ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ວີໂອເອ ພາກພາສາລາວ ພູມໃຈສະເໜີ
ລາຍການສອນພາສາອັງກິດ Popular American Slangs and Idioms ຊຶ່ງເປັນບົດສົນທະນາພາສາອັງກິດ ລະຫວ່າງເພື່ອນນັກສຶກສາຄົນລາວ ກັບຄົນອາເມຣິກັນເພື່ອອະ ທິບາຍຄໍາສັບ ແລະ ສໍານວນພາສາອັງກິດຕ່າງໆ ທີ່ຄົນອາເມຣິກັນນິຍົມໃຊ້ກັນ.
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ແລະ ນ້ອງໆນັກສຶກສາທີ່ຮັກແພງ ທັງຫລາຍ. ຂໍຕ້ອນຮັບ ບັນດາທ່ານເຂົ້າສູ່ ລາຍການສອນພາສາອັງກິດ Popular American Slangs and
Idioms ຂອງວິທະຍຸກະຈາຍສຽງ ແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ ສປປ ລາວ
ຮ່ວມກັບ ວີໂອເອ ພາກພາສາລາວ (Voice of America) ທີ່ນະຄອນຫລວງວໍຊິງຕັນ
ດີຊີ ສະຫະລັດອາເມຣິກາ. ໃນບົດຮຽນມື້ນີ້ ພວກເຮົາຈະພາທ່ານຮຽນສຳນວນ Fixing
to do something ກັບ tricked out ຊຶ່ງທ່ານຈະໄດ້ຮັບຟັງໃນບົດສົນທະນາລະຫວ່າງ
ເພື່ອນນັກສຶກສາສອງຄົນ Ly ກັບ Larry. ເຊີນ ບັນດາທ່ານເຂົ້າສູ່ລາຍການໄດ້ເລີຍ.
Larry bumps into Ly after class and asks her if she needs to go to the post office.
ແລຣີ ຍ່າງໄປພໍ້ ລີ ເຂົ້າໂດຍບັງເອີນ ຫລັງຈາກອອກຈາກຫ້ອງຮຽນ ແລະ ຖາມລາວວ່າ ລາວຕ້ອງການໄປໂຮງໄປສະນີບໍ່? Post office ແປວ່າ ຫ້ອງການ ຫລືໂຮງການໄປສະນີ. ສ່ວນສຳນວນ bump into something ແປວ່າ ໄປຕຳເອົາຂອງສິ່ງໜຶ່ງ ຫລື bump into someone ໄປຕຳເອົາຄົນຜູ້ໜຶ່ງ ຫລືວ່າ ໄປພໍ້ກັນໂດຍບັງເອີນ ຢູ່ຕາມຫົນທາງ. ແລຣີ ຍ່າງໄປພໍ້ ລີ ເຂົ້າໂດຍບັງເອີນ ແລະ ເວົ້າວ່າ I’m fixing to go to the post office. ໄປຟັງກັນວ່າ ລາວໝາຍຄວາມວ່າແນວໃດ?
LL: Hey, Li, I’m fixing to go to the post office to mail a package. Do you need to buy stamps or mail something?
Ly: What do you mean you are “fixing to go to the post office?” Do you have to fix something before you go?
LL: No. “Fixing to do something” means that you are getting ready to do it. “I’m fixing to go to the post office” means that I’m getting ready to go to the post office.
Ly: Oh, I see. I’ve never heard that expression before. Where does it come from?
LL: It’s used all over the U.S., but it’s more commonly used in the southern states.
Ly: Well, I would go to the post office with you, but I was just fixing to go to the library to study for a few hours before dinner.
LL: Hey, did you notice how tired Professor Smith looked in class today? He looked as though he was fixing to fall asleep in the middle of his lecture.
Ly: Yeah, you’re right. He seemed so tired, but you know he’s fixing to compete in a marathon next month, so maybe he has been spending a lot of time training.
LL: I didn’t know that! He’s fixing to compete in a marathon? Wow, that’s impressive.
Ly: I know. I don’t know how he finds the time to train while he is teaching full time at the university.
LL: No wonder he’s tired. I’d be exhausted.
Ly: Well, I’ve got to go to the library now. I’ll see you later.
LL: Yeah, I’m going to go and mail this package before post office closes. They should be fixing to close up soon, so I had better hurry.

ເປັນແນວໃດ ທ່ານຜູ້ຟັງ ແລະ ນ້ອງໆນັກສຶກສາ ງົງບໍ່? ຄຳວ່າ to fix ແປວ່າ ແປງ ຫລື
ເຮັດໃຫ້ຖືກຕ້ອງ ເຊັ່ນປະໂຫຍກນີ້: I am fixing my broken fence ແປວ່າ ຂ້ອຍກຳ
ລັງແປງຮົ້ວທີ່ເປເພຂອງຂ້ອຍ ແຕ່ວ່າສຳນວນ Fixing to do something ກັບແປວ່າ
ກຳລັງກຽມຈະເຮັດອັນນັ້ນອັນນີ້ ກໍ່ຄື preparing or getting ready to do something. ອີກສຳນວນໜຶ່ງທີ່ຢາກອະທິບາຍໃຫ້ບັນດາທ່ານເຂົ້າໃຈ ກໍ່ຄືປະໂຫຍກສຸດທ້າຍ ທີ່ແລຣີເວົ້າ ຄືປະໂຫຍກ so I had better hurry ທີ່ແປວ່າ ເພາະສະນັ້ນ ຂ້ອຍຕ້ອງໄດ້ຟ້າວໄປ. ສຳນວນ had better ນີ້ ຄົນຕ່າງປະເທດຫລາຍໆຄົນມັກເຂົ້າໃຈຜິດ ຄິດວ່າເປັນ would better ເພາະວ່າເວລາຂຽນ ຫລື ເວົ້າຫຍໍ້ ຈະຂຽນ ອ່ານ ຫລືເວົ້າດ້ວຍສຽງ ’d ແຕ່ຄວາມຈິງແລ້ວ ແມ່ນຄຳວ່າ had ແຕ່ບໍ່ໄດ້ໝາຍເຖິງອະດີດ ແຕ່ເປັນເລື່ອງສະເພາະໜ້າທີ່ຄວນເຮັດໄວໆ ດັ່ງເຊັ່ນ ໃນປະໂຫຍກນີ້: You’d better come now ກໍ່ຄື you had better come now or we will not wait for you ເຈົ້າຕ້ອງມາດຽວນີ້ ຄັນຊັ້ນ ພວກເຮົາຈະບໍ່ຖ້າເຈົ້າ. ໄປຟັງບົດສົນທະນາເມື່ອກີ້ນີ້ ອີກເທື່ອໜຶ່ງ ພ້ອມກັບຄຳແປ.
LL: Hey, Ly, I’m fixing to go to the post office to mail a package. Do you need to buy stamps or mail something?
Hey, Ly, I’m fixing to go to the post office to mail a package.
ເຈົ້າຕ້ອງການຊື້ສະແຕມ ຫລື ສົ່ງຫຍັງບໍ່?
Ly: What do you mean you are “fixing to go to the post office?” Do you have to fix something before you go?
ເຈົ້າໝາຍຄວາມວ່າ ແນວໃດ you are “fixing to go to the post office?”
ເຈົ້າຕ້ອງແປງສິ່ງໃດສິ່ງໜຶ່ງ ກ່ອນຈະໄປຊັ້ນບໍ?
LL: No. “Fixing to do something” means that you are getting ready to do it. “I’m fixing to go to the post office” means that I’m getting ready to go to the post office.
ບໍ່ “Fixing to do something” ແປວ່າ ເຈົ້າກຳລັງກຽມພ້ອມ ຈະເຮັດແນວໃດແນວໜຶ່ງ. “I’m fixing to go to the post office” ກໍ່ແປວ່າ ຂ້ອຍກຳລັງກຽມຈະໄປ ໂຮງໄປສະນີ.
Ly: Oh, I see. I’ve never heard that expression before. Where does it come from?
ໂອ ເຂົ້າໃຈແລ້ວ. ຂ້ອຍບໍ່ເຄີຍໄດ້ຍິນສຳນວນນີ້ຈັກເທື່ອ. ມັນມາແຕ່ໃສ?
LL: It’s used all over the U.S., but it’s more commonly used in the southern states.
ເຂົາເຈົ້າໃຊ້ມັນ ຢູ່ທົ່ວສະຫະລັດ ອາເມລິກາ ແຕ່ວ່າໃຊ້ກັນທົ່ວໄປຫລາຍກ່ວາ ຢູ່ໃນບັນດາລັດທາງພາກໃຕ້.
Ly: Well, I would go to the post office with you, but I was just fixing to go to the library to study for a few hours before dinner.
ໂອ ຂ້ອຍກໍໍ່ຢາກຈະໄປ ໂຮງໄປສະນີກັບເຈົ້າຢູ່ ແຕ່ວ່າຂ້ອຍກຳລັງກຽມຈະໄປຫ້ອງສະມຸດ ເພື່ອຮຽນຈັກ 2-3 ຊົ່ວໂມງ ກ່ອນກິນເຂົ້າແລງ.
LL: Hey, did you notice how tired Professor Smith looked in class today? He looked as though he was fixing to fall asleep in the middle of his lecture.
ເອີ່ ເຈົ້າສັງເກດບໍ່ວ່າ ອາຈານ Smith ເພິ່ນຄືເບິ່ງເມື່ອຍຫລາຍເນາະ ຢູ່ໃນຫ້ອງຮຽນ ມື້ນີ້? ເບິ່ງຄືວ່າ ເພິ່ນພ້ອມຈະນອນຫລັບ ໃນລະຫວ່າງທີ່ກ່າວບັນລະຍາຍຢູ່ຫັ້ນແຫລະ.
Ly: Yeah, you’re right. He seemed so tired, but you know he’s fixing to compete in a marathon next month, so maybe he has been spending a lot of time training.
ເອີ່ ແມ່ນຄວາມເຈົ້າ. ເບິ່ງຄືວ່າ ລາວເມື່ອຍຫລາຍ ແຕ່ເຈົ້າຮູ້ບໍ່ ລາວ ກຳລັງກຽມຈະເຂົ້າແຂ່ງຂັນແລ່ນທົນມາຣາທອນ ໃນເດືອນໜ້ານີ້. ສະນັ້ນ ບາງທີລາວອາດໄດ້ໃຊ້ເວລາເຝິກແອບຫລາຍ.
LL: I didn’t know that! He’s fixing to compete in a marathon? Wow, that’s impressive.
ຂ້ອຍບໍ່ຮູ້ໄດ໋ຫັ້ນ! ລາວ ກຳລັງກຽມຈະແຂ່ງແລ່ນມາຣາທອນ ຊັ້ນບໍ? ວ້າວ ໜ້າປະທັບໃຈເນາະ.
Ly: I know. I don’t know how he finds the time to train while he is teaching full time at the university.
ອີ່ຫລີ່ໄດ໋ເນາະ. ຂ້ອຍບໍ່ຮູ້ວ່າ ລາວເອົາເວລາໃສມາເຝິກແອບ ໃນຂະນະທີ່ລາວຕ້ອງສອນເຕັມເວລາ ຢູ່ມະຫາວິທະຍາໄລ.
LL: No wonder he’s tired. I’d be exhausted.
ສົມພໍ ລາວຈຶ່ງເມື່ອຍ. ຄັນແມ່ນຂ້ອຍ ຂ້ອຍກໍ່ຈະເມື່ອຍຫລາຍ ແທ້ໆແຫລະ.
Ly: Well, I’ve got to go to the library now. I’ll see you later.
ເອີ ຂ້ອຍຕ້ອງໄປຫ້ອງສະມຸດແລ້ວ ບັດນີ້. ແລ້ວພົບກັນໃໝ່ເນາະ.
LL: Yeah, I’m going to go and mail this package before post office closes. They should be fixing to close up soon, so I had better hurry.
ເອີ່ ຂ້ອຍກໍ່ຈະໄປສົ່ງຫໍ່ນີ້ ກ່ອນທີ່ໂຮງໄປສະນີຈະປິດ. ເຂົາເຈົ້າໜ້າຈະກຽມປິດໄວໆນີ້ແລ້ວ ສະນັ້ນ ຂ້ອຍຈະຕ້ອງໄດ້ຟ້າວໄປ ກ່ອນເດີ້.

ບັດນີ້ ໄປຟັງຕອນທີສອງຂອງບົດສົນທະນາບົດນີ້ ຊຶ່ງແລຣີຈະມາອະທິບາຍສຳນວນ tricked out. To trick t-r-i-c-k ແປວ່າຫລອກ ດັ່ງໃນປະໂຫຍກນີ້ He tricked me into lending him some money ລາວຫລອກໃຫ້ຂ້ອຍເອົາເງິນໃຫ້ລາວຢືມ ແຕ່ວ່າ ສຳນວນ tricked out ບໍ່ໄດ້ກ່ຽວຫຍັງກັບ ການຫລອກໃຫ້ເຮັດນັ້ນເຮັດນີ້ເລີຍ. ໄປຟັງກັນວ່າ ມັນມີຄວາມໝາຍວ່າແນວໃດ.
LL: Hey, Ly. On the way to the post office, I saw Bob’s new car. It’s awesome! It’s totally tricked out with every accessory you can imagine.
Ly: What? What do you mean Bob’s car is tricked out?
LL: If a car, or boat, or other machine is “tricked out” – TRICKED OUT—it means that it has all kinds of luxury accessories.
Ly: Oh, you mean that Bob’s new car is really fancy.
LL: Exactly. It has a satellite radio system, big speakers, special wheels, and an amazing paint job. It has a super turbo-charged engine, too.
Ly: Wow, I’m not sure what all of that stuff is, but it sounds as though his new car really is “tricked out.”
LL: I can’t imagine what he paid for it. It must have been really expensive. I can’t wait until I can afford such a tricked out car.
Ly: I don’t know if I would want a tricked out car. I would prefer to have a more practical car. It would be less expensive and it would probably have fewer problems.
LL: A simple car would be less expensive than a tricked out one. But why do you think it would have fewer problems?
Ly: Well, some of those gadgets are easy to break and very expensive to fix.
LL: That’s true. It’s probably more expensive to maintain a really tricked out car because there are more things that could go wrong with it.
Ly: Anyway, I’m glad Bob’s new car is nice. I can’t wait to see it.

ຈາກບົດສົນທະນາຂ້າງເທິງຫັ້ນ tricked out ແມ່ນສຳນວນທີ່ໃຊ້ກັບລົດລາ ທີ່ໄດ້ຮັບການຕົກແຕ່ງເອ້ຍ້ອງ ດ້ວຍເຄື່ອງປະກອບທີ່ຫລູຫລາ ລາຄາແພງ ຊຶ່ງບໍ່ກ່ຽວຫຍັງເລີຍກັບຄຳ a trick ຫລື to trick ທີ່ແປວ່າ ການຫລອກ ຫລື ຫລອກໃຫ້ເຮັດອັນນັ້ນອັນນີ້. ໄປຟັງ ລີ ກັບ ແລຣີ ລົມກັນອີກ ພ້ອມກັບຄຳແປ.
LL: Hey, Ly. On the way to the post office, I saw Bob’s new car. It’s awesome! It’s totally tricked out with every accessory you can imagine.
ເອີ່ ລີ. ຕອນທີ່ຂ້ອຍໄປ ໂຮງໄປສະນີຫັ້ນ ຂ້ອຍໄດ້ເຫັນລົດໃໝ່ຂອງບອບ. ມັນຄັກອີ່ຫລີ! It’s totally tricked out ມີເຄື່ອງອາໄຫລ່ ເຄື່ອງເອ້ທຸກຢ່າງທີ່ເຈົ້າຄິດອອກ.
Ly: What? What do you mean Bob’s car is tricked out? ແມ່ນຫຍັງເກາະ?
ເຈົ້າໝາຍຄວາມວ່າແນວໃດ Bob’s car is tricked out?
LL: If a car, or boat, or other machine is “tricked out” – TRICKED OUT—it means that it has all kinds of luxury accessories.
ຖ້າຫາກວ່າ ລົດ ຫລື ເຮືອ ຫລື ເຄື່ອງຈັກໃດໜຶ່ງ is “tricked out” – T-R-I-C-K-E-D OUT— ໝາຍຄວາມວ່າ ມັນມີເຄື່ອງເອ້ເຄື່ອງປະກອບ ທີ່ຫລູຫລາລາຄາແພງທຸກຊະນິດ.
Ly: Oh, you mean that Bob’s new car is really fancy.
ໂອ ເຈົ້າໝາຍຄວາມວ່າ ລົດໃໝ່ຂອງບອບ ຫລູຫລາຫລາຍແທ້ໆຕວານີ່.
LL: Exactly. It has a satellite radio system, big speakers, special wheels, and an amazing paint job. It has a super turbo-charged engine, too.
ຖືກຕ້ອງ. ມັນມີລະບົບວິທະຍຸດາວທຽມ ມີລຳໂພງໃຫຍ່ໆ ມີລໍ້ພິເສດ ແລະ ທາສີແບບໜ້າງຶດງໍ້ ເລີຍ. ມັນຍັງມີເຄື່ອງຈັກ ເທີໂບ ຂະໜາດຊຸບເປີ້ ນໍາອີກ.
Ly: Wow, I’m not sure what all of that stuff is, but it sounds as though his new car really is “tricked out.”
ວ້າວ ຂ້ອຍບໍ່ແນ່ໃຈວ່າ ພວກສິ່ງເຫລົ່ານັ້ນທັງໝົດ ແມ່ນອີ່ຫຍັງແທ້ ແຕ່ຟັງເບິ່ງແລ້ວ ລົດໃໝ່ຂອງລາວ “tricked out” ອີ່ຫລີຫັ້ນແຫລະ.
LL: I can’t imagine what he paid for it. It must have been really expensive. I can’t wait until I can afford such a tricked out car.
ຂ້ອຍຄິດບໍ່ອອກເລີຍວ່າ ລາວຕ້ອງໄດ້ຈ່າຍເງິນຫລາຍປານໃດ. ມັນຕ້ອງແພງຫລາຍແທ້ໆແຫລະ. ອ້າຍຢາກມີເງິນຊື້ລົດຫລູຫລາ ເຄື່ອງຄົບແບບນີ້ ໄວໆເດ້!
Ly: I don’t know if I would want a tricked out car. I would prefer to have a more practical car. It would be less expensive and it would probably have fewer problems.
ຂ້ອຍບໍ່ຮູ້ວ່າ ຂ້ອຍຢາກຈະມີລົດ tricked out ແບບນີ້ຫລືບໍ່? ຂ້ອຍຢາກໄດ້ລົດ ທີ່ໃຊ້ໄດ້ວຽກໄດ້ປະໂຫຍດຫລາຍກ່ວາ. ມັນຄົງຈະຖືກກ່ວາ ແລະ ກໍ່ຄົງຈະມີບັນຫາໜ້ອຍກ່ວາ.
LL: A simple car would be less expensive than a tricked out one. But why do you think it would have fewer problems?
ລົດທີ່ບໍ່ມີເຄື່ອງປະກອບຫລາຍ ກໍ່ແມ່ນຈະຖືກກ່ວາ ລົດທີ່ມີເຄື່ອງເອ້ຍ້ອງຫລາຍຢູ່ແລ້ວ. ແຕ່ເປັນຫຍັງ ເຈົ້າຈຶ່ງຄິດວ່າ ມັນຈະມີບັນຫາໜ້ອຍກ່ວາລະ?
Ly: Well, some of those gadgets are easy to break and very expensive to fix. ເອີ່ ເຄື່ອງປະກອບ ເຄື່ອງເອ້ເຫລົ່ານັ້ນ ບາງອັນມັນກໍໍ່ແຕກຫັກງ່າຍ ແລະ ຄ່າສ້ອມແປງ ກໍ່ແພງຫລາຍ.
LL: That’s true. It’s probably more expensive to maintain a really tricked out car because there are more things that could go wrong with it.
ແມ່ນຄວາມຈິງແທ້ ມັນກໍ່ຄົງຈະແພງຫລາຍກ່ວາ ທີ່ຈະບຳລຸງຮັກສາລົດທີ່ມີເຄື່ອງຕົກແຕ່ງເອ້ຍ້ອງແພງໆ ເພາະວ່າມັນມີຫລາຍສິ່ງຫລາຍຢ່າງກ່ວາ ທີ່ສາມາດເປເພໄດ້ງ່າຍ.
Ly: Anyway, I’m glad Bob’s new car is nice. I can’t wait to see it.
ແນວໃດກໍໍ່ຕາມ ຂ້ອຍດີໃຈທີ່ບອບມີລົດງາມ. ຂ້ອຍອົດໃຈຖ້າເບິ່ງບໍ່ໄດ້ແລ້ວ.

ແລະ ນັ້ນກໍ່ຄືລາຍການບົດຮຽນພາສາອັງກິດ Popular American Slangs and Idioms ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ຮ່ວມກັບ ວີໂອເອ ພາກ ພາສາລາວ ທີ່ນະຄອນຫລວງວໍຊິງຕັນ ດີຊີ ສະຫະລັດອາເມຣິກາ ນຳມາສະເໜີ ທ່ານເປັນປະຈໍາ ທາງສະຖານີແຫ່ງນີ້ ໃນລະບົບ AM ທຸກໆວັນ ອັງຄານ ແລະ ວັນເສົາ ເວລາ 9.30 ໂມງ ຫາ 9:45 ໂມງ ຕອນເຊົ້າ ແລະ ໃນລະບົບ FM 103.7 Mhz (ຮ້ອຍສາມຈຸດເຈັດ ເມກາເຮີ້ສ) ເວລາບ່າຍ 14.00 ໂມງ ຫາ 14.15 ໂມງ ທຸກໆວັນເສົາ ແລະ ວັນອາທິດ. ໂປດຕິດຕາມ ບົດຮຽນໃໝ່ຂອງພວກເຮົາໄດ້ໃນຄັ້ງຕໍ່ໄປ. ສຳລັບ ມື້ນີ້ ທິມງານຂອງພວກເຮົາ ຂ້າພະເຈົ້າ ດາຣາ ກັບສຸກພະໃສ ແລະ ເພັດສະໝອນ ພ້ອມດ້ວຍນາຍຊ່າງເຕັກນິກອັດສຽງ ສົມຄິດ ວິໄລເງິນ ແລະອັດສະລາ ຂໍຂອບໃຈ
ທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງແຕ່ຕົ້ນຈົນຈົບ. ພົບກັນໃໝ່ໃນໂອກາດໜ້າ - ສະບາຍດີ!