ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບຂອງອະດີດປະທານາທິບໍດີ ສຫລ ທ່ານ George H.W. Bush ຖືກດອຍໄວ້ ຢູ່ໃນຕຶກລັດຖະສະພາ ສຫລ


ໂລງສົບທີ່ຫໍ່ຫຸ້ມດ້ວຍທຸງຊາດ ຂອງ ອະດີດປະທານາທິບໍດີ ສຫລ ທ່ານ George H.W. Bush ຖືກດອຍໄວ້ ຢູ່ທາງ
ໃນຫ້ອງໂຖງ ໂຣທັນດາ ຂອງຕຶກລັດຖະສະພາ ໃນວໍຊິງຕັນ
ທີ 3 ທັນວາ 2018.
ໂລງສົບທີ່ຫໍ່ຫຸ້ມດ້ວຍທຸງຊາດ ຂອງ ອະດີດປະທານາທິບໍດີ ສຫລ ທ່ານ George H.W. Bush ຖືກດອຍໄວ້ ຢູ່ທາງ ໃນຫ້ອງໂຖງ ໂຣທັນດາ ຂອງຕຶກລັດຖະສະພາ ໃນວໍຊິງຕັນ ທີ 3 ທັນວາ 2018.

ອະດີດປະທານາທິບໍດີ ສະຫະລັດ ທ່ານ George Herbert Walker Bush ໄດ້ເຖິງແກ່ອະສັນຍະກຳທີ່ບ້ານເຮືອນຂອງທ່ານໃນນະຄອນ Houston ລັດTexas. ເພິ່ນມີອາຍຸຄົບ 94 ປີ. ປະທານາທິບໍດີ ຜູ້ທີ 41 ຂອງ ສະຫະລັດ ເປັນສະມາຊິກພັກ ຣິພັບບລິກັນ ຜູ້ທີ່ໄດ້ຮັບໃຊ້ມານຶ່ງສະໄໝ ຕັ້ງແຕ່ປີ 1989 ຫາ ປີ 1993 ໄດ້ຮັບຄວາມ
ຍ້ອງຍໍຊົມເຊີຍ ຍ້ອນໄດ້ຂັບໄລ່ກອງທະຫານທີ່ຮຸກຮານຂອງອີຣັກອອກໄປຈາກ ຄູ
ເຫວດ ແລະຄວາມພະຍາຍາມທີ່ນຳໄປສູ່ຂໍ້ຕົກລົງສັນຕິພາບໃນພາກຕາເວັນອອກ
ກາງ. Zlatica Hoke ທີລາຍງານເລື້ອງນີ້ ດັ່ງ ສາລີ ຈະນຳລາຍລະອຽດມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ເວລາກອງທັບອີຣັກເຂົ້າໄປຍຶດເອົາ ຄູເຫວດ ໃນເດືອນສິງຫາ ປີ 1990 ທ່ານ Bush ໄດ້ປະກອບກຳລັງປະສົມນາໆຊາດທາງອາກາດແລະພາກພື້ນດິນຂຶ້ນມາເພື່ອປົດ
ປ່ອຍປະເທດ ທີ່ອຸດົມຮັ່ງມີ ໄປດ້ວຍນໍ້າມັນ ທັງໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ບັນດາ
ພັນທະມິດທັງຫຼາຍໃນຂົງເຂດອ່າວເປີເຊຍ. ແລ້ວພາລະກິດປົດປ່ອຍຄູເຫວດກໍໄດ້
ເລີ້ມຂຶ້ນໃນເດືອນມັງກອນຕໍ່ມາ.

ປະທານາທິບໍດີ George H.W. Bush ເວົ້າວ່າ “ເມື່ອຫ້າເດືອນກ່ອນ ປະທານາທິ
ບໍດີ ອີຣັກ ສັດດຳ ຮູເຊນ ໄດ້ລົງມືເຮັດສົງຄາມໂຫດຮ້າຍນີ້ ກັບຄູເຫວດ. ມື້ຄືນນີ້
ການສູ້ລົບດັ່ງກ່າວ ໄດ້ມີການຮ່ວມມືກັນ.”

ສົງຄາມຖະຫຼົ່ມທະເລຊາຍ ຫຼື Desert Storm ໄດ້ຊຸກຍູ້ ກຳລັງຂອງອີຣັກອອກໄປພາຍໃນຫົກອາທິດ ແລ້ວທ່ານ Bush ກໍໄດ້ຕັດສີນໃຈ ຢຸດເຊົາການບຸກໂຈມຕີດັ່ງກ່າວ. ຫຼາຍຄົນໄດ້ຕ້ອງຕິ ການຕັດສີນໃຈທີ່ວ່ານັ້ນ ວ່າໄວ
ເກີນໄປ ແຕ່ກຽດສັກສີຂອງທ່ານ Bush ຢູ່ບ້ານເມືອງແລະຕ່າງປະເທດ ແມ່ນໄດ້
ຖີບໂຕຂຶ້ນຢ່າງໃຫຍ່. ເພິ່ນໄດ້ໃຊ້ມັນ ໃຫ້ເປັນການຮື້ຟື້ນຄືນ ການດຳເນີນງານເພື່ອ
ສັນຕິພາບ ລະຫວ່າງອິສຣາແອລ ກັບອາຣັບ ແລະຄວາມພະຍາຍາມດັ່ງກ່າວ ໄດ້ຍັງ
ຜົນໃຫ້ໄຂກອງປະຊຸມ ມາດຣິດຂຶ້ນ ໃນເວລາຕໍ່ມາ ໃນປີດຽວກັນນັ້ນ. ຄວາມພະຍາ
ຍາມຂອງເພິ່ນໃນການຮື້ຟື້ນຄືນໃໝ່ ຄວາມເປັນລະບຽບຮຽບຮ້ອຍໃນໂຊມາເລຍ ທີ່
ມີຄວາມຮຸນແຮງໃນເດືອນທັນວາປີ 1992 ຫຼາຍໆອາທິດສຸດທ້າຍ ຂອງສະໄໝປະ
ທານາທິບໍດີຂອງທ່ານ ແມ່ນໄດ້ຮັບຜົນສຳເລັດໜ້ອຍລົງແລະການສູ້ລົບກັນ ກໍໄດ້ມີ
ສືບຕໍ່ມາ ຈົນເຖິງວາລະການເປັນປະທານາທິບໍດີຂອງທ່ານ Clinton.

ທ່ານ Bush ໄດ້ສືບທອດຕໍາແໜ່ງ ຈາກ ປະທານາທິບໍດີ Ronald Reagan ໃນປີ
1989 ລຸນຫຼັງໄດ້ເປັນຮອງປະທານາທິບໍດີໃຫ້ເພິ່ນສອງສະໄໝ. ການເປັນປະທານາ
ທິບໍດີຂອງເພິ່ນເອງ ໄດ້ເຫັນວ່າ ໂລກມີການປ່ຽນແປງຢ່າງໃຫຍ່ຫຼວງຫຼາຍຢ່າງເລີ້ມ
ມາແຕ່ການພັງທະລາຍ ຂອງກຳແພງເບີລິນ ໃນປີທຳອິດຂອງການດຳລົງຕຳແໜ່ງ
ຂອງທ່ານ. ແລ້ວຕໍ່ມາ ກໍແມ່ນການແຕກສະຫຼາຍ ຂອງສະຫະພາບໂຊຫວຽດໃນປີ
1991 ແລະທ່ານ Bush ກັບປະທານາທິບໍດີຄົນສຸດທ້າຍ ຂອງສະຫະພາບໂຊຫວຽດ
Mikhail Gorbachev ກໍໄດ້ປະກາດການເປັນພາຄີ ດ້ານຍຸດທະສາດຮ່ວມກັນລະ
ຫວ່າງສະຫະລັດກັບຣັດເຊຍ ໃຫ້ສັນຍານວ່າ ເປັນການສິ້ນສຸດ ສົງຄາມເຢັນ.

ແຕ່ໃນດ້ານພາຍໃນແລ້ວ ແມ່ນວ່າ ທ່ານໄດ້ສ້າງຄວາມຜິດຫວັງບາງຢ່າງ ເຊັ່ນບໍ່ໄດ້
ປະຕິບັດຕາມຄຳສັນຍາ ທີ່ໄດ້ໃຫ້ໄວ້ ເວລາໂຄສະນາຫາສຽງເລືອກຕັ້ງ ວ່າຈະຕັດພາ
ສີລົງ ໂດຍກ່າວວ່າ​ “Read my lips. No new taxes.” ຈົ່ງເບິ່ງຮີມສົບຂ້າພະເຈົ້າ. ຈະບໍ່ມີການຂຶ້ນພາສີ.

ປະທານາທິບໍດີພັກຣິພັບບລິກັນ ໄດ້ຖືກບັງຄັບໂດຍພັກເດໂມກຣັດ ສຽງສ່ວນຫຼາຍໃນ
ສະພາ ໃຫ້ຂຶ້ນພາສີລາຍໄດ້ ເພື່ອລະງັບການຂາດດຸນງົບປະມານທີ່ເພິ້ມທະວີຂຶ້ນ
ເລື້ອຍໆ. ເສດຖະກິດຕົກຕໍ່າຖອຍຫຼັງ ແລະຄໍາຖາມທີ່ມີຂຶ້ນເລື້ອຍໆ ກ່ຽວກັບຜົນມ້ວນ
ທ້າຍ ຂອງສົງຄາມອ່າວເປີເຊຍ ວ່າມີສ່ວນພາໃຫ້ຄະແນນນິຍົມຂອງທ່ານຫຼຸດລົງ ແລ້ວທ່ານກໍໄດ້ສູນເສຍການເລືອກຕັ້ງຄືນໃໝ່ ໃນປີ 1992.

ລຸນຫຼັງການປາໄຊ ໃນການເລືອກຕັ້ງແລ້ວ ທ່ານ Bush ກໍໄດ້ລາອອກຈາກການເມືອງ ແລ້ວກໍໄປເລືອກເອົາລັດເທັກຊັສເປັນບ້ານເຮືອນຖາວອນຂອງທ່ານ ບ່ອນທີ່ທ່ານໄດ້
ໄປສ້າງຄວາມອຸດົມຮັ່ງມີກັບທຸລະກິດນໍ້າມັນ. ແຕ່ທ່ານກໍຈະຫຼີກໜີ ຈາກສາຍຕາຂອງ
ມະຫາຊົນໄປບໍ່ມົ້ມ. ໃນ 8 ປີຕໍ່ມາ ທ່ານກໍຍັງມີຄວາມເຂັ້ມແຂງຢູ່ ໃນການໂຄສະນາຫາ
ສຽງເປັນປະທານາທິບໍດີ ໃຫ້ລູກຊາຍຂອງເພິ່ນ.

ທ່ານ George H.W. Bush ເວົ້າວ່າ “ເດັກຊາຍຜູ້ນີ້ ລູກຊາຍຂອງເຮົາຜູ້ນີ້ ຈະບໍ່ສ້າງ
ຄວາມຜິດຫວັງໃຫ້ແກ່ພວກທ່ານ. ລາວຈະເດີນທາງໄປຈົນສຸດເສັ້ນ ແລະຈະຮັບໃຊ້
ໄປດ້ວຍກຽດແລະສັກສີອັນຍິ່ງໃຫຍ່ ໄປຈົນສຸດຫົນທາງ.

ໃນປີ 2005 ຕາມຄຳຮ້ອງຂໍ ຂອງລູກຊາຍຂອງເພິ່ນ ທ່ານ George Bush ຜູ້ທີ່ໄດ້
ກາຍມາເປັນປະທານາທິບໍດີຄົນທີ 44 ຂອງ ສະຫະລັດ ທ່ານ Bush senior ຈຶ່ງໄດ້
ຮ່ວມມືກັບທ່ານ Bill Clinton ອະດີດ ຄູ່ປໍລະປັກຂອງທ່ານ ເພື່ອຊ່ອຍໃນຄວາມພະ
ຍາຍາມກູ້ໄພຈາກລົມພາຍຸ ເຮີຣີເຄນ ກາຕຣີນາ.

ໃນບັນດາກຽດຕິຍົດຕ່າງໆທັງຫຼາຍ ທີ່ທ່ານໄດ້ຮັບ ຕັ້ງແຕ່ນັ້ນມາ ກໍແມ່ນ ມີຍົດ
Knighthood ຈາກພະລາຊີນີ ເອລີຊາເບັດ ແຫ່ງອັງກິດ ແລະຫຼຽນອິດສະລະພາບ
ຈາກປະທານາທິບໍດີ ບາຣັກ ໂອບາມາ. ອະດີດນັກບິນກອງທັບນາວີກະໂຍທິນສະ
ຫະລັດ ແລະນັກລົບເກົ່າ ຈາກສົງຄາມໂລກຄັ້ງທີສອງ ໄດ້ສະເຫຼີມສະຫຼອງວັນເກີດ
ຂອງເພິ່ນມາຫຼາຍຄັ້ງ ດ້ວຍເຫດການເຫາະເຫີນທາງອາກາດໃຫ້ປວງຊົນໄດ້ຊົມຊຶ່ງ
ອັນສຸດທ້າຍແມ່ນຕອນອາຍຸ 90 ປີ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ


[[Former U.S. President George Herbert Walker Bush died at his home in Houston, Texas. He was 94. The 41st U.S. president, a Republican who served one term from 1989 to 1993,was celebrated for expelling the invading Iraqi troops from Kuwait and for efforts toward a Middle East peace agreement. Zlatica Hoke has more.]]

When Iraqi Army annexed Kuwait in August of 1990, Bush formed an international coalition of air and land forces to liberate the oil-rich country and reassure allies in the Gulf region. The operation to free Kuwait was launched the following January.

"Five months ago, (Iraqi President) Saddam Hussein started this cruel war against Kuwait. Tonight, the battle has been joined."

The U.S.-led Operation Desert Storm pushed the Iraqi forces out within six weeks and Bush made the decision to stop the offensive. Many criticized that decision as premature, but Bush's prestige at home and abroad skyrocketed. He used it to revitalize the Arab-Israeli peace process, and this effort resulted in Madrid Conference later that same year. His attempt to restore order in violence-torn Somalia in December of 1992, the last weeks of his presidency, was less successful and the fighting continued into the Clinton presidency.

Bush succeeded President Ronald Reagan in 1989, after serving two terms as his vice-president. His own presidency saw major world changes, starting with the fall of the Berlin Wall during his first year in office. Then the Soviet Union collapsed in 1991 and Bush and the last Soviet President Mikhail Gorbachev announced a U.S.-Russian strategic partnership, signaling the end of the Cold War.

But on the domestic front, Bush disappointed by reneging on his campaign promise to cut taxes.

"Read my lips. No new taxes."

The Republican president was forced by the Democratic majority in Congress to raise tax revenues to curb the burgeoning budget deficit. The economic recession and persistent questions about the conclusion of the Gulf War contributed to his failing approval ratings and he lost the re-election bid in 1992.

Following the election defeat, Bush retired from politics and made his permanent home in Texas, where he had made his wealth in oil business. But he did not disappear from the public eye. He was active in his son's presidential campaign 8 years later.

"This boy, this son of ours is not going to let you down. He is going to go all the way and serve with great honor - all the way!"

In 2005, at the request of his son George, who became the 44th U.S. president, Bush senior joined with former rival Bill Clinton to assist in Hurricane Katrina relief efforts.

Among various honors, he received since then are the knighthood from Britain's Queen Elizabeth and Medal of Freedom from President Barack Obama.

The former U.S. Navy aviator and decorated World War Two veteran has celebrated several of his birthdays with much publicized skydiving events, the most recent one at the age of 90.
XS
SM
MD
LG