ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ພາກັນໄປປ່ອນບັດເລືອກຕັ້ງ ໃນວັນອັງຄານວານນີ້


Americans Go to the Polls
please wait

No media source currently available

0:00 0:03:09 0:00

ຊາວອາເມຣິກັນພາກັນໄປປ່ອນບັດເລືອກຕັ້ງ

ຊາວອາເມຣິກັນໄດ້ໄປປ່ອນບັດໃນວັນອັງຄານວານນີ້ ໃນການເລືອກຕັ້ງສະຫະລັດ ທີ່ມີການແຕກແຍກກັນຫລາຍທີ່ສຸດໃນຍຸກສະໄໝໃໝ່ນີ້. ນັກຂ່າວຂອງວີໂອເອ Mike O’Sullivan ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ອີກ 4 ປີຂອງທ່ານດໍໂນລ ທຣໍາບໍ? ຫຼືຈະເປັນການບໍລິຫານຂອງໂຈ ໄບເດັນ?

ມີຊາວອາເມຣິກກັນຫຼາຍກວ່າ 100 ລ້ານຄົນ ໄດ້ຕັດສິນໃຈກ່ອນຈະເຖິງວັນເລືອກຕັ້ງແລ້ວ, ຢູ່ໃນການລົງຄະແນນສຽງກ່ອນວັນເລືອກຕັ້ງ, ແລະການລົງຄະແນນສຽງທາງໄປສະນີ. ທ່າມກາງໂຣກລະບາດຢ່າງໜັກ, ແລະການກຽມ ພ້ອມສຳລັບການປະທ້ວງທີ່ອາດຈະເກີດຂຶ້ນ, ປະຊາຊົນຫຼາຍສິບລ້ານຄົນໄດ້ ໄປປ່ອນບັດໃນມື້ເລືອກຕັ້ງວານນີ້.

ທ່ານ ອາເທີ ໂຄເຮັນ (Arthur Cohen), ຜູ້ປ່ອນບັດເລືອກຕັ້ງໃນນະຄອນ ຫລວງວໍຊິງຕັນກ່າວວ່າ:
"ຂ້າພະເຈົ້າເຊື່ອໃນແງ່ດີວ່າສິ່ງຕ່າງໆຈະດຳເນີນໄປດ້ວຍດີເພາະວ່າພວກເຮົາມີສະຖາບັນປະຊາທິປະໄຕທີ່ເຂັ້ມແຂງ, ແໜ້ນແກ່ນແລະມີການຈັດຕັ້ງທີ່ດີຢູ່ໃນອາເມຣິກາ."

ຢູ່ຕາມສູນຊຸມຊົນ, ໂບດຕ່າງໆ, ແລະວັດອິສລາມໃນນະຄອນລອສ ແອນເຈີລິສແຫ່ງນີ້, ຜູ້ຄົນໄດ້ລົງຄະແນນສຽງ.

ຜູ້ປ່ອນບັດເລືອກຕັ້ງໃນລັດຄາລິຟໍເນຍຄົນນຶ່ງບອກວ່າ:
"ມັນເປັນສິ່ງສຳຄັນຫລາຍທີ່ພວກເຮົາຕ້ອງໃຊ້ສິດຂອງພວກເຮົາໃນການລົງຄະ ແນນສຽງເພາະວ່າອັນນັ້ນ ແມ່ນວິທີການທີ່ພວກເຮົາຈະເອົາສຽງຂອງພວກເຮົາເຮັດໃຫ້ສິ່ງທີ່ກຳລັງດຳເນີນຢູ່ປ່ຽນແປງໄປ, ຖ້າພວກເຮົາບໍ່ມັກສິ່ງທີ່ກຳລັງດຳເນີນໄປຢູ່ນີ້, ຫຼືມີຜົນກະທົບບາງຢ່າງ."

ຜູ້ສະໜັບສະໜູນທ່ານໄບເດັນຄົນນຶ່ງກ່າວວ່າ ທ່ານນາງໄດ້ລົງຄະແນນສຽງເພື່ອໃຫ້ມີການປ່ຽນແປງ. ສະນັ້ນ ຜູ້ຊາຍຄົນນີ້ໄດ້ຮັບແຮງກະຕຸ້ນໃຈຈາກການປະທ້ວງຂອງຂະບວນການ Black Lives Matter ຫລື ຊີວິດຂອງຄົນຜິວດໍາກໍສໍາຄັນ.

ທ່ານຟີລິບ ມາຕິນ ຈູເນຍ (Phillip Martin Jr) ບອກວ່າ:
"ໃນປີທີ່ຜ່ານມາ, ໄດ້ມີການປຸກໃຫ້ຕື່ນຢູ່ໃນປະເທດຂອງພວກເຮົາວ່າໃຫ້ເອົາໃຈ ໃສ່ເຖິງຄວາມເລິກແລບຂອງຄວາມບໍ່ຍຸດຕິທຳ ແລະຄວາມລຳອຽງໃນສັງຄົມ."

ນີ້ແມ່ນການເລືອກຕັ້ງທີ່ສຳຄັນຫລາຍທີ່ສຸດ, ຜູ້ມີສິດປ່ອນບັດຄົນອື່ນອີກທີ່ຄິດວ່າປະເທດຊາດແມ່ນດີຢູ່ແລ້ວ.

ທ້ານເຄວິນ, ຜູ້ປ່ອນບັດເລືອກຕັ້ງລັດໃນຄາລິຟໍເນຍຄົນນຶ່ງເວົ້າວ່າ:
ຂ້າພະເຈົ້າຢູ່ທີ່ນີ້ເພື່ອລົງຄະແນນສຽງເພື່ອເຮັດໃຫ້ອາເມຣິກາດີເດັ່ນອີກຄັ້ງນຶ່ງ. ຂ້າພະເຈົ້າມາທີ່ນີ້ ເພື່ອເລືອກຜູ້ທີ່ຈະເປັນຜູ້ນຳປະເທດຂອງພວກເຮົາ ແລະຂ້າ ພະເຈົ້າສາມາດເຮັດຫຍັງໄດ້ເພື່ອປະເທດຊາດຂອງຕົນ."

ຄົນອື່ນໆກໍເຫັນດີວ່າສະຫະລັດເຮັດໄດ້ດີພາຍໃຕ້ທ່ານທຣໍາ.

ທ່ານນາງ ເທຣຊີ ຮິນຊັນ (Tracy Hinson), ຜູ້ສະໜັບສະໜູນທ່ານທຣໍາເວົ້າວ່າ:
ຂ້ອຍມັກຫລາຍທີ່ປະທານາທິບໍດີຢາກໃຫ້ອາເມຣິກາມາກ່ອນໝູ່ໝົດ. ແລະຂ້ອຍມີແຕ່ເຊື່ອວ່າພັກຣີພັບບລິກັນແມ່ນຢູ່ຝ່າຍທີ່ຖືກຕ້ອງແລ້ວ."

ແຕ່ແນວໃດກໍ່ຕາມ, ຜູ້ອົບພະຍົບຄົນນີ້ກັບເວົ້າວ່າປະເທດຊາດໄດ້ກາຍເປັນຄົນກຽດຊັງຄົນຕ່າງປະເທດຢູ່ພາຍໃຕ້ການນໍາພາຂອງທ່ານທຣໍາ.

ທ່ານ ແນັສເຊີ ບາຍແຣມ (Nasser Bayram) ຜູ້ສະໜັບສະໜູນທ່ານໄບເດັນເວົ້າວ່າ:
ພວກເຮົາທຸກຄົນແມ່ນຄົນອົບພະຍົບ, ແລະນັ້ນແມ່ນສິ່ງທີ່ເຮັດໃຫ້ປະເທດນີ້ຍິ່ງໃຫຍ່, ພວກເຮົາໝົດທຸກຄົນໜີ້. ແລະຖ້ານະໂຍບາຍນີ້ (ຂອງທ່ານທຣໍາ) ຍັງສືບຕໍ່ດຳເນີນໄປ, ປະເທດນີ້ໃນທີ່ສຸດກໍຈະຕົກໄປຢູ່ພາຍໃນກຳແພງທີ່ຕັນໄວ້ໝົດ, ແລະແບບນັ້ນແມ່ນພວກເຮົາບໍ່ສາມາດໃຫ້ມັນເປັນໄດ້."

ມີຄວາມກັງວົນວ່າຜູ້ສະໝັກແລະຜູ້ມີສິດເລືອກຕັ້ງອາດຈະບໍ່ຍອມຮັບຜົນຂອງການເລືອກຕັ້ງທີ່ມີຄະແນນສູສີກັນ.

ທ່ານນາງ ເມແກນ ໂທມັສ (Megan Thomas), ຜູ້ປ່ອນບັດເລືອກຕັ້ງໃນນະຄອນຫລວງວໍຊິງຕັນກ່າວວ່າ:
"ຂ້າພະເຈົ້າຄິດວ່າໃນທີ່ສຸດປະເທດຈຳເປັນຕ້ອງຮັບເອົາຜົນອອກມາແລະມາເຕົ້າໂຮມກັນ ແລະສາມັກຄີກັນ, ແລະຍອມຮັບຜົນອອກມາ ບໍ່ວ່າມັນຈະອອກມາເປັນທາງໃດກໍ່ຕາມ."

ຜົນໄດ້ຮັບທ້າຍສຸດອາດຈະເປັນມື້ ຫຼືຫຼາຍອາທິດ. ກົດລະບຽບການເລືອກຕັ້ງມີຄວາມແຕກຕ່າງກັນໃນທົ່ວປະເທດ, ອີງຕາມຄໍາຄິດເຫັນຂອງເຈົ້າໜ້າທີ່ເລືອກຕັ້ງຂອງລັດເວີຈີເນຍທ່ານນຶ່ງ.

ທ່ານ ແກຣີ ສກັອດ (Gary Scott), ຜູ້ອຳນວຍການຝ່າຍເລືອກຕັ້ງຂອງຄວາມຕີແຟແຟັກສ໌ (Fairfax) ເວົ້າວ່າ:
“ພວກເຮົາຈະໄດ້ຮັບຜົນເປັນບາງສ່ວນໃນມື້ນີ້. ພວກເຮົາຈະບໍ່ມີຜົນໄດ້ຮັບສຸດທ້າຍເພາະວ່າຜູ້ຄົນຍັງມີເວລາໄປຈົນຮອດວັນສຸກເພື່ອຈະເອົາບັດເລືອກຕັ້ງມາໃຫ້ພວກເຮົາທາງໄປສະນີ."

ໃນລັດເພັນໂຊວາເນຍນັ້ນ, ຜູ້ປ່ອນບັດເລືອກຕັ້ງຂອງທ່ານໄບເດັນ, ທ່ານນາງ ເບດ ຈອບຊັນ (Beth Jobson) ກ່າວວ່າສິ່ງທີ່ສຳຄັນແມ່ນໃຫ້ທຸກໆຄະແນນສຽງໄດ້ຖືກນັບ.

ທ່ານນາງ ເບດ ຈອບຊັນ (Beth Jobson), ຜູ້ປ່ອນບັດເລືອກເອົາທ່ານໄບເດັນ ຢູ່ເມືອງບັກສ໌, ລັດເພັນໂຊວາເນຍບອກວ່າ:
ຂ້າພະເຈົ້າພຽງແຕ່ອະທິຖານວ່າພວກເຂົາເຈົ້າຈະປ່ອຍໃຫ້ທຸກໆບັດຄະແນນສຽງຖືກນັບ. ພວກເຮົາບໍ່ຈຳເປັນຕ້ອງໄປສູ່ຈຸດປ່ວງບ້າ. ໃຫ້ມັນຖືກນັບ. ແລະຫຼັງຈາກນັ້ນມາສົນທະນາກັນ. ເພາະວ່າຂ້ອຍມີສະມາຊິກໃນຄອບຄົວທີ່ມີຄວາມຮູ້ສຶກທີ່ແຕກຕ່າງກັນ ແລະຂ້ອຍຍັງຮັກພວກເຂົາເຈົ້າຢູ່.”

ການນັບຈໍານວນບັດຈະເປັນໄປດ້ວຍດີບໍ່ແລະທັງສອງຝ່າຍຈະຍອມຮັບເອົາຜົນອອກມາຫລືບໍ່? ຊາວອາເມຣິກັນແລະໂລກກຳລັງລໍຄອບຖ້າ ແລະເບິ່ງຢູ່.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Americans went to the polls on Tuesday in one of the most divisive U.S. elections of modern times.

Four more years of Donald Trump? Or a Joe Biden administration?

More than 100 million Americans had already made their choice before Election Day, in early voting and voting by mail. Amid a pandemic, and ready for possible protests, tens of millions cast their ballots on Election Day.

Arthur Cohen, Washington DC Voter:
“I’m very optimistic that things will go smoothly given that we have strong, solid, well-organized democratic institutions in America.”

In community centers, churches, and at this Los Angeles mosque, people voted.

California Voter:
“It’s important that we exercise our right to vote because that’s our way of putting in our voice to change what going on, if we don’t like what’s going on, or just to have some type of impact.”

A Biden supporter, she says she voted for change. So did this man, motivated by Black Lives Matter protests.

Phillip Martin Jr.:
“Here in the last year, there’s been [an] awakening in our country to really pay attention to the nuances of social injustice and prejudice.”

This is a critical election, says another voter who thinks the country is already on course.

Kevin, California Voter:
“I’m here to vote to make America great again. I’m here to choose who’s going to be leading our country and what can I do for my country.”

Others agree the United States is doing well under Trump.

Tracy Hinson, Trump Supporter:
“I love that the President wants America to be first. And I just believe that the Republicans on the right side.”

This immigrant, however, says the nation has become xenophobic under Trump.

Nasser Bayram, Biden Supporter:
“We are all immigrants, and that’s what made this country great, all of us. And if this (Trump) policy continues, this country will end up being inside a wall, and that we cannot afford.”

There are worries that the candidates and voters may not accept results of a close election.

Megan Thomas, Washington DC Voter:
“I think that ultimately the country needs to own the outcome and come together and unite, and accept the results either way.”

Final results could be days or weeks away. Election rules vary around the country, notes a Virginia election official.
Gary Scott, Fairfax County Director of Elections:
“We will have some partial results today. We won’t have final results because people still have until Friday to get their ballots back to us by mail.”

In Pennsylvania, Biden voter Beth Jobson says the important thing is for every vote to count.

Beth Jobson, Biden voter in Bucks County, PA:
“I just pray that they let every vote be counted. We don't have to go to craziness. Let it be counted. And then let's have a conversation. Because I have family members that feel differently, and I still love them.

Will the tally go smoothly and will both parties accept the results? Americans, and the world, are waiting and watching.

XS
SM
MD
LG