ປະຊາຊົນ ອາເມຣິກັນ ໃນວັນພຸດມື້ນີ້ ຈະລະນຶກເຖິງວັນຄົບຮອບ 18 ປີຂອງການໂຈມ
ຕີກໍ່ການຮ້າຍ 11 ກັນຍາ 2001 ທີ່ໄດ້ສັງຫານເກືອບ 3,000 ຄົນໃນນະຄອນ ນິວຢອກ,
ລັດເວີຈິເນຍ ແລະ ລັດເພັນຊິລເວເນຍ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າຮ່ວມໃນພິທີຂອງວັນດັ່ງກ່າວດ້ວຍການຢືນໄວ້ອາ
ໄລ ໃນຕອນເຊົ້າຢູ່ທຳນຽບຂາວ ກ່ອນເຂົ້າຮ່ວມພິທີຢູ່ທຳນຽບຫ້າແຈ ສຳລັບຄອບຄົວ
ຂອງຜູ້ທີ່ໄດ້ເສຍຊີວິດໃນເວລາທີ່ພວກກໍ່ການຮ້າຍ ອາລ-ໄກດາ ໄດ້ຂັບເຮືອບິນທີ່ຖືກຈີ້
ຕຳເຂົ້າໃສ່ຕຶກນັ້ນ.
ໃນນະຄອນ ນິວຢອກ, ຜູ້ລອດຊີວິດຫຼາຍຮ້ອຍຄົນ ແລະ ສະມາຊິກຄອບຄົວຂອງຜູ້ທີ່
ເສຍຊີວິດນັ້ນໄດ້ເຕົ້າໂຮມກັນຢູ່ຈຸດ Ground Zero, ເປັນບ່ອນທີ່ຕຶກແຝດຂອງສູນກາງ
ການຄ້າໂລກໄດ້ຕັ້ງຢູ່ ກ່ອນທີ່ເຮືອບິນໂດຍສານ ທີ່ຖືກພວກ ອາລ-ໄກດາ ຈີ້ໄດ້ເຮັດໃຫ້
ມັນພັງລົງ.
ຮອງປະທານາທິບໍດີ ທ່ານ ໄມຄ໌ ເພັນສ໌ ມີກຳນົດທີ່ຈະເຂົ້າຮ່ວມພິທີຕ່າງໆໃນເມືອງ
ແຊັ້ງສ໌ວິລ (Shanksville), ລັດ ເພັນຊິລເວເນຍ, ໃກ້ກັບບ່ອນທີ່ຖ້ຽວບິນ 93 ຂອງສາຍ
ການບິນ United Airlines ໄດ້ຕົກຫຼັງຈາກຜູ້ໂດຍສານໄດ້ເຂົ້າຄວບຄຸມຈາກພວກກໍ່
ການຮ້າຍ ຜູ້ທີ່ໄດ້ຈີ້ເຮືອບິນລຳດັ່ງກ່າວ.
ຜູ້ຊາຍ 19 ຄົນທີ່ພົວພັນກັບພວກ ອາລ-ໄກດາ ໄດ້ພາກັນຈີ້ເຮືອບິນສີ່ລຳ.
ເປັນການໂຈມຕີທີ່ຮ້າຍແຮງທີ່ສຸດໃນແຜ່ນດິນຂອງ ອາເມຣິກາ ນັບຕັ້ງແຕ່ການໂຈມຕີ ທີ່
ອ່າວເພີລ ຮາເບີ (Pearl Harbor) ໃນປີ 1941, ເຫດການຂອງວັນທີ 11 ກັນຍາ ໄດ້
ປ່ຽນວິໄສທັດດ້ານຄວາມປອດໄພຂອງ ອາເມຣິກາ ຢ່າງຖາວອນ ແລະ ໄດ້ພາໃຫ້ອະດີດ
ປະທານາທິບໍດີ ຈອຣຈ໌ ດັບເບິນ ຢູ ບຸຊ ປະກາດສົງຄາມຕໍ່ລັດທິກໍ່ການຮ້າຍ ແລະ ໄດ້
ບຸກເຂົ້າໄປໃນ ອັຟການິສຖານ.
ກອງກຳລັງພັນທະມິດທີ່ນຳໜ້າໂດຍ ສະຫະລັດ ໄດ້ໂຄ່ນລົ້ມກຸ່ມ ຕາລີບານ ອອກຈາກ
ອຳນາດໃນ ອັຟການິສຖານ, ແຕ່ຄວາມຂັດແຍ້ງແມ່ນຍັງດຳເນີນຕໍ່ໄປຢູ່, ເຮັດໃຫ້ມັນ
ເປັນສົງຄາມທີ່ດົນທີ່ສຸດຂອງ ສະຫະລັດ. ບັນດາທູດພິເສດ ສະຫະລັດ ແລະ ກຸ່ມຕາລີ
ບານ ໄດ້ຈັດການເຈລະຈາສັນຕິພາບ ເມື່ອບໍ່ດົນມານີ້, ແຕ່ເມື່ອຂໍ້ມູນ ກ່ຽວກັບ ຂໍ້ຕົກລົງ
ທີ່ອາດເປັນໄປໄດ້ ຖືກປະກາດຕໍ່ສາທາລະນະບໍ່ດົນພໍເທົ່າໃດນັ້ນ, ປະທານາທິບໍດີ ດໍ
ໂນລ ທຣຳ ກໍໄດ້ຍົກເລີກການປະຊຸມ ກັບກຸ່ມຕາລີບານ ແລະ ບັນດາເຈົ້າໜ້າທີ່ ອັຟກາ
ນິສຖານ ທີ່ວາງແຜນໄວ້ ຍ້ອນການໂຈມຕີຢ່າງຕໍ່ເນື່ອງຂອງກຸ່ມຕາລີບານໃນນະຄອນ
ຫຼວງ ກາບູລ.
ສະຫະລັດ ໄດ້ຊອກຫາຫົວໜ້າກຸ່ມຕາລີບານ ທ້າວ ໂອຊາມະ ບິນລາເດັນ ເປັນເວລາ
ຫຼາຍປີ ຫຼັງຈາກການໂຈມຕີດັ່ງກ່າວ, ແລະ ໃນເດືອນພຶດສະພາປີ 2011 ກຸ່ມຂອງສະ
ມາຊິກໜ່ວຍກ້າຕາຍ Navy Seal ຂອງ ສະຫະລັດ ໄດ້ບຸກເຂົ້າໄປໃນສະຖານທີ່ແຫ່ງ
ນຶ່ງໃນເມືອງ ແອັບບັອດຕາບັອດ, ປະເທດ ປາກິສຖານ ບ່ອນທີ່ເຂົາເຈົ້າໄດ້ຍິງລາວ
ຕາຍ.
ອະນຸສອນສະຖານສຳລັບຜູ້ທີ່ໄດ້ເສຍຊີວິດໃນການໂຈມຕີນັ້ນ ຕອນນີ້ໄດ້ຕັ້ງຢູ່ສະຖານ
ທີ່ເກີດເຫດທັງໝົດສາມແຫ່ງໃນນະຄອນ ນິວຢອກ, ລັດເວີຈິເນຍ ແລະ ລັດ ເພັນຊິລເວ
ເນຍ. ສະຖານທີ່ໆຖືກເຮືອບິນຕຳຢູ່ທຳນຽບຫ້າແຈ ໄດ້ຖືກສ້າງຄືນໃໝ່ຢ່າງວ່ອງໄວ ຫຼັງ
ຈາກການໂຈມຕີ. ຕຶກຊີ້ຟ້າຫລັງໃໝ່ຢູ່ສູນກາງການຄ້າໂລກ ໄດ້ໃຊ້ເວລາກໍ່ສ້າງດົນກວ່າ
ໝູ່, ແຕ່ຕອນນີ້ໄດ້ຢືນຢູ່ເໜືອທ້ອງຟ້າຂອງເກາະ ແມນແຮັດຕັນ ເປັນຕຶກທີ່ສູງທີ່ສຸດໃນ
ສະຫະລັດ.