a year of upheaval thanks to whipsaw market fluctuations brought on by the coronavirus pandemic.

After securing a “Phase One” agreement with China in January, temporarily cooling a heated trade dispute between the United States and one of the largest markets for its crops, farmers like Brian Duncan were optimistic.

(Brian Duncan, Illinois Farmer and Vice President, Illinois Farm Bureau)
“No matter if you liked how we got there or not we felt like we were ready to move forward with some trade. Then obviously COVID hit in March.”

But even as the U.S. economy shut down in many parts of the country to prevent the spread of the virus, panic was initially hard to find on Scott Halpin’s farm.

(Scott Halpin, Illinois Farmer)
“Fortunately, we’re just a family farm, and it’s just a few of us so we don’t have a great deal of exposure. We still have to get up and feed these animals, and they really don’t care if we’ve got COVID-19 or not.”

But the virus reached workers at several meat processing plants, curbing production that created a ripple effect through the U.S. food chain, leading to an oversupply of livestock, and an undersupply of meat on store shelves.

(Brian Duncan, Vice President, Illinois Farm Bureau)
“The market has fallen off the cliff over the last two weeks. Hogs on our farm, the price has dropped fifty percent.”

The market for soybeans — a key source of feed for livestock — also tanked along with prices for corn, which when converted to ethanol, is used in gasoline. Demand for fuel plummeted when motorists stayed home to avoid the virus.

Corn is Fred Greider’s key source of income.

(Fred Greider, Illinois Farmer)
“Every one of my corn acres produces enough fuel for about 80 cars to run on through the year. For each car parked, or miles reduced, it directly affects the demand for ethanol, which is the primary use of our corn.”

Billions in government aid flowed to farmers to help soften the blow of market disruptions caused by a shuttered economy.

Now, although the U.S. is grappling with the deadliest phase of the pandemic to date, the food supply chain is stable. China is also buying more U.S. crops, fueling optimism — and price increases for agricultural products.

(Fred Greider, Illinois Farmer)
“They’ve got huge needs, and they’ve exhausted supply in Brazil, Brazil is actually buying some grain from us now to carry them through to their harvest.”

With this year’s harvest complete, farmers are looking at new uncertainty in 2021 as the incoming administration of President-elect Joe Biden tackles the pandemic, inherits a trade war, and installs new agency heads key to farm policy, such as the U.S. Department of Agriculture, or USDA.

Former Iowa Governor Tom Vilsack, who held the post under President Barack Obama, is Biden’s choice as well.

(Timothy Hagle, Political Science Professor, University of Iowa)
“To some extent it’s going to be Biden wanting to go back to what he believes would be the successful policies of the Obama administration.”

University of Iowa political science professor Tim Hagle says it won’t be easy, or practical, for the incoming Biden administration to undo some of the policies enacted under President Donald Trump.

(Timothy Hagle, Political Science Professor, University of Iowa)
“They have to combine the old with the new and deal with today’s reality.”

A reality that many farmers who might not have voted for Biden are coming to terms with.

(Brian Duncan, Illinois Farmer)
“I hope this administration like any administration would look out for rural America, would look for more trade deals. All those things I’m hopeful we’ll get, it’s just too soon to know but I’m gonna hope for the best.”

XS
SM
MD
LG